ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-26 15:09:07    
ພາຍຫຼັງ​ລັດຖະບານ​ຈີນ​ວາງ​ນະ​ໂຍບາຍ​ສ້າງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນ​ແລ້ວ,ລັດ​ວິ​ສາ​ຫະກິດ​ຂອງ​ແຂວງ​ລຽວນິງຍ່ິງ​ປະກົດ​ມີ​ພະລັງ​ຊີວິດ​ກວ່າ​ເກົ່າ

cri

ເຂດ​ຊີ​ເມືອງ​ເສີນ​ຢາງ ​ແຂວງ​ລຽວນິງຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ​ໄດ້​ມີ​ລັດ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່​ແລະ​ກາງ​ເກືອບ 100 ວິ​ສາ​ຫະກິດ​ຂອງ​ຈີນ​ຕັ້ງ​ຈຸ້ມ​ກັນ​ຢູ່,​ແຫ່ງ​ນັ້ນ​ແມ່ນ​ແຫຼ່ງຜະລິດ​ອຸປະກອນ​ສຳຄັນ​ຂອງ​ຈີນ,ຍ່າງ​ຕາມ​ຖະຫນົນ​ຫົນທາງ​ຂອງ​ເຂດ​ຖີຊີ,ສາມາດ​ເຫັນ​ຢູ່​ສອງ​ຟາກ​ທາງ​ໄດ້​ປູກ​ຕົ້ນ​ໄມ້​ສີ​ຂຽວ​ແລະ​ດອກ​ໄມ້​ສົດ,ທ້ອງຟ້າ​ເປັນ​ສີ​ຄາມ,ທໍ່​ຄວັນ​ທ່ີ​ຕັ້ງ​ຊ້ອງໆ​ກັນ​ໃນ​ເມ່ືອ​ກ່ອນ​ບໍ່​ເຫັນ​ແລ້ວ,ສ່ິງ​ທ່ີ​ເຂົ້າ​ແທນ​ນັ້ນ​ແມ່ນ​ໂຮງ​ຈັກ​ໂຮງງານ​ທັນ​ສະ​ໄຫມ​ທ່ີ​ສະອາດ,ທັງ​ຫມົດ​ເຫ​ຼົ່ານີ້​ລ້ວນ​ແຕ່​ແມ່ນ​ຫມາກຜົນ​ທ່ີ​ໄດ້​ຮັບ​ໃນ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ຂອງ​ຈີນ,​ໂດຍ​ສະ​ເພາະ​ແມ່ນພາຍຫຼັງ​ລັດຖະບານ​ຈີນ​ວາງ​ນະ​ໂຍບາຍ​ສ້າງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນ​ແລ້ວ,ລັດ​ວິ​ສາ​ຫະກິດ​ຂອງ​ແຂວງ​ລຽວນິງຍ່ິງ​ປະກົດ​ມີ​ພະລັງ​ຊີວິດ​ກວ່າ​ເກົ່າ.​.

ກຸ່ມ​ບໍລິສັດ​ຜະລິດ​ຢາ​ພາກ​ຕ​ເວັນ​ອອກສຽງ​ເຫນືອ​ແມ່ນ​ລັດ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່​ທ່ີ​ຕັ້ງ​ຢູ່​ເຂດ​ຖີຊີ.​ໃນ​ຫຼາຍ​ປີ​ມາ​ນີ້,ວິ​ສາ​ຫະກິ​ດ່ັງກ່າວ​ທ່ີ​ໄດ້​ຜ່ານ​ການ​ປະຕິ​ຮູບ​ໂຄງ​ປະກອບ​ແລ້ວ,ກໍ​ມີ​ປະສິດທິ​ຜົນ​ທຸລະ​ກິດ​ດີ​ຂຶ້ນ​ເລື້ອຍໆ,ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ຜະລິດ​ຕະພັນ​ກໍ່​ເພ່ີມ​ຂຶ້ນ​ເລື້​ອຍໆ​,ປະຈຸ​ບັນ,ກຸ່ມ​ບໍລິສັດ​ດ່ັງກ່າວ​ໄດ້​ກາຍ​ເປັນ​ແມ່ນ​ບໍລິສັດ​ສະ​ຫນອງວິຕາມິນ​ເຊຕົ້ນຕໍ​ໃຫ້​ຕະຫຼາດ​ສາກົນ​ແລ້ວ,ທ່ານ​ນາງ​ຟົງອຽນ ພະນັກງານ​ຄຸ້ມ​ຄອງ​ຂອງ​ວິ​ສາ​ຫະກິດ​ດ່ັງກ່າວ​ສະ​ເຫ​ນີວ່າ:ຜ່ານ​ການ​ດັດ​ແປງ​ເຕັກນິກ​ໃນ​ຫຼາຍ​ປີ​ມາ​ນີ້,​ໃນ​ດ້ານ​ກົນ​ໄກ​ແລະ​ລະບອບ​ໃຊ້​ແຮງ​ງານ​ກໍ່​ລ້ວນ​ແຕ່​ມີ​ການ​ປ່ຽ​ນ​ແປງ,ປະສິດທິ​ຜົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ເຮັດ​ໃຫ້​ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