ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-01 21:23:22    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກສ່ົງ​ທະຫານ​ໄປ​ເພ່ີມ​ຢູ່​ເຂດ​ອ້ອມ​ຂ້າງ​ແບກ​ແດດ ​ເຫດການ​ປະ​ທະ​ກັນດ້ວຍ​ກຳລັງ​ອາວຸດ​ແລະ​​ເຫດການ​ກຳລັງ​ຮຸນ​ແຮງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກ​ໄດ້​ເກີດ​ຂຶ້ນຢ່າງ​ບໍ່​ຂາດ​ສາຍ

cri Author: lm

ຕາມ​ຂ່າວCRI: ​ໃນຫຼາຍມື້​ມາ​ນີ້, ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ຍ້າຍທະຫານ​ເປັນຈຳນວນຫຼວງຫຼາຍຈາກ​ແຫ່ງ​ຕ່າງໆ​ຂອງ​ອີຣັກໄປ​ເພ່ີມ​ຢູ່​ເຂດ​ອ້ອມ​ຂ້າງ​ແບກ​ແດດ​.

ຕາມ​ໂທລະພາບ​ອານ ຈາ​ຊີ​ລາ​ຂອງ​ກາ​ຕາລາ​ຍງານ​ວ່າ, ນັບ​ມາ​ຮອດ​ວັນ​ທີ 1 ພະຈິກ​ນີ້, ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ຢູ່​ເຂດ​ອ້ອມ​ຂ້າງ​ແບກ​​ແດດ​ໄດ້​ບັນລຸ​ປະມານ 4 ໝ່ືນ​ຄົນ.

​ໃນ​ໄລຍະ​ດຽວ​ກັນ​ນີ້, ​ເຫດການ​ປະ​ທະ​ກັນດ້ວຍ​ກຳລັງ​ອາວຸດແລະ​ເຫດການ​ກຳລັງ​ຮຸນ​ແຮງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກ​ໄດ້​ເກີດ​ຂຶ້ນຢ່າງ​ບໍ່​ຂາດ​ສາຍ.

ວັນ​ທີ 1 ພະຈິກ​ນີ້, ກະຊວງວຽກ​ງານ​ພາຍ​ໃນຂອງ​ລັດຖະບານ​ຊ່ົວຄາວອີຣັກ​ໄດ້​ຢືນຢັນ​ວ່າ, ຕອນ​ເຊົ້າມື້​ດຽວ​ກັນ ທ່ານ​ຮາ​ຊຳ ຄາ​ແມນ ຮອງ​ເຈົ້າ​ແຂວງ​ແຂວງ​ແບກ​ແດດຖືກ​ມືປືນ​ທ່ີ​ບໍ່​ຮູ້​ຖານະ​ຍິງ​ຕາຍ​ຢູ່​ແບກ​ແດດ.

​ໃນ​ມື້​ດຽວ​ກັນ, ກອງ​ທະຫານ​ອາ​ເມ​ລິ​ກາ​ສືບ​ຕໍ່​ຖິ້ມ​ລະ​ເບີດ​ໃສ່​ເມືອງ​ຟາ​ລູຈາ, ​ເຮັດ​ໃຫ້​ມີ​ຄົນ​ຈຳນວນ​ໜ່ຶງ​ຕາຍ​ແລະ​ບາດ​ເຈັບ.