ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-02 17:21:09    
ອະດີດ​ຕະການ​ເໝືອນ​ບົດເພງ

cri Author: lm

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍ​ການ​ນັດ​ພົບ​ໃນ​ວັນ​ອາທິດ​.

ທ່ີ​ທ່ານ​​ຟັງ​ມານັ້ນ​ແມ່ນ​ເພງ​ "ວາງ​ຊື້​ສວຍ​ເຟິງ" ​ແປ​ວ່າ "ອະດີດຕະການ​ລ່ວງ​ໄປຕາມ​ສາຍ​ລົ​ມ " ຂັບ​ຮ້ອງ​ໂດຍ​ທ່ານ​ສິສິນ ດາລາ​ເພງ​ທ່ີ​ມີ​ຊ່ື​ສຽງ.

​​ເມ່ືອ​ໄດ້​ຟັງ​ເພງ​ເກົ່າໆ​ທ່ີ​ຈັບ​ໃຈ, ມັກ​ເຮັດ​ໃຫ້​​ເຮົາຄຶດ​ເຖິງ​ເລ່ືອງ​ໃນ​ອະດີດ​ທ່ີ​ຝັງ​ເລິກຢູ່​ໃນ​ໃຈ​ຢ່າງ​ບໍ່​ຮູ້​ສຶກຕົວ, ບາງ​ທີ​ແມ່ນ​ເລ່ືອງ​ໝອງ​ໝ່ົນ​ໃນ​ເວລາ​ພັດ​ພາກ​ຈາກ​ຄູ່​ຮັກ, ບາງທີ​ແມ່ນ​ຄວາມ​ອາ​ໄລ​ອາວ​ອນ​ໃນ​ຍາມຈາກ​​ສ່ຽວ​ຮັກ​ສ່ຽວ​ແພງ ບາງທີ​ແມ່ນ​ຄວາມ​ອາ​ໄລ​ອາວ​ອນ​ໃນ​ເວລາພາກ​ຈາກ​ຄອບຄົວ…ກໍ​​ແມ່ນໃນ​ຍາມ​ທ່ີ​ພວກ​ເຮົາ​ບໍ່​ໃສ່​ໃຈນັ້ນ​ເອງ, ​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​​ກໍ​ໄດ້​ມີ​ຄວາມ​ຊົງ​ຈຳ​ທ່ີ​ລືມ​ຍາກ​ແລ້ວ. ບາງ​ເລ່ືອງ​ອາດ​ຈະ​ຈ່ື​ບໍ່​ລືມ​ຕະຫຼອດ​ຊີວິດ, ບາງ​ເລື່ອງອາດ​ຈະ​ຄ່ອຍໆຈືດຈາງ​ໄປ​ຕາມ​ກາລະເວລາ, ຍັງ​ມີບາງ​ເລ່ືອງ​ເລ່ືອນ​ລອຍ​ຕາມ​ສຽງ​ດົນ​ຕີ​, ພັດ​ເຂົ້າມາ​ຕາມປ່ອງຢ້ຽມ​ຂອງ​ທ່ານ​ໃນ​ຍາມທ່ຽງຄືນທ່ີ​ງຽບ​ສະຫງັດ, ທ່ານ​ກະ​ຕຸ້ນ​ໃຈຫຼາຍ, ​ບັດ​ນັ້ນ ເລ່ືອງ​​ໃນອະດີດຕະການ​ທ່ີ​ຈືດ​ຈາງ​ໄປ​ແລ້ວ​ໄດ້​ຫວນ​ຄືນ​ມາ​ຢ່າງ​ບໍ່​ນຶກ​ບໍ່​ຝັນ.

​ຕໍ່​ໄປ​ເຊີນ​ຟັງ​ເພງ "ຄວັນ​ໄຟ" ຂັບ​ຮ້ອງ​ໂດຍ​ທ່ານ​ອູ​ສິຫຼົງ ນັກ​ຮ້ອງ​​ໄຕ້​ຫວັນ.

