ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-05 15:17:30    
ດ່ືມ​ນຳ້​ຊາ​ໃນ​ຍາມ​ໃດ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ?

cri

ໃນ​ລາຍການ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ,ມີ​ຫລາຍໆ​ຄົນ​ມັກກິນນ້ຳຊາ.ສະນັ້ນ, ຄົນ​ທັງຫລາຍ​ເຂົ້າ​ໃຈ​ແລ້ວ​ບໍ່​ວ່າ ດ່ືມ​ນຳ້​ຊາ​ໃນ​ຍາມ​ໃດ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ?


ບໍ່​ຄວນ​ດ່ືມ​ນ້ຳຊາ​ໃນ​ຍາມ​ທ້ອງ​ຜູກ:ຍ້ອນ​ວ່າ​ວັດຖຸ​ຊະນິດ​ໜ່ຶງ​ໃນ​ໃບຊາ​ມີ​ບົດບາດ​ກະທົບອັນ​ແນ່ນອນ​ຕໍ່​ເນື້ອ​ເຍ່ືອລ​ຳ​ໄສ້​ແລະ​ກະ​ເພາະ​ອາຫານ,ສະນັ້ນຈ່ິງ​ກະທົບກະ​ເທືອ​ນ​ເຖິງ​ສັບພະ​ຄຸນຍ່ອຍ​ແລະດູ​ດຮັບອາຫານ,​ເຮັດ​ໃຫ້​ອາຈົມ​ແຫ້ງ,ພາ​ໃຫ້​ເປັນ​ທ້ອງຜູກ​ຫລື​ຮ້າຍ​ແຮງ​ເຂົ້າ.


ບໍ່​ຄວນ​ດ່ືມນຳ້​ຊາ​ໃນ​ຍາມ​ເສັ້ນປະສາດອ່ອນ​ເພຍ​ຫລື​ນອນ​ບໍ່​ຫລັບ:ຍ້ອນ​ດ່າງ​ກາ​ເຟ​ໃນ​ໃບຊາ​ມີ​ບົດບາດ​ກະຕກຸ​ເສັ້ນປະສາດ​ກາງຂອງ​ຮ່າງກາຍ​ຄົນ​ຢ່າງ​ເດ່ັນ​ຊັດ,ການດ່ືມນ້ຳຊາ​ໂດຍ​ສະ​ເພາະ​ແມ່ນດ່ືມນຳ້​ຊາປຸກ,ຈະ​ເຮັດ​ໃຫ້​ສະຫມອງ​ຄົນ​ຢູ່​ໃນ​ສະພາບ​ຕື່ນ​ເຕັ້ນ​ເກີນ​ຄວນ​ແລ້ວ​ບໍ່​ໄດ້​ພັກຜ່ອນ.


ບໍ່​ຄວນ​ດ່ືມນຳ້​ຊາ​​ໃນ​ຍາມ​ກະ​ເພາະ​ອາຫານ​ເປັນ​ແຜ:ກ່ອນ​ຫລື​ຫລັງ​ອາຫານ​ດ່ືມນ້ຳຊາ​ຢ່າງ​ຫລວງຫລາຍ​ຈະ​ເຮັດ​ໃຫ້​ນ້ຳ​ເມືອກ​ໃນກະ​ເພາະ​ອາຫານຈາງ​ລົງ​ເຊ່ິງຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ຍ່ອຍ​ອາຫານ.ຖ້າ​ກດ່ືມນ້ຳຊາ​ຢ່າງ​ຫລວງ ຫລາຍ,ການ​ລະບາຍ​ນ້ຳກົດ​ໃນ​ກະ​ເພາະ​ອາຫານ​ຈະ​ເພ່ີມ​ຫລາຍ​ຂຶ້ນ,ກະທົບກະ​ເທືອ​ນ​ເຖິງ​ການ​ດີ​ຄືນ​ຂອງ​​ແຜ​ໃນ​ກະ​ເພາະ​ອາຫານ,ພາ​ໃຫ້​ອາການ​ໜັກ​ເຂົ້າ.ຜູ້​ເປັນ​ພະຍາດ​ກະ​ເພາະ​ອາຫານ​ເປັນ​ແຜ​ຄວນ​ດ່ືມນ້ຳຊາ​ໃຫ້​ໜ້ອຍ,​ໂດຍ​ສະ​ເພາະ​ແມ່ນ​ບໍ່​ຄວນ​ດ່ືມ​ນຳ້​ຊາປຸກ​ຫລາຍ​.


