ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-02 15:42:00    
ປັກ​ກິ່ງ​ຮຽນ​ເອົາ​ບົດຮຽນ​ຈາກ​ບັນດາ​ຝ່າຍ​ຢ່າງ​ຖ່ອມຕົວ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ​2008​ໃຫ້​ດີ

cri

ແຕ່​ວັນ​ທີ31​ຕຸລາ​ຮອດ​ວັນ​ທີ3​ພະຈິກ,ກອງ​ປະຊຸມ​ສະຫຼຸບ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ2004​​ເຊິ່ງ​​ແມ່ນ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເປັນ​ຜູ້​ຈັດ​​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​ໃນ​ກອງ​ປະຊຸມ,ຄະນະ​ກຳມະການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຟັງ​ບົດຮຽນ​ສຳ​ເລັດ​ຜົນ​ຂອງ​ງານ​ກິລິ​ໂອ​ລິ​ມປິກ​ອາ​ແຕນ​ຢ່າງ​ເອົາຈິງ​ເອົາ​ຈັງ,​ແລະ​ຕັ້ງໜ້າ​ແລກປ່ຽນ​ກັບ​ຜູ້​ຊ່ຽວຊານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ,ຜູ້​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແລະ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ດູ​ລິນ​ປີ2006,​ສະ​ສົມ​ບົດຮຽນ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ດີ.

ທ່ານ​ລີ​ວສີ ປະທານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ເຫັນ​ວ່າ,ຕາມ​ວຽກ​ງານຄືບ​ໜ້າ​ໃນ​ປະຈຸ​ບັນ,ປັກ​ກິ່ງ​ສາມາດ​ສຳ​ເລັດວຽກ​ງານ​ກະກຽມ​ທັງ​ໝົດ​ເຊິ່ງລວມທັງ​ການ​ກໍ່ສ້າງ​ຫໍ​ກິລາ​ແລະ​ສະໜາມກິລາ,ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ໃນ​ຕົວ​ເມືອງ​ເປັນ​ຕົ້ນ​ຕາມ​ເວລາ​ກຳນົດ.ສ່ວນ​ບົດຮຽນ​ອັນ​ປະ​ເສີດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ສອນ​ໃຫ້​​ເມືອງ​​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຕໍ່​ພາຍ​ໜ້າ​ນັ້ນ​ຈະ​ເຮັດ​ໃຫ້​ປັກ​ກິ່ງ​ແລະ​ເມືອງຈັດ​ງານກິລາ​ໂອ​ລິ​ມປິກ​ອື່ນໆ​ສາມາດ​ຫຼົບ​ຫຼີກ​ຄວາມ​ພາດ​ພັງ​ອັນ​ບໍ່​ຈຳ​ເປັນ.ທ່ານ​ລີ​ວສີ​ກ່າວ​ວ່າ:

"ປັກ​ກິ່ງ​ຈະ​ຮຳ່ຮຽນ​ແລະ​ຖອດ​ຖອນ​ເອົາ​ບົດຮຽນ​ອັນປະ​ເສີດ​ທີ່​​ເມືອງເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາສະ​ສົມ​ໄວ້​ນັ້ນ​ດ້ວຍ​ທ່າ​ທີ​ຍິ່ງ​ເປີດກວ້າງ​ກວ່າ​ເກົ່າ,​ແລະ​ຈະ​ໝູນ​ໃຊ້​ບົດຮຽນ​ເຫຼົ່ານີ້​ຢ່າງ​ມີ​ລັກສະນະ​ປະດິດ​ສ້າງໂດຍປະສານ​ສົມ​ທົບ​ກັບສະພາບ​ແຫ່ງ​ຊາດ​ຈີນ,ປະກອບສ່ວນ​​ໃໝ່ຍິ່ງ​ຫຼາຍ​ກວ່າ​ເກົ່າ​​ເຂົ້າ​ໃນ​ກິລາ​ໂອລິ​ມປິກ."

