ທ່ານກ່າວສ້ຽວຊ່ົງ ແມ່ນຜູ່ມີຊື່ສຽງຫຼາຍ,ເພງເດ່ີນໂຮງຮຽນທີ່ເພ່ີນແຕ່ງໃນ 10 ປີກ່ອນ,ຈົນຮອດສູ່ມື້ນີ້ຍັງໄດ້ຮັບຄວາມຊົມເຊີຍຈາກຊາວຫນຸ່ມທັງຫຼາຍ,ແຕ່ໃນຂະນະທີ່ຄົນທັງຫຼາຍຄອຍຖ້າໃຫ້ທ່ານແຕ່ງເພງໃຫ້ຫຼາຍນັ້ນ,ທ່ານຊ້ຳພັດຂຸ້ນນຳວຽກຖ່າຍຮູບເງົາຫຼືພິມຈຳຫນ່າຍນະວະນິຍາຍ,ເພ່ີນບໍ່ຫົວຊານຳຜູ່ອື່ນຈະເວົ້າຫຍັງ,ພຽງແຕ່ດຳລົງຊີວິດເພື່ອຕົນເອງ,ຕໍ່ໄປ,ພວກເຮົາຂໍແນະນຳທ່ານກ່າວສ້ຽວຊ່ົງສູ່ທ່ານຟັງ
ຢູ່ຈີນ,ຊາວຫນຸ່ມຜູ່ນ່ຶງຖ້າວ່າໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລຊີງຮວາທີ່ມີຊື່ສຽງແມ່ນເລື້ອງທີ່ເປັນຫນ້າເອກອ້າງທີ່ສຸດ,ແຕ່ໃນປີ 1991 ,ທ່ານກ່າວສ້ຽວຊົ່ງທີ່ພວມຮຽນຢູ່ຂະແຫນງວິຊາຊ່າງເອເລັກໂຕຼນິກມະຫາວິທະຍາໄລປີ 3 ນັ້ນ,ພັດເຊົາຮຽນ.ເວລານັ້ນ,ທ່ານອາຍຸ 22 ປີ,ທ່ານກ່າວສ້ຽວຊົງ ບໍ່ຢາກຮຽນວິຊາລາດາອີກ,ເພ່ີນຢາກເຮັດສິນລະປະ,ສະນັ້ນ,ທ່ານກ່າວສ້ຽວຊົ່ງ ສະນັ້ນ,ທ່ານກ່າວສ້ຽວຊົ່ງ ອອກຈາກມະຫາວິທະຍາໄລຊິງຮວາ,ເຂົ້າຮຽນຂະແຫນງວິຊາກຳກັບການສະແດງປີຫນ່ຶງຢູ່ວິທະຍາຄານຮູບເງົາປັກກ່ິງ,ຫລັງຈາກນັ້ນ,ກໍເລ່ີມຖ່າຍຟິມໂຄສະນາສິນຄ້າ.ກໍ່ແມ່ນໃນໄລຍະນີ້ເອງ,ເລື້ອງທີ່ທ່ານຄາດຄຶດບໍ່ເຖິງນັ້ນໄດ້ເກີດຂຶ້ນ,ຄືເພງເດ່ີນໂຮງຮຽນທີ່ທ່ານແຕ່ງໃນຍາມຮຽນຢູ່ມະຫາວິທະຍາໄລນັ້ນໄດ້ຖືກບໍລິສັດແຜ່ນສຽງປະກົດເຫັນແລ້ວນຳອອກເຜີຍແຜ່,ແລະໄດ້ຮັບຄວາມນິຍົມຊົມຊອບໃນທ່ົວປະເທດຢ່າງໄວວາ,ປີ 1994 ,ທ່ານກ່າວສ້ຽວຊ່ົງໄດ້ອັດຈຳຫນ່າຍກະແຊັດປະມວນເພງເດ່ີນໂຮງຮຽນຊຸດທີຫນ່ຶງ,ແລ້ວກ້າວເຂົ້າສູ່ວົງດົງຕີຢ່າງເປັນທາງການ. ທີ່ທ່ານພວມຟັງຢູ່ນີ້ແມ່ນເພງເດ່ີນໂຮງຮຽນຊື່ວ່າອ້າຍນ້ອງທີ່ນອນຢູ່ຕຽງເທິງຂອງຂ້ອຍ,ເຊ່ິງແມ່ນທ່ານກ່າວສ້ຽວຊ່ົງເປັນຜູ່ແຕ່ງເນື້ອຮ້ອງແລະທຳນອງເພງ,ເພງນີ້ໄດ້ໃຊ້ຄຳເວົ້າທຳມະດາ ບັນຍາຍຄວາມຮັກແພງກັນຢ່າງເລິກເຊ່ິງລະຫວ່າງຫມູ່ຮຽນ,ອັນໄດ້ພາໃຫ້ຫມູ່ນັກສຶກສາແລະຜູ່ທີ່ເຄີຍມີປະສົບການຄ້າຍຄືກັນນີ້ເກີດຄວາມຮູ້ສຶກແນວດຽວກັນຢ່າງແຮງກ້າ.
ທ່ານກ່າວສ້ຽວຊົ່ງແມ່ນຮູ້ສຶກບັງເອີນນຳຜົນສຳເລັດທີ່ຕົນໄດ້ປະສົບຢ່າງກະທັນຫັນແລະດີໃຈຫຼາຍ,ກຳລັງກົດຫນີບທີ່ປະສົບໃນເວລາຕັດສິນໃຈເຊົາຮຽນມະຫາວິທະຍາໄລຊິງຮວາໃນຄາວນັ້ນ,ກໍປົງຕົກແລ້ວ,ເພາະວ່າ,ພໍ່ແມ່ຂອງທ່ານທີ່ເປັນສາດສະດາຈານມະຫາວິທະຍາໄລແມ່ນຫວັງໃຫ້ລູກເປັນນັກວິທະຍາສາດ,ເຖິງຈະບໍ່ເປັນນັກວິທະຍາສາດ,ກໍ່ບໍ່ຢາກໃຫ້ເປັນນັກດົນຕີສະໄຫມນິຍົມເດັດຂາດ,ປີ 1995, ເພງທີ່ຮັກທີ່ລ່ວງໄປແລະເພງດອກຈູມທີ່ທ່ານກ່າວສ້ຽວຊົ່ງແຕ່ງນັ້ນໄດ້ຮັບລາງວັນຄຳຊະນິດຕ່າງໆທັງເນື້ອຮ້ອງແລະທຳນອງເພງໃນປີນັ້ນອີກ,ປີລຸນມາ,ທ່ານກ່າວສ້ຽວຊົ່ງໄດ້ຮ່ວມກັບຫມູ່ເພື່ອນຕັ້ງບໍລິສັດດົນຕີນາສວນເຂົ້າບະເລ ປັກກ່ິງ,ຕົນເອງເປັນຜູ່ກຳກັບດົນຕີ,ບໍລິສັດນີ້ໄດ້ເປັນບໍລິສັດດົນຕີທີ່ດີເລີດກວ່າຫມູ່ຂອງແຜ່ນດິນໃຫຍ່ຈີນ,ເມື່ອຫວນຄຶດການຕັດສິນໃຈເຊົາຮຽນມະຫາວິທະຍາໄລໃນຄາວນັ້ນ,ແລ້ວ,ທ່ານກ່າວສ້ຽວຊົ່ງບໍ່ໄດ້ຮູ້ສຶກກິນແຫນງຫຍັງຈັກເມັດ,ທ່ານເວົ້