ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-25 14:18:04    
ອົງ​ການ​ອານ​ເຄ​ດາ​ຈີ​ຮັດ​ທ່ີ​ນຳ​ໂດຍ​ທ່ານ​ຈາ​ກາ​ວີ​ປະ​ກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ຍິງ​ທະ​ຫານ​ໃຫມ່​ຂອງ​ອີ​ຣັກ 49 ຄົນ​ຕາຍ(ພາບ)

cri Author: sayvanny


(ວັນທີ 24 ຕຸລາ ສົບຂອງທະຫານໃຫມ່ອີຣັກ 49 ຂອນທ່ີຖືກຍິງຕາຍນັ້ນຖືກວາງ
ໄວ້ຢູ່ກາງທາງທ່ີເມືອງບາກູບາ)

ຕາມ​ຂ່າວ CRI:ຕອນ​ຄຳ່​ວັນ​ທີ 24 ຕຸ​ລາ ອົງ​ການ​ອານ​ເຄ​ດາ​ຈີ​ຮັດ​ທ່ີ​ນຳ​ໂດຍ​ທ່ານ​ຈາ​ກາ​ວີ ຜູ່​ນຳ​ນ້ຳ​ເບີ​ສາມ​ຂອງ​ອົງການ​ອານ​ແຄ​ດາ​ໄດ້​ອອກ​ຖະ​ແຫລງ​ການ​ຢູ່​ແວບ​ໄຊໂດຍ​ກ່າວ​ວ່າ, ອົງ​ການ​ດັ່ງ​ກ່າວ​ຮັບ​ຜິດ​ຊອບ​ຕໍ່​ເຫດການ​ຍິງ​ທະຫານ​ໃຫມ່​ຂອງ​ອີຣັກ 49 ຄົນ​ຕາຍ.

ຖະ​ແຫລງ​ການ​ດ່ັງ​ກ່າວ​ຖື​ວ່າ​ທະ​ຫານ​ໃຫມ່​ຂອງ​ອີ​ຣັກ​ທ່ີ​ຖືກ​ຍິງ​ຕາຍ​ນັ້ນ​ລ້ວນ​ແຕ່​ແມ່ນ​ຜູ່​ທໍ​ລະ​ຍົດ.ຖະ​ແຫລງ​ການ​ຍັງ​ຂ່ົມ​ຂູ່​ວ່າ, ຈະ​ສືບ​ຕໍ່​ຫລອນ​ໂຈມ​ຕີ​ຜູ່​ຮ່ວມ​ມື​ກັບ​ທະ​ຫານ​ອາ​ເມ​ລິ​ກາ​ທ່ີ​ຍຶດ​ຄອງ​ອີ​ຣັກ.

ຕອນ​ເຊົ້າມື້​ດຽວ​ກັນ, ຝ່າຍ​ຕຳ​ຫລວດ​ອີ​ຣັກ​ຢືນ​ຢັນ​ວ່າ, ຝ່າຍ​ຕຳ​ຫລວດ​ປະ​ກົດ​ເຫັນ​​ສົບ​ຂອງ​ທະ​ຫານ​​ໃຫມ່​ຂອງ​ອີ​ຣັກ 49 ​ຂອນ​ຢູ່​ພາກ​ໃຕ້​ບາ​ກູ​ບາ ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ແບກ​ແດດ.


(ວັນທີ 24 ຕຸລາ ເມື່ອໄດ້ຈຳແນກຖານະຂອງຜູ່ຕາຍແລ້ວ,
ຜູ່ຊາຍຜູ່ຫນຶ່ງຮ້ອງໄຫ້ຂຶ້ນ)


(ວັນທີ 24 ຕຸລາ ສົບຂອງທະຫານໃຫມ່ອີຣັກ 49 ຂອນທ່ີຖືກຍິງຕາຍນັ້ນຖືກວາງ
ໄວ້ຢູ່ກາງທາງທ່ີເມືອງບາກູບາ)