ທ່ານອູຕ້າວໂກແມ່ນຊາວກະສິກອນຜູ່ໜ່ຶງຂອງແຂວງຊານຕົ່ງ ພາກຕາເວັນອອກຂອງຈີນ,ທ່ານເປັນຄົນທ່ີມີອາຍຸສ່ຳກັນກັບປະເທດຈີນໃຫມ່: "ຂ້ອຍຊ່ືອູຕ້າວໂກ,ຊ່ືນ້ອຍແມ່ນໂກຊິ້ງ,ເກີດເມ່ືອວັນທີ 1 ຕຸລາປີ 1949.
ທ່ານອູຕ້າວໂກທີ່ອາຍຸ 55 ປີແມ່ນຄົນໃນບ້ານຈູ່ປູ້ຕາແສງອ້ານຊີ່ເມືອງເວີຍຫາຍ,ເຮືອນຂອງເພ່ິນແມ່ນຕຶກສອງຊັ້ນທ່ີສວຍງາມ,ໃນເດ່ີນມີດອກໄມ້ຕົ້ນຫຍ້າຂຽວອຸ່ມທຸ່ມ,ເຄ່ືອງໃຊ້ໄຟຟ້າໃນເຮືອນປະເພດຕ່າງໆເຊັ່ນແອເຢັນແລະໂທລະພາບສີເປັນຕົ້ນມີຄົບຫມົດທຸກຢ່າງ.ບ້ານຈູ່ປູ້ໃກ້ພູແຄມນ້ຳ,ຢູ່ໜ້າບ້ານມີຫ້ວຍນ້ຳທ່ີໃສປານແວ່ນ,ເທີງພູຫລັງບ້ານກໍ່ແມ່ນເຂດທີວທັດເຊີ້ງສຸຍກວນເຂດທີວທັດຂັ້ນສາມເອແຫ່ງລັດທ່ີທ່ານອູຕ້າວໂກເປັນຜູ່ວາງແຜນກໍ່ສ້າງ.ຄົນຫມົດບ້ານໄດ້ດຳລົງຊີວິດຢ່າງມີຄວາມສຸກແລະສະຫງົບໃນທີວທັດທ່ີສວຍງາມປານຮູບແຕ້ມ.
ທ່ານອູຕ້າວໂກທ່ີມີອາຍຸສ່ຳກັນກັບປະເທດຈີນໃໝ່,ຊີວິດຂອງເພ່ິນກໍ່ແມ່ນປະຫວັດການພັດທະນາຂອງຊົນນະບົດປະເທດຈີນໃໝ່ທ່ີຫຍໍ້ເຂົ້າ.ທ່ານເວົ້າວ່າ,ໃນ 55 ປີມານີ້,ຈີນໄດ້ກ້າວອອກຈາກຄວາມທຸກຈົນຫລ້າຫລັງແລ້ວເດີນໄປສູ່ຄວາມມັ່ງຄ່ັງເຂັ້ມແຂງ,ເພ່ິນເອງກໍ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຈົນແລ້ວມີຊີວິດອັນຜາສຸກ.
ໃນຍາມຍັງນ້ອຍ,ອາດເວົ້າໄດ້ວ່າ,ທ່ານອູຕ້າວໂກແມ່ນເດັກນ້ອຍທ່ີທຸກຈົນ.ເພ່ິນເກີດມາຫາກໍ່ໄດ້36 ມື້,ພໍ່ກໍ່ເສຍຍ້ອນເປັນພະຍາດ,ແມ່ໄດ້ລ້ຽງລູກນ້ອຍ 8 ຄົນ,ພັກຢູ່ໃນຕູບຫຍ້ານ້ອຍແຫ່ງໜ່ຶງ,ຊີວິດການເປັນຢູ່ແມ່ນລຳບາກທ່ີສຸດ.ຊີວິດຕອນນັ້ນໄດ້ປະຮ່ອງຮອຍອັນເລິກເຊ່ິງໄວ້ໃນຄວາມຊົງຈຳຂອງທ່ານອູຕ້າວໂກ.ທ່ານເວົ້າວ່າ"ໃນຄາວນັ້ນ,ຂ້ອຍບໍ່ເຄີຍໄດ້ໃສ່ຖົງຕີນຈັກຄູ່,ຍາມໜາວກໍ່ບໍ່ເຄີຍໄດ້ໃສ່ເກີບ.