ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-21 14:33:49    
ທາງ​ລົດ​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດ​

cri Author: huachunmei
ຜູ່​ທ່ີ​ເຄີຍ​ມາ​ທ່ຽວ​ປັກ​ກ່ິງ, ​ຄົນ​ສ່ວນ​ຫຼາຍ​ຮູ້​ສຶກ​ວ່າ​ຂ່ີ​ລົດ​ໄຟ​ໃຕ້​ດິນ​ສະ​ດວກ​ແລ້ວ. ​ທາງ​ລົດ​​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດ​ຂອງ​ຈີນ​ແມ່ນ​ຢູ່​ປັກ​ກ່ິງ.

ວັນ​ທີ 1 ກໍ​ລະ​ກົດ​ປີ 1965, ​ທາງ​ລົດ​ໄຟ​ໃຕ້​ດິນ​ປັກ​ກ່ິງ ​ເຊ່ິງ​ເປັນ​ທາງ​ລົດ​ໄຟ​ໃຕ້​ດິນ​ສາຍ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່​ເລ່ີມ​ລົງ​ມື​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ.

ກິດ​ຈະ​ການ​ໄລ​ຍະ​ທີ​ໜ່ຶງ​ຂອງ​ທາງ​ລົດ​ໄຟ​ໃຕ້​ດິນ​ແມ່ນ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ປັກ​ກິ່ງ​ໄປ​ຮອດ​ຜ່ິງ​ໂກ​ຢວນ​ເຂດ​ສື​ຈິງ​ຊານ​ປັກ​ກ່ິງ, ທັງ​ໝົດ​ຍາວ 23,6​ ກິ​ໂລ​ແມັດ, ມີ​ສະ​ຖາ​ນີ 17 ​ແຫ່ງ​ແລະ​ໂຮງ​ງານ​ສ້ອມ​​ແປງ​ລົດ​ແຫ່ງ​ໜ່ຶງ.​ ທາງ​ລົດ​ໄຟ​ໃຕ້​ດິນ​ບ່ອນ​ເລິກ​ກວ່າ​ໝູ່​ແມ່ນ 13 ​​ແມັດ. ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ​ພວກ​ເຮົາ​ກໍ່​ຕັ້ງ​ຢູ່​ແຄມ​ທາງ​ລົດ​ໄຟ​ໃຕ້​ດິນ​ສາຍ​ນີ້.

ການ​ປ້ອງ​ກັນ​ນ້ຳ​ຊຶມ​ແມ່ນ​ຂໍ​ກະ​ແຈ​ອັນ​ໜ່ຶງ​ທ່ີ​ຮັບ​ປະ​ກັນ​ທາງ​ລົດ​ໄຟ​ໃຕ້​ດິນ​ວ່າ​ຈະ​ໃຊ້​ໄດ້​ເປັນ​ປົກ​ກະ​ຕິ​ຫຼື​ບໍ່. ພະ​ນັກ​ງານ​ເຕັກ​ນິກ​ໄດ້​ໃຊ້​ພົມ​ນ້ຳ​ມັນ​ໃຍ​ແກ້ວ​ ເຊ່ິງ​ເປັນ​ຜະ​ລິດ​ຕະ​ພັນ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ເທ່ືອ​ທຳ​ອິດ, ​ແລະ​ໄດ້​ຄົ້ນ​ຄວ້າ​ວ​​ິ​ທີ​ແລະ​ອຸ​ປະ​ກອນ​ກັນ​ຊຶມ​ຫຼາຍ​ຊະ​ນິດ. ວັນ​ທີ 20 ກັນ​ຍາ​ປີ 1969, ​ກິດ​ຈະ​ການ​ໄລຍະ​ທີ​ໜ່ຶງ​ຂອງ​ທາງ​ລົດ​ໄຟ​ໃຕ້​ດິນ​ໄດ້​ສ້າງ​ສຳ​ເລັດ​ແລະ​ແລ່ນ​ລົດ​ໄດ້, ​ເດ​ືອນ​ກັນ​ຍາ​ປີ 1984, ​ກິດ​ຈະ​ການ​ໄລ​ຍະ​ທີ​ສອງ​ຂອງ​ທາງ​ລົດ​​ໄຟ​ໃຕ້​ດິນ​ເຊ່ິງ​ເປັນ​ທາງ​ລົດ​​ໄຟ​ໃຕ້​ດິນ​ອ້ອມ​ເມືອງ​ໄດ້​ເລ່ີ​ມ​ແລ່ນ​ລົດ​ເປັນ​ທາງ​ການ.