ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-05 16:02:59    
ຜູ້​ຜະລິດ​ແຜ່ນ​ຊິ​ບຜູ້​ທຳ​ອິດ​ຂອງ​ຈີນ-----ສຳພາດ​ທ່ານ​ດຣ.ວາງ​ຈື້​ກົ່ງ ຜູ້​ຊ່ຽວຊານ​ເອ​ເລັກ​ໂຕຼນິກ​ແສງ​ຂອງ​ຈີນ

cri

ຢູ່​ຈີນ​ໃນ​ຊູ່​ມື້​ນີ້,​ໂທລະສັບ​ມື​ຖື​ເກືອບ​ກາຍ​ເປັນ​ສ່ິງ​ຈຳ​ເປັນ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ທັງຫລາຍ.ປະຈຸ​ບັນ,ຈີນ​ມີ​ແຜ່ນ​ຊິ​ບ​ໂທລະສັບ​ມື​ຖື​ທ່ີ​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ເຈົ້າຕົນ​ເອງ​ແລ້ວ.ຕັ້ງ​ແຕ່​ໂທລະສັບ​ມື​ຖື​ເຂົ້າສູ່​ຕະຫລາດ​ຈີນ​ຮອດ​ຄົນ​ຈີນ​ຄົ້ນຄ້ວາ​ຜະລິດ​ແຜ່ນ​ຊິ​ບ​ເຊ່ິງ​ເປັນ​ຊີກ​ສ່ວນ​ແກນ​ກາງຂອງ​ໂທລະສັບ​ມື​ຖື​ຂອງ​ຕົນ​​ໄດ້​ໃຊ້​ເວລາ​ພຽງ 10 ປີ​ເທ່ົາ​ນັ້ນ.ຜູ້ນຳ​ທາງ​ການຄົ້ນຄ້ວາ​ຜະລິດ​ແຜ່ນ​ຊິ​ບຂອງ​ໂທລະສັບ​ມື​ຖື​ແມ່ນ​ທ່ານ​ດຣ.ວາງ​ຈື້ກົ່ງຜູ້​ຊ່ຽວຊານ​ມິ​ໂກຼ​ເອ​ເລັກ​ໂຕຼນິກ​ແລະ​ເອ​ເລັກ​ໂຕຼນິກ​ແສງ​ຂອງ​ຈີນ.​ໃນ​ລາຍການ​ວິທະຍາສາດ​ມື້​ນີ້,ພວກ​ເຮົາ​ຈະ​ລົມ​ເລ່ືອງ​ຜູ່​ທ່ີ​ຄົ້ນຄ້ວາ​ແຜ່ນ​ຊິ​ບຂອງ​ຈີນ​ຜູ້​ນີ້​ສູ່​ທ່ານ​ຟັງ.


ທ່ານ​ດຣ.ວາງ​ຈື້ກ່ົງ​ປີ​ນີ້​ອາຍຸ 50 ປີ,ມີ​ຮ່າງຄີງ​ປານ​ກາງ,​ໂສມໜ້າ​ທຳ​ມະ​ດາ,ມີ​ແຕ່​ໜ້າຜາກ​ທ່ີ​ອ່າວ​ໃຫຍ​ແລະກວ້າງ​​ແດ່ເຮັດ​ໃຫ້​ຄົນ​ມີ​ພາ​ບພົດ​ອັນ​ເລິກ​ເຊິ່ງ.ຜູ້​ທ່ີ​ຄຸ້ນ​ເຄີຍ​ກັບ​ທ່ານ​ລ້ວນ​ແຕ່​ເວົ້າວ່າ​ຢູ່​ໃນ​ໜ້າຜາກ​ນີ້​ໄດ້​ສະ​ສົມ​ສະຕິ​ປັນຍາ​ຈຳນວນ​ຫລວງຫລາຍ.