າວ່າ,ຂ້າພະເຈົ້າຮູ້ສຶກວ່າ,ຖ້າຮຽນຢູ່ມະຫາວິທະຍາໄລ,ສຳຄັນກວ່າຫມູ່ແມ່ນມີຫຼາຍດ້ານດ່ັງນີ້,ຫນ່ຶງແມ່ນວິທີຄຶດຫງຳ,ຄືທິດສະດີວ່າດ້ວຍວິທີອີກຢ່າງຫນ່ຶງແມ່ນເຈົ້າມີສະພາບແວດລ້ອມທີ່ໃຫ້ເຈົ້າເຕີບໃຫຍ່ທັງບໍ່ມີກຳລັງກົດຫນີບດ້ານຊີວິດ,ຖ້າເຈົ້າບໍ່ເຂົ້າຮຽນມະຫາວິທະຍາໄລ,ເຈົ້າກໍຈະຕ້ອງປະເຊີນກັບບັນຫາຊີວິດໃນທັນທີ,ຮຽນມະຫາວິທະຍາໄລກໍ່ທໍ່ກັບວ່າເຈົ້າມີເວລາສຳນຶກກຶກກອງບັນຫາດ້ວຍສູນທອນທັດ,ສ່ິງເຫຼ່ົານີ້ຂ້າພະເຈົ້າໄດ້ຮັບຫມົດແລ້ວ,ຂ້າພະເຈົ້າໄດ້ຜ່ານໄລຍະເວລາອັນງົດງາມໃນມະຫາວິທະຍາໄລ.ກໍ່ແມ່ນໃນຂະນະທີ່ຄົນທັງຫຼາຍຄອງຄອຍໃຫ້ທ່ານກ່າວສ້ຽວຊົ່ງແຕ່ງເພງມ່ວນໆຍ່ິງຫຼາຍກວ່າເກ່ົາສູ່ຟັງນັ້ນ,ທ່ານພັດເຊົາແຕ່ງດົນຕີ,ແລ້ວຕົກລົງໄປທ່ຽວແຫ່ງຕ່າງໆໃນໂລກ,ທ່ານໄດ້ໄປທ່ຽວ 20 ກວ່າປະເທດຢ່າງຕໍ່ເນື່ອງກັນ,ແລ້ວບັນທຶກເອົາສ່ິງທີ່ໄດ້ຮູ້ໄດ້ເຫັນຕາມທາງ,ເມື່ອກັບຄືນປະເທດແລ້ວ,ທ່ານກ່າວສ້ຽວຊ່ົງກໍໄດ້ມີຈຸດເລ່ີມໃຫມ່ອີກ,ປີ 1999,ທ່ານກ່າວສ້ຽວຊ່ົງໄດ້ແຕ່ງຮູບເງົາເລື້ອງຊື່ວ່າດອກໄມ້ບານໃນຄາວນັ້ນ,ໂດຍແມ່ນທ່ານເອງກຳກັບການສະແດງແລະແຕ່ງເພງປະກອບໃນຮູບເງົາປີ 2000,ທ່ານໄດ້ພິມຈຳຫນ່າຍນະວະນິຍາຍເລື່ອງແປວ່າຮູບຫນ້າທີ່ແຕ້ມໃສ່ຝາເຮືອນ.ປີ 2001,ທ່ານກ່າວສ້ຽວຊົ່ງຮັບເຊີນໄປເຮັດວຽກຢູ່ແວບໄຊຊີນາເຊ່ິງແມ່ນແວບໄຊພາສາຈີນທີ່ໃຫຍ່ກວ່າຫມູ່ໃນໂລກ.ຮັບຕຳແຫນ່ງເປັນທີ່ປຶກສາຍຸດທະສາດພາລະກິດວັດທະນະທຳ ປີ 2003,ທ່ານກ່າວສ້ຽວຊົ່ງໄດ້ແຕ່ງຮູບເງົາເລື່ອງຊື່ວ່າໃຈຂ້ອຍບິນເຫາະເຫີນທັງເປັນຜູ້ກຳກັບການສະແດງແລະກໍ່ໄດ້ນຳອອກສູ່ສາຍຕາຂອງຜູ່ຊົມ,ທ່ານກ່າວສ້ຽວຊ່ົງຮູ້ສຶກວ່າ,ຊີວິດຂອງຕົນມີຫຼາຍສີຫຼາຍສັນ,
