ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-04 15:36:04    
ສິ່ງ​ຄວາມ​ຮູ້​ທາງ​ດ້ານ​ຮັກ​ສາ​ສຸກ​ຂະ​ພາບ​ຂອງ​ຜູ່​ເຖົ້າ​ຜູ່​ແກ່​(ພາກ​ທີ​ຫນຶ່ງ)

cri Author: sayvanny
ພວກ​ເຮົາ​ໄດ້​ເຊີນ​ທ່ານ​ສາດ​ສະ​ດາ​ຈານ​ຮົງ​ຊ້າວ​ກວງ​ ຜູ່​ຊ່ຽວ​ຊານ​ດ້ານ​ໂລກ​ເລືອດ​ດັນ​ສູງ,ສາຍ​ເລືອດ​ຫົວ​ໃຈ​ແລະ​ພະຍາດ​ຜູ່​ເຖົ້າ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ມາ​ແນະນຳ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຮັກສາ​ສຸກຂະພາບ​ສຳລັບ​ຜູ້​ເຖົ້າ.

ນັກ​ແພດ​ສາດ​ມັກ​ເວົ້າ​ເລື້ອຍໆ​ວ່າ,ຜູ້​ເຖົ້າ​ຕ້ອງ​ລະວັງ 3 ​ເຄ່ິງ​ນາ​ທີ​ແລະ​​ເອົາ​ໃຈ​ໃສ່​ນຳ 3 ​ເຄ່ິງ​ຊົ່ວ​ໂມງ,ຢ່າ​ປະ​ຫມາດ​ຄວາມ​ເວົ້າ​ທີ່​ວ່າ 3 ​ເຄ່ິງ​ນາ​ທີ​ແລະ 3 ​ເຄ່ິງຊ່ົວ​ໂມງ,ມັນ​ມີ​ຜົນ​ສະ​ທ້ອນ​ສຳ​ຄັນ​ຫຼາຍ​ຕໍ່​ສຸກ​ຂະ​ພາບ​ແລະ​ຕໍ່​ຊີ​ວິດ​ຂອງ​ຜູ້​ເຖົ້າ​ຜູ່​ແກ່,ທ່ານ​ສາດ​ສະ​ດາ​ຈານ​ຮົງ​ເວົ້າ​ວ່າ​ນັກ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ​ໄດ້​ປະ​ກົດ​ເຫັນ​ວ່າ,ມີ​ຄັນ​ເຈັບ​ຫຼາຍ​ຄົນ,ກາງ​ເວັນ​ອາ​ການ​ປ່ວຍ​ຍັງ​​ເປັນ​ປົກ​ກະ​ຕິ​ຢູ່​,​ແຕ່​ຮອດ​ກາງ​ຄືນ,​ພັດ​ເສຍ​ຊີວິດ​ຢ່າງ​ກະ​ທັນ​ຫັນ,​ເປັນ​ຫຍັງ​ຈ່ຶງ​ເສຍ​ຊີວິດ​ປຶບ​ປັບ​ແບບ​ນັ້ນ,​ເມື່ອ​ໄດ້​ກວດ​ເບ່ິງ​ແລ້ວ​ຈ່ຶງ​ຮູ້​ວ່າ,​ເວລາ​ລຸກ​ກາງ​ຄືນ,ລຸກ​ໄວ​ໂພດ,ທ່າ​ຮ່າງກາຍ​ປ່ຽນ​ແປງ​ກະທັນ​ຫັນ,ພາ​ໃຫ້​ເລືອດ​ດັນ​ຕ່ຳ​ລົງ,ສະ​ຫມອງ​ຂາດ​ເລືອດ​ຈ່ຶງ​ວິນ​ຫົວ​ແລ້ວ​ລົ້ມ,ພາ​ໃຫ້​ບາງ​ຄົນ​ຫົວ​ແຕກ,ບາງ​ຄົນ​ຫົວ​ໃຈ​ຢຸດ​ເຕັ້ນ,ບາງ​ຄົນ​ສາຍ​ເລືອດ​ສະ​ຫມອງ​ຕັນ​ພາຍ​ຫລັງ​ທີ່​ສະ​ຫມອງ​ຂາດ​ເລືອດ,ບາງ​ຄົນ​ຫົວ​ໃຈ​ຂາດ​ເລືອດ​ກະ​ທັນ​ຫັນ,​ແລ້ວ​ພາ​ໃຫ້​ຫົວ​ໃຈ​ເຈັບ​ປັ້ນ,ຫຟົວ​ໃຈ​ວາຍ,ບາງ​ຄົນ​ລຸກ​ຖ່າຍ​ກາງຄືນ,ຍ້ອນ​ຕ່ອມ​ຫມາ​ກັນຖະ​ໃຫຍ່​ບວມ,​ເປ່ັງ​ແຮງ​ເກີນ​ໄປ,ພາ​ໃຫ້​ໃຈ​ເຕັ້ນ​ຊ້າ​ລົງ,ຫຼື​ຢຸດ​ເຕັ້ນ​ກະ​ທັນ​ຫັນ,ມັກ​ພາ​ໃຫ້​ວິນ​ແລ້ວ​ລົ້ມ,ຈາກ​ນີ້,ກໍ​ເຫັນ​ໄດ້​ວ່າ,ການ​ລຸກ​ກາງຄືນ​ຍ້ອນ​ທ່າ​ຮ່າງກາຍ​ປ່ຽນ​ແປງ​ກະ​ທັນ​ຫັນ,ມັກ​ພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ​ຈ່ຶງ​ຄວນ​ລະວັງ​ທີ່​ສຸດ.

ທີ່​ຈິງ​ແລ້ວ,ສະ​ພາບ​ແນວ​ນີ້​ແມ່ນ​ຫຼີກ​ເວັ້ນ​ໄດ້, ​3 ​ເຄ່ິງ​ນາ​ທີ​ທີ່​ກ່າວ​ມາ​ນັ້ນ​ກໍ​ແມ່ນ​ວິທີ​ປ້ອງ​ກັນ.3 ​ເຄ່ິງ​ນາ​ທີ​ແມ່ນ​ຫມາຍ​ເຖິງ ​ໃນ​ເວລາ​ຈະ​ລຸກ​ກາງ​ຄືນ​ຢ່າ​ສູ່​ລຸກ​ພວດ​ພາດ​ບາດ​ດຽວ​ໂລດ,​ເມື່ອ​ຮູ້​ເມື່ອ​ແລ້ວ,​ໃຫ້​ນອນ​ຢູ່​ບ່ອນ​ເກ່ົາ​ເຄ່ິງນາທີ​ກ່ອນ,​ແລ້ວ​ຄ່ອຍໆ​ລຸກ​ນ່ັງ​ຢູ່​ເທິງ​ຕຽງ​ອີກ​ເຄ່ິງ​ນາ​ທີ,ສຸດ​ທ້າຍ​ວາງ​ຂາ​ລົງ​ຕຽງ​ນ່ັງ​ຢູ່​ແຄມ​ຕຽງ​ອີກ​ເຄ່ິງ​ນາ​ທີ,​ເມື່ອ​ຜ່ານ 3 ​ເຄ່ິງ​ນາ​ທີ​ນີ້​ແລ້ວ,ຈ່ຶງ​ຄ່ອຍ​ໆ​ລຸກ​ໄປ​ຫ້ອງ​ນ້ຳ,ກໍ​ຈະ​ບໍ່​ເປັນ​ຫຍັງ,ພຽງ​ແຕ່​ລະວັງ​ເລັກ​ນ້ອຍ​ສ່ຳ​ນີ້,ສະ​ຫມອງ​ກໍ​ຈະ​ບໍ່​ຂາດ​ເລືອດ,ຫົວ​ໃຈ​ກໍ​ປອດ​ໄພ,ພ້ອມ​ທັງ​ຫຼົບ​ຫຼີກ​ການ​ເກີດ​ອຸບັດ​ຕິ​ເຫດ​ຕ່າງໆ,​ເຊ່ັນ:ຕາຍ​ກະ​ທັນ​ຫັນ,ຫົວ​ໃຈ​ວາຍ ສາຍ​ເລືອດ​ສະ​ຫມອງ​ແຕກ​ເປັນ​ຕົ້ນ.