ທ່ານ​ວາງ​ຈື້ກ່ົງ​​ໄດ້​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຕົງ​ນານ​ນະຄອນ​ນານ​ກ່ິງ​ແຂວງ​ຈ່ຽງຊູ​ຂອງ​ຈີນ.ປີ 1984,ທ່ານ​ຖືກ​ເລືອກ​ສ່ົງ​ໄປ​ຮຽນ​ຕໍ່​ຢູ່​ມະຫາວິທະຍາ​ໄລລູ​ແຮ​ໂບຈຸມຂອງ​ເຢຍລະ​ມັນ,ເປັນລູກສິດ​ຂອງ​ທ່ານ​ສາ​ສະ​ດາ​ຈານ​ໂລ​ເບີດ​ໂບສ ຜູ້​ຊ່ຽວຊານ​ດ້ານ​ມິ​ໂກຼ​ເອ​ເລັກ​ໂຕຼນິກທ່ີ​ມີ​ຊື່​ສຽງ​ໃນ​ໂລກ ບິດາ​ມິ​ໂກຼ​ເອ​ເລັກ​ໂຕຼນິກຂອງ​ເຢຍລະ​ມັນ.


ເມ່ືອ​ທ້າຍ​ຊຸມປີ 90 ສະຕະວັດ​ແລ້ວ​ນີ້,ທ່ານ​ວາງ​ຈື້ກົ່ງ​ທ່ີ່​ໄດ້​ຮັບ​ບັດ​ຂຽວ​ຂອງ​ເຢຍລະ​ມັນ​ໄດ້​ປະລະ​ໂອກາດ​ເຮັດ​ວຽກ​ແລະ​ດຳລົງ​ຊີວິດ​ຢູ່​ເຢຍລະ​ມັນ,ພ້ອມ​ທັງ​ໄດ້​ປະຕິ​ເສດ​ການ​ເຊື້​ອ​ເຊີນ​ດ້ວຍ​ເງິນ​ເດືອນ​ສູງ​ຂອງ​ຫລາຍ​ບໍລິສັດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ,ກັບ​ຄືນ​ມາ​ເຮັດ​ວຽກ​ຢູ່​ຈີນ.ທ່ານ​ເວົ້າວ່າ,ການກັບ​ຄືນ​ມາ​ສອນ​ໜັງສື ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຢູ່​ປະ​ເທດ​ຊາດ​ຂອງ​ຕົນ​ນັ້ນ​ແມ່ນ​ເລ່ືອງ​ທ່ີ​ທ່ານ​ຢາກ​ເຮັດ​ທ່ີ​ສຸດ:

