ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-27 11:50:58    
ທ່ານ​ມູບາ​ລັກ​ແລະ​ທ່ານ​ອາລາ​ຟັດ​ຫາລື​ແຜນການ​​ເສັ້ນທາງ​ສັນຕິພາບ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ພາຍຫລັງ​ລັດຖະສະພາ​ອິດ​ສະ​ລາ​ແອນ​ຜ່ານ​ຮັບຮອງແຜນການ​​ເຄື່ອນ​ໄຫວແຕ່​ຝ່າຍ​ດຽວ​ແລ້ວ, ຕອນ​ຄ່ຳ​ວັນ​ທີ 26 ຕຸລາ, ທ່ານ​ມູບາ​ລັກ ປະທານາທິບໍດີ​ເອຢິບ​ແລະ​ທ່ານ​ອາລາ​ຟັດ ຜູ້ນຳ​ປາ​ເລັສຕີນ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ. ສອງ​ຝ່າຍ​ກ່າວ​ລື້​ມວ່າ, ອິດສະ​ລາ​ແອນ​ຖອນ​ທະຫານ​ອອກ​ຈາກ​ແຖບ​ກາຊາ​ແລະ​ເຂດ​ສ່ວນ​ໜຶ່ງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍແດນ​ຂອງ​ປາ​ເລັກ​ຕີນ​ນັ້ນຄວນ​​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ອິດ​ສະ​ລາ​ແອນ​ຖອນ​ທະຫານ​ທັງ​ໝົດອອກ​ຈາກ​ດິນ​ແດນ​ປາ​ເລັສຕີນ​ທີ່​ຖືກ​ຍຶດຄອງ​.

ທ່ານ​ມູບາ​ລັກ​ກ່າວ​ເນັ້ນວ່າ, ​ເອຢິບ​ສະໜັບສະໜູນ​ຢ່າງ​ສິ້ນ​ເຊິ​ງຕໍ່​ຄວາມ​ພະຍາຍາມ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໃນ​ດ້ານ​ປະຕິ​ຮູບ​ແລະ​ຄວບ​ຄຸມ​ສະຖານະ​ການ​ເຂດ​ປາ​ເລັສຕີນ. ທ່ານ​ອາລາ​ຟັດພັດ​ກ່າວ​ວ່າ, ຝ່າຍ​ປາ​ເລັສຕີນ​ຈະ​ປະຕິບັດ​​ພັນທະຢູ່ໃນ​ແຜນການ​​ສັ້ນທາງ​ສັນຕິພາບ, ​ແຜວ​ທາງ​ໃຫ້ການ​ສ້າງ​ປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​ເອກະລາດ​ໂດຍ​ໄວ​ເທ່ົາ​ທີ່​ຈະ​ໄວ​ໄດ້.