ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-20 10:22:38    
ການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ຂອງ​ຈີນ​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າງ​ວ່ອງ​ໄວ

cri

ຫວ່າງ​ມໍ່ໆ​ນີ້,ຖານ​ຜະລິດ​ເຄື່ອງ​ຈັກ​ຜະລິດໄຟຟ້າ​ດ້ວຍ​ແຮງ​ລົມ​ທີ່ໃຫຍ່​ກວ່າ​ຫມູ່​ ຢູ່ເຂດ​ພາກເຫນືອ​ຂອງ​ຈີນ​​ໄດ້ເລ່ີ​ມກໍ່ສ້າງ​ຢູ່​ປັກ​ກ່ິງ.​ເຄື່ອງ​ປະກອບ​ທີ່​ຜະລິດ​ໃນ​ຖານ​ດ່ັງກ່າວ​ຕົ້ນຕໍຈະ​ສະຫນອງ​ໃຫ້​ຖານ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ກວນ​ທິງ​ປັກ​ກ່ິງ​ທີ່​ຈະ​ເລ່ີ​ມກໍ່ສ້າງ​ໃນ​ໄວໆ​ນີ້.ສະມັດຖະພາບຜະລິດໄຟຟ້າ​ຂອງ​ຖານ​ຜະລິດ​ດ່ັງກ່າວ​ແມ່ນ 1 ​ແສນ​ກວ່າ​ກິ​ໂລ​ວັດຕໍ່​ປີ,ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2006,ຜູ່ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຊີ້​ອອກ​ວ່າ,ທັງ​ນີ້​ລ້ວນ​ແຕ່​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ຂອງ​ຈີນ​ຈະ​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າ​ງວ່ອງ​​ໄວ.


ເນື່ອງ​ຈາກ​ຄວາມ​ຕ້ອງການ​ເພ່ີມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ສະພາບ​ການ​ສະຫນອງ​ຖ່ານ​ຫີນ ພະລັງງານ​ໄຟຟ້າ​ແລະ​ພະລັງງານ​ອື່ນໆ​ນັບ​ມື້​ນັບເຄ່ັງ​ຕຶງ​,ຜູ່​ຊ່ຽວຊານ​ພະລັງງານ​ເຫັນ​ໂດຍ​ທ່ົວ​​ໄປ​ວ່າ,ຈີນ​ແມ່ນ​ປະ​ເທດ​ທີ່​ຂາດ​ເຂີນ​ພະລັງງານ, ຄວນ​ເລ່ັງລັດ​ ສັບຊ້ອນ​ອົງ​ປະກອບ​ສ​ະຫນອງ​ພະລັງງານ​ໂດຍ​ໄວ,ອອກ​ແຮງ​ພັດທະ ນາ​ພະລັງ


ງານ​ອື່ນໆ​ລວມທັງ​ການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ,ທ່ານສີຫົງ​ຮວາ ຜູ່​ຊ່ຽວຊານ​ດ້ານ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ຂອງ​ຈີນ​ເຫັນ​ວ່າ,ການ​ຜະລິດ​ໄຟຟ້າ​ດວ້ຍ​ແຮງ​ລົມຂອງ​ຈີນ​ຈະ​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າງ​ວ່ອງ​ໄວ.ທ່ານ​ເວົ້າ​ວ່າ,ຊັບພະຍາກອນ​ ​ແຮງລົມ​ຂອງ​ຈີນ​ອຸດົມສົມບູນ​ທີ່​ສຸດ,​ໄລ່​ລວມ​ແລ້ວຊັບພະຍາກອນ​ໄຟຟ້າ​ແຮງ​ລົມ ມີ  1ຕື້​ກິ​ໂລ​ວັດ,​ ພະລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ໃນ​ປະຈຸບັນ​ຍັງຫນ້ອຍ​ຫຼາຍ,​ແຕ່​ວ່າ​ໃນພະລັງງານທີ່​ເກີດ​ໃຫມ່​ໄດ້ນັ້ນ,ລາຄາ​ໄຟຟ້າ​ທີ່​ຜະລິດດ້ວຍ​ແຮງ​ລົມ​ແມ່ນ​ມໍ່​ກັບ​ລາຄາ​ໄຟຟ້າ​ພະລັງງານ​ດັ້ງ​​ເດີ​ມທີ່​ສຸດ,ປະຈຸ​ບັນ​ນີ້,ຈີນ​ພວມ​ວາງນະ​ໂຍບາຍ​ຈຳນວນ​ຫນ່ຶງ​ຊຸກ​ຍູ້​​ການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ໃຫ້​ຂະຫຍາຍຕົວ​ອອກ.