ຕໍ່​ໄປ,ຂໍ​ອະ​ທິ​ບາຍ 3 ​ເຄ່ິງ​ຊົ່ວ​ໂມງ, 3 ​ເຄ່ິງຊ່ົວ​ໂມງ​ຫມາຍ​ເຖິງ​ຕື່ນ​ເຊົ້າ​ມາ​ອອກ​ກຳ​ລັງ​ກາຍ​ເຄ່ິງ​ຊ່ົວ​ໂມງ,ຕອນ​ທ່ຽງ​ນອນ​ພັກ​ຜ່ອນ​ເຄ່ິງ​ຊົ່ວ​ໂມງ,ຫົວ​ຄ່ຳ​ຍ່າງ​ຫຼິ້ນ​ເຄ່ິງຊ່ົວ​ໂມງ,ທ່ານ​ສາດ​ສະ​ດາ​ຈານ​ຮົງ​ເວົ້າ​ວ່າ​ການ​ອອກ​ກຳ​ລັງ​ກາຍ​ຕອນ​ເຊົ້າ,​ເຮັດ​ແນວ​ໃດ​ກໍ​ໄດ້,​ແລ່ນ ​ເຕັ້ນ ອາ​ໂລ​ບິ​ກຫຼື​ອື່ນໆ,ສຸດ​ແລ້ວ​ແຕ່ລະ​ຄົນ,ຫັດ​ກາຍ​ພໍ​ດ້າມ​ພໍ​ດີ,ປະ​ມານ​ເຄ່ິງ​ຊົ່ວ​ໂມງ,ການ​ພັກຜ່ອນ​ໃນ​ຕອນ​ທ່ຽງ,​ແມ່ນ​ຄວາມ​ຕ້ອງ​ການ​ຂອງ​ໂມງ​ຊີວະ​ຊາດ,​ເປັນ​ການ​ຕາບ​ຈູນ​ກຳ​ລັງ​ວັງ​ຊາ​ເພື່ອ​ການ​ເຮັດ​ວຽກ​ຫຼື​ຮ່ຳ​ຮຽນ​ໃນຕອນ​ບ່າຍ.ການ​ຄົ້ນຄວ້າ​​ໄດ້​ພິ​ສູດ​ວ່າ,ນອນ​ທ່ຽງ​ເຄ່ິງຊ່ົວ​ໂມງ,ຄວາມ​ດັນ​ຂອງ​ເລືອດ​ຈະ​ຢູ່​ໃນ​ສະ​ພາບ​ສະຫມຳ່ສະ​ເຫມີ,​ເຮັດ​ໃຫ້ອັດຕາ​ຕາຍ​ຍ້ອນ​ໂລກ​ຫົວ​ໃຈ ຫຼຸດ​ລົງ 30% ສະ​ເພາະ​ຢ່າງ​ຍ່ິງ​ແມ່ນ​ຜູ່​ເຖົ້າ​ຍ່ິງ​ຕ້ອງ​ນອນ​ເວັນ,​ເພາະ​ວ່າ,ຜູ້​ເຖົ້າ​ມັກ​ນອນ​ໄວ​ລຸກ​ເດິກ,ຕອນ​ທ່ຽງ​ຈ່ຶງ​ຍ່ິງ​ຕ້ອງ​ການ​ພັກ​ຜ່ອນ,ສາມ​ແມ່ນ​ຕອນ​ຄ່ຳ​ຕ້ອງ​ຍ່າງ​ເຄ່ິງ ຊ່ົວ​ໂມງ ຜູ່​ເຖົ້າຈ່ຶງ​ຈະ​ນອນ​ຫລັບ​ດີກ​ວ່າ​ເກ່ົາ​ແລະ​ບໍ່​ມັກ​ເຈັບ​ໄຂ້.

