ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-01 17:41:51    
ຮັກ​ຕິ​ເບ​ດ

cri Author: lm

ທ່ີ​ນີ້ວິທະຍຸສາກົງ​ແຫ່ງ​ປະ​ເທດຈີນ, ສະບາຍດີທ່ານ​ຜູ່​ຟັງ​ທີີ​ໂຄລົບ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ໄດ້​ວຽນມາ​ພົບກັບທ່ານ​ອີກຕາມ​ເຄີຍ, ​ໃນ​ລາຍການ​ມື້ນີ້ ຂ້າພະ​ເຈົ້າຈະສະ​ເໜີ​ນາງ​ຫານ​ຫົງ ນັກຮ້ອງ​ເຜ່ົາຕິ​ເບດທ່ີ​ມີຊ່ືສຽງຂອງຈີນ, ຈະ​ພາ​ທ່ານ​ຕິດຕາມ​ສຽງ​ເພງ​ຂອງ​ນາງ​ຫານ​ຫົງ​ໄປ​ຊົມ​ພູ​ພຽງຊິງ​ຫາຍຕິ​ເບດ--ຫຼັງຄາ​ໂລກ ທ່ີ​ມີ​ສະ​ເໜຈັບ​ອົກ​ຈັບ​ໃຈ​ຄົນ.

ທ່ີ​ທ່ານ​ຟັງ​ມານັ້ນ​ແມ່ນ​ເພງ "​ເຈຍຊ່ຽງ" ​ແປວ່າ "ບ້ານ​ເກີດ" ຂັບຮ້ອງ​ໂດຍ​ນາງ​ຫານ​ຫົງ ນັກຮ້ອງ​​ເຜ່ົາຕິ​ເບດທ່ີ​ມີຊ່ືສຽງຂອງ​ຈີນ. ​ເພງ​ນີ້​ໄດ້​ພັນ​ລະ​ນາພາບ​ອັນສວຍງາມ​ແລະຈັບ​ໃຈຄົນ​ໃນ​ເມືອງ​ຢື້​ຄາ​ເຈີ​ເຂດ​ຕິ​ເບ​ດ. ຢູ່​ແຫ່ງ​ນັ້ນ ຝູງງົວ​ແລະ​​ແກະ​ກົ້ມກິນ​ຫຍ້າ​ຢູ່​ຕາມ​ເປີ້ນພູ​ຂຽວ​ອຸ່ມ​ທຸ່ມ, ທ້ອງຟ້າ​ສີ​ຄາມ​ມີ​ປອນເມກ​​ເລ່ືອນລອຍ​, ແມ່ນ້ຳທ່ີ​ໃສ​ສະອາດ​ມີ​ຟອງ​ອ່ອນໆ. ນາງ​ຫານ​ຫົງ​ໃຊ້​ສຽງ​ເພງ​ຂອງຕົນ​ສະ​ແດງ​ຄວາມ​ຮັກ​ຫອມບ້ານ​ເກີດຢ່າງ​ສຸ​ຈະລິດ.

