ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-26 21:58:14    
ເຜົ່າ​ເຕີ​ອັງ​

cri

ປະຈຸ​ບັນ​ນີ້,​ເຜົ່າ​ເຕີ​ອັງ​ມີ​ປະຊາກອນ 15 ພັນ​ກວ່າ​ຄົນ,ຕົ້ນຕໍ​ແມ່ນ​ຕັ້ງ​ພູມລຳ​ເນົາ​ຢູ່​ເມືອງລູຊີ ​ແລະ​ເມືອງເຈີນຄານ​ແຂວງ​ຢຸນນານ.

ເຜົ່າ​ເຕີ​ອັງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ປະຫວັດ​ດົນ​ນານ​ສົມຄວນ​ຂອງ​ຈີນ,ຢູ່​ໃນ​ປື້​ມປະຫວັດສາດ​ຂອງ​ເຜົ່າ​ເຕີ​ອັງ​ໄດ້​ບັນທຶກ​ໄວ້​ດັ່ງ​ນີ້,ບັນພະ​ບູລຸດ​ເຜົ່າ​ເຕີ​ອັງ​ແມ່ນ​ກັບກາຍ​ມາ​ຈາກ​ໃບຊາ​ຕົ້ນ​ຫນຶ່ງ​ທີ່​ຂຸ​ຫຼົ່ນ​ລົງ​ມາ​ຢູ່​ຫນ້າດິນ,​ເປັນອັນ​ຈະ​ແຈ້ງວ່າ,ພື້ນ​ສຶບດັ່ງກ່າວ​ແມ່ນ​ມີ​ການ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນ​ກັບ​ປະຫວັດ​ການປູກຊາ​ແລະ​ກິນ​ນ້ຳ​ຊາ​ແຕ່​ດົນ​ນານ​ຂອງ​ເຜົ່າ​ເຕີ​ອັງ,​ໂດຍ​ມີ​ຂໍ້​ມູນ​ເອກະສານ​ສະ​ແດງ​ວ່າ,​ເມື່ອ​ປະມານ ຄ.ສ.ປີ 1300 ປາຍ,​ເຜົ່າ​ເຕີ​ອັງ​ກໍ​ຖາງ​ໄຮ່​ຖາງ​ສວນ​ປູກ​ຕົ້ນ​ຊາ​ຢູ່​ເຂດ​ພູ   ດອຍ​ແຂວງ​ຢຸນນານ​ມາ​ແລ້ວ,ນັກ​ບູຮາ​ນະ​ຄະດີ​ຈີນ​ໄດ້​ປະກົດ​ເຫັນ​ກົກ​ຊາ​ເກົ່າ​ເປັນ​ປຶກ​ແຜ່ນ​ກວ້າງ​ໃຫຍ່​ຕາມ​ບາງ​ເຊດພູດ​ອຍຂອງ​ແຂວງ​ຢຸນນານ,ຕາມ​ເວົ້າ​ກັນ​ວ່າ​ນີ້​ແມ່ນ​ຮ່ອງຮອຍ​ທີ່​ປູ​ຍ່າ​ຕາ​ຍາຍ​ເຜົ່າ​ເຕີ​ອັງ​ຈ່ົງ​ໄວ້ການ​ນຸ່ງ​ເສື້ອ​ແລ່ງ​​ເອິກ,ຖື​ເຄື່ອງ​ເງິນ​ຮູບ​ກົມ​ຫຼື​ຮູບ​ສ່ີ​ຫຼຽມ​ແລະ​ນຸ່ງ​ສິ້ນ​ແຊກ​ສີດຳ​ແດງ​ສັບ​ກັນ​ແມ່ນ​ເຄືອງນຸ່ງ​ຕົວ​ແບບ​ຂອງ​ແມ່ຍິງ​ເຜົ່າ​ເຕີ​ອັງ,​ແມ່ຍິງ​ເຜົ່າ​ເຕິ​ອັງ​ມີ​ປະ​ເພນີ​ປະດັບ​ເຄື່ອງ​ເອ້​ແຂວນ​ແອວ,ຫລັງ​ຈາກ​ຜູ່​ສາວ​ເຜົ່າ​ເຕີ​ອັງ​ເປັນ​ຜູ່​ໃຫຍ່​ແລ້ວ,ຕ້ອງ​ປະດັບ​ເຄື່ອງ​ເອ້​ທີ່​ເຮັດດ້ວຍ​ຫວາຍ​ຫຼື​ເຟືອງ 5—6 ຮອບ​ຫຼື​ສິບ​ຫາ 20 – 30ຮອບອ້ອມ​ສິ້ນ​ຢູ່​ເທິງ​ແອວ.ກ່ຽວ​ກັບ​ເຄື່ອງ​ເອ້​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ກໍ​ແມ່ນ​ເຄືອບ​ສີ​ແດງ,ສີ​ເຫຼື​ອງ,ສີຂຽວ​ແລະ​ສີດຳ,ລາງ​ອັນ​ຍັງ​ແກະ​ລວດລາຍ​ຕ່າງໆ​ໃສ່,ຫຼື​ມີ​ແຜ່ນ​ເງິນ​ຫຼື​ແຜ່ນສັງກະສີ​ໂອບ,​ເມືອ​ຕ້ອງ​ກັບ​ແສງ​ແດດ​ກໍ​ເຫຼື້ອມຍິບຍັບ​ຈັບ​ຕາ.