ກ່ຽວ​ກັບ​ຊີ​ວິດ​ຂອງ​ຄົນ,ທ່ານ​ສາດ​ສະ​ດາ​ຈານ​ຮົງ​ເຫັນ​ວ່າ,ຊີ​ວິດ​ຂອງ​ຄົນ​ແບ່ງ​ອອກ​ເປັນ​​ໄລ​ຍະ,​ກ່ອນ 60 ປີ​ແມ່ນ​ໄລຍະ​ລະ​ດູ​ບານ​ຄັ້ງ​ແລກ,ຫລັງ 60 ປີ ​ແມ່ນ​ໄລ​ຍະ​ລະ​ດູ​ບານ​ຄັ້ງ​ທີ​ 2 ຂອງ​ຊີ​ວິດ,ຄວນ​ສະ​ຫງ່າ​ລາ​ສີ ສົມບູນ​ພູນ​ສຸກ​ຍ່ິງ​ກວ່າ​ຄັ້ງ​ທີ 1 ເພາະ​ວ່າ,ຫລັງ 60 ປີ,ຜູ້​ເຖົ້າ​ມີ​ບົດ​ຮຽນ​ຍ່ິງ​ອຸ​ດົມ​ສົມ​ບູນ,ມີ​ຄວາມ​ຮູ້​ຍ່ິງ​ຫຼາຍ,ບໍ່​ຕ້ອງ​ດີ້ນ​ຮົນ​ເພື່ອ​ການ​ກິນ​ການ​ຢູ່,​ເພ່ືມ​ລູກ​ເຕົ້າ,​ເພື່ອ​ຊື່​ສຽງ​ຮຽງ​ນາມ,ຖ້າ​ຢາກ​ໃຫ້​ລະດູບານ​ຄັ້ງ​ທີ 2 ຍ່ິງ​ດີ​ງາມ,ການ​ມີ​ຮ່າງ​ກາຍ​ແຂງ​ແຮງ​ແມ່ນ​ເງື່ອນ​ໄຂ​ກົກ​ຮາກ,ຖ້າ​ບໍ່​ມີ​ສຸກ​ຂະ​ພາບ,ກໍ​ຈະ​ບໍ່​ມີ​ຄວາມ​ສຸກ​ຫຍັງ​ອີກ,ເມື່ອ​ຄົ້ນ​ຄວ້າ​ເບ່ິງ​ນັກ​ວິ​ທະ​ຍາ​ສາດ,ນັກ​ສິນ​ລະ​ປິນ ນັກ​ປັດ​ຊະ​ຍາ​ແລະ​ບຸກຄົນ​ຜູ້​ມີ​ຊື່​ສຽງ​ຂອງ​ແຫ່ງ​ຕ່າງໆ​ໃນ​ທ່ົວ​ໂລກ​ແລ້ວ,ພວກ​ເຮົາ​ໄດ້​ປະກົດ​ເຫັນ​ວ່າ,​ໃນ​ໄວ​ລະ​ດູ​ບານ​ຄັ້ງ​ທີ 2 ພວກ​ເພ່ິນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຍ່ິງ​ຫຼາຍ​ກວ່າ​ຄັ້ງ​ທີ​ຫນ່ຶງ,ຕົວ​ຢ່າງ​ຄື:ທ່ານ​ປີ​ກາ​ໂຊ​ນັກ​ແຕ້ມ​​ແອ​ັສ​ປາຍ ໃນ​ເວລາ​ເພ່ິນ​ອາຍຸ 85 ປີ,ປີ​ນ່ຶງ​ເພ່ິນ​ແຕ້ມ​ຮູບ​ໄດ້​ຮອດ 