ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-27 09:48:25    
ເລື່ອງ​ທ້າວ​​​ປ້ຽນ​ເຫີ​ຖະຫວາຍ​ຍົກ​ໃຫ້​ເຈົ້າຊີວິດ(ສຽງ)

cri Author: mo
ທ້າວ​ປ້ຽນ​ເຫີ​​ໃນ​ລັດ​ສູ​ສະ​ໄໝ​ບູຮານ​ຈີນໄດ້​ຍົກກ້ອນ​ໜຶ່ງ​ທີ່​ບໍ່​ທັນ​ເຈຍ​ລະ​ໄນ​ເທື່ອ​ຢູ່​ເທິງ, ລາວ​​ເລີຍ​ເອົາ​ໄປ​ຖະຫວາຍໃຫ້ເຈົ້າຊີວິດສູ​​ລີ້​ວາງຂອງລັດສູ, ​ເຈົ້າຊີວິດ​ລີ້ວາງຊົງ​ຕັດ​ສ່ັງ​ໃຫ້​ຊ່າງຍົກມາ​ຈຳ​ແນ​ກ. ຊ່າງຍົກ​ເວົ້າວ່າ," ນີ້​ແມ່ນ​ຫີນທຳ​ມະ​ດາ​ກ້ອນ​ໜຶ່ງ". ​ເຈົ້າຊີວິດລີ້​ວາງ​ເຫັນ​ວ່າ, ທ້າວ​ປ້ຽນ​ເຫີ​ແມ່ນ​ຜູ້​ຕົວະ​ຍົວະ, ​ເລີຍ​ຕັດ​ຕີນ​ຊ້າຍ​ຂອງ​ທ້າວ​ປ້ຽນ​ເຫີ.

ພາຍຫລັງ​ເຈົ້າຊີວິດ​ລີ້​ວາງ​ສະຫວັນລະຄົດ​ແລ້ວ, ​ເຈົ້າຊີວິດ​ອູ​ວາງ​ຂຶ້ື້ນຄອງລາຊະ​ບັນລັງ​ເປັນ​ເຈົ້າຊີວິດ​ລັດສູ. ທ້າວ​ປ້ຽນ​ເຫີ​ຖະຫວາຍ​ຍົກກ້ອນ​ນັ້ນ​​ໃຫ້​ເຈົ້າຊີວິດ​ອູ​ວາງ. ​ເຈົ້າຊີວິດ​ອູ​ວາງ​ກໍ​ຊົງ​ຕັດສ່ັງ​ໃຫ້​ຊ່າງ​ຍົກຈຳ​ແນ​ກ. ຄຳ​ເວົ້າຂອງຊ່າງຍົກຄື​ກັນ​ກັບ​​ເທື່ອ​ກ່ອນ, ຍັງ​ເຫັນ​ວ່າ​ມັນ​ແມ່ນ​ຫີນ​ທຳ​ມະ​ດາ​ກ້ອນ​ໜຶ່ງ. ​ເຈົ້າຊີວິດ​ອູ​ວາງ​ເລີຍ​ເຫັນ​ວ່າ, ທ້າວ​ປ້ຽນ​ເຫີ​ແມ່ນ​ຄົນຕົວະ​ຍົວະ, ​​ເລີຍຕັດ​ຕີນ​ຂວາ​ຂອງ​ລາວ.

ເມື່ອ​ເຈົ້າຊີວິດ​ອູ​ວາງສະຫວັນລະຄົດ, ​ເຈົ້າຊີວິດ​ເວີນ​ວາງ​ໄດ້​ສືບ​ທອດ​ລາຊະ​ບັນລັງ. ທ້າວ​ປ້ຽນ​ເຫີ​ກອດ​ຢົກນັ້ນຮ້ອງ​ໄຫ້​ຢ່າງ​ເຈັບ​ຊ້ຳໜຳ​ໃຈ​ຢູ່​ຕີນ​ພູ​ລັດສູ 3 ມື້ 3 ຄືນ, ຈົນ​ບໍ່​ມີນ້ຳຕາ​, ​ເລືອດ​ກໍ​ໄຫຼອອກ​ມາ. ​ເຈົ້າຊີວິດ​ເວີນ​ວາງ​ໄດ້​ຍິນ​ຂ່າວ​ນີ້, ​ເລີຍ​ແຕ່ງ​ຄົນ​ໄປ​ຖາມ​ທ້າວ​ປ້ຽນ​ເຫີ," ​ໃນ​​ໂລກ​ນີ້ ​ຜູ້​ຖືກ​ຕັດ​ສອງ​ຕີນມີ​ຫລາຍ, ​ເຈົ້າ​ເປັນ​ຫຍັງ​ຮ້ອງ​ໄຫ້​ຢ່າງ​ເຈັບ​ອົກ​ເຈັບ​ໃຈ​ປານນີ້?"