"ຖ້າວ່າ​ຂ້າພະ​ເຈົ້າກັບ​ຄືນ​ເມືອ​ປະ​ເທດ​ຊາດ,ສາມາດບຳລຸງ​ສ້າງ​ນັກ​ສຶກສາບົນດິນ​ແດນ​ປະ​ເທດ​ຕົນ,ຜົນສຳ​ເລັດ​ຂອງ​ພວກ​ເຂົາ​ເຈົ້າກໍ່​ສາມາດ​ບັນລຸ​ລະດັບ​ສູງ​ຄື​ແນວ​ນີ້,​ແລະ​ບໍ່​ແມ່ນ​ຜູ້​ດຽວ,ຫາກ​ແມ່ນ​ຫລາຍ​ສິບ ຫລາຍ​ຮ້ອຍ​ຄົນ,ຈົນ​ກະທັ້ງສາມາດ​ຊັກ​ນຳ​ຄົນ​ຍ່ິງ​ຫລາຍ​ກວ່​າ​ເກົ່າ,ຄຸນຄ່າ​ທ່ີ​ສ້າງ​ຂຶ້ນ​ແນ​ວນີ້​ຈະ​ໃຫຍ່​ກວ່າ​ຄຸນຄ່າ​ທ່ີ​ຂ້າພະ​ເຈົ້າສ້າງ​ຢູ່​ຕ່າງປະ​ເທດ,​ແລະ​ຍ່ິງ​ເປັນ​ໜ້າ​ທະ​ນົງ​ອົງອາດ,ຍ່ິງ​ເປັນ​ໜ້າ​ພາກພູມ​ໃຈ."ກໍ່​ແມ່ນ​ດ້ວຍ​ຄວາມ​ຄິດ​ແນວ​ນີ້,​ເມ່ືອ​ທ່ານ​ວາງ​ຈື້ກ່ົງ​ກັບ​ຄືນ​ເມືອ​ຮອດ​ມະຫາວິທະ​ຍາ​ໄລຕົງ​ນານເຊ່ິງ​ເປັນ​ໂຮງຮຽນ​ເກົ່າ​ຂອງ​ຕົນ​ກໍ່​ເລ່ີ​ມສ້າງ​ພາລະກິດ​ຢ່າງ​ລຳບາກ​ກາກ​ກຳ.​ໃນ​ຄາວ​ນັ້ນ,"​ທາງ​ດ່ວນ​ຂ້ໍ​ມູນ​ຂ່າວສານ​ຂອງ​ຈີນ​ພວມ​ຢູ່​ໃນ​ໄລຍະ​ເລ່ີ​ມຕົ້ນ,ວົງ​ຈອນ​ໄຟຟ້າ​ໄອ​ຊີ​ທ່ີ​ເປັນ​ຈຸດ​ຄ້ຳຂອງ​ອຸດສາຫະກຳ​ຂ້ໍ​ມູນ​ຂ່າວສານ​ຈີນ​ກໍ່​ຄື​ກັນ​ກັບ​ແຜ່ນ​ຊິ​ບ​ແກນ​ກາງ​ແລະ​ບັດ​ອິນ​ເຕີ​ເນັດ​ເປັນຕົ້ນ​ຂອງ​ຄອມ​ພີ​ວ​ເຕີ,​ແມ່ນຊື້​ເຂົ້າມາ​ຈາກ​ຕ່າງປະ​ເທດ​ເກືອບ​ຫມົດ.ທ່ານ​ວາງ​ຈື້ກ່ົງ​ສຳນຶກ​ຮູ້​ວ່າ,ການ​ສຶກສາຄົ້ນຄ້ວາ​ແລ​ະພັດທະນາ​ອຸດສາຫະກຳ​ມິ​ໂກຼ​ເອ​ເລັກ​ໂຕຼນິກ ​ເອ​ເລັກ​ໂຕຼນິ​ກແສງຕ້ອງການ ບຳລຸງ​ສ້າງ​ຖັນ​ແຖວ​ເຕັກນິກ,ພັດທະນາ​ອຸດສາຫະກຳວົງ​ຈອນ​ໄຟຟ້າ​ໄອ​ຊີ​ທ່ີ​ມີສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ເຈົ້າຕົນ​ເອງ​ນັ້ນ​ແມ່ນ​ເລ່ືອງ​ທ່ີ​ລໍຖ້າ​ບໍ່​ໄດ້​ອີກ​ແລ້ວ.ທ່ານ​ທັງ​ສອນ​ເຕັກນິກ​ຂ້ໍ​ມູນ​ຂ່າວສານ​ຫລ້າ​ສຸດ​ໃນ​ໂລກ​ໃຫ້​ນັກ​ສຶກສາ,ທັງ​ເລ່ີ​ມສ້າງ​ສະ​ຖາ​ບັນ​ຄົ້ນຄ້ວາ​ວັດ​ແທກ​ວົງ​ຈອນ​ໄຟຟ້າ​​ໄອ​ຊີ.


