ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-27 09:44:45    
ເລື່ອງ​​ແຕ້ມ​ງູ​​​ເພີ່ມຕີນ(ສຽງ)

cri Author: mo
ໃນ​ລັດ​ສູສະ​ໄໝບູຮານຈີນ, ມີ​ຂຸນ​ນາງ​ຜູ້​ໜຶ່ງ, ພາຍຫລັງ​ບູຊາ​ບັນພະ​ບູລຸດ​ແລ້ວ, ​ໄດ້​​​​ເອົາເຫຼົ້າກາ​ໜຶ່ງໃຫ້​ແກ່​​ຄົນ​ໃຊ້​ທີ່​ມາຊ່ອຍ​ວຽກ. ພວກ​ຄົນ​ໃຊ້ຫາລື​ກັນ​ວ່າ, ​ເຫຼົ້າກາ​ນີ້​ຖ້າ​ກິນນຳກັນ​ແມ່ນ​ບໍ່ພໍ, ຖ້າ​​​ໃຫ້​ຜູ້​ໜຶ່ງ​ກິນ​ຈະບໍ່​ໝົດ. ຄັນຊັ້ນ, ກໍ​ໃຫ້​ພວກ​ເຮົາ​ແຂ່ງຂັນກັນ​ແຕ້ມ​ງູ​​ໃສ່​ໜ້າດິນ, ຖ້າ​​ຜູ້​ໃດ​ແຕ້ມແລ້ວ​ກ່ອນ, ກໍ​ໃຫ້​​​ຜູ້ນັ້ນກິນ​ເຫຼົ້າກາ​ນີ້. ມີ​ຜູ້​ໜຶ່ງ​ແຕ້ມ​ງູ​ສຳ​​ເລັດ​ກ່ອນ​ໝູ່. ລາວ​ໄດ້​ຍົກ​ກາ​ເຫຼົ້າຢາກ​ດຶ່ມ, ​ລາວ​ເອົາ​ມື​ຊ້າຍ​ຈັບ​ກາ​ເຫຼົ້າຢ່າງ​ປຶ້ມປິ​ຕິ, ມືຂວາສືບ​ຕໍ່​ແຕ້ມ​ງູ, ທັງ​ເວົ້າວ່າ, "​ເບິ່ງ​ແມ໋, ຂ້ອຍ​ຍັງ​ມີ​ເວລາ​​ແຕ້ມ​ຕີນ​​ໃຫ້​ງູ​"

ແຕ່​ລາວ​ບໍ່​ທັນ​ແຕ້ມ​ຕີນ​ໝົດ, ມີ​​ອີກ​ຜູ້​ໜຶ່ງ​ໄດ້ແຕ້ມ​ງູ​ແລ້ວ​ແລ້ວ. ຄົນ​ນັ້ນ​ເລີຍຍາດ​ເອົາ​​ກາ​ເຫຼົ້າ​ໄປ, ທັງ​ເວົ້າວ່າ," ງູ​ບໍ່​ມີ​ຕີນ, ​ເຈົ້າຊິ​​ແຕ້ມຕີນ​ໃຫ້ງູ​ຊິ​ໄດ້​ຫວະ?" ​ເມື່ອ​ເວົ້າ​ແລ້ວ, ກໍ່​ດຶ່ມ​ເຫຼົ້າໝົດ​ກາ, ຄົນ​ທີ່​ແຕ້ມ​ຕີນ​ໃຫ້ງູ​ນັ້ນກໍ​ເສຍ​ເຫຼົ້າກາ​ນັ້ນ.

ນິທານ​ສຸພາສິດ​ນີ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ບໍ່​ວ່າ​ເຮັດ​ເລື້ອງ​ໃດ, ກໍ​ຕ້ອງ​ມີ​ຄວາມ​ຮຽກຮ້ອງ​ອັນ​ລະອຽດ​ແລະ​ຈຸດໝາຍ​ອັນ​ແຈ່ມ​ແຈ້ງ, ຕ້ອງ​​ເຮັດ​ສຳ​ເລັດ​ດ້ວຍ​ນ້ຳ​ໃຈ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຢ່າ​ຊູ່ຫຼົງດີ​ໃຈ​ນຳ​ແຕ່ໄຊຊະນະ​, ​ແລ້ວ​ພາ​ໃຫ້​​ເສຍ​ໄຊ.