ຜະລິດ​ຕະພັນ​ພວກ​ເຮົາ​ໃນ​ຕະຫຼາດ​ສາກົນ​ເພ່ີມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ລັດ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່​ຄື​ກຸ່ມ​ບໍລິສັດ​ຜະ​ລິດ​ຢາ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ແນວ​ນີ້,ຢູ່​ແຂວງ​ລຽວນິງຍັງ​ມີ​ຫຼາຍ​ສິບ​ແຫ່ງ.ປີ 2004,ລັດຖະບານ​ຈີນ​ໄດ້​ວາງ​ແລະ​ກຳນົດ​ນະ​ໂຍບາຍ​ສ້າງ​ແຫຼ່ງອຸດສາຫະກຳ​ເກົ່າ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນ,​ເຈາະ​ຈົງ​ແກ້​ໄຂ​ບັນຫາ​ພາຍຫຼັງ​ດຳ​ເນີນ​ການ​ປະຕິ​ຮູ​ບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລ​້ວ,ລັດ​ວິ​ສາ​ຫະກິດ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ມີ​ພະລັງ​ຊີວິດ​ບໍ່​ພຽງພໍ,ມີ​ຄວາມ​ສາມາດ​ແກ່ງ​ແຍ່ງ​ບໍ່​ເຂັ້ມ​ແຂງ​ເປັນ​ຕົ້ນ,ຈຸດປະສົງ​ແມ່ນ​ເຮັດ​ໃຫ້​ເສດຖະ​ກິດ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ພັດທະນາ​ຢ່າງ​ດຸນ​ດຽງ​ແລະ​ກົມກຽວ​ກັນ.

ໃນນະ​ໂຍບາຍ​ສ້າງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້ຫຈະ​ເລີ​ນທ່ີ​ລັດຖະບານ​ຈີນ​ວາງ​ອອກ​ມາ​ນັ້ນ,​ໄດ້​ກຳນົດ​ໂຄງການ​ກໍ່ສ້າງ​ອຸດສາຫະກຳ​ຂະຫນາດ​ໃຫຍ່ 100 ​ໂຄງການ,ສ່ວນ​ແຂວງ​ລຽວນິງກໍ່​ກວມ​ເອົາ 50 ກວ່າ​ໂຄງການ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ອຸດສາຫະກຳ​ແຫ່ງ​ລັດ​ຢູ່​ແຂວງ​ລຽວນິງມີ​ພື້ນຖານ​ແລະ​ກຳລັງ​ຫນາ​ແຫນ້ນ,ການ​ພັດທະນາ​ມີ​ອະນາຄົດ​ກວ້າງຂວາງ​ທ່ີ​ສຸດ.ອົງການ​ປົກຄອງ​ແຂວງ​ລຽວນິງ​ໄດ້​ເຮ​ັດວຽກ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ຂອງ​ຈີນດ​ໃນ​ຫຼາຍ​ປີ​ມາ​ນີ້,​ແຂວງ​ດ່ັງກ່າວ​ໄດ້​ຜ່ານ​ພາຫະນະ​ປັບປຸງ ປະຕິ​ຮູບ​ໂຄງ​ປະກອບ​ເພ່ີມ​ທະວີ​ການ​ປະກັນ​ສັງຄົມ​ເປັນ​ຕົ້ນ,​ເຮັດ​ໃຫ້​ພາລະ​ຂອງ​ວິ​ສາ​ຫະກິດ​ຫຼຸດ​ຫນ້ອຍ​ລົງ,​ເຮັດ​ໃຫ້​ວິ​ສາ​ຫະກິດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາຍ​ອັດຕະຄັດ​ແລ້ວ,ພັດທະນາ​ຂຶ້ນຢ່າງ​ວ່ອງ​ໄວ.ສ່ວນ​ລັດຖະບານ​ຈີນ​ວາງ​ນະ​​ໂຍບາຍ​ສ້າງ​ແຫຼ່ງອຸດສາຫະກຳພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນ​ໃນ​ເວລາ​ນີ້,ທ່ານ​ວາງ​ວານ​ປ່ິນ ຮອງ​ເລຂາ​ຄະນະ​ພັກ​ແຂວງ​ລຽວນິງ​ເຫັນ​ວ່າ,ນີ້​ຈະ​ສ້​າງ​ເງ່ືອນ​ໄຂ​ອັນ​ດີງາມ​ໃຫ້​ແກ່​ການ​ພັດທະນາ​ລັດ​ວິ​ສາ​ຫະກິດ​ຂອງ​ແຂວງ​ລຽວນິງ.