ສະ​ຖາ​ບັນ​ຄົ້ນຄວ້າຂອງ​ທ່ານ​ວາງ​ຈື້ກົ່ງ​ສ້າງ​ຂ້ຶນບໍ່​ດົນ​ກໍ​ຄົ້ນ​ຄ້ວາ​ຜະລິດ​​ວົງ​ຈອນ​ໄຟຟ້າ​ໄອ​ຊີ​ຄວາມ​ໄວ​ສູງ​ເຊ່ິງ​ເປັນ​ພາກສ່ວນ​ຕົ້ນຕໍຂອງ​ແຜ່ນ​ຊິ​ບຄອມ​ພີ​ວ​ເຕີ.ໜ່ວຍ​ຜູ້​ຊ່ຽວຊານ​ເອ​ເລັກ​ໂຕຼນິກ​ແສງ​ຂອງ​ແຜນການ​ພັດທະນາ​ເຕັກນິກ​ສູງ​ແຫ່ງ​ລັດ​ຈີນ​ເຫັນ​ວ່າ,ໝາກຜົນ​ຄົ້ນຄ້ວາ​ຂອງ​ທ່ານ​ວາງ​ຈື້ກ່ົງ​ໄດ້​ບັນລຸ​ລະດັບ​ກ້າວໜ້າ​ຂອງ​ໂລກ.ທ່ານ​ສາ​ສະ​ດາ​ຈານຮວງ​ຈ້ຽນຂອງຂະ​ແຫນງ​ວິຊາວິສະວະກຳ​ວິທະຍຸ​ມະຫາວິທະຍາ​ໄລຕົງ​ນານ​ເວົ້າວ່າ,ພາກສ່ວນ​ຕົ້ນຕໍ​ຂອງ​ແຜ່ນ​ຊິ​ບທ່ີ​ທ່ານ​ວາງ​ຈື້ກ່ົງ​ປະດິດ​ສ້າງ​ນັ້ນ,ບ່ອນ​ຍອດ​ຢ້ຽມ​ທ່ີ​ສຸດ​ແມ່ນ​ສາມາດ​ສ່ົງ​ຂ້ໍ​ມູນ​ຕົວ​ເລກ​ໄວ​ກວ່າ​ເກົ່າທົບ​ເທ່ົາ. "ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວົງ​ຈອນ​ໄຟຟ້າ​​ໄອ​ຊີ​ຄວາມ​ໄວ​ສູງ​ຂອງ​ແຜ່ນ​ຊິ​ບ,ປະຈຸ​ບັນ,​ໃນ​ໂລກ​ພຽງ​ແຕ່​ຈຳກັດ​ຢູ່​ໃນ​ຂົງ​ເຂດ​ອັນ​ຈຳກັດ​ເທ່ົາ​ນັ້ນ.ການ​ຄົ້ນ​ຄວ້າ​ຂອງ​ທ່ານ​ວາງ​ຈື້ກ່ົງ​ມີ 5 ປະ​​ເພດ​ຢູ່​ໃນ​ລະດັບ​ນຳ​ໜ​້າສາກົນ,​​ໃນ​ນັ້ນຜູ້​ປະດິດ​ສ້າງ​ຂອງ​ໝາກຜົນ​ຄົ້ນຄ້ວາ​ສາມ​ປະ​ເພດ​ກໍ່​ແມ່ນ​ທ່ານ​ວາງ​ຈື້ກ່ົງ​ເອງ."
ທ່ານ​ວາງ​ຈື້ກ່ົງ​ເຫັນ​ວ່າ,ຜົນງານ​ທ່ີ​ໃຫຍ່​ກວ່າ​ໝູ່​ທ່ີ​ທ່ານ​ໄດ້​ຮັບ​ໃນ​ການ​ກັບ​ຄືນ​ມາ​ສິດສອນ​ຫຼັງ​ກກັບ​ຄືນຢູ່​ປະ​ເທດ​ຊາດ​ແມ່ນ​ໄດ້​ສ້າງ​ຖັນ​ແຖວ​ຄົ້ນຄ້ວາທ່ີ​ປະກອບ​ດ້ວຍ​ພະນັກງານ​ທ່ີ​ມີ​ອາຍຸ​ຕ່າງ​ກັນໃນ​ຂົງ​ເຂດ​ມິ​ໂກຼ​ເອ​ເລັກ​ໂຕຼນິກ​ແລະ​ເອ​ເລັກ​ໂຕຼນິກ​ແສງ.ພາຍ​ໃນ​ເວລາ 5 ປີ​ຫລັງ​ກັບ​ຄືນ​ປະ​ເທດ,​ທ່ານ​ໄດ້​ຊີ້ນຳ​ນັກຄົ້ນຄ້ວາ​ປະລິນຍາ​ໂທ 28 ຄົນ,ນັກຄົ້ນຄ້ວາ​ປະລິນຍາ​ເອກ 16 ຄົນ,ຢູ່​ອ້ອມ​ຂ້າງ​ຂອງທ່ານ​ໄດ້​ປະກອບ​ເປັນ​ຖັນ​ແຖວຄົ້ນຄ້ວາ​ທ່ີ​ອົງ​ປະກອບ​ຄວາມ​ຮູ້​ສົມ​ເຫດ​ສົມ​ຜົນ​ແລະ​ສາມາດ​ປະຕິບັດ​ງານ​ໄດ້ດີ.


