ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-22 20:56:12    
ດື່ມ​ນ້ຳ​ແນວ​ໃດ​ຈ່ິງ​ຈະ​ມີ​ຜົນ​ດີ​ຕໍ່ສຸຂະ​ພາບ

cri

ເມື່ອ​ເວົ້າ​ເຖິງ​ການ​ດື່ມ​ນ້ຳ,ຫຼາຍ​ຄົນ​ອາດ​ຈະ​ຮູ້ສຶກ​ປະຫຼາດ​ໃຈ,​ໃຜ​ຊິ​ດ່ືມ​ນ້ຳ​ບໍ​່​ເປັນ?​ແມ່ນ​ແທ້,​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ,​ໃຜໆ​ກໍ່​ດື່ມ​ນ້ຳ​ເປັນ,​ແຕ່​ຈະ​ດື່ມ​ແນວ​ໃດ​ຮ່າງກາຍ​ຈ່ິງ​ຈະ​ຮັບ​ເອົາ​ໄດ້​ດີ​ທີ່​ສຸດ,​ເຮົາ​ຄິດ​ວ່າ,ບັນຫາ​ນີ້​ຄົນ​ສ່ວນ​ຫຼາຍ​ອາດ​ຈະ​ຍັງບໍ່​ຮູ້​ເທື່ອ.ວິທີ​ດ່ືມ​ນ້ຳ​ທີ່​ໄດ້ຜົນ​ແທ້​ຈິງ​ແມ່ນ​ເທື່ອ​ຫນ່ຶງ​ອື່ມນ້ຳ​ໃຫ້​ຫມົດ​ຈອກ​ຄື​ປະມານ 200 ຮອດ 300 ​ເຊ​ເຊ,​ແຕ່​ບໍ່​ແມ່ນ​ດ່ືມ​ແຕ່​ສອງ​ສາມ​ຄຳ​ກໍ່​ເຊົາ,ດື່ມ​ນ້ຳ​ຫມົດ​ຈອກ​ຫນ່ຶງກໍ່​ບໍ່​ເປັນ​ຫຍັງ,ມີ​ແຕ່​ແກ້​ຄໍ​ແຫ້ງ​ທໍ່ນັ້ນ,ຄັນ​ຊັ້ນ,​ໃນ​ຊີວິດ​ປະຈຳ​ວັນ,ຄວນ​ດື່ມ​ນ້ຳ​ຫຍັງ​ດີກ​ວ່າ​ຫມູ່?ດື່ມ​ນ້ຳ​ທີ່​ດີ:ພະຍາຍາມ​ຢ່າ​ດື່ມ​ນ້ຳ​ກ່ັນ(​ເພາະວ່າ​ທຳ​ມະ​ດາ​ແລ້ວ,ນ້ຳ​ກ່ັນ​ມີ​ທາດ​ກົດ​ຫຼາຍ,ມັກ​ເປັນ​ໂທດ​ຕໍ່​ຮ່າງກາຍ​ເວົ້າ​ສຳລັບ​ຜູ່​ທີ່​ຫມາກ​ໄຂ່ຫລັງ​ບໍ່​ແຂງ​ແຮງ​ກໍ​ຍ່ິງ​ບໍ່​ດີ ) ​ເລືອກ​ດື່ມ​ນ້ຳ​ແຮ່​ຄຸນ​ນະພາ​ບດີ​ກໍ່​ໄດ້,ຖ້າ​ເປັນ​ໄປ​ໄດ້,ດື່ມ​ນ້ຳ​ທາດ​ດ່ັງ​ມີ​ຜົນ​ດີ​ຕໍ່​ຮ່າງກາຍ​ທີ່​ສຸດ​ຫຼື​ຖ້າ​ຢູ່​ບ້ານ​ເອົາ​ນ້ຳ​ທີ່​ຕອງ​ແລ້ວ​ໄປ​ຕົ້ມ​ໃຫ້​ຟົດ​ແລ້ວ​ຈ່ິງ​ດື່ມ​ກໍ່​ໄດ້,ອີກ​ຢ່າງ​ຫນ່ຶງ​ແມ່ນ​ໃຫ້​ອື່ມນ້ຳ​ອຸ່ນ:ຍາມ​ຮ້ອນ​ອາກາດ​ອົບ​ເອົ້າ,ຄົນ​ສ່ວນ​ຫຼາຍ​ມັກ​ດ່ືມ​ນ້ຳ​ເຢັນ​ຫຼື​ນ້ຳກ້ອນ​,ທີ່​ຈິງ​ແລ້ວ,ນ້ຳກ້ອນ​ບໍ່ດີ​ຕໍ່​ກະ​ເພາະ​ອາຫານ,ດື່ມ​ນ້ຳ​ອຸ່ນ​ຈະ​ດີກ​ວ່າ,​ເພາະວ່າ​ນ້ຳ​ອຸ່ນ​ຕໍ່​ຮ່າງກາຍ​ຮັບ​ເອົາ​ງ່າຍ,ນອກ​ນີ້​,ຍັງ​ມີ​ບັນຫາ​ວ່າ​ຈະ​ດື່ມ​ນ້ຳ​ໃນ​ເວລາ​ໃດ?ຄຳ​ຕອບ​ກໍ່​ແມ່ນ​ດື່ມ​ນ້ຳ​ໃນ​ຍາມ​ທ້ອງ​ເປ່ົາ:​ແມ່ນ​ແທ້,ດື່ມ​ນ້ຳ​ຈະ​ດ່ືມ​ຍາມ​ໃດ​ກໍ​່​ໄດ້,​ແຕ່​ຢ່າ​ຖ້າ​ຈົນ​ຫິວ​ນ້ຳ​ແລ້ວ​ຈ່ິງ​ດື່ມ,​ເພາະວ່າ,​ເວລາ​ເຮົາ​ຮູ້ສຶກ​ຫິວ​ນ້ຳ​ນັ້ນ,​ແມ່ນ​ສັນຍາ​ທີ່​ບອກ​ວ່າ​ຮ່າຍ​ກາຍ​ເຮົາ​ຂາດ​ນ້ຳ​ແລ້ວ,ດື່ມ​ນ້ຳ​ໃນ​ເວລາ​ທ້ອງ​ເປ່ົາ,ນ້ຳ​ຈະ​ໄຫຼ​ເຂົ້າ​ໃນ​ຫຼອດ​ຍ່ອຍອາຫານ​ໂດຍ​ກົງ,​ແລ້ວ​ຖືກ​ຮ່າງກາຍ​ຮັບ​ເອົາ,ຖ້າ​ກິນ​ອ່ິມ​ແລ້ວ​ຈ່ິງ​ດື່ມ​ນ້ຳ,ບົດບາດ​ທີ່​ມີ​ຕໍ່​ຮ່າງກາຍ​ຈະ​ບໍ່​ທໍ່​ດື່​ມນ້ຳ​ໃນ​ຍາມ​ທ້ອງ​ເປ່ົາ.

