ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-22 18:05:46    
ອາ​ເມ​ລິ​ກາ​ຮັບຮອງ​ວ່າການ​ເຄື່ອນ​ໄຫວ​ຕ້ານ​ອາ​ເມ​ລິ​ກາ​ຢູ່​ອີຣັກບໍ່​ມີ​ເບື້ອງ​ຫຼັງ​ຂອງ​ອົງ​ການ​ອານ​ເຄດາ

cri Author: q

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ຕຸລາ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວ​ຢູ່​ວໍ​ຊິງ​ຕັນ,ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິກາ​ກ່າວ​ວ່າ,ບໍ່​ມີ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ,ອົງການ​ອານ​ເຄດາ​ທີ່​ນຳ​ໂດຍ​ບິນ​ລາ​​​ເດນ​ໄດ້​ເຄື່ອນ​ໄຫວ​ຢູ່​​ອີຣັກ.ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ອາ​ເມ​ລິ​ກາ​ຮັບຮອງ​ວ່າການ​ເຄື່ອນ​ໄຫວ​ຕ່າງໆ​ທີ່ຕ້ານ​ອາ​ເມ​ລິ​ກາ​ແລະ​ແນ​ໃສ່​ຊາວ​ຕ່າງປະ​ເທດ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກກ່ອນ​ໜ້າ​ນີ້​ບໍ່​ມີ​ເບື້ອງ​ຫຼັງ​ຂອງ​ອົງການ​ອານ​ເຄດາ.

ທ່ານ​ພໍ​ແວວ​ແມ່ນ​ໃຫ້​ທັດສະນະ​ດ່ັງກ່າວ​ໃນ​ເວລາຕ້ອນຮັບ​ການ​ເຂົ້າ​ສຳພາດ​ຂອງ​ໜັງສືພິມ​ອານອີ​ທາ​ເດຍແລະ​ໂທລະພາບອາ​ບູດາ​ບີຂອງ​​ເອ​ມີ​ລາ​ອາ​ລັບ​.ທ່ານ​ຍັງ​ກ່າວ​ວ່າ,ການ​ຈັບ​ຕົວ​ທ່ານ​ອາ​ບູມຸດ​ຊາດ​ຊາ​ກາ​ວີ ຜູ້ນຳ​​ອົງການ​ໂທ​ຮິດ​ແລະ​ຈີ​ຮາດ​ແມ່ນ​ໜ້າ​ທີ່​​ອັນ​ດັບ​ໜຶ່ງ​ໃນ​ການ​ຟື້ນ​ຟູ​ຄວາມ​ປອດ​ໄພ​ຂອງ​ອີຣັກ.