ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-29 16:24:27    
ພືດ​​ກໍ​ມັກ​ຟັງ​ດົນຕີ

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ນັກວິທະຍາສາດ​ໄດ້​ປະກົດ​ເຫັນ​ວ່າ, ພືດ​ນອກຈາກ​ມີ​ຄວາມ​ຕ້ອງການ​ຕໍ່​ທາດ​ບຳລຸງ​ແລ້ວ, ກໍ​ຍັງ​ມີ​ຄວາມ​ຕ້ອງການ​ຕໍ່​ຊີວິດ​ດ້ານ​ຈິດ​ໃຈ​ອີກ. ​ໃນ​ລາຍການ​ວິທະຍາສາດ​ມື້​ນີ້, ພວກ​ເຮົາ​ຂໍສະ​ເໜີ​ເນື້ອ​ໃນ​ດ້ານ​ນີ້​ສູ່​ຟັງ.

ຢູ່​ແຂວງອົງ​ຕາຣີ​ໂອ​ແຫ່ງ​ກາ​ນາ​ດາ, ມີ​ຊາວນາ​ຜູ້​ໜຶ່ງ​ໄດ້​ທຳ​ການ​ທົດ​ລອງ​ຈ່ັງ​ຊີ້: ລາວ​ໄດ້​ປ່ອຍ​ດົນຕີ​​ເສບ​ດ້ວຍ​ວີ​​ໂອ​ລົງ​ຂອງ​ທ່ານ​ບາ​ເຮີ​ດຢູ່​ນາທົດ​ລອງ​ປູກ​ເຂົ້າ​ເບຼ, ​ໃນ​ທີ່​ສຸດ, ນາ​ທົດ​ລອງຜືນ​ນັ້ນ​ເກັບ​ກ່ຽວ​ໄດ້ຜົນ​ຢ່າງ​ອຸດົມສົມບູນ, ປະລິມານຜົນ​ເກັບ​ກ່ຽວ​​ລື່ນ​ກາຍ​ໃນ​ນາ​ທົດ​ລອງ​ແຫ່ງ​ອື່ນໆ 66%, ​ຮວງເຂົ້າ​ເບຼມີ​ເມັດ​ເຂົ້າ​ເບຼ​ທັງ​ໃຫຍ່ທັງ​ໜັກ.

ທ້າຍ​ຊຸມ​ປີ 50 ສະຕະວັດ​ທີ 20, ທ່ານ​ສມິ​ສ ນັກ​ກະ​ເສດວິທະຍາ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ໄດ​້ປູກ​ເຂົ້າສາລີ​ແລະ​ໝາກ​ຖ່ົວ​ເຫຼືອງ​ໃນ​ຫ້ອງ​ອຸ່ນ, ພ້ອມ​ທັງ​ຄວບ​ຄຸມ​ອຸ​ນຫະພູມ, ຄວາມ​ຊຸ່ມ, ປະລິມານ​ໃສ່​ຟຸ່ນ​ເຄມີ ​ແລະ​ເງື່ອນ​ໄຂ​ອື່ນໆ, ​ແລ້ວ​ຍັງ​ວາງ​ເທັບ​ໃນ​ຫ້ອງ​ອຸ່ນ, ປ່ອຍ​ດົນຕີ​"ຄວາມເພີ້​ຟັນ​ສີຟ້າ​"ທີ່​ມີ​ຊື່​ສຽງ​​ຕະຫລອດ 24 ຊ່ົວ​ໂມງ​ລຽນຕິດ. ຫລັງ​ຈາກ​ນັ້ນບໍ່​ດົນ, ​ທ່ານຮູ້ສຶກ​ຕື່ນ​ຕົກ​ໃຈ​ຫລາຍ​ຍ້ອນ​ໄດ້​ເຫັນ​ວ່າ, ​ເຂົ້າສາລີ​ແລະ​ໝາກ​ຖ່ົວ​ເຫຼືອງທີ່​ໄດຟັງ​ດົນຕີ​ນັ້ນ​ໄດ້​ອອກໜໍ່​ຈໍ່​ແໜງກ່ອນ​ເວລາ 2 ອາທິດ, ລຳຕົ້ນຂອງ​ມັນກໍໃຫຍ່​ກວ່າ​ຕົ້ນອື່ນ​ຢ່າງ​ຫລວງຫລາຍ. ທ່ານສມິ​ສຮູ້ສຶກ​ນອກການ​ຄາດ​ຄຶດ​ຫລາຍ. ພາຍຫລັງ​ມາ, ທ່ານ​ໄດ້​ສືບ​ຕໍ່​ທົດ​ລອງ​ປ່ອຍ​ດົນຕີ​ດັ້ງ​ເດີມຍອດ​ຢ້ຽມ​ແລະ​ເຄ່ິງຍອດ​ຢ້ຽມ​ຢູ່​ນາ​​ເຂົ້າສາລີ​​ພັນປະສົມ, ​ເລີ່​ມ​ແຕ່ເວລາ​ປູກ​ແນວ​ຮອດ​​ເວລາ​ເກັບ​ກ່ຽວບໍ່​ເຄີຍ​ເຊົາຈັກ​ເທື່ອ. ​ໃນ​ທີ່​ສຸດ, ​ເຮັດ​ໃຫ້​ທ່ານ​ຮູ້ສຶກນອກ​ການ​ຄາດ​ຄຶດ​​ເຊ່ັນ​ດຽວ​ກັນ. ​ໃນນາ​ທົດ​ລອງຜືນ​ນີ້​​ເກັບ​ກ່ຽວ​ໄດ້​ເຂົ້າສາລີ​ຫລາຍ​ກວ່າ​ນາ​ທົດ​ລອງ​ກວ້າງຊ່ຳ​ກັນ​ແຕ່​ບໍ່​ເຄີຍ​ໄດ້ຟັງ​ດົນຕີ​ຈັກ​ເທື່ອ​ນັ້ນ 700 ກວ່າ​ກິ​ໂລ. ທ່ານ​ຍັງດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ວ່າ, ​ເຂົ້າສາລີ​ທີ່​ຟັງ​ດົນຕີ​ເຕີບ​ໃຫຍ່​ນັ້ນ​ໃຫຍ່​​ໄວ​, ​ເມັດ​ເຂົ້າສາລີນ້ອຍ​ໃຫຍ່​ຊ່ຳກັນ, ທັງ​ສຸກ​​​ໄວ.

