ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-29 16:17:33    
ເມື່ອ​ຮອດ​ໄວ​ກາງຄົນ​ຈະຮັກສາ​ສຸຂະພາບ​ຂອງ​ຕົນ​ແນວ​ໃດ

cri

​ຄົນ​ໄວ​ກາງຄວນ​​ຮູ້​ຈັກສະພາບ​ຮ່າງ​ກາຍ​ຂອງ​ຕົນ​ເອງ​ຢ່າງ​ຈະ​ແຈ້ງ, ຍາມປົກກະຕິ ຕ້ອງ​ກວດ​ສຸຂະພາບ​​ເປັນ​ປະຈຳ​, ຕໍ່​ພະຍາດທີ່​ມັກ​ເປັນແລະພະຍາດ​ຊຳ​ເຮື້ອ, ຕ້ອງ​ຮູ້​ໄວ, ປິ່ນປົວ​ຢ່າງ​ທັນການ, ພ້ອມ​ທັງຕ້ອງ​ຮູ້ຈັກ​ຮັກສາ​ຕົນ​ເອງ, ຢ່າ​ຂີ້ຄ້ານ, ​ເຮັດ​ຫຍັງຢ່າ​​ເມື່ອຍ​ຫລາຍ, ກິນ​ຂອງຢ່າ​ກິນ​ຫລາຍ​ເກີນ​ຄວນ, ຢ່າ​ໃຈ​ຮ້ອນ​ ​ເພື່ອ​ຮັບປະກັນ​ສຸຂະພາບ​ຂອງ​ຕົນ. ​ຄົນໄວ​ກາງ​​ເປັນພະຍາດ​ມີ​ຈຸດ​ພິ​ເສດ​ສາມ​ຢ່າງ​ຄື: ​ເປັນ​ກະທັນຫັນ, ພະຍາດ​ບາງ​ຢ່າງ​ບ່ົມ​ຊ້ອນຢູ່, ​ແລະ​ພະຍາດ​ບາງ​ຢ່າງ​ເປັນ​ຂຶ້ນ​ຍ້ອນ​ສາ​ເຫດ​ໃດ​ໜຶ່ງ.

ພະ​ຍາດ​ທີ່​ເປັນ​ຂຶ້ນ​ກະທັນຫັນ: ​ແມ່ນ​ຍ້ອນ​ວ່າ​ຄົນໄວ​ກາງ​ຂຸ້ນ​ນຳ​ແຕ່​ວຽກ, ບາງທີອາດຈະບໍ່​ເອົາ​ຫົວຊາ​ນຳສຸຂະພາບ​ຂອງ​ຕົນ, ຈົນ​ກະທັ້ງບໍ່​ມີ​ເວລາ​​ໄປຊາ​ນຳ, ​ແລ້ວ​ເຮັດ​ໃຫ້​ພະຍາດ​ທີ່​ມັກ​ເປັນ​ບາງ​ຢ່າງ​ບ່ໍ​ໄດ້​ຖືກ​ກວດ​ເຫັນ​ຢ່າງ​ທັນ​ການແລະ​ບ່ົງມະຕິ​ໃນ​ໄລຍະ​ຕົ້ນ, ຈຶ່ງ​ເຮັດ​ໃຫ້​ພະຍາດ​ຄື​​ໂຣກ​ຫົວ​ໃຈ, ​ໂຣກ​ເບົາຫວານ, ​ເລືອດ​ດັນ​ສູງ, ພະຍາດ​ກະ​ເພາະ​ລຳ​ໄສ, ​ແລະ​ຊີ້ນ​ປ່ົງ​ເປັນຕົ້ນນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຫລືປ່ຽນ​ແປງ​ຢ່າງ​ກະທັນຫັນ.

ສະນັ້ນ, ການ​ກວດ​ສຸຂະພາບ​​ເປັນ​ປະຈຳ​ແມ່ນ​ສຳຄັນ​ທີ່​ສຸດ. ​ຄົນ​ໄວ​ກາງຄວນ​ອິງ​ຕາມ​ສະພາບ​ຮ່າງກາຍ​ຕົວ​ຈິງ​ຂອງ​ຕົນ, ກວດ​ຮ່າງກາຍ​ປີ​ລະ​ເທື່ອຫລື​ເຄິ່ງປີ​​ກວດ​ເທື່ອ​ໜຶ່ງ. ຖ້າ​ມີ​ປະຫວັດພະຍາດ​ຊຳ​ເຮື້ອຍ້ອນ​ກຳມະພັນ​ຈາກ​ຄອບຄົວຄື​ເສັ້ນ​ເລືອດ​ຫົວ​ໃຈ​ແລະ​ສະໝອງ, ​ແລະ​ຊີ້ນ​ປົ່ງ​ເປັນຕົ້ນ, ນອກຈາກ​ກວດ​ສຸຂະພາບ​ຕາມ​ປົກກະຕິ​ແລ້ວ, ຍັງ​ຕ້ອງ​​ກວດສະ​ເພາະ​ພະຍາດ​ທີ່​ກ່ຽວຂ້ອງ. ນອກ​ນີ້, ​ຄົນໄວ​ກາ​ງ​ທີ່​​ເປັນພະຍາດ​ຊຳ​ເຮື້ອ​ແລ້ວນັ້ນ, ຄວນ​ຈັດວາງ​ຕາລາງ​ເວລາ​ເຮັດ​ວຽກ​ແລະການ​ກິນ​ການ​ຢູ່​ທີ່ເໝາະ​ສົມ, ບໍ່​ຄວນ​ເຮັດ​ວຽກ​ຈົນ​ເຫຼືອບ່າກ​ວ່າ​ແຮງເປັນ​ເວລາ​ຍາວ​ນານ.

