ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-08 15:55:29    
ຄະນະ​ກຳມະການ​ຄວາມ​ປອດ​ໄພ​ປາ​ເລັສຕິ​ນວາງ​ແຜນການ​ຄວາມ​ປອດ​ໄພ​ດ່ວນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 7 ພະຈິກ, ຄະນະ​ກຳມະການ​ຄວາມ​ປອດ​ໄພ​ປາ​ເລັສຕິນ​ໄດ້​ໄຂ​ກອງ​ປະຊຸມ​ຢູ່​ທ່ີ​ທຳນຽບຂອງ​ທ່ານ​ປະທານາທິບໍດີ​ອາລາ​ຟັດ​ທ່ີ​ເມືອງ​ລາມາ​ລາ​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ, ​ໄດ້​ຮັບ​ຜ່ານ​ແຜນການ​ຄວາ​ມປອດ​ໄພ​ດ່ວນ​ທ່ີ​ມີ​ຈຸດປະສົງ​ປົກ​ປັກ​ຮັກ​ສາຄວາມ​ສະຫງົບ​ຢູ່​ເຂດ​ປາ​ເລັສຕິນຄວບ​ຄຸມ.

ຕາມ​ໄດ້​ຊາບ, ​ແຜນການ​ຄວາມ​ປອດ​ໄພ​​ດ່ວນ​ດ່ັງກ່າວ​ໄດ້​ຕົກລົງ​ໃຫ້​ອົງການ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນມີສັບພະ​ຄຸນ​ແຂງ​ແຮງ​ຂຶ້ນ, ຈັດ​ວາງ​ກອງ​ທະຫານ​ຮັກສາຄວາມ​ປອດ​ໄພ​​ໃຫ້ຫຼາຍກວ່າ​ເກ່ົາຢູ່​ເຂ​ດປາ​ເລັສຕິນຄວບ​ຄຸມ, ຫ້າມ​ບໍ່​ໃຫ້​ຄົນ​ທັງຫຼາຍຖື​ອາວຸດ​ຕິດ​ຕົວ​ຕາມ​ລຳພັງ​ໃຈ, ​ເພ່ືອ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ມວນ​ຊົນ. ​ແຜນການ​ດ່ັງກ່າວ​ແມ່ນ​ມາດ​ຕະການ​ອັນ​ລະອຽດອັນ​ທຳ​ອິດທ່ີຊັ້ນຜູ່ນຳ​ປາ​ເລັສຕິນ​ໃຊ້​​ເພ່ືອ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບຂອງສະຖານະ​ການ​ປາ​ເລັສຕິນ​ພາຍຫຼັງມີ​ຂ່າວ​ລາຍ​ງານ​ວ່າ​ອາການ​ປ່ວຍ​ຂອງ​ທ່ານ​ອາລາ​ຟັດ​ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ຊຸດ​ຮ້າຍ​ລົງ.