ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-07 16:15:24    
ເມືອງ​ຊາ​ມາ​ລາ​ອີ​ຣັກ​ເກີດ​ເຫດ​ການ​ລະ​ເບີດ​ລຽນ​ຕິດ ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອ​ີ​ຣັກ​ສືບ​ຕໍ່​ຖີ້ມ​ລະ​ເບີດ​ໃສ່​ຟາ​ລູ​ຈາ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 6 ພະຈິກ ຢູ່​ເມືອງ​ຊາ​ມາລາ ພາກ​ເຫນືອ​ຂອງ​ແບກ​ແດດ ນະຄອນຫລວງ​ອີຣັກ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ລົດ​ຍົນ 4 ລາຍ​ລຽນຕິດ,​ຢ່າງ​ຫນ້ອຍ​ເຮັດ​ໃຫ້ 37 ຄົນ​​ເສຍ​ຊີວິດ, 60 ກວ່າ​ຄົນ​ບາດ​ເຈັບ.

ນັກ​ສັງ​ເກດ​ການ​ເມືອງ​ຜູ່​ອາວຸ​ໂສ​ຜູ່​ຫນຶ່ງ​ຂອງ​ອີຣັກ​ເຫັນ​ວ່າ, ​ເຫດການ​ລະ​ເບີດ​ລຽນຕິ​ດທ່ີ​​ເກີດ​ຂຶ້ນ​ຢູ່​ຊາ​ມາລາ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ທະຫານ​ອາ​ເມ​ລິ​ກາ​ກຽມ​ບຸກ​ໂຈມ​ຕີ​ຟາ​ລູຈາ​ຢ່າງ​ຂະຫນາດ​ໃຫຍ່.

ມື້​ດຽວ​ກັນ, ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ສືບ​ຕໍ່​ຖີ້ມລະ​ເບີດ​ໃສ່​ເມືອງ​ຟາ​ລູຈາ​ຢ່າງ​ຮຸນ​ແຮງ.​ໂຮງ​ຫມໍ​ແຫ່ງ​ນັ້ນ​ໄດ້​ຢືນຢັນ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ຊາກ​ສົບ​ສາມ​ຂອນ​ແລະ​ຜູ່​ບາດ​ເຈັບ 6 ຄົນ. ປະ​ຈຸ​ບັນ ທະ​ຫານ​ອາ​ເມ​ລິ​ກາ​ແລະ​ທະ​ຫານ​ລັດ​ຖະ​ບານ​ອີ​ຣັກ​ຍັງ​ພວມ​ຂຸ້ນຈັດ​ວາງ​ການ​ທະ​ຫານ​ຢູ່​ອ້ອມ​ເມືອງ​ຟາ​ລູຈາ, ຕັນ​ທາງ​ເພື່ອ​ທຳ​ການ​ກະກຽມ​ສຸດ​ທ້າຍ​ໃນ​ການ​ບຸກ​ເຂົ້າ​ເມືອງນີ້.