ພະຍາດ​ບາງ​ຢ່າງ​ອາດ​ຈະ​ບ່ົມ​ຊ້ອນ​ຢູ່​ໃນ​ຮ່າງ​ກາຍ​ຍາວ​ນານ ທັງ​ນີ້​ແມ່ນ​ຍ້ອນ​ວ່າ: ​ຄົນ​ໄວ​ກາງສ່ວນ​ຫລາຍ​ຕ້ອງ​ຫາບ​ແບກໜ້າ​ທີ່​​ໜັກ​ໜາ​ທາງ​ດ້ານ​ວຽກ​ງານແລະຄອບຄົວ, ຈຶ່ງບໍ່​ສູ້ເອົາ​ໃຈ​ໃສ່​ນຳຄວາມ​ເຈັບ​​ປວດ​ຫລື​ຄວາມບໍ່​ສະບາຍ​ເລັກ​ໆ​ນ້ອຍໆ​ຂອງ​ຕົນ. ທີ່​ຈິງ​ແລ້ວ, ສັບພະ​ຄຸນ​ສະ​ລີລະ​ຂອງ​ຄົນໄວ​ກາງ​ພວມ​ຢູ່​​ໄລຍະຈາກ​ແຂງ​ແຮງຫັນ​ເປັນ​ອ່ອນ​ແອ, ຄວາມ​ສາມາດ​ເກີດ​ໃໝ່​ແລະ​ພູມ​ຕ້ານທານຂອງ​ຈຸ​ລັງ​ຊີວິດ​ແລະ​ສັບພະ​ຄຸນນຳ​ຊຶມ​ອອກ​ພາຍ​ໃນ​ຮ່າງກາຍເປັນຕົ້ນພວມ​​ເສື່​ອມລົງ, ສັບພະ​ຄຸນ​ຂອງ​ໝາກ​ຫົວ​ໃຈ, ປອດ, ສະໝອງ, ​ແລະໝາກ​ໄຂ່ຫຼັງກໍ​ພວມ​​ເສື່ອ​ມ​ລົງ​ເທື່ອ​ລະ​ກ້າວ​ຢ່າງ​ບໍ່​ຮູ້​ສຶກຕົວ. ​ຄົນໄວ​ກາງ​ພວມ​ຢູ່​ໃນ​ໄລຍະ​ທີ່​ມັກ​​ເປັນພະຍາດ​ຊະນິດ​ຕ່າງໆ, ​ແຕ່​ຜູ້ກ່ຽວ​ພັດ​ມັກ​ປະໝາດ​ຫລື​​ເຜີ​ຕົວຍ້ອນວຽກ​ຫລາຍ, ສະນັ້ນ​ຈຶ່ງ​ບໍ່​ໄດ້​ສັງ​ເກດ​ເຫັນ​​ແລະ​ປິ່ນປົວໃນ​ໄລຍະ​ທີ່​ຫາ​ກໍ່​ເປັນ.
ດ້ວຍ​ເຫດ​ນີ້, ​ຜູ້​ຢູ່​ໃນໄວ​ກາງຄົນ​ຄວນ​ຮັບປະກັນ​​ໃຫ້​ຕົນ​ເອງ​ມີເວລາ​ນອນ 6 ຊ່ົວ​ໂມງ​ຂຶ້ນ​ໄປ​ໃນ​ແຕ່​ລະ​ມື້. ຕອນ​ເຊົ້າ, ພາຍຫລັງ​ຕື່ນ​ນອນ​ແລ້ວ, ຕ້ອງ​ຫາເວລາ​​ໄປຫັດກາຍ, ​ເຮັດ​ແນວ​ນີ້, ຈຶ່ງ​ສາມາດ​ຮັກສາ​ໃຫ້​ຕົນ​ເອງ​ມີ​ກຳລັງວັງຊາ​​ເຕັມປ່ຽມ​, ​​ເພື່ອ​ເຮັດວຽກ​​ຢ່າງ​ເຄ່ັງ​ຕຶງ​ໃນ​ມື້ໜຶ່ງ​. ຕໍ່​ຄວາມ​ເຈັບ​ປວດ​ຕາມ​ຮ່າງກາຍ​ທີ່​ບໍ່​ຮູ້​ມູນ​ເຫດ​, ຢ່າ​ຖື​ເບົາ​ເດັດຂາດ, ຄວນ​ໄປ​ກວດ​ຢູ່​ໂຮງໝໍ​ຢ່າງ​ທັນ​ການ, ຖ້າ​​ເທື່ອ​ດຽວກວດບໍ່​ຮູ້​ວ່າ​ເປັນ​ພະຍາດ​ຫຍັງ, ກໍ​ຄວນ​ລະວັງ​ທີ່​ສຸດ, ​ຖ້າ​ບໍ່​ສະບາຍ​ກໍ​ໄປ​ກວດຢູ່​ທຸກ​ເວລາ.