ທ້າວ​ປ້ຽນ​ເຫີ​ຕອບ​ວ່າ:" ຜູ້ຂ້າ​ບໍ່​ແມ່ນ​ເຈັບ​ໃຈ​ຍ້ອນ​ຕີນ​ຂອງຜູ້​ຂ້າ​ຖືກ​ຕັດ​ຖິ້ມ​ດອກ, ​ແຕ່ຫາກ​ແມ່ນ​ຍ້ອນ​ຍົກຖືກ​ຖື​ເປັນກ້ອນ​ຫີນ, ຄົນ​ດີ​ທີ່​ຈົງ​ຮັກ​ພັກດີ​ຖືກ​ຖື​ເປັນຄົນຕົວະ​ຍົວະ, ນີ້​ຈຶ່ງ​ແມ່ນ​ມູນ​ເຫດ​ທີ່​ຜູ້ຂ້າ​ເຈັບ​​ແຄ້ນ​ແໜ້ນ​ໃຈທີ່​ສຸດ." ​ເຈົ້າຊີວິດ​ເວີນ​ວາງ​ກຊົງ​ຕັດ​ສ່ັງ​ໃຫ້ຊ່າງ​ຍົກຕັ້ງ​ໃຈ​ຈຳ​ແນ​ກຍົກກ້ອນ​ນັ້ນ​ໃຫ້​ຮູ້​ລະອຽດ​ດີ, ​ໃນ​ທີ່​ສຸດ​​ໄດ້​ປະກົດ​ເຫັນ​ວ່າ​ມັນ​ແມ່ນຍົກລ້ຳຄ່າກ້ອນ​ໜຶ່ງ​ທີ່​ຫາ​ຍາກ​ໃນ​ໂລກ, ​ເລີຍ​ຕັ້ງຊື່​​ເປັນ"ຍົກນາມສະກຸນ​ເຫີ".​

ໃນ​ເລື້ອງ​ນິທານສຸພາສິດ​ນີ້, ​ທ່ານ​ຫານ​​​ເຟີ​ຍ ​ຜູ້​ແຕ່ງ​ເລື້ອງ​ໄດ້​ເອົາ​ປະສົບ​ການ​ຂອງ​ທ້າວ​ປ້ຽນ​ເຫີ, ມາ​ສົມ​ທຽບຕົນ​ເອງ​ຄື​ເຈດ​ຈຳນົງ​ທາງ​ການ​ເມືອງ​ຂອງ​ຕົນ​ບໍ່​ສາມາດ​ຖືກ​ເຈົ້າຊີວິດ​ນຳ​ໃຊ້, ​ແຕ່ຫາກ​ຖືກ​ປັດ​ເຂ່ຍ, ຕໍ່​ເລື່ອງ​ນີ້, ທ່ານ​ຮູ້ສຶກ​ເສຍດາຍ​ທີ່​ສຸດ. ​ແຕ່​ວ່າ, ຈາກ​ເລື່ອງ​ດັ່ງກ່າວ​ນີ້, ຍັງ​ອາດ​ສຳນຶກ​ເຖິງ​ຄວາມ​ໝາຍ​ອັນ​ເລິກ​ເຊີ່​ງກວ່າ​ນັ້ນອີກ, ​ເຊິ່ງກໍ​ຄື: ຊ່າງ​ຍົກຕ້ອງ​ຮູ້​ຍົກ, ​ເຈົ້າຊີວິດ​ຕ້ອງ​ຮູ້​ຄົນ; ສ່ວນ​ຜູ້​ຖະຫວາຍ​ຍົກພັດ​ຕ້ອງ​ກຽມພ້ອມ​ເສຍຊີວິດຢູ່​ທຸກ​​ເວລາ​ເພື່ອ​ຍົກ.