​ເນື້ອ​ເພງ​ມີ​ຢູ່ວ່າ: "​ຫຼາຍເທ່ືອ​ແລ້ວ ທ່ີ​ຂ້ອຍຫຼົງ​ເຂົ້າສູ່​ແດນ​ແຫ່ງ​ຄວາມ​ເສົ້າໝອງ​, ​ຄຶດ​ວ່າ​ຄວາມ​ຮັກ​​ໃນ​ເມ່ືອກ່ອນ​ໄດ້​ຫຼັບສະໜິດ​ແລ້ວ, ​ແຕ່​ພັດສະ​ເດີ​ດຕ່ືນອີກ​ໃນຍາມ​ທ່ຽງຄືນ. ຄຶດ​ຮອດເຈົ້າ​ເລື້ອຍໆ​​ຢ່າງ​ບໍ່​ຮູ້​ສຶກຕົວ, ສາຍຕາສະທ້ານ​ຢ້ານ​ກົວ​ຂອງ​ນ້ອງ ​ໄດ້​ຜ່ານ​ໄປ​ໄກ​ແລ້ວ ​ແຕ່​ນ້ອງ​ຍັງ​ເພ່ິງ​ພິງ​ໃນ​ອ້ອມ​ກອດ​ຂອງ​ອ້າຍ.

​​ເມ່ືອ​ໄດ້​ຟັງ​ເພງ​ເກົ່າ​ມ່ວນໆເພງ​ໜ່ຶງ, ມັກ​ເຮັດ​ໃຫ້ພວກ​ເຮົາ​​ຄຶດ​ເຫັນເລື່ອງ​ໃນ​ອະດີດ, ບາງທີອາດ​ຈະແມ່ນ​ເລ່ືອງ​ທ່ີ​ບໍ່​​ເຄີຍ​ໃສ່​ໃຈ, ບາງທີ​ອາດ​ຈະແມ່ນຄວາມ​ຮັກ​​ທ່ີ​ສະຫຼັກຈິດ​ສະຫຼັກ​ໃຈ​ແທ້, ​ເລ່ືອງ​ທ່ີ​ຄຸ້ນ​ເຄີຍຫຼື​ເລ່ືອງ​ທ່ີບໍ່ຄຸ້ນ​ເຄີຍ ​ເປັນ​ສີ​ເຂັ້ມຂຸ້ນຫຼືສີຈືດຈາງ, ລ້ວນ​ແຕ່​ຫຼັງມາ​ຕາມ​ສຽງ​ເພງ​ທ່ີ​ລື້​ງຫູ. ບາງທີ​​ເຈົ້າອາດ​ຈະ​ຄຶດ​ເຖິງ​ຄົນ​ທ່ີ​ເຄີຍຮັກ​, ບໍ່​ຮູ້​ວ່າ​ດຽວ​ນີ້​​ເຂົາຢູ່​ໃສ; ບາງທີ​​ເຈົ້າອາດ​ຈະ​ຄຶດ​ເຖິງ​ເພ່ືອນ​ຮຽນ​ໃນ​ຍາມ​ນ້ອຍ, ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຈ່ັງ​ໃດ​ແລ້ວ, ເຂົາ​ເຈົ້າສ້າງ​ຄອບຄົວ​ແລ້ວຫຼືບໍ່; ບາງທີ​​ເຈົ້າ​ອາດຈະ​ຄຶດຮອດຄອບ​ຄົວທ່ີ​ຢູ່​ທາງໄກ​, ພວກ​ເພ່ິນ​ກໍ​ຍັງ​ຄ່ອຍຢູ່​ບໍ່; ບາງທີ​​ເຈົ້າອາດ​​ຈະ​ຄຶດ​​ເຫັນໝູ່​ໃນຍາມ​ຍັງ​ນ້ອຍ, ຈະ​ໄດ້​ພົບ​ໜ້າ​ກັນ​ອີກບໍ່ນໍ…​ພວກ​ເຮົາ​ຈ່ົງອະທິຖານ​, ອະທິ​ຖານ​ໃຫ້​ໝູ່​ເພ່ືອນ ພໍ່​ແມ່ພີ່ນ້ອງ ​ແລະ​ຄົນ​ທ່ີ​ເຮົາ​ເຄີຍ​ຮັກ​…

