ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-08 20:12:14    
ໜັງສືພິມ​ຟີລິບ​ປິນລາຍ​ງານ​ວ່າ, ຕົວ​ປະກັນ​ຟີລິບ​ປິນຢູ່​ອີຣັກບໍ່​ຮູ້​ຢູ່​ໃສ, ຕົວ​ປະກັນ​ຟີລິບ​ປິນຢູ່​ອາ​ຟກາ​ນີສະຖານ​ມີ​ສຸຂະພາບ​ບໍ່​ດີ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ພະຈິກ, ໜັງສືພິມ​ຂອງ​ຟີ​ລິບ​ປິນລາຍ​ງານ​ວ່າ, ການປ່ອຍ​ຕົວທ່ານທາ​ລົງ​ໂກ ຕົວ​ປະກັນ​ຟີ​ລິບ​ປິນ​ແລະ​ຄົນ​ຕ່າງປະ​ເທດຫລາຍ​ຄົນທີ່​ຖືກ​ລັກ​ພາ​ຕົວ​ຢູ່​ອີ​ລັກນັ້ນ​​ໄດ້​ເສຍ​ຫວັງ​ອີກ​ໃນ​ວັນ​ທີ 7 ພະ​ຈິກ. ​ໂທລະພາບ​ອານ ຈາ​ຊີ​ລາ​ໄດ້​​ແກ້​ຂ່າວ​ໃນ​ເມື່ອກ່ອນ​ທີ່​ວ່າ​ທ່ານທາ​ລົງ​ໂກ​ໄດ້​ຮັບ​​ປ່ອຍ​ຕົວ​ແລ້ວ, ​ແລະ​ອອກ​ຖະ​ແຫລ​ງການ​ວ່າ, ປະຈຸ​ບັນ, ຕົວ​ປະກັນ​ຍັງ​ບໍ່​ຮູ້​ຢູ່​ໃສ.

ນອກ​ນີ້, ວັນ​ທີ 7 ພະຈິກ, ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບປິນລາຍ​ງານ​ວ່າ, ​ທ່ານນາ​ຢຽນ ພະນັກງານ​​ການ​ທູດ​ຟີ​ລິບ​ປິນ​ແລະ​ຜູ້​ຮ່ວມ​ງານ​ຕ່າງປະ​ເທດ​ຂອງ​ສະຫະ​ປະຊາ​ຊາດອີກ 2 ຄົນທີ່​ຖືກ​ລັກ​ພາ​ຕົວ​ຢູ່​ອາ​ຟກາ​ນີສະຖານ​ໃນ​ທ້າຍ​ເດືອນຕຸລາຍັງ​ມີ​ຊີວິດ​ຢູ່, ​ແຕ່​ມີ​ຂ່າວ​ແຈ້ງວ່າ, ສຸຂະພາບ​ຂອງ​ທ່ານນາ​ຢຽນ​ບໍ່​ດີ​ປານ​ໃດ.