ຝູງ​ຄົນ​​ເຮັດ​ການ​ມັກ​ປະຫມາດ​ການ​ດ່ືມ​ນ້ຳ​ຍ້ອນ​ມົວ​ແຕ່​ເຮັດ​ວຽກ,ນະ​ທີ່​ນີ້​ຂໍ​ເຕືອນ​ເພື່ອນ​ທັງຫຼາຍ​ວ່າ,ຢ່າ​ຢ້ານ​ຕ້ອງ​ໄປ​ຫ້ອງ​ນ້ຳ​ເລື້ອຍໆ​ແລ້​ວ​ບໍ່ດື່ມ​ນ້ຳ,ດົນ​ຕາມ​ດົນ,ພົກຍ່ຽວ​ແລະ​ຫມາກ​ໄຂ່ຫລັງ​ຈະ​ຖືກ​ກະທົບກະ​ເທືອນ,ມັກ​ພາ​ໃຫ້​ປວດ​ແອວ​ປວດ​ຫ​ລັງ.ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ເມື່ອ​ຟັງ​ການ​ແນະນຳ​ເມື່ອ​ກີ້​ນີ້​ແລ້ວ,ທ່ານ​ທັງຫຼາຍ​ກໍ່​ຄື​ຊິ​ເຂົ້າ​ໃຈ​ການ​ດື່ມ​ນ້ຳ​ຕາມ​ຫລັກ​ວິທະຍາສາດ​ແລ້ວ​ຕິ?ຕໍ່​ໄປ,ຜູ່​ຊ່ຽວຊານ​ຂອງ​ພວກ​ເຮົາ​ຈະ​ແນະນຳ​ຕາລາງ​ເວລາ​ດື່ມ​ນ້ຳ,​ເພື່ອ​ໃຫ້​ທ່ານ​ຖື​ເປັນຄວາມ​ເຫັນ​ຄົ້ນຄວ້າ​.