ຜູ່​ສາວ​ໃສ່​ເຄື່ອງ​ເອ້​ຫຼາຍ​ທໍ່​ໃດ,ຜູ່​ເຮັດ​ກໍ​ຍິ່ງ​ເຮັດ​ປານີດ​ຫຼາຍ​ຂຶ້ນ,ຄົນ​ທັງຫຼາຍ​ເຫັນ​ວ່າຜູ່​ສາວ​ຜູ່​ຍິ່ງ​ດຸ​ຫມັ່ນ​ແລະ​ມີ​ສະຕິ​ປັນຍາ,ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ່​ສາວ​ຜູ່​ນີ້​ເປັນ​ຄົນ​ໃຈດີ,​ເພາະສະ​ນັ້ນ,​ໃນເວລາ​ຜູ່​ບ່າວ​ຜູ່​ສາວ​ເຜົ່າ​​ເຕີ​ອັງ​ໄປມາຫາ​ສູ່​ກັນ,ຜູ່​ບ່າວ​ຢາກ​ໄດ້​ຄວາມ​ຮັກ​ຈາກ​ຜູ່​ສາວ,ກໍ​ມັກ​ເຮັດ​ເຄື່ອງ​ເອ້​ເປັນ​ຮູບ​ສັດ​ຕ່າງໆ​ແລະ​ມີ​ລວດລາຍ​ຢ່າງ​ປາ​ນີດ,ມອບ​ໃຫ້​ຜູ່​ສາວ​ທີ່​ຕົນ​ມັກ,ຈາກ​ນັ້ນ,​ເຄື່ອງ​ເອ້​ດັ່ງກ່າວ​ເລີຍ​ກາຍ​ເປັນ​ສັນຍາ​ລັກສະ​ແດງ​ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ.