ມີ​ພະຍາດ​ບາງ​ຢ່າງ​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ມູນ​ເຫດ​ໃດ​ໜຶ່ງ: ​ຄົນໄວ​ກາງ​ຍ້ອນ​ມີ​ຖານະ​ພິ​ເສດ​ໃນ​ສັງຄົມ​ແລະ​ຄອບຄົວ, ຈຶ່ງ​ຈຳ​ເປັນ​ຕ້ອງ​ຫາບ​ແບບ​ໜ້າ​ທີ່​ອັນ​ໜັກ​ໜາ. ຄວາມ​ເຄ່ັງ​ຕຶງ​ແລະອິດ​ເມື່ອຍທີ່​ທ້ອນ​ໂຮມ​ກັນ​ເຂົ້າ​ຍ້ອນຂຸ້ນ​ວຽກ, ຮ້ອນຮົນ, ອຸກ​ອ່ັງ, ຫ່ວງ​​ໃຍ, ມັກ​ກາຍ​ເປັນ​ປັດ​​​ໄຈ​ທີ່​ພາ​ໃຫ້​ເກີດ​ພະຍາດ. ​ຄົນໄວ​ກາງມັກ​ຖື​ວ່າ, ຕົນ​ເອງ​ມີ​ກຳລັງວັງ​ຊາ​ແລະ​ຄວາມ​ແຂງ​ແຮງ​ພຽງພໍ ທີ່​ຈະ​ທົນຕໍ່ຄວາມ​ເຄ່ັງ​ຕຶງ​ແລະ​ອິດ​ເມື່ອຍ​ໄດ້. ​ແຕ່​ນີ້​​ແມ່ນບໍ່​ອາດ​ລົບ​ລ້າງ​ພະຍາດ​ໄດ້, ກົງກັນຂ້າມ, ຫາກ​ຍັງ​ຈະ​​ພາ​​ໃຫ້​ເກີດ​ພະຍາດ​ນາໆ​ຊະນິດ​​ຍ້ອນ​ອິດ​ເມື່ອຍ​ເກີນ​ໄປ.

ເພື່ອ​ບໍ່​ໃຫ້ພະຍາດບາງ​ຢ່າງເກີດ​ຂຶ້ນ​ໄດ້, ​ຄົນໄວ​ກາງ​ຍັງ​ຄວນ​ປັບ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ເໝາະ​ສົມ. ພາຍຫລັງຂຸ້ນ​ເຮັດ​ວຽກ​ມາໄລຍະ​ໜຶ່ງ​ແລ້ວ, ດີ​ທີ່ສຸດ​ໃຫ້​ພັກຜ່ອນ​ຢ່ອນ​ອາລົມ​ດ້ວຍ​ຮູບ​ການ​ຕ່າງໆຄື​​ໄປ​ທ່ອງ​ທ່ຽວ, ຄຸຍ​ກັນ​ແລະຫຼີ້ນ​​ລື້​ນ​ເລີງນຳ​ໝູ່, ວິທີ​ເຫຼ່ົານີ້​ລ້ວນ​ແຕ່​ສາມາດ​ຜ່ອນຄາຍ​ສະພາວະ​ຈິດ​ໃຈອັນ​ເຄ່ັງ​ຕຶງ​ໄດ້, ພ້ອມ​ທັງ​ໃຫ້​ມີ​ຄວາມ​ຊີ​ນ​ເຄີຍດ້ານ​ການກິນ​ດື່ມ​ຢ່າງ​ວິ​ທະຍາ​ສາດ, ອາຫານ​ທີ່​ໄວ​ກາງຄົນ​ກິນນັ້ນຄວນ​ຈືດຈາງ, ບໍ່​ຄວນກິນ​ຫລາຍ​​ເກີນ​ໄປ.