ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-21 13:49:48    
ໂທ​ລະ​ພາບ​ເຄ່ືອງ​ທຳ​ອິດ​ຂອງ​ຈີນ

cri Author: huachunmei
ໃນ​ຊູ້​ມື້​ນີ້, ​ໂທ​ລະ​ພາບ​ໄດ້​ເຂົ້າ​ສູ່​ຊີ​ວິດ​ຂອງ​ຄົນ​ທັງ​ຫຼາຍ​ແລ້ວ, ​ການ​ເບ່ິງ​ໂທ​ລະ​ພາບ​ໄດ້​ເປັນ​ວິ​ທີ​ພັກ​ຜ່ອນ​ລື້​ນ​ເລີງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ​ຈີນ​ຫຼາຍ​ໆ. ​ຄົນ​ທັງ​ຫຼາຍ​ກໍ​ຄາດ​​ຄຶດ​ຍາກ​ວ່າ,​ ຖ້າ​ບໍ່​ມີ​ໂທ​ລະ​ພາບ​ຈະ​ຜ່ານ​ວັນ​ຜ່ານ​ມື້​ແນວ​ໃດ, ​ທ່ີ​ຈິງ, ​ກ່ອນ​ປີ 1958, ​ຈີນ​ຍັງ​ບໍ່​ທັນ​ມີ​ສະ​ຖາ​ນີ​ໂທ​ລະ​ພາບ​ອອກ​ອາ​ກາດ, ​ຢູ່​ຈີນ​ກໍ່​ຜະ​ລິດ​ເຄ່ືອງ​ໂທ​ລະ​ພາບ​ບໍ່​ທັນ​ເປັນ.

​ເດືອນ​ເມ​ສາ​ປີ 1957, ​ໂຮງ​ງານ​ຜະ​ລິດ​ວິ​ທະ​ຍຸ​ທຽນ​ສິນ​ໃນ​ເມື່ອ​ກ່ອນ​ກໍ​ຄື​ບໍ​ລິ​ສັດ​ໂທ​ລະ​ຄົມ​ວິ​ທະ​ຍຸ​ທຽນ​ສິນ​ໃນ​ປະ​ຈຸ​ບັນ, ​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທ່ີ​ຄົ້ນ​ຄວ້າ​ຜະ​ລິດ​​ເຄ່ືອງ​ໂທ​ລະ​ພາບ, ​ຈາກ​ຂັ້ນ​ເທິງ​ການ​ນຳ​ຂອງ​ໂຮງ​ງານ​ແລ້ວ​ໄດ້​ຈັດ​ຕັ້ງ​ໜ່ວຍ​ທົດ​ລອງ​ຜະ​ລິດ​ໃນ​ທັນ​ທີ.

​ໃນ​ປີ​ນັ້ນ, ​ສະ​ມາ​ຊິກ​ສ່ວນ​ຫຼາຍ​ຂອງ​ໜ່ວຍ​ທົດ​ລອງ​ຜະ​ລິດ​ມີ​ອາ​ຍຸ​ໃນ​ລະ​ຫວ່າງ 20​ ປີ, ​ພວກ​ເຂົ້າ​ເຈົ້າ​ບໍ່​ຊຳ​ນານ​ເຕັກ​ນິກ​ຜະ​ລິດ​ໂທ​ລະ​ພາບ ​ເຊ່ິງ​ເຕັກ​ນິກ​​ໃໝ່​ໄດ້​ໂຮມ​ສູນ​ເອ​ເລັກ​ໂຕຼ​ນິກ ​ແມ່​ເຫຼັກ ສຽງ​ແລະ​ພາບ, ​ແລະ​ກໍບໍ່​ເຄີຍ​ເຫັນ​ເຄ່ືອງ​ໂທລະ​ພາບ​ຈັກ​ເທ່ືອ, ​ເອ​ກະ​ສານ​ເຕັກ​ນິກ​ກໍ່​ໜ້ອຍ​ທ່ີ​ສຸດ.​ ພາຍ​ຫຼັງ​ໄດ້​ຄົນ​ຄວ້າ​ເອກ​ສານ ​ເຄ່ືອງ​ໂທ​ລະ​ພາບ​ຕົວ​ຢ່າງ​ຂອງ​ຕ່າງ​ປະ​ເທດ​ແລ້ວ, ​ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ເຄ່ືອງ​ໂທ​ລະ​ພາບ​ເຄ່ືອງ​ທຳ​ອິດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ ອີງ​ຕາມ​ຄວາມ​ສາ​ມາດ​ຜະ​ລິດ​ຊີກ​ສ່ວນ​ແລະ​ລະ​ດັບ​ກຳ​ມະ​ວິ​ທີ​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ.

ວັນ​ທີ 17 ມີ​ນາ​ປີ 1958 ​ແມ່ນ​ມື້​ທ່ີ​ຕ້ອງ​ຈາລຶກ​ໄວ້​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ໂທ​ລະ​ພາບ​ຂອງ​ຈີນ. ​ຕອນ​ຄຳ່​ມື້​ນັ້ນ, ​ສູນ​ໂທ​ລະ​ພາບ​ຂອງ​ຈີນ​ໄດ້​ທົດ​ລອງ​ອອກ​ອາ​ກາດ​ລາຍ​ການ​ໂທ​ລະ​ພາບ​​ເປັນ​ເທ່ືອ​ທຳ​ອິດ, ​ເຄ່ືອງ​ໂທ​ລະ​ພາບ​ເຄ່ືອງ​ທຳ​ອິດ​ທ່ີ​ຈີນ​ຄົ້ນ​ຄວ້າ​ຜະລິດ​ນັ້ນ​ໄດ້​ທົດ​ລອງ​ຮັບ​ສັນ​ຍານ​ພາບ​ຢ່າງ​ສຳ​ເລັດ​ຜົນ.

ປະ​ຈຸ​ບັນ, ​ເຄ່ືອງ​ໂທ​ລະ​ພາບ​ຂາວ​ດຳ​ຫຼອດ​ເອ​ເລັກ​ໂຕຼ​ນິກ​ຂະ​ໜາດ 35 ຊັງ​ຕີ​​ແມັດ ກາ​ປັກ​ກ່ິງ 820 ທ່ີ​ຖືກ​ເອິ້ນ​ເປັນ​ຈໍ​ທຳ​ອິດ​ຂອງ​ຈີນ​ເຄ່ືອງ​ນີ້​ໄດ້​ວາງ​ສະ​ແດງ​ຢູ່​ຫ້ອງ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ໂທ​ລະ​ຄົມ​ວິ​ທະ​ຍຸ​ທຽນ​ສິນ.