ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-09 15:48:15    
ທ່ານ​ຈ້າວ​ຊົງ​ຖິງກັບ​ດົນຕີ​ທ່ີ​ເສບ​ດ້ວຍຂຸ່ຍ​ຂອງທ່ານ​

cri Author: lm

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ, ​ໃນ​ລາຍການ​ພາກ​ນີ້, ​ທ່ານ​ຈະ​ໄດ້​ຟັງ​ດົນຕີ​​ເສບ​ດ້ວຍຂຸ່ຍ​ທ່ີ​​ແຕ່ງ​ແລະ​ບັນ​ເລງ​ໂດຍທ່ານ​ຈ້າວ​ຊົງ​ຖິງ ນັກ​ເປ່ົາ​ຂຸ່ຍ​ທ່ີ​ມີ​ຊ່ື​ສຽງ​ຂອງ​ຈີນ​ທ່ີ​ເຖິງ​ແກ່​ກຳ​ແລ້ວ.

ທ່ີ​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ທ່ີ​ເປົ່າ​ດ້ວຍຂຸ່ຍທ່ີ​ໃຫ້​ຊ່ືວ່າ "ອູ້​ຈຽງ​ເຟິງກວງ" ​ແປ​ວ່າ "ພາບ​ວິວ​ທຳ​ມະ​ຊາດ​ແມ່ນ້ຳອູ້​ຈຽງ", ດົນຕີ​ນີ້​ແມ່ນ​ທ່ານ​ຈ້າວ​ຊົງ​ຖິງ​ແຕ່ງ​ຕາມ​ເພງ​ພື້ນ​ເມືອງ​ແຂວງ​ເຈີ້​ຈຽງ​ຈີນ, ມີ​ທຳນອງ​ໄພ​ເລາະ​ເພາະ​ຫູ, ​ວາດ​ພາບ​ທິວ​ທັດ​ທຳ​ມະ​ຊາດອັນ​ສວຍ​ງາມ​​ຕາມ​ສອງ​ຝ່ັງແມ່ນ້ຳອູ້​ຈຽງ, ​ໄດ້ສະ​ແດງ​ເຖິງ​ຈິດ​ອາລົມ​ຂອງນັກ​ແຕ່ງ​ທ່ີ​ຮັກຫອມ​ແລະ​ຍ້ອງ​ຍໍ​ພູຜາ​ແມ່ນ້ຳຂອງ​ບ້ານ​ເກີດຂອງ​ຕົນ.

ທ່ານ​ຈ້າວ​ຊົງ​ຖິງ​ເກີດ​ຢູ່​​ໃນຄອບຄົວ​ປັນຍາ​ຊົນ​ຢູ່​ແຂວງ​ເຈີ້​ຈຽງ​ຂອງ​ຈີນ, ທ່ານ​ຮຽນເປ່ົາ​ຂຸ່ຍມາ​ແຕ່​ອາຍຸ 9 ຂວບ, 14 ປີ​ກໍ​ໄດ້ຂຶ້ນສະ​ແດງ​ບົນ​ເວທີ. ​ໃນຍາມ​ຍັງ​ນ້ອຍ, ທ່ານ​ຈ້າວ​ຊົງ​ຖິງ​ມັກ​ໄປ​ຮຽນ​​ເປ່ົາ​ຂຸ່ຍນຳ​ສິລະ​ປິນພື້ນ​ເມືອງ​ຢູ່​ບ້ານ​ເກີດ​ເລື້ອຍໆ, ຮຽນ​ເອົາ​ຄວາມ​ຮູ້​ຈາກ​ດົນຕີ​ພື້ນ​ເມືອງ​ທ່ີ​ອຸດົມສົມບູນ​, ອັນ​ໄດ້​ສ້າງ​ພື້ນຖານ​ອັນ​ແໜ້ນ​ໜາ​ໃຫ້​​​ແກ່​ເອ​ກະ​ລັກ​ສິລະ​ປະຂອງ​ທ່ານ​ເອງ​ແລະ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີ​ເດ່ັນ​.