ສ່ວນອາຫານທີ່ກິນນັ້ນ,ເມ່ືອນຶກຂ້ຶນມາກໍ່ເສຍໃຈ.ປີໜ່ຶງຈິ່ງໄດ້ກິນຊີ້ນເທ່ືອໜ່ຶງ,ຍາມທຳມະດາກໍ່ກິນຍອດມັນດ້າງ ເບັ້ຍເຂົ້າສາລິ ເບັ້ຍໝາກຖ່ົວດິນແລະຜັກປ່າ." ທ່ານອູຕ້າວໂກເວົ້າວ່າ,ໃນຄາວນັ້ນ,ປະເທດຈີນໃໝ່ຫາກໍ່ສ້າງຕັ້ງຂຶ້ນ,ຊີວິດການເປັນຢູ່ຂອງຊາວກະສິກອນລຳບາກແດ່ນັ້ນແມ່ນເລ່ືອງປົກກະຕິທ່ີສຸດ.ແຕ່ຍ້ອນບ້ານຈູ່ປູ້ຢູ່ເຂດພູດອຍ,ຄົມມະນາຄົມບໍ່ສະດວກແລະຫຼຼ້າຫຼັງ,ຫລາຍປີກໍ່ບໍ່ມີການປ່ຽນແປງຫຍັງ,ເມ່ືອຮອດຊຸມປີ 70 ສະຕະວັດແລ້ວນີ້,ເສດຖະກິດຂອງບ້ານໄດ້ຫລ້າຫລັງກວ່າຫມູ່ໃນທ່ົວເຂດເວີຍຫາຍ.ໃນເວລາເພ່ິນແຕ່ງງານກັບເມຍ,ເຮືອນ ຍັງແມ່ນຕູບນ້ອຍ.ສອງຜົວເມຍເຮັດວຽກຢ່າງລຳບາກກາກກຳຫມົດປີຈ່ິງຫາເງິນໄດ້ພຽງແຕ່ 138 ຢວນເທ່ົານັ້ນ,ເອົາໄປຊື້ລົດຖີບຄັນໜ່ຶງກໍ່ຍັງບໍ່ພໍ.
ທ້າຍຊຸມປີ 70 ສະຕະວັດແລ້ວນີ້,ຈີນໄດ້ປະຕິບັດການປະຕິຮູບໄຂປະຕູສູ່່ພາຍນອກ,ສົ່ງເສີມຊາວກະສິກອນເຮັດທຸລະກິດຫລາຍຢ່າງ,ທ່ານອູຕ້າວໂກກໍ່ຖືກເລືອກຕັ້ງເປັນຜູ່ຮັບຜິດຊອບຂອງບ້ານຍ້ອນທ່ານເປັນຄົນຊ່ືສັດດຸໝັ່ນ,ເພ່ິນເລ່ີມຊອກຫາວິທີສ້າງເສດຖະກິດຂອງບ້ານໃຫ້ຈະເລີນ.ທ່ານອູຕ້າວໂກທ່ີເຄີຍເປັນທະຫານມີປະສົບການຫລາຍ,ແລະເປັນຄົນສະຫຼາດ,ເພ່ິນນຳຫນ້າພາຫມູ່ປູກເຫັດ ລ້ຽງໄກ່ ເຮັດໄມ້ກວາດ,ຊອກຫາເສັ້ນທາງສ້າງຮັ່ງຄູນມີເທ່ືອລະກ້າວ.ພາຍລຸນມາ,ເພ່ິນກໍ່ໄດ້ຮັບເໝົາໂຮງງານແປງລົດທ່ີຂາດທຶນຫລັງໜ່ຶງຂອງຕາແສງດ້ວຍເງິນກູ້ຢ່າງກ້າ ຫານ,ຜະລິດປ້ຳນຳມັນຂອງລົດຕັກເຕີ.
ພາຍໃຕ້ການນຳພາຂອງທ່ານອູຕ້າວໂກ,ຊີວິດການເປັນຢູ່ຂອງບ້ານຈູ່ປູ້ຄ່ອຍໆດີຂຶ້ນ,ທ່ານອູຕ້າວໂກທ່ີສະໝອງໄວກໍ່ມີຄວາມຄິດໃໝ່ອີກ,ຄືນຳໃຊ້ຊັບພະຍາ ກອນທ້ອງຖ່ິນມາພັດທະນາການ ທ່ອງທ່ຽວ.