6 ​ໂມງ​ເຄ່ິງ,​ເມື່ອ​ໄດ້​ນອນ​ມາ​ຫມົດ​ຄືນ​ແລ້ວ,ຮ່າງກາຍ​ກໍ​ຈະ​ເລ່ີ​ມຂາດ​ນ້ຳ,​ເມື່ອ​ຕື່ນ​ນອນ​ໃຫ້​ດື່ມ​ນ້ຳ​ຈອກ​ຫນ່ຶງ​ປະມານ 250 ຊີ​ຊີ​ກ່ອນ,ຈະ​ຊ່ອຍ​ແກ້​ພິດ​ໃຫ້​ແກ່​ຫມາກ​ໄຂ່ຫລັງ​ແລະ​ຕັບ.8 ​ໂມງ​ເຄ່ິງ,ຕັ້ງ​ແຕ່​ຕື່ນ​ເຊົ້າ​ຮອດ​ໄປ​ຮອດ​ຫ້ອງການ,​ເວລາ​ນີ້,ຈໍ້​ຫຼາຍ,ອາລົມ​ຈ່ຶງ​ອ່າວ​ເຄ່ັງ​ຕືງ,ຮ່າງກາຍ​ກໍ​ຈະ​ປະກົດ​ມີ​ອາການ​ຂາດ​ນ້ຳ​ໂດຍ​ບໍ່​ຮູ້ສຶກ​ຕົວ,ສະ​ນັ້ນ,​ເມື່ອ​ໄປ​ຮອດ​ຫ້ອງການ​ແລ້ວ,​ໃຫ້​ດ່ືມ​ນ້ຳ​ຈັກ​ຈອກ​ຫນ່ຶງ​ກ່ອນ.

ເມື່ອ​ຮອດ 11 ​ໂມງ,​ເມື່ອ​ເຮັດ​ວຽກ​ມາ​ຫຼາຍ​ຊ່ົວ​ໂມງ​ແລ້ວ,ຕ້ອງ​ລຸກ​ຂຶ້ນ​ເຫນັງ​ຕີງ​ຈັກ​ຫນ່ອຍ,ດື່ມ​ນ້ຳ​ອີກ​ຈອກ​ທີ່​ສາມ,​ເພື່ອ​ເພ່ີມ​ທາດ​ນ້ຳ​ທີ່​ເສຍ​ໄປ,ຈະ​ຊ່ອຍ​ຜ່ອນຄາຍ​ຄວາມ​ເຄ່ັງ​ຕຶງ​ໃນ​ວຽ​ດງານ.
12 ​ໂມງ 50 ​ເມື່ອ​ກິນ​ເຂົ້າທ່ຽງ​ແລ້ວ,ດື່ມນ້ຳຈັກ​ຫນ້ອຍ,​ເພື່ອ​ຊ່ອຍ​ອາຫານ.ບ່າຍ 3 ​ໂມງ,ດື່ມ​ນ້ຳ​ແຮ່​ຈອກ​ຫນ່ຶງ​ແທນ​ຊາ​ຫຼື​ກາ​ເຟ,ທ່ານ​ຈະ​ຮູ້ສຶກ​ຊື່ນ​ຂຶ້ນ​ແລະ​ສະຫມອງ​ປອດ​ໂປ່​ງ.

5 ​ໂມງ​ເຄ່ິງຕອນ​ແລງ,ກ່ອນ​ການ​ອອກ​ຈາກ​ຫ້ອງການ,ດ່ືມ​ນ້ຳ​ອີກ​ຈອກ​ຫນ່ຶງ,ຈະ​ຮູ້ສຶກ​ອ່ິມ,​ໃນ​ເວລາ​ກິນ​ອາຫານ​ຄ່ຳ,ຈ່ິງ​ບໍ່ກິນ​ຫຼາຍ​ໂພດ.

10 ​ໂມງ​ຄ່ຳ,ກ່ອນ​ນອນ​ຫນ່ຶງ​ຊ່ົວ​ໂມງ​ຫຼື​ເຄ່ິງຊ່ົວ​ໂມງ​ດື່ມ​ນ້ຳ​ອີກ​ຈອກ​ຫນ່ຶງ,​ແປ​ວ່າ​ຫມົດ​ມື້​ຫນ່ຶງ​ທ່ານ​ໄດ້​ກິນ​ນ້ຳ 2 ພັນ​ຊີ​ຊີ,ພໍ​ແລ້ວ.ຖ້າ​ກິນ​ຫຼາຍ​ກວ່ານີ້,ຕ້ອງ​ຕື່ນ​ຖ່າຍ​ເບົາຫຼາຍ​ເທື່ອ​ໃນ​ຕອນ​ກາງຄືນ​ກໍ່​ບໍ່​ດີ.