ຖ້າ​ຫາກ​ປ່ອຍ​ດົນຕີ​ອ່ອນ​ໂຍນ​ຢູ່​​ຕາມໄຮ່ນາ, ກໍ​ອາດ​ຈະຊຸກ​ຍູ້​​ໃຫ້​ພືດ​ເຕີບ​ໃຫຍ່​ທັງ​ເກັບ​ກ່ຽວ​ໄດ້​ຜົນ​ອຸດົມ​ສົມບູນ, ນີ້​ອາດຈະ​ບໍ່​ແມ່ນ​ເລື່ອງ​ທາງ​ໄກ​ແລ້ວ.

ຢູ່​ເມືອງມີ​ໂວ​ກີແຫ່ງ​ອາ​ເມ​ລິ​ກາ, ມີ​ຜູ່​ປູກ​ດອກ​ໄມ້​ຜູ້​ໜຶ່ງ, ພາຍຫລັງ​ປ່ອຍ​ດົນຕີ​ໃຫ້​ດອກ​ໄມ້​ໃນ​ຫ້ອງ​ອຸ່ນ​ຂອງ​ຕົນ​ແລ້ວ, ລາວ​ຕົກ​ໃຈຫລາຍ​ທີ່​ໄດ້​ປະກົດ​ເຫັນ​ວ່າ, ດອກ​ໄມ້​ເຫຼົ່ານີ້​​ໄດ້ມີ​ການປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ​ຄື: ດອກ​ໄມ້​​ເຫຼ່ົານີ້​ອອກ​ໜໍ່​ຈໍ່​ແໜງໄວ​​, ທັງ​ອອກດອກ​ຫລາຍ​ກວ່າ​ເກົ່າ, ທັງ​ຍັງ​ບານດົນກວ່າ​ເກ່ົາ. ດອກໄມ້ເຫຼ່ົານີ້ເບິ່ງໄປແລ້ວກໍ​ມີ​ສີສົດງາມກວ່າ​ເກົ່າ.