165 ​ແຜ່ນ,ທ່ານ​ປັຟ​ລົບ​ນັກ​ວິ​ທະ​ຍາ​ສາດ​ອະດີດ​ສະ​ຫະ​ພາບ​ໂຊ​ວຽດ,​ໃນ​ເວ​ລາ​ເພ່ິນ​ອາຍຸ 80 ປີ,​ເພ່ິນ​ໄດ້​ສະ​ເຫນີ​ຫລັກ​ສູດ​ການ​ສະ​ທ້ອນ​ມີ​ເງື່ອນ​ໄຂ​ຂອງ​ເປືອກ​ອອກ​ປອງ,ສະ​ຫາຍ​ເຕິ້ງ​ສຽວ​ຜິ​ງທີ່​ໂຄລົບ​ນັບຖື ນັກ​ການ​ເມືອງ​ຂອງ​ຈີນ,ກໍ​ໄດ້​ສະ​ເຫ​ນີທິດ​ສະ​ດີ​ອັນ​ຍ່ິງ​ໃຫຍ່​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,ທີ່​ເຮັດ​ໃຫ້​ຈີນ​ຈະ​ເລີນ​ຮຸ້ງ​ເຮືອງ​ໃນ​ໄວ​ລະ​ດູ​ບານ​ຄັ້ງ​ທີ 2 ຂອງ​ເພ່ິນ,​ເວົ້າ​ລວມ​ແລ້ວ,ການ​ປະ​ກອບ​ສ່ວນ​ເຫຼ່ົາ​ນີ້​ລ້ວນ​ແຕ່​ແມ່ນ​ເອົາ​ສຸກ​ຂະ​ພາບ​ຮ່າງ​ກາຍ​ເປັນ​ພື້ນ​ຖານ,ຄັນ​ຮ່າງກາຍ​ບໍ່​ແຂງ​ແຮງ ບໍ່​ພຽງ​ແຕ່​ຊີວິດ​ບໍ່ມີ​ຄວາມ​ສຸກ​ຍັງ​ສິ້ນ​ເປືອງ​ທາງ​ດ້ານ​ເງິນ​ຄຳ​ອີກ​ຢ່າງ​ຫຼວງ​ຫຼາຍ.

ສະ​ນັ້ນ,ບໍ່​ວ່າ​ປະ​ເທດ​ໃດ,ຜູ້​​​ເຖົ້າ​ເມື່ອ​ຮ່າງກາຍ​ແຂງ​ແຮງ​ແລ້ວ,ຈ່ຶງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກ່ົາ.ຊີ​ວິດ​ກໍ​ມີ​ຄວາມ​ສຸກ,ຖ້າ​ບໍ່​ແຂງ​ແຮງ​ນຳ​ເອົາ​ຄວາມ​ທຸກ​ທໍລະ​ມານ​ມາ​ໃຫ້​ຕົ​ນ​ເອງ.ດ້ວຍ​ເຫດ​ນີ້,ຜູ້​ເຖົ້າ​ບໍ່​ພຽງ​ຕ້ອງ​ຍຶດຫມັ້ນ 3 ​ເຄ່ິງນາທີ​ແລະ 3 ​ເຄ່ິງຊ່ົວ​ໂມງ​ທໍ່​ນັ້ນ,ຍັງ​ຕ້ອງ​ລະ​ວັງ​ສອງ​ເວລາ​ພິ​ເສດ.