ຊີວິດ​ແຫ່ງ​ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ​ເຜົ່າ​ເຕີ​ອັງ​ແມ່ນ​ງາມ​ແລະ​ອຸດົມ​​ສົມບູນ​ທີ່​ສຸດ,ຜູ່​ບ່າວ​ຜູ່​ສາວ​ເຜົ່າ​ເຕີ​ອັງ​ແມ່ນ​ມີ​ເສລີ​ແບບຢ່າງ​ເຕັມທີ່​ໃນ​ການ​ຮັກ​ການ,ຜູ່​ເປັນ​ພໍ່​ເປັນ​ແມ່​ແມ່ນ​ບໍ່​ແຊກ​ແຊງ​ຈັກ​ເທື່ອ,ຜູ່​ບ່າວ​ຜູ່​ສາວ​ເຜົ່າ​ເຕີ​ອັງ​ສ້າງ​ຄວາມ​ຮັກ​ນຳ​ກັນ​ສ່ວນ​ຫຼາຍ​ແມ່ນ​ໃຊ້​ສອງ​ແບບ​ວິທີ​ຄື:ຫນຶ່ງ​ແມ່ນ​ໃຫ້​ຜູ່​ບ່າວ​ຫມູ່​ຫນຶ່ງ​ມາ​ພົບ​ກັບ​ຜູ່​ສາວ​ຫມູ່​ຫນຶ່ງ,​ແລ້ວ​ຂັບ​ຕໍ່​ແຍ​ກັນ​ເປັນ​ຫມູ່,ວິທີ​ດັ່ງກ່າວ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ໃນ​ເວລາ​ຈັດ​ພິທີ​ແຕ່ງດອງ​ຫຼື​ຍາມ​ບຸນ,​ແນວ​ຫນຶ່ງ​ອີກ​ແມ່ນ​ຜູ່​ບ່າວ​ໄປ​ຜູ່​ດຽວ,ຕອນ​ຄ່ຳ,ຜູ່ບ່າວ​ກໍ​ຕ່ອຍ​ເກ່ິງ​ຍ່າງ​ໄປ​ຮອດ​ປາກປະຕູ​ເຮືອນ​ຜູ່​ສາວ,​ເມື່ອ​ຮອດ​ເຮືອນ​ຜູ່​ສາວ​ແລ້ວ​ກໍ​ເຊີນ​ຜູ່​ສາວ​ອອກ​ມາ,ລົມ​ຄວາ​ມຮັກ​ຕໍ່​ກັນ,ຫຼັງ​ຈາກ​ໄດ້​ຮັກ​ກັນ​ມາ​ເປັນ​ໄລຍະ​ຫນຶ່ງ​ແລ້ວ, ຖ້າ​ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ,ຈະ​ເປັນ​ຜົວ​ແກ້ວ​ແມ​ຍ​ແຫວນ​ນຳ​ກັນ​ແລ້ວ,ຜູ່​ບ່າວ​ກໍ​ມອບ​ຊາ​ຫຼື​ຢາສູບ​ຫໍ່​ຫນຶ່ງ​ໃຫ້​ຜູ່​ສາວ,ຜູ່​ສາວ​ຮັບ​ເອົາ​ແລ້ວ​ກໍ​ໄປ​ແຂວນ​ໄວ້​ຢູ່​ເທິງ​ຫົວ​ບ່ອນ​ນອນ,ພໍ່​ແມ່​ເຫັນ​ແລ້ວ​ກໍ່​ຮູ້​ວ່າ​ລູກ​ສາວ​ມີ​ຄູ່​ຮັກ​ແລ້ວ.

​ເວລາ​ບ່າວ​ສາວ​ເຜົ່າ​ເຕີ​ອັງ​ຮັກ​ກັນ​ຈະ​ຕ້ອງ​ມອບ​ຊາ​ໃຫ້​ກັນ,​ໃນ​ເວລາ​ແຕ່ງດອງ,ຊາ​ກໍ່​ຖື​ເປັນ​ເຄື່ອງ​ດອງ​ສຳຄັນ​ກວ່າ​ຫມູ່,ຖ້າ​ຜູ່​ສົ່ງ​ເຄື່ອງ​ດອງ​ບໍ່​ມອບ​ໃບຊາ​ມີ​ແຕ່​ມອບ​ເງິນ​ໃຫ້​ທໍ່​ນັ້ນ,ກໍຈະ​ຖືກ​ຖື​ວ່າ​ບໍ່​ຮູ້​ພິທີການ,ນອກ​ນີ້,ຖ້າ​ຫາກ​ໄປ​ເປັນ​ແຂກ​ຢູ່​ເຮືອນຫມູ່​ກໍ​ຈະ​ຕ້ອງ​ມອບ​ຊາ​ຫໍ່​ຫນຶ່ງ​ໃຫ້​ກ່ອນ,ຈາກ​ນີ້,​ເຫັນ​ໄດ້​ວ່າ​ຢູ່​ໃນ​ດວງ​ໃຈ​ຂອງ​ຊົນ​ເຜົ່າ​ເຕີ​ອັງ​ນັ້ນ,​ໃບຊາ​ມີ​ຖານະ​ສູງ​ສ່ຳ​ໃດ​ແລ້ວ.

