ເງິຍຕາໃນສະໄຫມປະຖົມບູຮານຂອງປະເທດຈີນແມ່ນເບ້ຍທ່ີນຳໃຊ້ໃນທ້າຍສະໄຫມສັງຄົມປະຖົມບູຮານ.ກ່ອນລາດຊະວົງຊິນ,ກໍໄດ້ປະກົດມີເງີນໂລຫະແລະເງິນທ່ີຫໍ່ຼດ້ວຍໂລຫະແລ້ວ, ຫຼັງຈາກສ້າງຕັ້ງລາດຊະວົງຊິນ,ໄດ້ໂຮມເງິນຕາໃຫ້ເປັນເອກະພາບກັນ,ຄຳແລະຫຼຽນທອງທ່ີມີຮູສ່ີຫຼ່ຽມໄດ້ຈໍລະຈອນໃນທ່ົວປະເທດ,ເງິນເຈ້ຍທ່ີມີຂຶ້ນກ່ອນຫມູ່ແມ່ນເງິນຈ່ຽວຈືໃນສະໄຫມລາຊະຊົ້ງເຫນືອ
ໃນສະໄຫມຊົ້ງ ຫຼຽນທອງແລະຫຼຽນເຫຼັກໄດ້ໃຊ້ໄປພ້ອມກັນ,ຢູ່ເຂດເຊສວນແມ່ນໃຊ້ຫຼຽນເຫຼັກໂດຍສະເພາະ,ໃນສະໄຫມນັ້ນ,ເຂດເຊສວນແມ່ນແຫຼ່ງສຳຄັນທ່ີຜະລິດເກືອ ໃບຊາແລະຜ້າໄຫມ,ສະນັ້ນ ເງິນຕາຈ່ຶງຈໍລະຈອນກັນຢ່າງຫຼວງຫຼາຍ,ແຕ່ຫຼຽນເຫຼັກຫນັກຫຼາຍ.ຊື້ຜ້າໄຫມໄມ້ຫນ່ຶງຕ້ອງຈ່າຍຫຼຽນເຫຼັກຊ່ຳກາງ 2 ຫມ່ືນຫຼຽນ,ຫນັກປະມານ 130 ກິໂລ ບໍ່ສະດວກທ່ີສຸດ.ຄຽງຄູ່ກັບເສດຖະກິດສິນຄ້າ ຂະຫຍາຍຕົວອອກ,ຂໍ້ບົກພ່ອງຂອງຫຼຽນເຫຼັກທ່ີຖືໄປມາບໍ່ສະດວກກໍນັບມື້ນັບພົ້ນເດ່ັນ,ສະນັ້ນໃນສະໄຫມຊົ້ງເຈ່ິນຈ່ົງກໍຄືຄ.ສ ແຕ່ປີ 997 ຮອດ 1022,ຢູ່ເມືອງເສີງຕູ່ມີພໍ່ຄ້າທ່ີລາບລວຍ 16 ຄົນໄດ້ຮ່ວມກັນພິມເງິນເຈ້ຍທ່ີເອີ້ນວ່າຈ່ຽວຈື ເຂົ້າແທນເງິນຫຼຽນເຫຼັກ.ຢູ່ເທິງຈ່ຽວຈືໄດ້ພິມຮູບເຮືອນ ຕົ້ນໄມ້ ຄົນແລະຮູບອ່ືນໆໃສ່,ຍັງມີລາຍເຊັນຮັບຮອງເປັນເຄ່ືອງຫມາຍລັບເອົາ.ຈ່ຽວຈືເງິນເຈ້ຍແລກປ່ຽນເງິນສົດກໍ່ໄດ້,ທັງຈໍລະຈອນໃນຕະຫຼາດກໍ່ໄດ້,ໃນເວລາເອົາເງິນເຈ້ຍຈ່ຽວຈື ແລກປ່ຽນເງິນສົດຢູ່ຮ້ານຈ່ຽວຈືນັ້ນ ຕ້ອງເສຍຄ່າແລກປ່ຽນຈຳນວນແນ່ນອນ,ເງິນຈ່ຽວຈື3 ປີໃດປ່ຽນເງິນໃຫມ່ເທ່ືອຫນ່ຶງ.ພາຍຫຼັງມາ,ຍ້ອນພໍ່ຄ້າຮ້ານປ່ຽນເງິນ ຈ່ຽວຈືຍັກອອກເງິນສົດ,ການແລກປ່ຽນຈ່ຽວຈືຈ່ຶງຮັບປະກັນ,ພາໃຫ້ມີການວິວາດເລື້ອຍໆ,ລັດຖະບານຈ່ຶງຫ້າມບໍ່ໃຫ້ພໍ່ຄ້າພິມເງິນເຈ້ຍ.ເມ່ືອຄ.ສ.ປີ 1023,ລັດຖະບານສະໄຫມນັ້ນໄດ້ພິມເງິນຈ່ຽວຈືອອກໃຊ້.