ນາງ​ຫານ​ຫົງ​ເກີດ​ຢູ່​ເຂດ​ຕິ​ເບ​ດທ່ີ​ສວຍ​ງາມ​ເລິກ​ລັບ, ນາງ​ມີ​ພອນ​ສະຫວັນດົນຕີ​ທ່ີ​ດີທ່ີ​ສຸດ, ​ເມ່ືອ 9 ຂວບ​ກໍ​ເລ​່ີມຫັດ​ຮ້ອງ​ເພງ​ແລ້ວ, ​ໃຕ້​ການ​ຊີ້ນຳ​ຂອງ​ອາຈານ​ຜູ່​ມີ​ຊ່ືສຽງ​ແລະດ້ວຍ​ຄວາມພະ​ຍາຍາມ​ຂອງ​ຕົນ, ​​ໃນ​ເວລາ​ອາຍຸ 14 ປີ ນາງກໍ​ໄດ້​ຮັບ​ລາງວັນ​ໃນ​ງານ​ປະກວດ​ເພງ​ລະດັບ​ຊາດ, 17 ປີກໍ​ໄດ້​ຮັບ​ລາງວັນ​ສາກົນ​ບົນ​ເວທີ​​ເພງ​ສະ​ໄໝນິຍົມ​. ​ໂດຍ​ອາ​ໄສ​ຄວາມ​ສາມາດ​ຂອງຕົນ​ເອງ, ນາງ​ຫານ​ຫົງ​ນັບ​ມື້ນັບມີ​ຊ່ືສຽງ​ດົງ​ດັງບົນ​ເວທີ​ເພງ, ​ຕັ້ງແຕ່​ນາງອັດ​ຈຳໜ່າຍ​​ແຜ່ນສຽງ​​ແຜ່ນທຳ​ອິດ​ເມ່ືອ​ທ້າຍ​ປີ 1997 ​ເປັນຕົ້ນມາ, ນາງ​ໄດ້​ຮັບ​ລາງວັນແຊມ​ປຽນ 20 ກວ່າ​ເທ່ືອ​ແລະ​ໄດ້​ຮັບລາງວັນ​ກຽດຕິ​ຍົດຫຼາຍ​ຈົນ​ນັບ​ບໍ່​ຖ້ວນບົນ​ເວທີ​​ເພງ. ​ໄລຍະສຽງ​ຂອງນາງ​ກວ້າງຫຼາຍ, ສຽງ​ເພງ​ອັນ​ກະ​ຕຸ້ນ​ໃຈ​ຄົນ​ຂອງ​ນາງ​ເຮັດ​ໃຫ້​ຜູ່​ຟັງຄື​ວ່າ​​ໄດ້​ໄປ​ຮອດພູ​ພຽງຊິງ​ຫາຍ​ຕິ​ເບ​ດທ່ີ​ສວຍ​ງາມ​ທັງ​ເລິກ​ລັບ.

ຕໍ່​ໄປ​ເຊີນ​ຟັງ​ເພງ "ຊິງ​ຈາງ​ກາວ​ຢວນ" ​ແປ​ວ່າ "ພູ​ພຽງຊິງ​ຫາຍ​ຕິ​ເບ​ດ" ຂັບ​ຮ້ອງ​ໂດຍ​ນາງ​ຫານ​ຫົງ.

​​ຟັງ​ເພງ​ຂອງ​ນາງ​ຫານ​ຫົງ, ທ່ານບໍ່​ຕ້ອງ​ຄຶດ​ເປັນພາບຫຍັງຫຼາຍ​ກໍ​ເຮັດ​ໃຫ້​ຄົນ​ສຳນຶກ​ເຖິງ​ສະ​ເໜອັນ​ບໍລິສຸດ​ຜຸດ​​ຜ່ອງ​ຂອງ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ, ພູ​ຫິມະ​ທ່ີ​ສັກສິດ​ແລະ​ຂາວ​ປອດ ວັດ​ລາມາ​ທ່ີ​ເລິກ​ລັບ ຮີດຄອງ​ປະ​ເພນີ​ທ່ີ​ຊ່ືສັດ​ສຸດຈະລິດ ພູ​ພຽງ​ທ່ີ​ກວ້າງ​​ໃຫຍ່​ໄປ​ສານ​ແລະ​ອື່ນໆ…..ຮູ້ສຶກ​ຈິດ​ໃຈກວ້າງ​ຂວາງ​ໃນ​ທັນ​ໃດ, ​ແລ້ວ​ລືມຄວາມ​ອຸກ​ອ່ັງ​ທັງ​ໝົດ​ໃນ​ທັນທີ.