ບໍ່​ຄວນ​ດ່ື​ມນ້ຳ​ຊາໃນ​ຍາມ​ເປັນ​ໂຣກຫົວ​ໃຈ​ຫລື​​ເລືອດດັນ​ສູງ:ດ່ືມນ້ຳຊາ​ຫລາຍ​ໂພດ​ຈະ​ພາ​ໃຫ້​ຫົວ​ໃຈ​ຫາບ​ແບກ​ພາລະ​ຫລາຍ​ຂຶ້ນ,​ເຮັດ​ໃຫ້​ຫົວ​ໃຈ​ເຕັ້ນ​ໄວ ​ເລຶອດດັນ​ສູງ,​ເຊ່ິງຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຜູ້​ເປັນ​ໂຣກຫົວ​ໃຈ​​ຫລື​ເລືອດ​ດັນ​ສູງ.

ບໍ່​ຄວນ​ດ່ືມ​ນ້ຳ​ຊາໃນ​ຍາມ​ຜູ້ຍິງ​ໃກ້​ຈະ​ອອກລູກ:ກ່ອນ​ອອກລູກ ຖ້າ​ດ່ືມນຳ້​ຊາ​ຫລາຍ​ໂພດ​ຈະ​ພາ​ໃຫ້​ນອນ​ບໍ່​ຫລັບ​ຍ້ອນ​ກາ​ເຟອິນ,ຖ້າ​ກ່ອນ​ອອກລູກ​ນອນ​ບໍ່​ອິ່ມ,ມັກ​ພາ​ໃຫ້​ອ່ອນ​ເພຍ​ໃນ​ເວລາ​ອອກລູກ,ພາ​ໃຫ້​ອອກລູກ​ຍາກ.


ບໍ່​ຄວນ​ດ່ືມ​ນ້ຳ​ຊາ​ໃນ​ໄວ​ມໍ່​ຈະ​ຫມົດ​ປະຈຳ​ເດືອນ,ມໍ່​ຈະ​ຫມົດ​ປະຈຳ​ເດືອນໃນ​ຍາມ​ເຂົ້າ​ໄວ​,ນອກຈາກ​ວິນ​ຫົວ ອ່ອນ​ເພຍ​ແລ້ວ,ລາງ​ເທ່ືອ​ຍັງ​ຈະ​ມີ​ປະກົດ​ການ​ຫົວ​ໃຈ​ເຕັ້ນ​ໄວ​ໂພດ,ມັກ​ໂມ​ໂຫ,ນອນ​ບໍ່​ຫລັບ,ຜູ້ຍິງ​ຍັງ​ຈະ​ພາ​ໃຫ້​ປະຈຳ​ເດືອນ​ຜິດ​ປົກກະຕິ​ເປັນຕົ້ນ,ຖ້າ​ດ່ືມນ້ຳຊາ​ຫລາຍ​ໂພດ​ຈະ​ເຮັດ​ໃຫ້​ອາການ​ເຫົ່ຼານີ້​ຮ້າຍ​ແຮງ​ເຂົ້າ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ຜ່ານ​ໄວ​ນີ້ຢ່າງ​ສະດວກ.


ບໍ່​ຄວນ​ດ່ືມ​ນ້ຳ​ຊາໃນ​ຍາມ​ເລືອດ​ຈາງ:ວັດຖຸ​ຊະນິດ​ຫນ່ຶງ​ໃນ​ຊາ​ສາມາດ​ເຮັດ​ໃຫ້​ທາດ​ເຫັຼກ​ໃນ​ອາຫານ​ຕົກ​ຕະກອນ​ແລ້ວ​ຈະ​ດູດ​ຮັບ​ຍາກ.ທາດ​ເຫັຼກ​ແມ່ນ​ວັດຖຸ​ສຳຄັນ​ແຫ່ງ​ການສ້າງ​​ເມັດ​ເລືອດ​ແດງ,ຖ້າ​ຂາດ​ທາດ​ເຫັຼກ​ໃນ​ຮ່າງກາຍ​ຈະ​ເຮັດ​ໃຫ້ການ​ເກີດ​ເມັດ​ເລືອດ​ແດງ​ຕິດ​ຂັດ,​ເກີດ​ມີ​ອາການ​ເລືອດຈາງ​ຍ້ອນ​ຂາດ​ທາດ​ເຫັຼກ.ຖ້າດ່ືມ​ຊາ​ເປັນ​ເວລາ​ຍາວ​ນານ​ມັກ​ຂາດ​ທາດ​ເຫັຼກ​ໃນ​ລະດັບ​ຕ່າງ​ກັນ,ສຳລັບ​ຜູ້​ທີ່ຮ່າງກາຍອ່ອນ​​ແອ​ຂາດ​​ເລືອດ​ຫລື​​ເລືອດອອກ​ຍ່ິງມີ​ຜົນ​ສະທ້ອນ​ຫລາຍ​ກວ່າ​ໝູ່.
ບໍ່​ຄວນ​ດ່ືມນ້ຳຊາ​ໃນ​ຍາມ​ເປັນ​ໄຂ້​ຮ້ອນ​ສູງ:ຄວນ​ໃຫ້​ຜູ້​ເປັນ​ໄຂ້​ຮ້ອນ​ສູງ​ດ່ືມ​ນຳ້​ຮ້ອນ​ນ້ຳ​ແຮ່​ຫລື​ນຳ້ຊາ​ຈາງ,​ແຕ່​ບໍ່​ຄວນ​ດ່ຶມນ້ຳຊາ​ປຸກ,ດ່າງ​ຊາ​ມີ​ບົດບາດ​ເຮັດ​ໃຫ້​ອຸນຫະພູມ​ຮ່າງກາຍ​ສູງ​ຂຶ້ນ,​ເຮັດ​ໃຫ້​ອາການ​​ໄຂ້​ຮ້ອນ​ໜັກ​ເຂົ້າ,ບົດບາດ​ຊຸກ​ຍ້​ູ ການຖ່າຍ​ເບົາ​ຂອງ​ດ່າງ​ຊາ​ຍັງ​ຈະ​ເຮັດ​ໃຫ້​ລິດ​ຢາ​ແກ້​ຮ້ອນ​ອ່ອນ​ລົງ.