ຕາມ​ສະຖິຕິ​ສະ​ແດງ​​ໃຫ້​ເຫັນ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ພະລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ຂອງ​ຈີນ​ສະ​ເລ່ຍ​​ແລ້ວເພ່ີມ​ຂຶ້ນ​ປະມານ 50%ຕໍ່​ປີ,​ແຕ່​ວ່າການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ຍັງ​ມີ​ອັດຕາສ່ວນ​ຫນ້ອຍ​ໃນ​ບໍລິ​ມາດ​​​ຜະລິດ​ໄຟຟ້າ​ທັງ​ຫມົດສະມັດຖະພາບ​ຜະລິດ​ໄຟ​ຟ້າດ້ວຍ​ແຮງ​ລົມ​ຂອງ​ຈີນ​ໃນ​ປີ​ກາຍ​ມີ 5 ​ແສນ 6 ຫມື່ນ​ກິ​ໂລ​ວັດ,ພຽງ​ແຕ່​ກວມ​ເອົາ​ຍອດ​ບໍລິ​ມາດ​ຜະລິດ​ໄຟຟ້າ0,14%ທໍ່​ນັ້ນ,ຜູ່​ຊ່ຽວຊານ​ພະລັງງານ​ເຫັນ​ວ່າ,ສາ​ເຫດ​ທີ່​​ເຮັດ​ໃຫ້​ການ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ຂອງ​ຈີນມີ​ຂະຫນາດ​ບໍ່​ໃຫຍ່​ແມ່ນ​ຍ້ອນວ່າ​ລະ​ດັບ​ເຕັກນິກ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງ​ລົມ​ຂອງ​ຈີນບໍ່​ສູງ,ກຳລັງ​ແກ່ງ​ແຍ່ງ​ໃນ​ຕະຫຼາດ​ຍັງ​ຕ່ຳ​ແລະ​ມູນ​ເຫດ​ອື່ນໆ.ແຕ່​​ຜູ່​ຊ່ຽວຊານ​ເຫັນ​ວ່າ,ການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ມີ​ອະນາຄົດ​ການ​ພັດທະນາ​ອັນ​ກວ້າງຂວາງຢູ່​ຈີນ,​​ເພາະວ່າ​ເຖິງ​ວ່າ​ຕົ້ນ​ທຶນ​ຂອງພະລັງງານ​ທຳ​ມະ​ດາຕ່ຳ​ແລະ​ປະສິດທິ​ຜົນ​ດີ​,​​ແຕ່ໃນ​​ໄລຍະ​ການ​ຜະລິດ​ຈະ​​ເຊື່ອມ​ພິດ​ສ່ິງ​​ແວດ​ລ້ອມ.ຄຽງ​ຄູ່​ກັບ​ຕົ້ນ​ທຶນ​ທີ່​ປົວ​ແປງ​ການ​ເຊື່ອມ​ພິດ​ເພ່ີມ​ຂຶ້ນ​ແລະ​ຊັບພະຍາກອນຫນ້ອຍ​ລົງ​,ລາຄາ​ພະລັງງານ​ທຳ​ມະ​ດາ​ກໍ​ຈະ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແຕ່​ວ່າການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ບໍ່​ພຽງ​ແຕ່​ມີ​ຊັບພະ ຍາກອນ​ອຸດົມສົມບູນ​ທໍ່​ນັ້ນ, ​ແລະ​ຍັງ​ມີຈຸດ​ດີ​ຫຼາຍດ້ານ​ເຊ່ັນບໍ່​​ເຊື່ອມ​ພິດສ່ິງ​ແວດ​ລ້ອມ​​ແລະ​​ເກີດຄືນ​ໃຫມ່​ໄດ້​ເປັນ​ຕົ້ນ,ມັນຍ່ອມ​ຈະ​ກາຍ​ເປ​ັນຈຸດ​ຫນັກ​ແຫ່ງ​ການ​ພັດທະນາ​ຂອງ​ພະລັງງານ​ໃຫມ່​ຢ່າງ​ແນ່ນອນ.