ເພື່ອ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ2008​ໃຫ້​ດີ,​​ເລີ່​ມ​ແຕ່​ປີ2003​ເປັນ​ຕົ້ນ​ມາ,ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​​ແຕ່ງ​​ຜູ້​ປະຕິບັດ​ງານ400​ກວ່າ​ຄົນ​ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຕາມໆ​ກັນ.​ໃນ​​ກອງ​ປະຊຸມ​ສະຫຼຸບ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຄັ້ງ​ນີ້,ຜູ້​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ​່ງ,​​ໄດ້​ປະສານ​ກັນ​ກັບ​ຄວາມ​ຮູ້ສຶກ​ຂອງ​ໃຜລາວ,​ແລະ​ພ້ອມ​ກັນ​ກັບ​ຜູ້​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແລະ​ດູ​ລິນ ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ​ແລະ​ຮອບດ້ານ​​​ໂດຍໝູນ​ອ້ອມຫົວ​ຂໍ້​ຕ່າງໆ​ເຊັ່ນ​ກາ​ໝາຍ​ແລະ​ອະນາຄົດ​ຂອງ​ງານ​ກິລາ​ໂອລິມປິກ,ການ​ນຳ​ໃຊ້​ຊັບພະຍາກອນ​ແກນ​ກາງຂອງ​ງານ​ກິລາ​ໂອ​ລິ​ມປິກ,​ແຜນການ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່​ສ້າງ​ຫໍ​ກິລາ​ແລະ​ສະໜາມກິລາ,ການ​ແຂ່ງຂັນ​ກິລາ,ການ​ໝູນ​ເດີນ​​ໃນ​ໄລຍະ​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິມປິກ,ງານ​ກິລາ​​ໂອ​ລິ​ມປິກ​ຄົນ​ພິການ​ເປັນ​ຕົ້ນ.

ກ່ຽວ​ກັບທ່າ​ທີ​ອັນ​ຕັ້ງໜ້າ​ຂອງ​ຝ່າຍ​ປັກ​ກິ່ງທີ່​ຕັ້ງ​ໃຈ​ຮຳ່ຮຽນ​ແລະ​ຖອດ​ຖອນ​​ບົດຮຽນ​ຂອງ​ທຸກ​ຝ່າຍ,ທ່ານ​ໂລ​ເກີປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ທີ່​ຮ່ວມ​ປະຊຸມ​ໄດ້​ຕີ​ລາຄາ​​ສູງ.ທ່ານ​ກ່າວ​ວ່າ:"ຝ່າຍ​ປັກ​ກິ່ງ​ໄດ້​ຕັ້ງ​ໃຈ​ຄົ້ນຄວ້າ​ບົດຮຽນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຜ່ານ​ມາ​ແລະ​ໄດ້​ນຳໃຊ້​ເຂົ້າ​ໃນ​ວຽກ​ງານ​ຈັດ​ຕັ້ງ​ໃນ​ອະນາຄົດ,​ເຮັດ​ແນວ​ນີ້​ສາມາດ​ປະຢັດ​ເວລາ​ແລະ​ກຳລັງວັງຊາ​ຢ່າງ​ຫຼວງ​ຫຼາຍ,ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ບົດຮຽນ​ອັນ​ສຳ​ເລັດ​ຜົນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,​ໄດ້​ຍົກ​ສະມັດຖະພາບ​ຂອງ​ງານ​ໃຫ້​ສູງ​ຂຶ້ນ​ແລະ​ຫຼີກ​ທາງ​ຄົດ​ລ້ຽວ."

