ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-27 08:55:35    
ລາຊະວົງ​ສິນ----ລາຊະວົງ​ສັກ​ດິນາ​ທີ່​ເປັນ​ເອກະ​ພາ​ບ​ແຕ່​ມີ​ອາຍຸ​ສັ້ນກວ່າ​ໝູ່​ໃນ​ປະຫວັດສາດ​ຈີນ(ສຽງ)

cri Author: mo

ໃນ​ຕົ້ນ​ໄລຍະ​ລາຊະວົງ​ສິນ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​, ​ເຈົ້າຊີວິດ​ສິນ​ເອີ້ນ​ຕົນ​ເອງ​ເປັນ​ສິນ​ຊີ​ຮວງ​ເຕ້, ພະ​ອົງ​ຊົງ​ໄດ້​ກ່າວ​ວ່າ: ພະ​ອົງເປັນ​ເຈົ້າຊີວິດອົງ​ທຳ​ອິດ, ຮຸ້ນ​ຫລັງ​ໃຫ້​ໄລ່​ຕາມ​ຊາດ, ເອີ້ນ​ວ່າ​ລັດຊະການ​ທີ​ສອງ, ລັດຊະການ​ທີສາມ, ຈົນ​​ເປັນ​ພັນ​ເປັນ​ໝື່ນ​, ​ສືບ​ທອດ​ກັນ​ໄປ​ບໍ່​ມີ​ວັນ​ສິ້ນສຸດ. ສິນ​ຊີ​ຮວງ​ເຕ້​ຍັງ​ໃຫ​້ຄົນ​ຄວັດ​ກາ​ປະ​ທັບ​ດ້ວຍ​ຍົກ​ອັນໜຶ່ງທີ່​ມີຕົວ​ໜັງສືຈີນ 8 ​ຕົວ​ວ່າຄືShoumingyvtian, Jishouyongchang, ​ເຊິ່ງໝາຍ​ຄວາມ​ວ່າ: ພະ​ອົງ​ເປັນ​ເຈົ້າຊີວິດ​ແມ່ນຮັບ​ພາລະ​ກຳ​ຈາກ​​ເຈົ້າຟ້າ​​ເຈົ້າແຖນ, ມີ​ອາຍຸ​ຊ່ົວ​ນິລັນດອນ, ປະ​ເທດ​ຈະ​ເລີ​ນຮຸ່ງ​ເຮືອງ​ຈົນ​ເທົ້າ​ໃດໆ. ​ສິນ​ຊີ​ຮວງ​ເຕ້​ຖື​ທ່ົວ​ປະ​ເທດ​ເປັນ​ຊັບ​ສິນ​ສ່ວນ​ຕົວ, ​ທັງ​ມີ​ຄວາມ​ຝັນ​ໃຫ້​ລູກ​ຫລານຂອງ​ຕົນ​ສືບ​ທອດລາຊະບັນ​ວັງ​ທຸກ​ເຊ່ັນ​ຊາດ. ​ແຕ່​ວ່າ, ລາຊະວົງ​ສິນ​ບໍ່​ພຽງ​ແຕ່​ບໍ່ມີ​ອາຍຸ​ໝັ້້ນຍື່ນ, ​ແລະ​ຈະ​ເ​ລີ​ນຮຸ່ງ​ເຮືອງ​ທຸກ​ເຊັ່ນຊາດ, ຫາກ​ມີ​ອາຍຸ​ພຽງ 15 ປີ​ທໍ່​ນັ້ນກໍ​ສີ້ນລົມຫາຍ​ໃຈ, ກາຍ​ເປັນ​ລາຊະວົງ​ສັກ​ດິນາ​ເອກະ​ພາບ​ທີ່​ມີ​ອາຍຸ​ສັ້ນກວ່າ​ໝູ່​ໃນ​ປະຫວັດສາດ​ຈີນ.

