ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-28 06:43:53    
​ເດັກຫຼອດ​ແກ້ວຜູ່​ທຳ​ອິດ

cri Author: huachunmei
ປີ 1988 ພໍ​ດີ​ກົງ​ກັບ​ປີ​ມະ​ໂລງ, ຢູ່​ປະ​ເທດ​ຈີນ​ໃໝ່​ໄດ້​ກຳ​ເນີດ​ລູກ​ຫຼານ​ມັງ​ກອນ​ພິ​ເສດ ຄື, ​ເດັກ​ຫຼອດ​ແກ້ວ​ຜູ່​ທຳ​ອິດ.​ ຜູ່​ທ່ີ​ສ​້າງ​ຜົນ​ງານ​ດັ່ງ​ກ່າວ​ແມ່ນ​ທ່ານ​ນາງ​ຈ່າງ​ລີ​ຈູ່ ສາດ​ສະ​ດາ​ຈານ​ພະ​ແນ​ກພະ​ດຸງ​ຄັນ​ຂອງ​ສະ​ຖາ​ບັນ​ແພດ​ສາດ​ທ​ີ​ສາມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ປັກ​ກ່ິງ​ແລະ​ເພ່ືອນ​ຮ່ວມ​ງານ​ຂອງ​ເພ່ິນ.​ ປີ​ນັ້ນ, ​ທ່ານ​ນາງ​ຈ່າງ​ລີ​ຈູ່​ມີ​ອາ​ຍຸ 67 ປີ.

​ເມື​ອ່ປີ 1978, ທ້າວ​ລຸຍ ບຼອງ ​ເດັກ​ຫຼອດ​ແກ້ວ​ຜູ່​ທຳ​ອິດ​ໂລກ​ໄດ້​ກຳ​ເນີດ​ຂຶ້ນ​ຢູ່​ອັງ​ກິດ. ​ແຕ່​ນັ້ນ​ມາ, ພະ​ນັກ​ງານ​ຄົ້ນ​ຄວ້າ​ຈີນ​ໄດ້​ເລ່ີມ​ຄົ້ນ​ຄວ້າ​ດ້ວຍ​ສອງ​ຝາ​ມື​ເປ່ົາ,​ໃຊ້​ເວ​ລາ​ພຽງ​ແຕ່ 10 ​ປີ​ເທ່ົາ​ນັ້ນ​ກໍ​ໄລ່​ທັນ​ລະ​ດັບ​ກ້າວໜ້າ​ຂອງ​ໂລກ. ​ສ່ວນ​ນາງ​ເຈິ້ງ​ກຸ້ຍ​ເຈີ່​ງ ຄູ​ສອນ​ໂຮງ​ຮຽນ​ຕາ​ແສງ​ຢຽນ​ກວານ​ເມືອງ​ຫຼີ​ແຂວງ​ກັນ​ຊູ​ຂອງ​ຈີນ​ເປັນ​ຜູ່​ທຳ​ອິດ​ທ່ີ​ໂຊກ​ດີ​ເປັນ​ແມ່​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທັນ​ສະ​ໄໝ.

​ເວ​ລາ 8 ​ໂມງ 56 ນາ​ທີ​ຂອງ​ເຂົ້າ​ວັນ​ທີ 10 ມີ​ນາ​ປີ 1988, ​ໃນ​ເວ​ລາ​ທ່ານ​ນາງ​ສາດ​ສະ​ດາ​ຈານ​ຈ່າງ​ລີ​ຈູ່ ​ແພດ​ທ່ີ​ກຳ​ກັບ​ການ​ຜ່າ​ຕັດ​ເອົາ​ເດັກ​ທ່ີ​ໜັກ 3900 ກຼາມ​ແລະ​ຍາວ 52 ຊັງ​ຕີ​ແມັດ​ຜູ່​ນີ້​ອອກ​ຈາກ​ທ້ອງ​ແມ​​່​ນ​ັ້ນ, ນາງ​ເຈິ້ງ​ກຸ້ຍ​ເຈ່ີ​ງ ​ແມ່​ຍິງ​ທ່ີ​ບໍ່​ເຄີຍ​ຖື​ພາ​ເປັນ​ເວ​ລາ 20 ປີ​ຍ້ອນ​ຫຼອດ​ໄຂ່​ຖືກ​ອັດ​ຕັນ​ຜູ່​ນີ້, ​ເມ່ືອ​ອາຍຸ​ຮອດ 39 ປີ​ແລ້ວ​ຈ່ິງ​ໄດ້​ເປັນ​ແມ່. ​

ເມ່ືອ​ເບ່ິງ​ລູກ​ທ່ີ​ຫໍ້​ດ້ວຍ​ຜ່າ​ລາຍ​ດອກ​ສີ​ຟ້າ​ແລະ​ຜ້າ​ຫ່ົມ​ນ້ອຍ​ດ້ວຍ​ສາຍ​ຕາ​ທ່ີ​ມ​ີ​ນ້ຳ​ຕາ​ເຕັມ​​ເບົ່າ​ນັ້ນ, ​ນາງ​ຮູ້​ສຶກ​ວ່າ​ຢູ່​ໃນ​ຄວາມ​ຝັນ. ​ເດັກ​ຍິງ​ທ່ີ​ທັງ​ຂາວ​ທັງ​ອ້ວນ​ຜູ່​ນີ້​ຊ່ື​ວ່າ​ເຈ່ີງ​ເໝີງ​ຈູ່. ​ຄຳ​ວ່າ"​ເໝີງ"​ໃນ​ພາ​ສາ​ຈີນ​​ແປ​ວ່າ​ອອກ​ໜໍ່​ຈໍ່​ແໜງ​ຫຼື​ເລ່ີມ​ຕົ້ນ,​ໝາຍ​ຄວາມ​ວ່າ, ​ນາງ​ແມນ​ເດັກ​ຫຼອດ​ແກ້ວ​ຜູ່​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່. "ຈູ່"​ໝາຍ​ຄວາມ​ວ່າ, ​ໄຂ​່​ມຸກ ​ແມ່ນ​ຫວັງ​ໃຫ້​ນາງ​ມີ​ແສງ​ແວວ​ວາວ​ເໝືອນ​ດັ່ງ​ໄຂ່​ມຸກ.