ທ່ານເວົ້າວ່າກ່ອນອາຍຸ 30 ປີ,ຂ້າພະເຈົ້າເຄີຍຖ່າຍຮູບເງົາ,ເຄີຍແຕ່ງແລະພິມຈຳຫນ່າຍນະວະນິຍາຍ,ທັງໄດ້ຈັດງານດົນຕີສ່ວນຕົວ,ຕໍ່ມາ,ຂ້າພະເຈົ້າໄດ້ໄປທ່ຽວຫຼາຍປະເທດ,ສະນັ້ນ,ຂ້າພະເຈົ້າຈ່ິງເວົ້າໄດ້ວ່າ,ໃນເວລາອາຍຸ 30 ປີ,ໄລຍະບັນລຸຄວາມຝັນໄດ້ຜ່ານໄປແລ້ວ.
ທ່ານກ່າວສ້ຽວຊົ່ງເວົ້າວ່າ,ຍ້ອນວ່າມັກດົນຕີສະໄຫມນິຍົມ,ທ່ານໄດ້ເຊົາຮຽນມະຫາວິທະຍາໄລແລະຍ້ອນວ່າສົນໃຈນຳສິນລະປະຮູບເງົາ,ທ່ານໄດ້ຕັ້ງໃຈໄປຖ່າຍຮູບເງົາ,ແຕ່ຍ້ອນໄດ້ຮັບຜົນສະທ້ອນຈາກການສຶກສາຂອງຄອບຄົວ,ເພ່ີນອາດຈະເລືອກເປັນຄູໃນອະນາຄົດ,ທ່ານຮູ້ສຶກວ່າ,ຄົນເຮົາຄວນດຳລົງຊີວິດເພື່ອຕົນເອງ,ບໍ່ຄວນຖືກຜູກມັດຈາກທັດສະນະຄະຕິດັ້ງເດີມແລະຮີດຄອງເກ່ົາ,ທ່ານເວົ້າວ່າ
ຂ້າພະເຈົ້າຮູ້ສຶກວ່າ,ກຳລັງຊຸກດັນໃຫ້ຄົນຜູ່ຫນ່ຶງໄປເຮັດວຽກໃດວຽກຫນ່ຶງນັ້ນບໍ່ແມ່ນຍ້ອນບໍ່ພໍໃຈນຳຊີວິດ,ບໍ່ພໍໃຈນຳເຮືອນທີ່ຢູ່,ລົດທີ່ຂັບຂ່ີ,ແຕ່ຫາກແມ່ນຍ້ອນວ່າຊີວິດຂອງຄົນເຮົາຕ້ອງການຫຼາຍສ່ິງຫຼາຍຢ່າງທີ່ມີຄວາມຫມາຍ,ຖ້າເຈົ້າຢາກເຮັດວຽກທີ່ມີຄວາມຫມາຍ,ເຈົ້າຈ່ິງມີຄວາມສົມໃຈຫຼາຍ,ຖ້າເຈົ້າເຮັດວຽກແມ່ນເພື່ອຢາກໄດ້ເຮືອນຍ່ິງກວ້າງກວ່າ,ເຈົ້າກໍ່ບໍ່ຫ່ອນຄຶດໄປປະກອບສ່ວນຫຼາຍກວ່າເກ່ົາຕໍ່ສັງຄົມ,ທຸກຄົນໃຜກໍເຮັດວຽກທີ່ຕົນມັກ.ສັງຄົມຈ່ິງກ້າວຫນ້າໄດ້.
|