ຕັ້ງ​ແຕ່ປະຕິບັດ​ນະ​ໂຍບາຍ​ສ້າງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີນ​ເປັນ​ເວລາ​ຫນ່ຶງ​ປີ​ມາ​ນີ້,​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ທ່ີ​ອ່າວ​ພົ້ນ​ເດ່ັນ​ມາ​ໃຫ້​ລັດ​ວິ​ສາ​ຫະກິດ​ຂອງ​ແຂວງ​ລຽວນິງ​ແລ້ວ,ບໍ່​ວ່າ​ຈະ​ເວົ້າ​ເຖິງ​ປະສິດທິ​ຜົນ​ເສດຖະກິດ​ຂອງ​ວິ​ສາ​ຫະກິດ​ຫຼື​ຈະ​ແມ່ນ​ສ່ິງ​ແວດ​ລ້ອມ​ວິ​ສາ​ຫະກິດ ​ໂສມ​ຫນ້າ​ຈິດ​ໃຈ​ຂອງ​ກຳມະກອນ​ກໍ່​ລ້ວນ​ແຕ່​ເກີດ​ມີ​ການ​ປ່ຽນ​ແປງ​ອັນ​ມະຫາສານ,ຕໍ່​ໄປ​ພາຍ​ຫນ້າ,ວິ​ສາ​ຫະກິດ​ເຫົ່ຼ່ານີ້​ຍັງ​ຈະ​ເພ່ີມ​ຄວາມ​​ແຮງ​ນຳ​ເຂົ້າ​ແລະ​ຄົ້ນຄວ້າ​ຜະລິດ​ເຕັກນິກ​ໃຫມ່,ຍົກ​ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.ທ່ານ​ສີ​ຢູ້ມິນ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ເຄ່ືອງ​ຈັກ​ຍົກ​ເມືອງ​ຕ້າ​ລຽນ​ເຊ່ິງ​ເປັນ​ວິ​ສາ​ຫະກິດ​ອຸດສາຫະກຳ​ຫນັກ​ທ່ີ​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ​ທີ​ຢູ່​ເມືອງ​ທ່າ​ພາກ​ໃຕ້​ລຽວນິງ​ເຫັນ​ວ່າ,ວິ​ສາ​ຫະກິດ​ຢາກ​ພັດທະນາ​ກໍ່​ຕ້ອງ​ເລ່ັງລັດ ບາດກ້າວ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ໄວ​ເຂົ້າ,​ເລ່ັງລັດການຍົກ​ລະດັບ​ເຕັກນິກ​ໃຫ້​ສູງ​ຂຶ້ນ.ພວກ​ເຮົາ​ຈະ​ຜ່ານ​ຊ່ອງ​ທາງ​ເປີດ​ປະຕູ​ສູ່​ພາຍ​ນອກ​ມາ​ປັບປຸງ​ອົງ​ປະກອບ​,​ແລະ​ບັນລຸ​ການ​ຍົກ​ລະດັບ​ເຕັກນິກ​ໃຫ້​ສູງ​ຂຶ້ນ.ພວກ​ເຮົາ​ຕ້ອງ​ນຳ​ເຂົ້າ​ເຕັກນິກ​ຍອດ​ຢ້ຽມ​ໃນ​ໂລກ​ເພ່ືອ​ມາ​ຍົກ​ລະດັບ​ເຕັກນິກ​ຂອງ​ພວກ​ເຮົາ​ໃຫ້​ສູງ​ຂຶ້ນ,​ເມ່ືອ​ຮອດ​ປີ 2010 ພວກ​ເຮົາ​ມີ​ແຜນການ​ເຮັດ​ໃຫ້​ຄວາມ​ຫຼຸດ​ລ່ືນ​ກັນ​ກັບ​ລະດັບ​ເຕັກນິກກ້າວຫນ້າ​ຂອງ​ໂລກ​ຫຍັບ​ບໍ່​ເຂົ້າກັນ​ປະມານ 10 ປີ.