ພາຍຫລັງ​ໄດ້​ເກີດ​ການ​ວຸ້ນວາຍ​ເປັນ​ເວລາ​ຍາວ​ນານ​ຢູ່​ລາຊະວົງ​ຈ້າ​ນ​ກົກແລ້ວ, ຊາວ​ນາ​ປາຖະໜາຫາ​ຄວາມ​ສະຫງົບ​ຟື້ນ​ຟູ​ການ​ຜະລິດຜົນ, ​ແຕ່​ລາຊະວົງ​ສິນ​ພັດ​​ໃຫ້​ຊາວນາ​​ເສຍ​ສ່ວຍສາ​ອາກອນ​ແລະ​ເກນ​ກຸລີ​ຍັງ​ໜັກ​ກວ່າ​ລາຊະວົງ​ເກ່ົາ​ຕັ້ງຫລາຍ​​ສິບ​ເທ່ົາ​, ​ຊາວນາ​ຖືກ​ກົດ​ໜີບ​ຈົນ​ຫາຍ​ໃຈ​ບໍ່​ໄດ້. ກົດໝາຍ​ທີ່​ເຄັ່ງ​ຄັດ​ເກີນ​ຂອບ​ເຂດ ການ​ລົງ​ໂທດ​ຢ່າງ​ທໍລະມານ, ​ໄດ້​ເຮັດ​ໃຫ້​ປະ​ຊົນ​ຊົນ​ຕົກ​ຢູ່​ໃນ​ຄວາມທຸກ​ເດືອດຮ້ອນ, ​ຜູ່​ໜຶ່ງ​ຖືກ​ລົງ​ໂທດ, ໝົດຄອບຄົວ​ແລະຍາດ​ພີ​ນ້ອງຖືກ​ລົງ​ໂທດ; ຄອບຄົວ​ໜຶ່ງ​​ເກີດ​ເຫດ, ​ເພື່ອນ​ບ້ານ​ໃຫ້​ຄຽງກໍ​ຖືກ​ປັບໄໝ, ຈົນກະທັ້ງ​ໃນ​ຄາວ​ນັ້ນ​ໄດ້​ເກີດ​ສະພາບ​ຫວາດ​ຫວ່ັນ: ນັກ​ໂທດ​ຫລາຍ​ຈົນ​ເຕັມ​ທາງ, ໝົດ​ຕົວ​ເມືອງ​ຈົນ​ກາຍ​ເປັນ​ຄຸກ ​ທ່ົວ​ປະ​ເທດ​​ເລີຍກາຍ​ເປັນ​ຄຸກ​ໃຫຍ່. ພາຍຫລັງພະ​ອົງ​ຫູ​ເຮີ ​ເຈົ້າຊີວິດ​ສິນລັດ​ຊະ​ການທີ​ສອງ​ຂຶ້ນ​ຄອງ​ລາຊະ​ບັນລັງ​ແລ້ວ, ພະ​ອົງ​ໄດ້ທໍລະມານ​ບ່າວ​ໄພ​ລາສະດອນ​ຍິ່ງ​ຮ້າຍ​ແຮງ​ກວ່າ, ຍັງ​ຂ້າ​ຟັນ​ລັນ​ແທນ​ຂຸນ​ນາງ​ຊັ້ນສູງທ່ົວທີບ, ຈົນກະທັ້ງ​ໄດ້​​ເຂ່ັນຂ້າອ້າຍ​ເອື້ອຍ​ນ້ອງ 22 ຄົນ​ຂອງພະ​ອົງ​ເອງ, ​ໃນ​ທີ່​ສຸດ, ພາຍ​ໃນ​ຊົນ​ຊັ້ນປົກຄອງ, ຜູ້​ໃດ​ກໍຮູ້ສຶກ​ມີ​ຄວາມອັນຕະລາຍ, ຜູ້​ຢາກທໍລະ​ຍົດນັ້ນນັບ​ບໍ່​ຖ້ວນ. ​ໃນ​ເວລາ​ນິ້, ຢູ່ລາຊະວົງ​ສິນ​, ກໍ​ເໝືອນ​ດັ່ງ​ມີ​ຫລົວ​ມີ​ຟື້ນ​ກອງ​ໄວ້​ຢູ່​ທຸກ​ແຫ່ງ​ຫົນ, ຖ້າ​ຈະ​ມີ​​ເມັດ​ໄຟ​ເມັດ​ໜຶ່ງ, ກໍ​​ໄໝ​ຂຶ້ນ​ຢ່າງ​ກວ້າງຂວາງ​ໂລດ.