ໃນຄາວນັ້ນ,ຢູ່ເທີງພຸເຊີ້ງສູຍກວນແປວ່າຫໍນ້ຳສັກສິດ.ຫລັງບ້ານມີຫໍສາສະນາເຕົາແຫ່ງໜ່ຶງ.ຫໍນີ້ແຕ່ເດີມແມ່ນແຫລ່ງກຳເນີດຂອງສາສະໜາສວນຈີນສາຂາໜ່ຶງຂອງສາສະໜາເຕົາຂອງຈີນ,ເພ່ືອນຳໃຊ້ຊັບພະຍາກອນເຫ່ົຼານີ້, ທ່ານອູຕ້າວໂກນຳພາຄົນຫມົດບ້ານ,ເລ່ີມພັດທະນາກໍ່ສ້າງຫໍເຊີ້ງສຸຍກວນເມ່ືອຕົ້ນຊຸມປີ 90 ສະຕະວັດແລ້ວນີ້.
ປະຈຸບັນ,ເວລາ 10 ກວ່າປີໄດ້ຜ່ານໄປແລ້ວ,ຫໍເຂີ້ງສຸຍກວນກໍ່ໄດ້ກາຍເປັນເຂດທີວທັດຂັ້ນສາມເອຂອງລັດ.ທາງພູທ່ີຄົດລ້ຽວກ້ຽວກອດູ,ບໍ່ນ້ຳ ສັກສິດທ່ີເປັນບໍ່ນຳ້ທຳມະຊາດ,ຫໍສາສະໜາເຕົາທ່ີສະຫງ່າຜ່າເຜີຍ,ຕົ້ນແປະກ້ວຍພັນປີທ່ີຕົ້ນຕົວຜູ້ກັບຕົ້ນແມ່ເປັນຕົ້ນດຽວກັນ,ສາລາມັງກອນ 9 ຕົວທ່ີມີ 9 ຫລັງຄາແລະມີມັງກອນ 9 ຕົວ,ຍັງມີທາງຜ່ານປ້າຍຫີນນາຍພົນອູ່ເຕີທ່ີມີລາຍມືີຂອງນາຍພົນ100 ກວ່າຄົນແລະທີວທັດອ່ືນໆ,ຕັ້ງຢູ່ໃນປ່າໄມ້ຢ່າງສະຫລັບສັບຊ້ອນ,ແຕ່ລະປີມີນັກທ່ອງທ່ຽວຈີນແລະຕ່າງປະເທດຫລາຍແສນຄົນມາທັດສະນາຈອນທ່ອງທ່ຽວຢູ່ ແຫ່ງນີ້.
ການທ່ອງທ່ຽວໄດ້ເຮັດໃຫ້ບ້ານຈູ່ປູ້ເດີນໄປສູ່ເສັ້ນທາງຮັ່ງມືຂຶ້ນຢ່າງແທ້ຈິງ. ທ່ານອູຢຸນຊົງໄທບ້ານຜູ່ໜ່ຶງບອກນັກຂ່າວວ່າ,ໄທບ້ານທັງຫລາຍຂາຍເຄ່ືອງປ່າຂອງດົງແລະເປັນຜູ່ພາທ່ຽວຢູ່ເທີງພູ,ພຽງແຕ່ລາຍໄດ້ຈາກການທ່ອງທ່ຽວສະເລ່ຍແລ້ວກໍ່ມີ 5 ພັນກວ່າຢວນຕໍ່ປີ.ປີ 2003, ລາຍໄດ້ຈາກການທ່ອງທ່ຽວຂອງຫມົດບ້ານມີ 7 ລ້ານກວ່າຢວນ.ປະຈຸບັນ,ບ້ານຈູ່ປູ້ໄດ້ກາຍເປັນບ້ານຮັ່ງມີທ່ີມີຊື່ສຽງຂອງເມືອງເວີຍຫາຍ.
