|
 |
(GMT+08:00)
2004-10-28 06:44:26
|
 |
ບັດປະຈຳຕົວງວດທຳອິດ
cri
ວັນທີ 30 ສິງຫາປີ 1984, ໄທເມືອງປັກກ່ິງ 380 ຄົນໄດ້ຮັບບັດປະຈຳຕົວແຫ່ງສາທາລະນະລັດປະຊາຊົນຈີນເປັນງວດທຳອິດ. ພິທີເບີກບັດປະຈຳຕົວງວດທຳອິດແມ່ນຈັດຢູ່ເດ່ີນບ້ານແຫ່ງໜ່ຶງໃນຄຸ້ມສາວານຕາແຈ. ໃນຄາວນັ້ນ, ຢູ່ເດ່ີນບ້ານເຕັມໄປດ້ວຍຄົນ, ມີທຸງສີປີວສະບັດ, ສຽງກະໂພກດັງກ້ອງກັງວານ. ຜູ່ໄດ້ຮັບບັດປະຈຳຕົວຜູ່ທຳອິດແມ່ນນາງຊ້ານຊິ້ວຢົງ ນັກຮ້ອງເພງຂອງຄະນະລະຄອນຮ້ອງຈີນ.
ການໃຊ້ບັດປະຈຳຕົວແມ່ນການປະຕິຮູບອັນສຳຄັນລາຍໜ່ຶງຂອງລະບອບຄຸ້ມຄອງສຳມະໂນຕົວຂອງຈີນ, ແລະກໍ່ແມ່ນຄວາມກ້າວໜ້າອັນໜ່ຶງຂອງວຽກງານຄຸ້ມຄອງບໍລິຫານຂອງຈີນໃນດ້ານຄຸ້ມຄອງປະຊາກອນ, ພ້ອມກັນນັ້ນກໍ່ໄດ້ສ້າງອະນາຄົດອັນກວ້າງຂວາງໃຫ້ແກ່ການຄຸ້ມຄອງວຽກງານປ້ອງກັນຄວາມສະຫງົບແບບທັນສະໄໝ.
ຄຽງຄູ່ກັບການປະຕິຮູບໂຄງປະກອບເສດຖະກິດລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໃນຊີວິດສັງຄົມຈີນບ່ອນທ່ີຕ້ອງການບັດປະຈຳຕົວກໍ່ເພ່ີມຂຶ້ນຢ່າງຫຼວງຫຼາຍ. ປະຈຸບັນ, ບັດປະຈຳຕົວໄດ້ກາຍເປັນບັດຢັ້ງຢືນທ່ີໃຊ້ຫຼາຍກວ່າໝູ່ແລະມີຜົນກວ່າໝູ່ຂອງພົນລະເມືອງ, ແລະຄຽງຄູ່ກັບຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ຫວ່າງມໍ່ໆນີ້, ຢູ່ຈີນກໍ່ເລ່ີມໃຊ້ບັດປະຈຳຕົວຮຸ້ນທີສອງ ເຊ່ິງໃນບັດນີ້ໄດ້ບັນທຶກຂ້ໍມູນ ສ່ວນຕົວຢ່າງຫຼວງຫຼາຍດ້ວຍວິທີເອເລັກໂຕຼນິກ.
ແຕ່ວັນທີ 21 ກັນຍາປີ 2004, ຈີນເລ່ີມເບີກບັດປະຈຳຕົວຖາວອນໃຫ້ຄົນຕ່າງປະເທດທ່ີໄດ້ຕາມມາດຖານ, ມື້ນັ້ນໄດ້ມີຊາວຕ່າງປະເທດ 5 ຄົນໄດ້ຮັບ"ບັດຂຽວ"ຊະນິດນີ້ຢູ່ກົມຕຳຫຼວດນະຄອນປັກກ່ິງ.
ຕໍ່ໄປພາຍໜ້າ, ຄົນຕ່າງປະເທດທ່ີຖືບັດປະຈຳຕົວຖາວອນຊະນິດນີ້ເຂົ້າອອກເມືອງຈີນບໍ່ຕ້ອງຂໍວິຊາອີກ, ຖືປັດສະປໍແລະບັດປະຈຳຕົວຖາວອນເຂົ້າອອກເມືອງໄດ້, ໃນໄລຍະຢູ່ຈີນ, ກໍ່ບໍ່ຕ້ອງຍຸໃຫ້ບັດດັ່ງກ່າວ.
|
|
|