​​
ໃນ​ທີ່​ສຸດ, ທ່ານ​ເສີນ​ເຊີ້ງ​ແລະທ່ານວູກວາງ​ໄດ້​ນຳພາ​ຊາວນາ​ລຸກ​ຮື​ຂຶ້ນ​ສູ້, ​ເຖິງ​ວ່າການ​ລຸກ​ຮື​ຂຶ້ນ​ໄດ້ເສຍ​ໄຊ, ​ແຕ່​ພາຍຸ​ປະຕິ​ວັດ​ຊາວນາ​ທີ່​ເຂົາ​ເຈົ້າລິ​ເລີ່​ມນັ້ນ, ​ພັດ​ນັບ​ມື້​ນັບ​ແຮງ​ຂຶ້ນ. ທະຫານ​ລຸກ​ຮື​ຂຶ້ນ​ທີ່​ນຳ​ໂດຍ​ທ່ານ​ລີ​ວປ່າງ​ແລະ​ທ່ານ​ຊ້ຽງຢູນັບ​ມື້​ນັບ​​ເຕີບ​ໃຫຍ່​​ເຂັ້ມ​ແຂງ. ກ່ອນ​ຄ.ສ.ປີ 207, ທະຫານລຸກ​ຮື​ຂຶ້ນ​ສູ້​ທີ່​ນຳ​ໂດ​ຍທ່ານ​ຊ້ຽງຢູ​ໄດ້​ດັບ​ສູນ​ກອງ​ກຳລັງ​ຫລວງຂອງ​ລາຊະວົງ​ສິນ​ຢູ່​ຈູ້​ລູ້ ບ້າ​ນພິງ​ແຂວງ​ເຫີ​​ເປ​ໃນ​ປະຈຸ​ບັນ. ​ເດືອນ​ຕຸລາກ່ອນ​ຄ.ສ.​ປີ 206, ທະຫານ​ທີ່​ນຳ​ໂດຍ​ທ່ານ​ລີ​ວປ່າງ​ໄດ້​ບຸກເຂົ້າກວນ​ຈົງໂດຍບໍ່​ໄດ້​ຖືກ​ຕ້ານທານ​ຫລາຍ, ​ແລ້ວ​ເຂົ້າ​​ໃກ້​ເມືອງ​ສຽນ​ຢາງ ນະຄອນຫລວງ​ຂອງ​ລາຊະວົງ​ສິນ, ​ເຊິ່ງປະຈຸ​ບັນ​ຢູ່​ມໍ່​ເມືອງ​ສຽນ​ຢາງ​ແຂວງ​ສ້າ​ນຊີ. ​ພະ​ອົງ​ຈືຢິ່ງ ທີ່​ຫາ​ກໍ​ຂຶ້ນຄອງ​ລາຊະ​ບັນລັງ​ເປັນ​ເຈົ້າຊີວິດ​ສິນ​ພຽງ 40 ກວ່າ​ມື້ນັ້ນ, ​ເມື່ອ​ເຫັນ​​ເສຍກຳລັງ​ແລ້ວ, ກໍ​ໄດ້​ຂີ່​ມ້າ​ຂາວ​ລົດຂາວ, ມາ​ຮອດບ້ານບ້າ​ຊ້າງ ພາກ​ຕາ​ເວັນ​ອອກ​ຂອງ​ເມືອງສຽນ​ຢາງ, ​ແລ້ວ​ຢືນ​ຢູ່​ແຄມ​ທາງ, ​ໃຊ້​ຜ້າ​ຂາວມັດຄໍ, ກົ້ມຫົວທັງ​ຍົກ​ກາ​ຍົກທີ່​​ໄດ້ຄວັດ​ຕົວ​ໜັງສື" Shoumingyvtian, Jishouyongchang ນັ້ນ ຍອມ​ຈຳນົງ​ຕໍ່​ທ່ານ​ລິວ​ປ່າງ. ບັດ​ນີ້, ລາຊະ​ວົງ​ສິນ​ທີ່ມີ​ຂຶງ​ຂັງ​ມັງ​ມໍ​ຊ່ົວ​ໄລຍະ​ໜຶ່ງ​ນັ້ນກໍ​ໄດ້​ພິນາດ​ໄປ ພາຍຫລັງສິນ​ຊີ​ຮວງ​ເຕ້ສະຫວັນລະຄົດ 3 ປີ.