ທ່ານ​ສີຫົງ​ຮວາ ຜູ່​ຊ່ຽວຊານ​ດ້ານ​ການ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ,ປະຈຸ​ບັນ​ນີ້,ຈີນ​ພວມ​ວາງກົດຫມາຍ​​ຊຸກ​ຍູ້​ພະລັງງານ​​ທີ່​ເກີດຄືນ​ໃຫມ່​​ໄດ້​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ພະລັງງານ​​ທີ່ເກີດໃຫມ່​​ໄດ້ເຊ່ັນ:​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ເປັນ​ຕົ້ນ.ທ່ານ​ເວົ້າ​ວ່າ:​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກົດຫມາຍ​ວ່າ​ດ້ວຍ​ການ​ຊຸກ​ຍູ້​ພະລັງງານ​ທີ່​ເກີດ​​ໃຫມ່​​ໄດ້ກໍ່​ແມ່ນ​​ໄດ້ລະບຸ​ໄວ້​ວ່າ,​ໃນ​ບໍລິ​ມາດ​ຜະລິດ​ໄຟຟ້າ​ຂອງ​ບໍລິ​ສັດ​ເຄືອ​ຂ່າຍ ​ໄຟຟ້າຕ້ອງ​ມີ​ບໍລິ​ມາດ​ໄຟຟ້າທີ່​ຜະລິດ​ດ້ວຍ​ພະລັງງານ​​ທີ່​ເກີດ​​ໃຫມ່​​ໄດ້​ໃນ​ອັດຕາ​ອັນ​ແນ່ນອນ,​ແລະ​ວາງ​ລາຄາອັນ​ເຫມາະສົມ​ໃນ​ເວລາ​ຊື້​ໄຟຟ້າ,  ຄື​ໃນ​ເຂດ​ທີ່​ມີ​ຊັບ​ພະຍາກອນ​ແຮງ​ລົມ​ຂ້ອນ​ຂ້າງ​ດີ​ນັ້ນ​ກໍ​ໃຫ້ໄດ້​ຮັບ​ຜົນ​ກຳ​ໄລ,ຖ້າ​ກົ​ດຫມາຍ​ດ່ັງກ່າວ​ນີ້​​ໄດ້​ປະກາດ,ຍ່ອມ​ຈະ​ຊຸກ​ຍູ້​ການ​ພັດທະນາ​ການ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມຢ່າງ​ແຂງ​ແຮງ


ພ້ອມ​ກັນ​ນັ້ນ,ຈີນ​ກໍ​ພວມ​ພະຍາຍາມ​ຍົກ​ລະດັບ​ເຕັກນິກ​ການ​ຜະລິດ​ໄຟຟ້າ​ດ້ວຍ​ແຮງລົມ​ໃຫ້​ສູງ​ຂຶ້ນ,​ແລະ​ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳລົງ​ດ້ວຍ​ວິທີ​ໃຊ້ເຄື່ອງ​ປະກອບ​ທີ່​ຜະລິດຢູ່​ປະ​ເທດ​ຕົນ.​ໃນ​ຫຼາຍ​ປີ​ມາ​ນີ້,ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນ​ໄດ້​ຈັດ​ຄ່າ​ໃຊ້​ຈ່າຍ​ຄົ້ນ​ຄວ້າ​ໂດຍ​ຈຳ​ເພາະສະຫນັບສະ ຫນູນ​ການ​ພັດທະນາຫນ່ວຍ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງລົມ​ຂະຫນາດເມ​ກາ​ວັດ,ນອກ​ນີ້,ຈີນ​ຍັງ​ສ່ົງ​ເສີມ​​ໃຫ້ວິ​ສາ​ຫະກິດ​ຜະລິດ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​​ແຮງ​ລົມ​ຂອງ​ຕ່າງປະ​ເທດມາ​ລົງທຶນ​ສ້າງ​ໂຮງງານ​ຢູ່​ຈີນ.​ໂດຍ​ອີງ​ຕາມ​​ແຜນກຳນົດ​ທີ່​ກ່ຽວຂ້ອງ,ຮອດ​ປີ 2020,ຄວາມ​ສາມາດ​ຜະລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ຂອງ​ຈີນ​ຈະ​ບັນລຸ​ເຖິງ 20 ລ້ານ​ກິ​ໂລ​ວັດ.