ນາງ​ຊູ​ລີ​ຊາວ​ກໍ່​ແມ່ນ​ຫລັກ​ແຫລ່ງຜູ້​ໜ່ຶງ​ຂອງ​ຖັນ​​ແຖວ​ດັ່ງກ່າວ.ນາງ​ເວົ້າວ່າ,"​ໃຕ້​ການ​ນຳພາ​ຂອງ​ອາຈານ​ວາງ,ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ພວກ​ເຮົາ​ໄດ້​ມີ​ນັກຄົ້ນຄ້ວາ 80 ກວ່າ​ຄົນ,ພວກ​ເຮົາ​ບໍ່​ພຽງ​ແຕ່​ໄດ້​ເປີດ​ຊ່ອງ​ທາງ​ສ້າງ​ສາຍ​ຜະລິດ​ວົງ​ຈອນ​ໄຟຟ້າ​​ໄອ​ຊີ​ຂອງ​ແຜ່ນ​ຊິ​ບ 10 ກວ່າ​ສາຍ​ຢູ່​ພາຍ​ໃນ​ແລະ​ນອກ​ປະ​ເທດ​ເທ່ົາ​ນັ້ນ,ຍັງ​ມີ​ເງ່ືອນ​ໄຂ​ພື້ນຖານ​ແຫ່ງ​ການ​ອອກ​ແບບ​ວົງ​ຈອນ​ໄຟ​ຟ້າ​ໄອ​ຊີ​ຄວາມ​ໄວ​ສູງ ຄວາມ​ຖ່ີ​ສູງ​ແລະ​ເອ​ເລັກ​ໂຕຼນິກ​ແສງ.ອາດ​ເວົ້າ​ໄດ້ວ່າ,ໝາກຜົນ​ຄົ້ນຄ້ວາ​ວິທະຍາສາດ​ເຫ່ົຼານີ້ທ່ີ​ພວກ​ເຮົາ​ໄດ້​ຮັບ​ນັ້ນໄດ້​ສ້າງພື້ນຖານ​​ເປັນ​ຢ່າງດີ​ໃຫ້​​ແກ່ປະ​ເທດ​ຊາດພວກ​ເຮົາ​ເຂົ້າ ຮ່ວມ​ການ​ແກ່ງ​ແຍ່ງ​ໃນ​ອຸດສາຫະກຳ​ຂ້ໍ​ມູນ​ຂ່າວສານ​ສາກົນ."


ທ່ານ​ວາງ​ຈືກ່ົງ​ເຊ່ືອ​ໝັ້ນ​ວ່າ,​ຜູ້​ໃດ​ມີ​ແຜ່ນ​ຊິ​ບທ່ີ​ດີ​ກວ່າ​ໝູ່,ຜູ້ນັ້ນກໍ​ຈະ​ມີ​ຊັບ​ສົມບັດ​ຫລາຍ​ກວ່າ​ໝູ່​ໃນ​ໂລກ,ຜູ້ນັ້ນກໍ​ຈະ​ສາມາດ​ກາຍ​ເປັນ​ປັດ​ໄຈ​ຊີ້​ນຳ​ແລະ​ປັດ​ໄຈ​ຕັດສິນ​ຂອງ​ສັງຄົມ​ຂ້ໍ​ມູນ​ຂ່າວສານ.ທ່ານ​ຫວັງ​ຜ່ານ​ຄວາມ​ພະຍາຍາມ​ຂອງ​ຕົນ,​ໃຊ້​ເວລາ 5 ຮອດ 10 ປີ,ສາມາດ​ບຳລຸງ​ສ້າງ​ຖັນ​ແຖວ​ຄົ້ນຄ້ວາ​ວິທະຍາສາດ​ທ່ີ​ມີ​ຫລາຍ​ຮ້ອຍ​ຄົນ, ຍາດ​ແຍ່ງ​ເຮັດ​​ໃຫ້​ພາລະກິ​ດມິ​ໂກຼ​ເອ​ເລັກ​ໂຕຼນິກ​ແລະ​ເອ​ເລັກ​ໂຕຼນິກ​ແສງ​ຂອງ​ຈີນ​ລ່ືນ​ກາຍ​ລະດັບ​ກ້າວໜ້າ​ຂອງ​ໂລກ,ທ່ານ​ເວົ້າວ່າ,ນີ້ຈ່ິງ​ແມ່ນ​ເປົ້າຫມາຍທ່ີ​ທ່ານ​ບາກ​ບັ່ນ​ສູ້​ຊົນ​ຕະຫລອດ​ຊີວິດ.