ອັນ​ທີ​ວ່າ 2 ​ເວລາ​ພິ​ເສດ,ຫນ່ຶງ​ກໍ​ແມ່ນ​ຕອນ​ເຊົ້າ​ມື້​ຖ້ວນ​ສອງ​ຫລັງ​ຈາກ​ຫິມະ​ຕົກ,ພາຍ​ຫລັງ​ມີ​ກະ​ແສ​ຫນາວ​ພັດ​ມາ,ຄວາມ​ຫນາວ,ຄວາມ​ອິດ​ເມື່ອຍ​ແລະ​ຍາມ​ຮຸ່ງ​ເຊົ້າ,3 ປັດ​ໄຈ​ນີ້,ມັກ​ພາ​ໃຫ້​ຜູ້​ເປັນ​ໂລກ​ຫົວ​ໃຈ​​ໂ​ຄ​ໂລ​ນາ​ເສຍ​ຊີ​ວິດ​ຢ່າງ​ກະທັນ​ຫັນ​ໃນ​ອັດຕາ​ສູງ​ຫຼາຍ,ລະ​ຫວ່າງ​ແຕ່ 6 ​ໂມງ ຮອດ 11 ​ໂມງ​ເຊົ້າ,ການ​ຫາບ​ແບກ​ຂອງ​ສາຍ​ເລືອດ​ຫົວ​ໃຈ​ແມ່ນ​ຫນັກ​ກວ່າ​ຫມູ່,ນອກ​ນີ້,​ໃນ​ຍາມ​ເຊົ້າ,​ເມື່ອ​ພັກ​ຜ່ອນ,ປ່ຽນ​ຖ່າຍ​ມາ​ຫມົດ​ຄືນ,ການ​ຖ່າຍ​ເບົາ ​ແລະ​ນ້ຳ​ໃນ​ຮ່າງ​ກາຍ​ຂຸ້ນ​ເຂົ້າ,​ເຮັດ​​ໃຫ້​ເລືອດ​ຫນຽວ​ທີ່​ສຸດ,​ແລະ​ໃນ​ຂະ​ນະ​ນີ້​ກໍ​ເຄ່ັງ​ຮ້ອນ​ທີ່​ສຸດ​ຄື:ຕື່ນ​ເຊົ້າ​ມາ,ຕ້ອງ​ລ້າງ​ສວ່າຍ ​ໄປ​ການ​, ເສັ້ນ​ປະ​ສາດ​ຕື່ນ​ເຕັ້ນ​ທີ່​ສຸດ,ວັດ​ຖຸ​ທີ່​ພາ​ໃຫ້​ຫົດ​ຫູ່​ໃນ​ສາຍ​ເລືອດ​ເພ່ີມ​ຂຶ້ນ,ອາ​ກາດ​ຫນາວ​ຍ່ິງ​ເຮັດ​ໃຫ້​ອາການ​ນີ້​ຫນັກ​ເຂົ້າ,​ໃນ​ຂະນະ​ນີ້,ຫົວ​ໃຈ​ສິ້ນ​ເປືອງ​ອອກ​ຊີ​ຫຼາຍ​ທີ່​ສຸດ,​ໃນ​ສາຍ​ເລືອດ​ກໍ​ມີ​ແຮງ​ຕ້ານ​ເພ່ີມ​ຂຶ້ນ,ຜູ້​ເປັນ​ໂລກ​ເລືອດ​ດັນ​ສູງ,​ແລະ​ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ແມ່ນ​ອັນ​ຕະ​ລາຍ​ຫຼາຍ​ທີ່​ຈະ​ພາ​ໃຫ້​ຕາຍ​ກະທັນ​ຫັນ.

ສະ​ນັ້ນ,​ໃນ​ຍາມ​ຫນາວ,ຖ້າ​ມີ​ກະ​ແສ​ລົມ​ຫນາວ​ພັດ​ມາ,ຕອນ​ເຊົ້າ​ມື້​ລຸນ​ຈ່ຶງ​ຕ້ອງ​ລະ​ວັງ​ທີ່​ສຸດ.
​ເວລາ​ພິ​ເສດ​ອີກ​ເວລາ​ຫນ່ຶງ,ກໍ​ແມ່ນ​ໃນ​ເວລາ​ກ່ິມອ່ິມ​ໂພດ,ກິນ​ເຫຼົ້າ​ແລະ​ຕື່ນ​ເຕັ້ນ​ຫຼາຍກໍ​ຕ້ອງ​ລະວັງ,​ເພາະ​ມັກ​ພາ​ໃຫ້​ຫົວ​ໃຈ​ວາຍ,​ແລະ​ໃຈ​ເຕັ້ນ​ຜິດ​ປົກ​ກະ​ຕິ.

ຖ້າ​ເຮັດ​ໄດ້​ຕາມ​ທີ່​ກ່າວ​ມາ​ເທິງ​ນີ້,ກໍ​ອາດ​ເວົ້າ​ໄດ້​ວ່າ​ທ່ານ​ມີ​ສຸກ​ຂະ​ພາບ​ໃນ​ໄວ​ຊະລາ​ແຂງ​ແຮງ​ໃນ​ຂັ້ນ​ພື້ນຖານ.