ບໍ່​ຄວນ​ດ່ືມນ​ຊາ​ໃນ​ເວລາ​ກິນ​ຢາ​ບາງ​ຢ່າງ:ວັດຖຸ​ຊະນິດ​ຫນ່ຶງ​ໃນ​ຊາ​ມັກ​ພາ​ໃຫ້​ອົງ​ປະກອບ​ຂອງ​ຢາ​ພື້ນ​ເມືອງ​ຈີນ​ບາງ​ຂະ​ນິດ​ຕົກ​ຕະກອນ,​ແລ້ວ​ຮັບ​ເອົາ​ຍາກ;ຖ້າ​ດ່ືມຊາ​ໃນ​ເວລາ​ກິນ​ຢາ​ບາງ​ຢ່າງ​ຈະ​ພາ​ໃຫ້​ທາດ​​ໂປຼຕິນ​ໃນ​ຢາ​ແຂ້ນ​ເຂົ້າ,ຢາ​ຈ່ຶງ​ອອກ​ລິດ​ຍາກ.


ບໍ່​ຄວນດ່ືມນ້ຳຊາ​ໃນ​ຍາມ​ຖືພາ:​ໃນ​ຊາ​ປຸກ​ມີ​ກາ​​ເຟອິນ​ສູງ 10%,ຈະ​ພາ​ໃຫ້​ແມ່ຍິງ​ຜູ່ຖືພາ​ມີປັດສາ​ວະ​ຫລາຍ​ຂຶ້ນ​ແລະ​ຫົວ​ໃຈ​ເຕັ້ນ​ໄວ,​​ເຊິ່ງຈະເພ່ີມ​ພາລະ​ໃຫ້​ແກ່ຫົວ​ໃຈ​ແລະ​ຫມາກ​ໄຂ່ຫລັງ,ພາ​ໃຫ້​ມີ​ອາການ​​ເບື່ອ​ໃນ​ຍາມ​ຖືພາ​ເປັນຕົ້ນ,ບໍ່​ມີ​ຜົນ​ດີ​ຕໍ​່ແມ່​ແລະ​ລູກ​ໃນ​ທ້ອງ.


ບໍ່​ຄວນ​ດ່ືມນ້ຳຊາ​ໃນ​ຍາມ​ຄຸກ​ຄານົມ​:​ໃນ​ໄລຍະ​ນີ້ ຖ້າ​ດ່ືມນ້ຳຊາ​ຫລາຍ,ວັດຖຸ​ຊະນິດ​ຫນ່ຶງ​ໃນ​ຊາ​ຈະ​ຖືກ​ດູດ​ເຂົ້າ​ໃນ​ການ​ໝູນ​ວຽນ​ຂອງ​ເລ​ືອດ,​ເຊິ່ງຈະ​ເກີດ​ມີ​ບົດ ບາດ​​ສະກັດ​ກັ້ນການ​ຂັບ​ຖ່າຍ​ຂອງ​ຕ່ອມ​ນົມ,ພາ​ໃຫ້​ນ້ຳນົມ​ບໍ່ພໍ.ດ້ານ​ໜ່ຶງ​ອີກ,ກາ​ເຟອິນ​ໃນ​ນ້ຳຊາ​ຍັງ​ຈະ​ຜ່ານ​ຈາກ​ນ້ຳນົມ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ເດັ​ກ,ກະທົບ​ກະ​ເທືອ​ນ​ເຖິງສຸຂະພາບ​ຂອງ​ເດັກ.