ທ່ານອູຕ້າວໂກຮູ້ສຶກວ່າ,ແມ່ນນະໂຍບາຍທ່ີດີຂອງລັດທ່ີໄດ້ເຮັດໃຫ້ບ້ານພູດອຍທ່ີທຸກຈົນໃນເມ່ືອກ່ອນກາຍເປັນບ້ານຮ່ັງມືໃນຊູ່ມືນີ້."ກໍ່ແມ່ນຍ້ອນໄດ້ເຫັນໃນຄຳປາໄສຂອງທ່ານເຕິ້ງສຽວຜີງ ອະດີດຜູ່ນຳຈີນໄດ້ກ່າວວ່າຕ້ອງສ້າງການທ່ອງທ່ຽວຢ່າງໃຫຍ່,ຂ້ອຍກໍ່ຕັດສິນໃຈພັດທະນາການທ່ອງທ່ຽວ, ນີ້ກໍ່ແມ່ນທ່າແຮງອັນໜ່ຶງຂອງເຂດພູດອຍພວກເຮົາ.ອີກອັນໜ່ຶງກໍ່ແມ່ນໃນເວລາສ້າງອຸດສາຫະກຳນັ້ນ,ລັດໄດ້ວາງຄຳຂວັນວ່າ:ຖ້າບໍ່ມີອຸດສາຫະກຳກໍ່ຈະຮັ່ງມຂຶ້ນບໍ່ໄດ້ີ, ຄັນຢາກຮັ່ງມີກໍ່ຕ້ອງພັດທະນາອຸດສາຫະກຳ.ການພັດທະນາຂອງພວກເຮົາລ້ວນແຕ່ແມ່ນດຳ ເນີນໄປຕາມນະໂຍບາຍທ່ີລັດວາງອອກ.ພຶດຕິກຳໄດ້ຢັ້ງຢືນໃຫ້ເຫັນວ່າ,ເສັ້ນທາງທ່ີພວກເຮົາເດີນນັ້ນແມ່ນຖືກຕ້ອງແລ້ວ."
ໃນຊູ່ມື້ນີ້,ໄທບ້ານຈູ່ປູ້ໄດ້ຜ່ານຊີວິດທ່ີສະບາຍອົກສະບາຍໃຈ,ອ້າຍເອື້ອຍນ້ອງຫລາຍຄົນຂອງທ່ານອູຕ້າວໂກທ່ີຢູ່ຕ່າງຖ່ິນກໍ່ໄດ້ຜ່ານຊີວິດແບບຮ່ັງມີຍ້ອນ.ແມ່ຂອງເພ່ິນທ່ີທຸກຍາກລຳບາກມາຊ່ົວຊີວິດກວ່ານັ້ນ,ຍາມເຖົ້າແລ້ວກໍ່ໄດ້ຜ່ານຊີວິດຜາສຸກ,ແມ່ຂອງເພ່ິນປີນີ້ອາຍຸ 98 ປີແລ້ວ,ແຕ່ຍັງຄົງແຂງແຮງຢູ່.ລູກຊາຍແລະລູກສາວຂອງເພ່ິນກໍ່ໄດ້ຮັບການສຶກສາເປັນຢ່າງດີ,ລ້ວນແຕ່ໄດ້ອອກຈາກບ້ານພູດອຍໄປເຮັດວຽກຢູ່ເມືອງເວີຍຫາຍ.ທ້າວອູຫາຍຊັງ ລູກຊາຍຂອງທ່ານໄດ້ສືບທອດນິດໄສກ້າເຮັດກ້າທຳຂອງພໍ່,ໄດ້ຈົດທະບຽນບໍລິສັດອາຫານແຫ່ງໜ່ຶງ,ຕັ້ງໃຈຢາກພັດທະນາເປັນວິສາຫະກິດໃຫຍ່ທ່ີຂາຍນ້ຳຕານໂດຍຈຳເພາະ,ຈະເຂົ້າສູ່ຕະຫລາດພົ້ນທະເລ. ຄົນຮຸ່ນຫລັງໄດ້ໄປສ້າງພາລະກິດເອົາເອງແລ້ວ,ທ່ານອູຕ້າວໂກທ່ີມີອາຍຸສຳ່ກັນກັບປະເທດຈີນໃໝ່ຍັງຄົງຂຸ້ນວຽກນຳຫໍນ້ຳສັກສິດຢູ່ທຸກມື.ທ່ານເວົ້າວ່າ,ເຂດທີວທັດຫໍນ້ຳສັກສິດແມ່ນຊັບສົມບັດອັນລ້ຳຄ່າທ່ີຄົນຮຸ່ນນີ້ຈ່ົງໄວ້ໃຫ້ຄົນຮຸ່ນຫລັງ,ເພ່ິນຈະສ້າງສ່ິງກໍ່ສ້າງການທ່ອງທ່ຽວຢູ່ແຫ່ງນີ້ໃຫ້ສົມບູນກວ່າເກົ່າ,ແລະຈະສືບຕໍ່ອະນຸລັກປ່າໄມ້ເທີງພູຢູ່ແຫ່ງນີ້ບໍ່ໃຫ້ຖືກທຳລາຍຍ້ອນພັດທະນາການທ່ອງທ່ຽວ.
|