ທ່ານ​​ເວນບູຼແກນ ປະທານ​ຄະນະ​ກຳ​ມະ​ການ​ປະສານ​ງານ​ກິລາ​ໂອ​ລິ​ມ ປິກປັກ​ກິ່ງ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ທີ່​ເຄີຍ​ມາ​ສຳ​ຫຼວດວຽກ​ງານ​ກະກຽມ​ຢູ່​ປັກ​ກິ່ງ​ຕັ້ງ​ຫຼາຍ​ເທື່ອ​​ເຫັນ​ວ່າ,ປະຈຸ​ບັນ,ຝ່າຍ​ປັກ​ກິ່ງ​ໄດ້​ສ້າງ​ຈິດ​ໃຈ​ໝູ່​ຄະນະ​ຮ່ວມ​ມື​ອັນ​ແຂງ​ແຮງ,​ໄດ້​ທຳ​ຄວາມ​ເຂົ້າ​ໃຈ​ແລະ​ປະສານ​ງານ​​ເປັນ​ຢ່າງ​ດີ​ກັບ​ທາງ​ລັດຖະບານ​ແລະ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ.ພ້ອມ​ກັນ​ນັ້ນ,ປັກ​ກິ່ງ​ໄດ້​ປະສານ​ສົບ​ທົບ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຕົນ​ແລະ​ຖອດ​ຖອນ​ບົດຮຽນຂອງ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,ວາງ​ທັດສະນະ​ຄະ​ຕິ​ທີ່"ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ປະຢັດ",ຜ່ານ​ຈາກ​ແຜນການ​ຕ່າງໆ​ເຊັ່ນຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກໍ່ສ້າງ​ຫໍ​ກິລາ​ແລະ​ສະໜາມກິລາ​ແລະ​ປ່ຽນ​ທີ່​ຕັ້ງ​ຫໍ​ກິລາ​ແລະ​ສະໜາມກິລາ​ເປັນ​ຕົ້ນ,​ເຮັດ​ໃຫ້​ຫໍ​ກິລາ​ແລະ​ສະໜາມກິລາ​ໄດ້​ຮັບ​ການ​ນຳ​ໃຊ້​​ເປັນ​ຢ່າງ​ດີກ​ວ່າ​ເກົ່າ​ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ.ນີ້​ໄດ້​ສອດຄ່ອງ​ກັບ​ຄວາມ​ຄິດ​ຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ທີ່​ໃຫ້​​ຄວບ​ຄຸມ​ຂະໜາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ຕ້ົນ​.ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ,ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮຳ່ຮຽນ​ແລະ​ກຶກກອງ​ຄວາມ​ສຳ​ເລັດ​ແລະ​ຄວາມ​ເສຍໄຊ​​ແລະຜົນ​ໄດ້ຜົນ​ເສຍຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ໂດຍ​ຕະຫຼອດ.

ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ສິ້ນ​ສຸດ​ລົງ​ແລ້ວ,ປະຈຸ​ບັນ,ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ເຂົ້າ​ສູ່​ໄລຍະ​"ປັກ​ກິ່ງ"​ແລ້ວ,ທ່ານ​​ເວນ​ບູຼ​ແກນ​ຊີ້​ອອກ​ວ່າ:

" ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ປັກ​ກິ​່ງ​ໄດ້​ຈາກ​ໄລຍະວາງ​ແຜນ​ອັນ​ຍອດ​ຢ້ຽມ​ຫັນ​ໄປ​ສູ່​ໄລຍະ​ປະຕິບັດ,ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ​ຜູ້​ຈັດ​ຕັ້ງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພວມ​ດຳ​ເນີນ​ວຽກ​ງານ​ຢ່າງ​ບັງ​ເກີດ​ຜົນ​ແລະ​ໄດ້​ມີ​ການຄືບ​ໜ້າ​ຢ່າງ​ສະດວກ​ທີ່​ສຸດ​ໂດຍ​ຢູ່​ໃຕ້​ການ​ສະໜັບສະໜູນ​ຢ່າງ​​ແຂງ​ແຮງ​ຂອງ​ລັດຖະບານ​ຈີນ​ແລະ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ.ປະຈຸ​ບັນ,ໝົດ​ທຸກ​ຄົນ​ລ້ວນ​ແຕ່​ໄດ​້​ເລັງ​ສາຍຕາ​​ໄປ​ສູ່​ປັກ​ກິ່ງ,​ໄປ​ສູ່​ປັກ​ກິ່ງ​ປີ2008."