ທ່ານ​ຈ້າວ​ຊົງ​ຖິງ​ເຄີຍ​ເປັນ​ຄູ​ສອນ​ດົນຕີ​ໃນ​​ໂຮງຮຽນ​ປະຖົມ ມັດທະຍົມ​ແລະ​ໂຮງຮຽນ​ສ້າງ​ຄູ, ​ທ່ານ​ຕັ້ງ​ໃຈອຸທິດ​ກຳລັງວັງຊາ​ແລະ​ສະຕິ​ປັນຍາ​ໃຫ້​​ແກ່ພາລະກິດດົນຕີ. ເມ່ືອ​ປີ1949, ທ່ານ​ເສັງ​ເຂົ້າຄະນະສິລະ​ປາ​ກອນ, ຈ່ຶງ​ເຮັດ​ໃຫ້​ທ່ານ​ມີ​ໂອກາດ​ສະ​ແດງ​ພອນ​ສະ​ຫວັນ​ສິລະ​ປະ​ຂອງ​ທ່ານ​ຢ່າງ​ເຕັມ​ສ່ວນ. ​ໃນ​ໄລຍະ​ທ່ານ​ຈ້າວ​ຊົງ​ຖິງ​ເຮັດ​ວຽກ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ເມ່ືອ​ປີ 1954, ທ່ານ​ໄດ້​ແຕ່ງ​ດົນຕີ​​ເປ່ົາ​ດ້ວຍຂຸ່ຍ ທ່ີ​ໃຫ້​ຊ່ືວ່າ "ຍາມເຊົ້າ". ຫຼັງ​ຈາກ​ນຳ​ອອກ​ສະ​ແດງ​ແລ້ວກໍ​ດັງ​ກ້ອງ​ທ່ົວ​ວົງ​ການ​ດົນຕີ​ຈີນ, ກາຍ​ເປັນ​ດົນ​ຕີ​ທ່ີ​ເຮັດ​ໃຫ້​ທ່ານ​ມີ​ຊ່ື​ສຽງ​ດ່ົງ​ດັງ​ຂຶ້ນ. ດົນ​ຕີ​ນີ້​ມີ​ທຳ​ນອງ​ໄພ​ເລາະ​ເພາະ​ຫູ, ​​ວາດ​ພາບ​ອັນ​ສວຍ​ງາມ​ໃນ​ຍາມ​ເຊົ້າ​ລະ​ດູບານ​ໃໝ່​ເວ​ລາ​ຕາ​ເວັນ​ໂພ່​ຂຶ້ນຈາກ​ຂອບຟ້າ ສຽງ​ນົກ​ຮ້ອງ​ແຊວໆ ສັບພະ​ສ່ິງ​ຟື້ນ​ຊີບ​ຄືນ​ມາ.

ດົນຕີ​ຂຸ່ຍ​ຂອງ​ຈີນ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ​ ຝ່າຍເໜືອ​ແລະ​ຝ່າຍ​ໃຕ້, ສອງ​ຝ່າຍ​ມີ​ເອກະລັກຕ່າງ​ກັນ. ທ່ານ​ຈ້າວ​ຊົງ​ຖິງ​ໄດ້​ມ້າງຂອບ​ວົງ​ເໜືອ​ໃຕ້, ຮັບ​ເອົາ​ຈຸດເດ່ັນ​ຂອງ​ທັງ​ສອງ​ຝ່າຍ, ​ແລະຍັງ​ຖອດ​ຖອນເອົາວິທີ​ເສບ​ບາງ​ຢ່າງຂອງ​ຂຸ່ຍ​ປະ​ເທດຕາ​ເວັນ​ຕົກ, ​ແລ້ວ​ຈໍ່ຕົວ​ເປັນ​ເອກະລັກ​ຝ່າຍ​ເຈີ້​ຈຽງ​ທ່ີ​ເຕັມ​ໄປ​ດ້ວຍ​ກ່ິນ​ອາຍ​ຊົນນະບົດ​ອັນ​​ເຂັ້ມຂຸ້ນ​.