ຈ່ຽວຈືແມ່ນເງິນເຈ້ຍທ່ີມີຂຶ້ນກ່ອນຫມູ່ຢູ່ຈີນກໍຄືຢູ່ໃນໂລກ.ການປະກົດມິເງິນເຈ້ຍແມ່ນຄວາມກ້າວຫນ້າທ່ີສຳຄັນແຫ່ງການພັດທະນາຂອງເງິນຕາ,ມີຄວາມຫມາຍແບ່ງຍຸກໃຫມ່ໃນປະຫວັດເສດຖະກິດ ໃນສະໄຫມລາຊະວົງນານຊົ້ງ ລາຊະວົງຢວນ ລາຊະວົງມິງແລະລາຊະວົງຊິງລ້ວນແຕ່ໄດ້ພິມແລະໃຊ້ເງິນເຈ້ຍ.ແຕ່ວ່າ,ໃນສັງຄົມສັກດິນາຂອງປະເທດຈີນ, ເງິນເຈ້ຍຈໍລະຈອນບໍ່ກວ້າງປານໃດ,ຍັງດບໍ່ສາມາດເຂົ້າແທນເງິນໂລຫະໄດ້ຫມົດເທ່ືອ.ຈົນມາຮອດສະໄຫມມໍ່ຈ່ຶງໄດ້ມີການພິມແລະໃຊ້ເງິນເຈ້ຍຢ່າງຫຼວງຫຼາຍໍ່.
ລະບອບທ່ີດິນທ່ີມີຂຶ້ນກ່ອນຫມູ່ຢູ່ຈີນແມ່ນລະບອບກຳມາສິດທ່ີດິນສ່ວນລວມໃນສັງຄົມປະຖົມບູຮານ.ໃນສະໄຫມປະຊາຄົມເຄືອຍາດຂອງສັງຄົມປະຖົມບູຮານ,ໄດ້ປະກົດມີກະສິກຳແລະການລ້ຽງສັດ.ກະສິກຳປະຖົມບູຮານທຳອິດແມ່ນຈູດໄຮ່ເຮັດນາ,ຕໍ່ມາໃຊ້ເວທີປ່ຽນຄາດໄຮ່ໄຖ່ນາ.ໃນຄາວນັ້ນ,ທ່ີດິນຂຶ້ນກັບປະຊາຄົມເຄືອຍາດ.ໃນໄລຍະເລ່ີມຕົ້ນ,ຍ້ອນກຳລັງການຜະລິດຍັງ ຕ່ຳ, ສະມາຊິກປະຊາຄົມຕ້ອງຊ່ອຍກັນ ຈ່ິງໄຖ່ນາແລະເກັບກ່ຽວໄດ້,ສະນັ້ນ ສະມາຊິກເຄືອຍາດໄດ້ອອກແຮງງານນຳກັນຢູ່ເທິງດິນຕອນດ່ຽວ,ຜົນຜະລິດກໍເປັນຂອງສະມາຊິກເຄືອຍາດແບ່ງປັນສະເລ່ຍກັນ.ໃນທ້າຍສະໄຫມປະຊາຄົມເຄືອຍາດ,ເຄ່ືອງມືຜະລິດໄດ້ຖືກດັດແປງໃຫ້ກ້າວຫນ້າກວ່າເກົ່າ,ຄົນທັງຫຼາຍກໍໄດ້ສະສົມບົດຮຽນຜະລິດຈຳນວນຫນ່ຶງ,ກຳລັງການຜະລິດຈ່ຶງໄດ້ສູງຂື້ຶ້ນ.ແຕ່ລະວົງຕະກຸນຫຼືຄອບຄົວໃນປະຊາຄົມໄດ້ມີຄວາມສາມາດຜະລິດກະສິກຳຢ່າງເປັນອິດສະລະ, ປະຊາຄົມຈ່ຶງໄດ້ສະເລ່ຍແບ່ງປັນທ່ີດິນ່ແຕ່ລະວົງຕະກຸນຫຼືຄອບຄົວປູກຝັງ,ເມ່ືອກາຍໄປຫນ່ຶງປີຫຼືຫຼາຍປີ,ຈະເອົາທ່ີດິນຄືນແລ້ວ,ແບ່ງປັນຄືນໃຫມ່ຕາມສະພາບຕ່າງໆທ່ີໄດ້ປ່ຽນແປງເຊັ່ນປະຊາກອນເພ່ີມຂຶ້ນເປັນຕົ້ນ,ນີ້ກໍ່ແມ່ນລະບອບກຳມາສິດສ່ວນລວມຂອງສັງຄົມປະຖົມບູຮານ
|