ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-26 22:01:36    
ຝຣັ່ງຫວັງ​ໃຫ້​ກອງ​ປະຊຸມ​ສາກົນ​ກ່ຽວກັບບັນຫາ​ອີຣັກຫາລື​ບັນຫາ​ຖອນ​ທະຫານ​ຕ່າງປະ​ເທດອອກ​ຈາກ​ອີຣັກ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 25 ຕຸລາ,ຫຼັງຈາກກອງ​ປະຊຸມເວທີ​ປາ​ໄສ​ປະ​ເທດ ທະ​ເລ​ເມ​ດີ​ແຕຣາ​ເນ​​ໄດ້​ອົດ​ລົງ​​ແລ້ວ,ທ່ານ​ມີ​ແຊວ ບາ​ນີ​ເຢ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣ່ັງກ່າວ​ຕໍ່​ວົງ​ການ​ຫນັງສືພິມ​ວ່າ,ຝຣັ່ງຫວັງ​ໃຫ້​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກທ່ີ​ຈັດ​ຂຶ້ນ​ຢູ່​ເອຢິບ​ແຕ່​ວັນ​ທີ 22 ຮອດ​ວັນ​ທີ 23 ພະຈິກ​ສາມາດ​ກ່ຽວ​ພັນ​ເຖິງທຸກ​ບັນຫາເຊ່ິງລວມທັງ​ຖອນ​ທະຫານ​ຕ່າງປະ​ເທດອອກ​ຈາກ​ອີຣັກ

ທ່ານ​ບາ​ນີ​ເຢກ່າວ​ວ່າ,ຝຣັ່ງຫວັງ​ໃຫ້​ກອງ​ປະຊຸມ​ເທ່ືອ​ນີ້​ມີ​ຜົນ​ສັກສິດ​ແລະເປີ​ດ​ເຜີຍ,ບໍ່​ວ່າຈະ​ແມ່ນ​ບັນຫາກຳນົດ​ຂະ​ບວນວິວັດການ​ເມືອງ ຈັດການ​ເລືອກ​ຕັ້ງ​ທ່ົວ​ໄປຫ5ື​ຕົກລົງ​ການຮັກສາ​ຫຼື​​ຖອນ​ທະຫານ​ຕ່າງປະ​ເທດ​ອອກ​ຈາກ​ອີຣັກນັ້ນ​ລ້ວນ​ແຕ່​ຕ້ອງ​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ອີຣັກສ່ວນ​ຫຼາຍ​ເທ່ົາ​ທ່ີ​ຈະ​ຫຼາຍ​ໄດ້,ທ່ານ​ຊີ້​ອອກ​ວ່າ,ມີ​ແຕ່​ກຳນົດ​ວັນເວລາ​ຖອນ​ທະຫານ​ແລ້ວ,ການຟື້ນຟູ​ອະ​ທິປະ​ໄຕຂອງ​ອີຣັກ​ຈ່ຶງ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້