​​ ຍ້ອນທ່ານ​ຈ້າວ​ຊົງ​ຖິງ​ໄດ້​ຮຽນ​ເອົາ​ດົນຕີ​ພື້ນ​ເມືອງ​ຂອງ​ຈີນ​ເປັນ​ຈຳ​ນວນຫຼວງຫຼາຍໃນ​ຍາມ​ຍັງ​ນ້ອຍ, ສະນັ້ນ, ​ໃນ​ເວລາ​ແຕ່ງ​ນົດ, ບົດດົນຕີ​ສ່ວນຫຼາຍ​ຂອງ​ທ່ານ​​​ໄດ້​ຖື​ງິ້ວທ້ອງ​ຖ່ິນ​​ແລະ​ເພງ​ພື້ນ​ເມືອງ​ແຂວງ​ເຈີ້​ຈຽງ​​ເປັນ​ເຄົ້າ. ສະນັ້ນ ລົດ​ຊາດ​ດົນຕີ​ພື້ນ​ເມືອງ​ແຂວງ​ເຈີ້​ຈຽງອັນ​ເຂັ້ມຂຸ້ນ​ຈ່ຶງໄດ້​ກາຍ​ເປັນ​ຈຸດ​ພິ​ເສດ​ຂອງ​ເພງ​ເສບຂອງ​ທ່ານ. ດົນຕ​ເສບ​ດ້ວຍຂຸ່ຍ "ຊານ​ອູ​ຊີ່" ກໍ່​​ເປັນ​ຕົວ​ແທນ​ໃນ​ດົນຕີ​ປະ​ເພດ​ນີ້.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ມ້ວນທ້າຍ​ລາຍການ​ພາກ​ນີ້, ​ເຊີນ​ທ່ານຟັງ​ດົນຕີ​​ເສບ​ດ້ວຍຂຸ່ຍທ່ີ​ຊ່ືວ່າ "ຂຸ້ນ​​ເດັດ​ຊາ" ​ເຊ່ິງ​ແຕ່ງ​ແລະ​​ເສບ​ໂດຍທ່ານ​ຈ້າວ​ຊົງ​ຖິງ​. ດົນຕີ​ນີ້​​ໂຮມ​ເອົາ​ສີ​ມື​ເປ່ົາ​ຂຸ່ຍ​ຂອງ​ພາກ​ເໜືອ​ແລະພາກ​ໃຕ້​ຂອງ​ຈີນ​ເຂົ້າ​ໃສ່​ກັນ, ມີ​ທຳນອງ​ສົດ​ຊ່ືນ​​ ເບົາ​​ໄວ, ​ໄດ້​ວາດ​ພາບ​ສວນ​ຊາ​ທ່ີ​ສວຍ​ງາມ​ແລະ​ພາບ​ຜູ່​ສາວ​ເດັດ​ຊາ​ອອກ​ແຮງ​ງານ​ຢ່າງ​ມ່ວນ​ຊ່ືນ.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ ທ່ີ​ຟັງ​ມານັ້ນ​ແມ່ນ​ບົດສະ​ເໜີ​ທ່ານ​ຈ້າວ​ຊົງ​ຖິງ​ ນັກ​ເປ່ົາ​ຂຸ່ຍ​ທ່ີ​ມີ​ຊ່ື​ສຽງ​ຂອງ​ຈີນແລະ​ດົນຕີ​ຂຸ່ຍ​ທ່ີ​​ແຕ່ງ​ແລະ​​ເສບ​ໂດຍ​ທ່ານ​ເອງ. ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ີ​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະ​ບາຍດີ.