ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-25 14:03:42    
ສະ​ມາ​ຊິກ​ສະ​ພາ​ສູງ​ແລະ​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ສ່ົງ​ໃສ CIA ​ເອົາ​ຜູ່​ຖືກ​ກັກ​ຂັງ​ອີ​ຣັກ​ໄປ​ສຳ​ຫລວດ​ຢູ່​ຕ່າງ​ປະ​ເທດ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 24 ຕຸ​ລາ ທ່ານ​ເມັກ​ເຄັນ ສະມາຊິກ​ອາ​ວຸ​ໂສ​ສະພາ​ສູງ​ສັງ​ກັດ​ພັກ​ລີ​ພັບ​ບຼິ​ແລະ​ທ່ານ​ບີ​ຕັນ ສະ​ມາ​ຊິກ​ອາ​ວຸ​ໂສ​ສະ​ພາ​ສູງ​ສັງ​ກັດ​ພັກ​ແຕ​ໂມ​ແກຼດ​ອາ​ເມ​ລິ​ກາ​ຕ່າງ​ກ່າວ​ວ່າ, ພວກ​ທ່ານ​ຮູ້​ສຶກ​ວິ​ຕົກ​ກັງ​ວົນ​ຫລາຍ CIA ຈະ​ເອົາ​ຜູ່​ຖືກ​ກັກ​ຂັງ​ຈາກ​ອີຣັກ​ໂດຍ​ທາງ​ລັບ​ໄປ​ສຳ​ຫລວດ​ຢູ່​ບ່ອນ​ອື່ນ,ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ລະ​ເມ​ີດ​ສົນ​ທິ​ສັນ​ຍາ​ສາ​ກົນ.

ຫນັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສອາ​ເມ​ລິ​ກາ​ສະບັບ​ວັນ​ທີ 24 ລາຍ​ງານ​ວ່າ, ​ໃຕ້​ການ​ຮຽກ​ຮ້ອງ​ຂອງ CIA, ​ເດືອນ​ມີນາ​ປີ​ນີ້ ກະ​ຊວງ​ຍຸດ​ຕິ​ທຳອາ​ເມ​ລິ​ກາ​ເຄີຍ​ມອບສິດ​ໃຫ້​ກົມ​ດັ່ງກ່າວ​ເອົາ​ຜູ່​ຖືກ​ກັກ​ຂັງ​ອີ​ຣັກ​ອອກ​ຈາກ​ອີຣັກ​​ໄປ​ສືບ​ສວນ​ເປັນ​ໄລຍະ​ສັ້ນ​ໂດຍ​ມີ​ວັນ​ຈຳ​ກັດ,ຫລື​ອີງ​ຕາມ​ກົດຫມາຍ​ວ່າ​ດ້ວຍ​ຊາວ​ຍົກ​ຍ້າຍ​ຢູ່ທ້ອງ​ຖີ່​ນນັ້ນ​ໄລ່​ອັນ​ທ່ີ​ວ່າ​ຊາວ​ຕ່າງ​ດ້າວ​ຜິດ​ກົດ​ຫມາຍ​ອອກ​ຈາກ​ອີ​ຣັກ.​ໃນ​ເຄິ່ງ​ປີ​ທ່ີ​ຜ່ານ​ມາ, ຜູ່​ຖືກ​ກັກ​ຂັງ​ບໍ່​ຮູ້​ຖາ​ນະ​ສິບ​ກວ່າ​ຄົນ​ຖືກ​ສ່ົງ​ອອກ​ອີຣັກ​ໂດ​ຍທາງ​ລັບ​ແລ້ວ​ຖືກ​ສຳ​ຫລວດ​ຢູ່​ບ່ອນ​ອື່ນ.