​ເພ່ືອ​ເລ່ັງລັດ​ການ​ດັດ​ແປງ​ເຕັກນິກ​ຂອງ​ວິ​ສາ​ຫະກິດ​ໃຫ້​ໄວ​ເຂົ້າ,ກຸ່ມ​ເຄ່ືອງ​ຈັກ​ຍົກ​ເມືອງ​ຕ້າ​ລຽນ​ໄດ້​ຮັບ​ສະຫມັກ​ຜູ່​ມີຄ​ວາ​ມຮູ້​ຄວາມ​ສາມາດ​ພາຍ​ໃນ​ຂອບ​ເຂດ​ທ່ົວ​ໂລກ,​ແລະ​ເບີກ​ເງິນ​ກ້ອນ​ໃຫຍ່​ເພ່ືອ​ຮັບ​ສະຫມັກຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ເຕັກນິກ​ແລະ​ດ້ານ​ການ​ຄຸ້ມ​ຄອງ​ຊັ້ນ​ສູງ.ຄື​ກັນ​ກັບ​ທ່ານ​ສີ​ຢູ້ມິນ,ປະຈຸ​ບັນ,ຜູ່​ອຳນວຍ​ການ​ໃຫຍ່​ທັງຫຼາຍ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່​​ແຂວງ​ລຽວນິງລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ພວກ​ເຂົາ​ເຈົ້າ​ໄດ້​ອຳນວຍ​ສ່ິງ​ແວດ​ລ້ອມ​ຍ່ິງ​ດີກ​ວ່າ​ເກົ່າ,ຊ່ອງ​ຫວ່າງ ພັດທະນາຍ່ິງ​ກວ້າງ​ກວ່າ​​ເກົ່າ​ແລະ​ເງິນ​ເດືອນ​ຍ່ິງ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ທັງ​ຫມົດ​ເຫຼົ່າ​ນີ້​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ຂອງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ກາຍ​ເປັນ​ບ່ອນ​ດູດ​ດຶງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທ່ີ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ໃນ​ປີ​ນີ້.ນອກຈາກ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາ​ດດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ​ທ່ີ​ມີ​ລະດັບ​ຍການ​ສຶກສາ​ອ່າວ​ສູງ​ແລ້ວ,ກຳມະກອນ​ເຕັກນິກ​ກໍ່​ແມ່ນ​ຊັບພະຍາກ​ອນມະນຸດ​ທ່ີ​ມີ​ຄວາ​ມຮູ້​ຄວາມ​ສາມາດ​ທ່ີ​ຂາດ​ບໍ່​ໄດ້​ຂອງ​ການ​ພັດທະນາ​ອຸດສາຫະກຳ,​ແຕ່​ກ່ອນ,ລັດ​ວິ​ສາ​ຫະກິດ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໄດ້​ບຳລຸງ​ສ້າງ​ກຳມະກອນ​ເຕັກນິກ​ຈຳນວນ​ຫຼວງ​ຫຼາຍ,ປະຈຸ​ບັນ,ພວກ​ເຂົາ​ເຈົ້າ​ແມ່ນ​