​ເຜ່ົາ​ເຕີ​ອັງ​ມີ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ທີ່​ໂຄລົບ​ນັບຖື​ຜູ່​ເຖົ້າ​ຜູ່​ແກ່,ຄົນ​ຮອດ​ບຸນປີ​ໃຫມ່​ແຕ່ລະ​ປີ,ຄົນ​ຫນຸ່ມຄົນ​ນ້ອຍ​ກໍ​ຕ້ອງ​ເອົາ​ຂອງ​ກິນ​ແນວ​ດີໆ​ໃນ​ເຮືອນ​ໄປ​ມອບ​ໃຫ້​ຜູ່​ເຖົ້າ​ຜູ່​ແກ່​ໃນ​ບ້ານ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ພວກ​ເພິ່ນ,ຕໍ່​ຜູ່​ເຖົ້າ​ຜູ່​ແກ່​ທີ່​ຢູ່​ດ່ຽວ​ປ່ຽວ​ພອນ,ຜູ່​ຫນຸ່ມນ້ອຍ​ຈຳນວນ​ໜຶ່ງ​ກໍ​ຈະ​ໄປ​ຊ່ອຍ​ພວກ​ເພິ່ນ​ເຮັດ​ໄຮ່​ເຮັດ​ນາ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ,ບາງ​ຄົນ​ຍັງ​ຮັບ​ເອົາ​ພວກ​ເພີ່ນ​ມາ​ຢູ່​ໃນ​ເຮືອນ​ຂອງ​ຕົນ,​ໃນ​ຍາມ​ບຸນ​ກຸດ​ຈີນ​ແຕ່ລະ​ປີ,​ເຜົ່າ​ເຕີ​ອັງ​ຍັງ​ມີ​ຮີດຄອງ​ແນວ​ໜຶ່ງ​ຄື:ຜູ່​ເປັນ​ລູກ​ເປັນ​ຫຼານ​ຕ້ອງ​ໄປ​ລ້າງ​ມື​ລ້າງ​ຕີນ​ໃຫ້​ຜູ່​ເຖົ້າ​ຜູ່​ແກ່,​ໃນ​ເວລາ​ໂຈມ​ຊາມ​ໃສ່​ນ້ຳ​ອຸ່ນ​ມາ​ໄວ້​ຢູ່​ຕໍ່ຫນ້າ​ຜູ່​ເຖົ້າ​ຜູ່​ແກ່​ແລ້ວ,ຜູ່​ເປັນ​ລູກ​ເປັນ​ຫຼານ​ກໍ​ພາ​ກັນ​ເວົ້າ​ແຈ້ງວ່າ​ໃນ​ໜຶ່ງ​ປີຜ່ານມາ​ນີ້​ຖ້າ​ຕົນ​ເອງ​ຫາກ​ມີ​ອັນ​ໃດ​ອັນໜຶ່ງ​ເຮັດ​ຜິດ​ໃຈ​ຜູ່​ເຖົ້າ​ຜູ່​ແກ່​ກໍ​ຂໍ​ໃຫ້​ຜູ່​ເຖົ້າ​ຜູ່​ແກ່​ຈົ່ງ​ອະ​ໄພ​ໃຫ້​

ຫມາຍ​ຄວາມ​ວ່າ​ປະ​ເພນີ​ທີ່​ລ້າງ​ມື​ລ້າງ​ຕີນ​ດັ່ງກ່າວ​ກໍ​ເປັນ​ການ​ເສີມ​ຂະ​ຫຍາຍບົດບາດ​ອັນຕັ້ງຫນ້າ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ຜູ່​ເປັນ​ລູກ​ເປັນ​ຫຼານ​ໂຄລົບ​ນັບຖື​ຜູ່​ເຖົ້າ​ຜູ່​​ແກ່​ແລະ​ໄກ່​ເກ່ຍການ​ພົວພັນ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ໃຫ້​ດີ​ຂຶ້ນ.