ວຽກ​ງານ​ຂອງນາງ​ຫານ​ຫົງ​​ແມ່ນ​ຢູ່​ປັກ​ກ່ິງ, ​ແຕ່​ຍ້ອນ​ເກີດ​ຢູ່​ຕິ​ເບ​ດ ນາງ​ຈ່ຶງ​ຮັກ​ຫອມແລະ​ຄຶດຮອດ​ຄຶດ​ເຖິງບ້ານ​ເກີດທ່ີ​ສວຍ​ງາມຂອງ​ຕົນ​ທ່ີ​ສຸດ, ກໍ​ຍ້ອນ​​ເຫດ​ນີ້​ເອງ, ​ນາງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະການ, ​ໄປ​ທ່ຽວ​​ເກັບ​ກຳ​ຂ້ໍ​ມູນ​ຢູ່ຕິ​ເບ​ດຫຼາຍ​ເທ່ືອ​ ເພ່ືອ​ຊອກ​ຫາ​ອ້ໍ​ດົນຕີ​ແຕ່ງ​ເພງອັນ​ກະ​ຕຸ້ນ​ໃຈ​ຄົນດ້ວຍ​​ອາລົມ​ຈິດ​ແລະ​ຄວາມ​ຮັກ​​ແພງ​ຂອງ​ຕົນ, ​​ເພງ "ຫິ​ມະ​ໄລ" ກໍ​ແມ່ນ​ເພງ​ໜ່ຶງ​ທ່ີ​ນາງ​ຫານ​ຫົງ​ແຕ່ງ​ເອງ​ທັງ​ຂັບ​ຮ້ອງ​ເອງ. ​ເນື້ອ​ເພງ​ມີ​ຢູ່​ວ່າ: ຂ້ອຍ​ມາ​ຈາກ​ພູຫິມະ​ໄລ​​ກອດຊົມ​ວັງ​ບຸດ​ຕະລາ, ຂ້ອຍມາ​ຈາກ​ຕີນພູ​ຫິມະ ​ເຕີບ​ໃຫຍ່​ຢູ່​ເມືອງ​ລາຊາ​ທ່ີ​ສວຍ​ງາມ, ນ້ຳມັນ​ເນີຍ​ແລະ​ເຂົ້າຈັງ​ປາຫຼໍ່ລ້ຽງ​​ຂ້ອຍ​ເຕີບ​​ໃຫຍ່, ນ້ຳ​ໃນ​ແມ່ນ້ຳຢາ​ລູ​ໄລ​ລ້າງ​ຜົມ​ຍາວ​ຂອງ​ຂ້ອຍ​ໃຫ້​ສະອາດ. ພ່ໍ​ແມ່​ປະຊາຊົນ​ຄຸມຜ້າຮາ​ຕາ​ອັນ​ຂາວ​ຜ່ອງ​​ໃຫ້ຂ້ອຍ, ​ແລະ​ສ່ັງ​ໃຫ້​ຂ້ອຍ​ຢ່າ​ລືມ​ກັບ​ເມືອ​ເມືອງ​ລາຊາ​.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ມ້ວນ​ທ້າຍ​ລາຍການ​​ມື້​ນີ້ ​ເຊີນ​ຟັງ​ເພງ "ລາຍ​ປາ" ​ແປ​ວ່າ "ມາ​" ທ່ີ​ຂັບ​ຮ້ອງ​ໂດຍ​ນາງ​ຫານ​ຫົງ. ​ພວກ​ເຮົາ​ຈ່ົງໄປ​ຕາມສຽງ​ເພງ​ທ່ີ​ດັງ​ກວງ​ໄກ​ຂອງ​ນາງ​ຫານ​ຫົງ, ບິນ​ເວີ່ີນຢູ່​ເທິງ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດທ່ີ​ສວຍ​ງາມ​ຢ່າງ​ເສລີ, ສ່ົງ​ສຽງຮ້ອງ​ເພງ​ຢ່າງ​ສົມໃຈ​ຢູ່​ຕິນພູ​ຫິມະທ່ີ​ສວຍ​ງາມ!

​ເອົາລະ ​ທ່ານ​ຜູ່​ຟັງທ່ີ​ໂຄລົບ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.