ມີ​ການ​ເຕົ້າ​ໂຮມກັນ​​ກໍ​ຕ້ອງ​ມີ​ການພາກ​ຈາກ​ກັນ​, ຄວາມ​ຄຶດ​ຮອດ​ຄຶດ​ເຖິງ​ຈ່ຶງ​ໄດ້​ກາຍເປັນ​ພາກສ່ວນ​ໜຶງທ່ີ​ຂາດ​ເຂີນບໍ່​ໄດ້​ໃນ​ຊີວິດຂອງ​ເຮົາ. ຢູ່​ເດີ່ນຍົນ ຢູ່​ສະຖານີ​ລົດ​ໄຟຫຼືຄິວ​ລົດ, ມື້​ໃດ​ກໍ​ມີພາບອຳ​ລາ​ຈາກ​ກັນ​ທ່ີ​ກະ​ຕຸ້ນ​ໃຈ​ຄົນ, ​ແຕ່ກໍ​ມີ​ພາບ​​ເປັນ​ໜ້າ​ດີ​ໃຈ​ທ່ີພົບ​ໜ້າພໍ້​ຕາ​ກັນຄືນ​ໃໝ່. ​ແມ່ນ​​ແລ້ວ, ຈາກ​ກັນ​​ໄປ​ມື້​ນີ້​ກໍ​ເພ່ືອ​ພົບ​​ກັນ​​ໃນ​ມື້​​ໃໝ່, ​ສະນັ້ນໃນ​ເວລາ​ຈາກ​ກັນຢ່າ​​ໂສກເສົ້າ​ເກີນ​ໄປ, ຂໍ​ໃຫ້​ນຳ​ເອົາສຽງ​ເພງ​ຂອງ​ຂ້ອຍ​ໄປ​ນຳ, ​ແຕ່ຈ່ົງ​ຮອຍ​ຍິ້ມ​ຂອງ​​ເຈົ້າ​ໄວ້​ໃຫ້​ຂ້ອຍ! ລາ​ແລ້ວ ​ຂໍ​ໃຫ້​ເພ່ືອນ​ຈ່ົງ​ຖະໜອມ​ຕົນ​ເອງ, ​ເມ່ືອ​​ລະດູບານ​ໃໝ່​ວຽນມາ, ຂໍ​ໃຫ້​ເພື່ອນ​ຈ່ົງ​ສ່ົງຂ່າວ​ດີ​ມາ​​ຕາມ​ສາຍ​ລົມ, ​ແລ້ວພວກ​ເຮົາ​ຈ່ຶງ​ພົບ​ໜ້າກັນ​​​ໃໝ່.

ຕໍ່​ໄປ​ເຊີນ​ຟັງ​ເພງ "ຈູ​ນີອີ​ລູ້​ຊຸ້ນ​ເຟິງ" "ຂໍ​ໃຫ້​ທ່ານ​ຈ່ົງ​ໄປ​ດີຕະຫຼອດທາງ".

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຄຽງ​ຄູ່​ກັບ​ສຽງ​ເພງ​ໄດ້​ຄ່ອຍໆ​ອ່ອນ​ລົງ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ຂອງ​ພວກ​ເຮົາ​ພາກ​ນີ້​ກໍ​ຂໍສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້. ສຽງ​ເພງ​ທ່ີ​ອອນ​ຊອນ​, ຄົງ​ພາ​ໃຫ້​ທ່ານ​ຄຶດ​ຮອດ​ເລ່ືອງ​ໃນ​ອະດີດຕະການ​ນໍ. ຊີວິດ​ຄື​ກັບເພງ, ​ເວລາ​ກໍຄື​ກັບ​ເພງ, ຂໍ​ອວຍ​ພອນ​ໃຫ້​​ເພ່ືອນ​ຜູ່​ຟັງ​​ຈ່ົງມີ​ຊີວິດ​ສຸກ​ສັນ! ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.