ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-08 10:18:57    
ເຮືອນ​ພັກ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອີຣັກຖືກຫຼອນ​ໂຈມ​ຕີ ຕາຍຜູ່ໜ່ຶງ​​ ບາດ​ເຈັບ 6 ຄົນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ພະຈິກ, ​ເຮືອນ​ພັກ​ຂອງ​ທ່ານ​ອັບ​ແດນ ອັບ​ດຸນ ​​ເມ​ເຮີ​ດີ ລັດຖະມົນຕີ​ກະຊວງ​ການ​ເງິນ​ລັດຖະບານ​ຊ່ົວຄາວ​ອີຣັກທ່ີ​ແບກ​ແດດ​ຖືກລົດຍົນ​ລະ​ເບີດ, ​ເຮັດ​ໃຫ້​ມີ​ຜູ່​ຕາຍຜູ່​ໜ່ຶງ 6 ຄົນ​ບາດ​ເຈັບ, ລັດຖະມົນຕີ​ກະຊວງ​ການ​ເງິນ​ເອງ​ບໍ່​​ເປັນ​ຫຍັງ. ປະຈຸ​ບັນ​ຍັງ​ບໍ່​ຮູ້​ວ່າ​ເຫດການເທ່ືອ​ນີ້​ແມ່ນການຫຼອນ​ໂຈມ​ຕີ​​ແບບ​ຂ້າ​ຕົວ​ຕາຍຫຼືບໍ່.

ນອກ​ນີ້ ວັນ​ທີ 7 ພະຈິກ, ຝ່າຍ​ຕຳຫຼວດກ່າວ​ວ່າ, ​ເຈົ້າໜ້າ​ທ່ີ 3 ທ່ານ​ຂອງ​ແຂວງ​​ເດຍລາ​ອີຣັກ​ເຊ່ິງລວມທັງ​ທ່ານ​ຈາ​ຊິ​ມ ​ໂມ​ຮາ​ແມັດ ​ຮອງເຈົ້າ​ແຂວງ​ແຂວງ​ດ່ັງກ່າວ​ຖືກ​ຍິງ​ຕາຍ; ​ແລະ​ຍັງ​ມີຕຳຫຼວດ 21 ຄົນ​ຂອງ​ກົມ​ຕຳຫຼວດສອງ​ແຫ່ງ​ຂອງ​ແຂວງ​ອານ​ບາ​ຖືກ​ກຸ່ມ​ປະກອບ​ອາວຸດຍິງ​ຕາຍ​ໃນ​ວັນ​ທີ 7 ພະຈິກ.