ຊັບພະຍາກອນ​ອັນ​ລຳ້​ຄ່າ​ຂອງ​ວິ​ສາ​ຫະກິດ​ເຫຼົ່າ​ນີ້,​ແລະ​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ,ສ່ວນ​ນະ​ໂຍບາຍ​ສ້າງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນກໍ​ເຮັດ​ໃຫ້​ກຳມະກນອທັງຫຼາຍ​ເຫຼົ່າ​ນີ້​ຍ່ິງ​ມີ​ຄວາມ​ຫມັ້ນ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດທ່ານ​ເຈິ​້ງຈ້ຽນສຽວ​ແມ່ນ​ຜູ່​ຮັບຜິດຊອບ​ຫ້ອງ​ຈັກ​ຜະລິດ​ຂອງ​ບໍລິສັດ​ໃຍ​ເຄມີ​ນ້ຳມັນ​ເຊື້ອ​ໄຟ​ຝູ​ເຊີ້​ນ,ທ່ານ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ,ປະຈຸ​ບັນ,ທ່ານ​ຮູ້ສຶກ​ສາ,ຝ່າຍ​ໂຮງງານ​ມີ​ປະສິດທິ​ຜົນ​ດີ,ວິ​ສາ​ຫະກິດ​ກໍ່​ມີ​ຄວາ​ມສາມາດ​ແກ່ງ​ແຍ່ງ​ຫຼາຍ,ທ່ານ​ເວົ້າ​ວ່າ,ພະນັກງານ​ກຳມະກອນ​ໃນ​ລັດ​ວິ​ສາ​ຫະກິດ​ອ່າວ​ທຸ່ນ​ທ່ຽງ,ຍິນ​ດີ​ເຮັດ​ວຽກ​ຢູ່​ລັດ​ວິ​ສາ​ຫະກິດ,ກຳລັງ​ຫນ່ຽງ​ປັ້ນຂອງ​ວິ​ສາ​ຫະກິດ​ອ່າວ​ສູງ,ທຳ​ມະ​ດາ​ແລ້ວ,ພະນັກງານ​ກຳມະກອນ​ຖື​ໂຮງງານ​ເປັນ​ຄອບຄົວ,ທະ​ແນມ​ແຕ່​ກົນ​ໄກ​ປະກັນ​ສັງຄົມ​ປະກອບ​ເປັນ​ຊຸດ​ຢ່າງ​ທັນການ,ພະນັກງານ​ກຳມະກອນ​ແມ່ນ​ມີ​ອະນາ​ຄົດ​ພັດທະນາ​ຫຼາຍ​ທ່ີ່ີສຸດ,​ເມ່ືອ​ທຽບ​ກັບ​ວິ​ສາ​ຫະກິດ​ເອກະ​ຊົນ​ແລະ​ວິ​ສາ​ຫະກິດ​ທຶນ​ຕ່າງ​ປະ​ເທດ​ແລ້ວ,ລັດ​ວິ​ສາ​ຫະກິດ​ແມ່ນ​ມີ​ຄວາມ​ສາມາດ​ແກ່ງ​ແຍ່ງ​ຫຼາຍ.

ປະຈຸ​ບັນ,​ໂດຍ​ມີ​ນະ​ໂຍບາຍ​ສ້າງ​ພາກຕາ​ເວັນ​ອອກສຽງ​ເຫນືອ​ໃຫ້​ຈະ​ເລີ​ນຂອງ​ລັດຖະບານ​ຈີນ​ເຊີດ​ຊູ​ກຳລັງ​ໃຈ,ມ​າດຕະການລະອຽດ​ລາຍ​ຕ່າງໆ​ເພ່ືອ​ຊ່ອຍລັດ​ວິ​ສາ​ຫະກິດ​ໃຫ້​ມີ​ການ​ພັດທະນາ​ພວມ​ໄດ້​ຮັບ​ການ​ປະຕິບັດ,​ເພ່ືອ​ສ້າງ​ສະພາບ​ແວດ​ລ້ອມ​ພັດທະນາ​ອັນ​ດີງາມ​ໃຫ້​​ແກ່​ລັດ​ວິ​ສາ​ຫະກິດ,ລັດ​ວິ​ສາ​ຫະກິດ​ແຂວງ​ລຽວນິງ​ໄດ້​ສະ​ແດງ​​ໃຫ້​ພະລັງ​ຊີວິດ​ອີກ​ເທ່ືອ​ຫນ່ຶງ