ຢູ່​ທ້ອງ​ຖິ່ນ​ທີ່​ເຜົ່າ​​ເຕິອັງ​ຕັ້ງ​ພູມລຳ​ເນົາ​ນັ້ນ​,​ເຂົາ​ເຈົ້າ​ປູກ​ໄມ້​​ໄຜ່​ຫຼາຍ,ການ​ປູກ​ໄມ້​ໄຜ່​ເປັນ​ຮົ່ມ​ກໍ​ແມ່ນ​ຈຸດ​ພິ​ເສດ​ອັນ​ຫນ່ຶງ​ຂອງ​ບ້ານ​ເຜົ່າ​​ເຕິອັງ,ຢູ່​ໃນຊີວິດ​ຂອງ​ຊົນ​ເຜົ່າ​​ເຕິອັງນັ້ນ,​ໄມ້​ໄຜ່​ມີຄຸນ​ປະ​ໂຫຍດກວ້າງຂວາງ,ນັບ​ແຕ່​ປຸກ​ເຮືອນ​ປຸກ​ຊານ,​ເຮັດ​ເຄື່ອງ​ໄມ້​ເຄື່ອງ​ມີ​ການ​ຜະລິດ​ຈົນ​ຮອດ​ເຄື່ອງ​​ໃຊ້​ໄມ້​ສອຍ​ປະຈຳ​ວັນ​ກໍ​ລ້ວນ​ແຕ່​ເອົາ​ໄມ້​ໄຜ່​ມາ​ເຮັດ​ເປັນ​ວັດຖຸ​ດິບ​ທັງ​ນັ້ນ.ເຮືອນຮ້ານ​ຂອງ​ເຜົ່າ​ເຕີ​ອັງ​ກໍ​ຄື​ກັນ​ກັບ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ດຳລົງ​ຊີວິດ​ຢູ່​ພາກ​ຫໍລະດີ​ຂອງ​ຈີນ,ຕົ້ນຕໍ​ແມ່ນ​ເຮືອນ​ຢູ່​ຂອງ​ເຂົາ​ເຈົ້າ.​ເຮືອນ​ດັ່ງກ່າວ​ແບ່ງ​ອອກ​ເປັນ​ສອງ​ຊັ້ນ​ຄື​:ຊັ້ນ​ເທິງ​ໃຫ້​ຄົນ​ຢູ່,ກ້ອງ​ລ່າງ​ແມ່ນ​ໄວ້​ເຄື່ອງ​ໄວ້​ຂອງ,​ແຕ່​ກ່ອນ​ເຮືອນ​ທີ່​ຊົນ​ເຜົ່າ​ເຕີ​ອັງ​ຢູ່​ນັ້ນ​ແມ່ນ​ກວ້າງຂວາງ,ບາງ​ຫລັງ​ກໍ​ກວມ​ເນື້ອ​ທີ່​ເກືອບ 400 ​ແມັດ​ຕາ,ຢູ່​ເທິງ​ເຮືອນມີ​ທາງ​ທ່ຽວ​ໄປ​ມາກ​ວ້າງຂວາງ,ມີ​ຄົນ​ຫຼາຍ​ຄອບຄົວ​ນ້ອຍ​ໃນ​ຄອບ​ຄົວ​ໃຫຍ່​ແມ່ນ​ຢູ່​ໃນ​ເຮືອນຫລັງ​ດຽວ,​ແຕ່​ວ່າ​ດຽວ​ນີ້,ການ​ປຸກ​ເຮືອນ​ແບບ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ແລ້ວ,​ເຮືອນ​ໃຫຍ່​ທີ່​ໃຫ້​ຫຼາຍ​ຄອບຄົວ​ຢູ່​ນຳ​ກັນ​ກໍ​ໃຫ້​ເຮືອນຮ້ານ​ຫລັງ​ນ້ອຍ​ຂອງ​​ໃຜ​ຂອງ​ລາວ​ເຂົ້າ​ແທນ​ທີ່​ແລ້ວ,ຍັງ​ມີ​ເຮືອນ​ຢູ່​ຂອງ​ເຜົ່າ​ເຕີ​ອັງ​ຈຳນວນ​ໜຶ່ງ​ກໍ​ປຸກ​ເປັນ​ເຮືອ​ນດິນ​ຈີ່​ຄື​ກັນ​ກັບ​ເຮືອນ​ຢູ່​ຂອງ​ເຜົ່າ​ຫ້ານ​ທີ່​ຢູ່​ມໍ່​ນັ້ນ​ແລ້ວ.

