ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-15 18:35:54    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກບຸກ​ໂຈມ​ຕີ​ຟາ​ລູຈາ​ຢ່າງ​ຂະໜາດ​​ໃຫຍ່

cri Author: q

ຕາມ​ຂ່າວCRI,ຕອນ​ຄ​​ຳ່ວັນ​ທີ14​ຕຸລາ,ກອງ​ທະຫານ​ພິ​ເສດ​ແລະ​ກອງທັບ​ເຮືອ​ສູ້​ລົບ​ເທິງ​ບົກ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ພ້ອມ​ກັນ​ກໍ່​ການ​ບຸກ​ໂຈມ​ຕີ​ຟາ​ລູຈາ​ຢູ່​ທິດ​ຕາ​ເວັນ​ຕົກ​ແບກ​​ແດດ​ຢ່າງ​ຂະໜາດ​ໃຫຍ່ຈາກ​ທາງ​ອາກາດ​ແລະ​ທາງ​ໜ້າດິນ.

ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ປະກາດ​ວ່າ,ຍົນ​ລົບ​ແລະ​ຍົນ​ເຮ​ລີ​ກົບ​ປະ​ກອບ​ອາວຸດ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖິ້ມລະ​ເບີດ​ຢ່າງ​ຫຼວງ​ຫຼາຍ​ໃສ່​ບ່ອນ​ທີ່​ຖືວ່າ​ເປັນບ່ອນ​ເຕົ້າ​ໂຮມ​ຂອງພວກ​ປະກອບ​ອາວຸດ​ທ້ອງ​ຖິ່ນ​,​ເພື່ອ​ສະ​ກັດ​ກັ້ນ​ການ​ໂຈມ​ຕີ​ຂອງ​ພວກ​ປະກອບ​ອາວຸດ.​ໃນ​ຂະນະ​ດຽວ​ກັນ,​ກອງ​ພັນ​ທະ​ຫານ​ເຮືອ​ສູ້​ລົບ​ເທິງ​ບົກ​ສອງ​ກອງ​ຂອງ​ອາ​ເມ​ລິ​ກາ​ໄດ້​​ພ້ອມ​ກັນ​ກັບ​ກອງ​ທະ​ຫານ​ພິ​ເສດ​ອາ​ເມ​ລິ​ກາກ​ອງ​ໜຶ່ງ​ບຸກ​ໂຈມ​ຕີ​ຟາ​ລູຈາ​ແລະ​ເຂດ​ອ້ອມ​​ແອ້ມຟາ​ລູຈາ​ຈາກ​ທາງ​ໜ້າດິນ.

ປະຈຸ​ບັນ,ຍັງ​ບໍ່​ມີ​ຂ່າວກ່ຽວ​ກັບ​ຜູ້ຕາຍ​ແລະ​ບາດ​ເຈັບ.ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແມ່ນ​ກໍ່​ການ​ບຸກ​ໂຈມ​ຕີ​ດ່ັງ​ກ່າວ​ພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ຜູ້​ແທນ​ຟາ​ລູຈາ​ກັບ​ລັດ​ຖະ​ບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ຢຸດ​ສະ​ງັກ.