ນີ້ແມ່ນໝາກເຫລ່ນຕົ້ນໜຶ່ງ, ຢູ່ເທິງງ່າມັນໄດ້ຫ້ອຍເຄື່ອງຟັງຫູອີກ. ຢູ່ໃກ້ໆມັນສາ
ມາດໄດ້ຍິນດົນຕີອອນຊອນທີ່ພວມປ່ອຍຢູ່. ເລື່ອງອັດສະຈັນ​ໄດ້ປະກົດອອກມາ:
ໝາກເຫລ່ນຕົ້ນນີ້ທັງໃຫຍ່ທັງສູງເຕີບໃຫຍ່ງາມ​ດີ, ໝາກເຫລ່ນທັງໃຫຍ່ທັງດົກ,
ໜ່ວຍໃຫຍ່ກວ່າໝູ່ໜັກ 2 ກິໂລ. ທີ່ແທ້, ໝາກ​ເຫລ່ນກໍມັກຟັງດົນຕີນໍ.ຄັນຊັ້ນ,
ມັນມັກຟັງດົນຕີຊະນິດໃດແດ່? ຄົນທັງຫລາຍໄດ້ທົດລອງຕໍ່ໄປ, ພວກເຂົາເຈົ້າປ່ອຍ
ດົນຕີລອກແອນໂລນໃສ່ໝາກເຫລ່ນບາງຕົ້ນ, ແລະປ່ອຍດົນຕີອ່ອນໂຍນໃສ່ໝາກ
ເຫລ່ນອີກຈຳນວນໜຶ່ງ, ໃນທີ່ສຸດ, ໄດ້ປະກົດເຫັນວ່າ,  ໝາກເຫລ່ນທີ່ໄດ້ຟັງດົນຕີ
ອ່ອນໂຍນນັ້ນເຕີບໃຫຍ່ງາມດີ, ສ່ວນໝາກເຫລ່ນທີ່ໄດ້ຟັງດົນຕີອຶກກະທຶກແລະຈັງ
ຫວະບໍ່ດີນັ້ນພັດເຕີບໃຫຍ່ຊ້າ, ບາງຕົ້ນຈົນກະທັ້ງຕາຍໄປ. ທີ່ຈິງແລ້ວ, ໝາກເຫລ່ນ
ກໍມີຄວາມນິຍົມແລະຄັດເລືອກດົນຕີບາງ​ຊະນິດ.ພືດເກືອບໝົດທຸກຢ່າງລ້ວນແຕ່
ຟັງດົນຕີ​ໄດ້, ແລະເຕີບໃຫຍ່ຂຶ້ນໄດ້ ໃນທ່າມກາງດົນຕີທີ່ອ່ອນ​ໂຍນ​ໜ້າຟັງ.
ຫົວຜັກກາດຫວານ, ແລະຫົວຜັກກາດເປັນຕົ້ນລ້ວນ​ແຕ່ແມ່ນແຟນດົນຕີຄືກັນ. ມີບາງປະເທດໃຊ້ວິທີຟັງດົນຕີບ່ົມເພາະຫົວຜັກກາດໜັກ 2,5 ກິໂລ, ເຫັດໃຫຍ່ຊ່ຳ
ຄັນຮົ່ມນ້ອຍ, ຜັກກະລຳປີໜັກ 27 ກິໂລ.

 ນັກວິທະຍາສາດ​ຍັງ​ປະກົດ​ເຫັນ​ວ່າ, ພືດ​ຕ່າງ​ກັນ​, ມັກ​ຟັງ​ດົນຕີ​ຕ່າງ​ກັນ. ຕົວຢ່າງ​ຄື: ໝາກ​ແຕງ​​ແລະໝາກອຶ​ມັກ​ຟັງສຽງ​ຂຸ່ຍ, ໝາກ​​​ເຫລ່ນມັກ​ຟັງ​ດົນຕີ​ໂລມັນ​ຕິກ, ຕົ້ນຢາງ​ພາລາ​ມັກ​ຟັງສຽງ​ອຶດ​ກະ​ທຶກ. ນັກວິທະຍາສາດ​ອາ​ເມ​ລິ​ກາ​ເຄີຍ​ສັງ​ເກດ​​ແລະປຽບທຽບ​ຕໍ່​ດອກ​ໄມ້ 20 ກວ່າ​ຊະນິດ, ປະກົດ​ເຫັນ​ວ່າ, ສຽງ​ອຶດ​ກະ​ທຶກ​ມັກ​ເຮັດ​ໃຫ້​​ດອກ​ໄມ້ເຕີບ​ໂຕ​ຊ້າລົງ 47%, ຖ້າ​ປ່ອຍ​ດົນຕີ​ລອກ​ແອັນ​​ໂລ​ນ, ອາດ​ຈະ​ເຮັດ​ໃຫ້​ພືດ​ບາງ​ຢ່າງ​ຫ່ຽວ​ແຫ້ງ, ຈົນກະທັ້ງ​ຕາຍ​ໄປ.

ຄັນຊັ້ນ, ​ເຫດຜົນ​ທີ່​ພືດ​ຟັງ​ດົນຕີ​ນັ້ນແມ່ນ​ຍ້ອນ​ຫຍັງ​​ແທ້? ທີ່​ຈິງ​ແລ້ວ, ​ແມ່ນ​ຍ້ອນ​ສຽງດົນຕີ​ທີ່​ມ່ວນ​ອອນຊອນ​ສັ່ນສະ​ເທືອນ​ຢ່າງ​ມີ​ກົ​ດ​ເກນ, ​​ເຮັດ​ໃຫ​້ພືດ​ປ່ຽນຖ່າຍ​ອັນ​ເກ່ົາ​ຮັບ​ເອົາ​ອັນໃໝ່​ໄວ​ເຂົ້າ, ​​ຈົນ​​ເຮັດ​ໃຫ້​ພື​ດເຕີບ​ໂຕ​ໄວ.

ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ບົດສະ​ເໜີທີ່​ພາດ​ຫົວ​ເລື່ອງ​ວ່າ, ພືດ​ກໍ​ມັກ​ຟັງ​ດົນຕີ. ລາຍການ​ວິທະຍາສາດ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້. ສະບາຍດີ.