ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-28 09:45:18    
ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ກ່າວ​ວ່າ​ຊົມ​ເຊີຍ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ອີ​ຣັກ​ຄືນ​ໃຫມ່​ຢ່າງ​ຫ້າວ​ຫັນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ວັນ​ທີ 27 ຕຸ​ລາ ທ່ານ​ອານ​ຢາ​ວານ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ກ່າວ​ວ່າ, ຊົມ​ເຊີຍ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ອີ​ຣັກ​ຫລັງ​ສົງຄາມ​ຢ່າງ​ຫ້າວ​ຫັນ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ຍິ່ງ​ຫລາຍ ໃນ​ວຽກ​ງານ​ຂອງ​ອີ​ຣັກ.

ທ່ານ​ອານ​ຢາ​ວານ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວ​ລາ​ຮັບ​ເອົາ​ສານ​ຕາ ຕັ້ງ​ຂອງ​ທ່ານ​ຢາງ​ຮົງ​ລິນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອີ​ຣັກ. ທ່ານ​ເວົ້າ​ວ່າ,ຈີນ​ມີ​ອິດ​ທິ​ພົນ​ສຳ​ຄັນ​ທ່ີ​ສຸດ​ຕໍ່​ວຽກ​ງານ​ສາ​ກົນ, ຫວັງ​ວ່າ​ການ​ພົວ ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ອີ​ຣັກ​ຈີນ​ຈົ່ງ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ຢາງ​ຮົງ​ລິນ​ເວົ້າວ່າ, ຈີນ​ຄ່ອງ​ຄອຍ​ຂະ​ຫຍາຍ​ການ​ພົວ​ພັນ​ໄມຕີ​ຈິດ​​ຮ່ວມ​ມື​​ກັບ​ອີ​ຣັກ​ຢ່າງ​ຮອບ​ດ້ານ​ບົນ​ພື້ນ​ຖານ​ຫລັກ​ການ​ທ່ີ​ເຄົາ​ລົບ​​ເຊິ່ງກັນ​ແລະ​ກັນ​ແລະ​ສະ​ເຫມີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.ຈີນ​ຍິນ​ດີ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​​ເຂົ້າຮ່ວມ​ການ​ສ້າງສາ​ເສດ​ຖະ​ກິດ​ອ​ີ​ຣັກ​ຄືນ​ໃຫມ່ຢ່າງ​ຫ້າວຫັນ, ​ເຮັດ​ໃຫ້​ອີ​ຣັກ​ເດີນ​ໄປ​ສູ່​ເສັ້ນ​ທາງ​ສັນ​ຕິ​ພາບ ປະ​ຊາ​ທິ​ປະ​ໄຕ​ແລະ​ພັດ​ທະ​ນາ​ໂດຍ​ໄວ.