ກອ່ນສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ແມື່ອປີ 1949 ,​ເຜົ່າ​ເຕີ​ອັງ​ຍັງ​ຮັກສາ​ສະພາວະ​ດຳລົງ​ຊີວິດ​ແບບ​ປະຖົມ​ບູຮານ​ຢູ່,ຫລັງ​ຈາກ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ແລ້ວ,​ໂດຍ​ສະ​ເພາະ​ແມ່ນ​ຫລັງ​ຈາກ​ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ປະຕິຮູບ​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ແລ້ວສດຖະກິດ​ຂອງ​ເຜົ່າ​ເຕິ​ອັງ​ກໍ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ມີ​ລະດັບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ດຽວ​ນີ້,​ເຂດ​ພູມລຳ​ເນົາ​ຂອງ​ຊົນ​ເຜົ່າ​ເຕີ​ອັງ,​ໃບຊາ​ແລະ​ອ້ອຍ​ໄດ້​ກາຍ​ເປັນ​ຜະລິດຕະກຳ​ເສົາ​ຄ້ຳ​ຕົ້ນຕໍ​ຢູ່​ທ້ອງ​ຖິ່ນ​ເຂົາ​ເຈົ້າ​ແລ້ວ,​ເພື່ອປູກ​ພືດ​ເສດຖະກິດ,​ໄດ້​ມີ​ຫຼາຍ​ຄອບ​ຄົວ​ເຜົ່າ​ເຕີ​ອັງ​ໄດ້​ຊື້​ລົດໄຖ​ແລະ​ກົນ​ຈັກກະ​ສິກຳມາ​ໃຊ້​ແລ້ວ.

ຄຽງ​ຄູ່​ກັບ​ຊີວິດ​ການ​ເປັນ​ຢູ່​ໄດ້​ມີ​ລະດັບ​ສູງ​ຂຶ້ນ​ນັ້ນ,ຄອບ​ຄົວ​ເຜົ່າ​ເຕີ​ອັງ​ຫຼາຍໆ​ຄົນ​ກໍ​ມີ​ເຄື່ອງ​ໄຟຟ້າ​ອັນ​ສະ​ໄຫມ​ຄື​ເຄື່ອງຮັບ​ໂທລະພາບ​ແລະ​ຕູ້​ເຢັນ​ເປັນຕົ້ນ,ບໍ່​ພຽງ​ແຕ່ທໍ່​ນັ້ນ,​ແມ່ຍິງ​ເຜົ່າ​ເຕີ​ອັງ​ຍັງ​ໄດ້​ນຸ່ງ​ເຄື່ອງ​ນຸ່ງ​ຂອງ​ຖື​ງາມ​ຂຶ້ນ​ນຳ​ຄູ່​ມື້​ໂດຍ​ຢູ່​ບົນ​ພື້ນຖານ​ຮັກສາ​ການ​ນຸ່ງ​ສິ້ນ​ແບບ​ດັ້ງ​ເດີມ​ແລະ​ວາດຊົງ​ການ​ຕ່ຳ​ດ້ວຍ​ກຳມະ​ວິທີ​ພິ​ເສດ​ນັ້ນ,ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ໃຫມ່​ເພື່ອ​ໃຫ້​ກົມກຽວ​ກັບ​ຊີວິດ​ໃນ​ຍຸກ​ປະຈຸ​ບັນ.