|
 |
(GMT+08:00)
2004-11-09 17:38:54
|
 |
ຄະນະຜູ່ແທນປາເລັດສຕີນເດີນທາງໄປຮອດປາຣີ ລັດຖະບານປາເລັດສຕີນປົກຄອງຕົນເອງສະຫນັບສະຫນູນແຜນການຄວາມປອດໄພສຸກເສີນຂອງປາເລັດສຕີນ
cri
Author: sayvanny
ຕາມຂ່າວ CRI: ຕອນຄຳ່ວັນທີ 8 ພະຈິກ ຄະນະຜູ່ແທນຊັ້ນສູງຂອງປາເລັສຕີນທ່ີປະກອບດ້ວຍທ່ານຄູໄລ ນາຍົກລັດຖະມົນຕີ ທ່ານອາບັສ ເລຂາທິການຄະນະບໍລິຫານງານອົງການປົດປ່ອຍປາເລັດສຕີນໄດ້ເດີນທາງໄປຮອດປາຣີ, ເພື່ອຢາມທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັດສຕີນທ່ີພວມປົວພະຍາດຢູ່ປາຣີ.ມື້ດຽວກັນ, ລັດຖະບານປາເລັດສຕີນປົກຄອງຕົນເອງອອກຖະແຫລງການ, ສະແດງຄວາມສະຫນັບສະຫນູນຢ່າງສຸດແຮງຕໍ່ແຜນການຄວາມປອດໄພສຸກເສີນທ່ີອົງການຄວາມປອດໄພປາເລັດສຕີນເລີ່ມປະຕິບັດຢູ່ແຖບກາຊາ.
ວັນທີ 8 ພະຈິກ ຕາມໂຄສົກໂຮງຫມໍທະຫານແປກຊີທ່ີປົວພະຍາດໃຫ້ທ່ານອາລາຟັດກ່າວວ່າ, ທ່ານອາລາຟັດຍັງພວມປິ່ນປົວຢູ່ໃນຫ້ອງ ICU ຢູ່, ປະຈຸບັນ ອາການຂອງທ່ານຫມັ້ນທ່ຽງ,ແຕ່ພິຈາລະນາສຸກຂະພາບຂອງທ່ານ, ຝ່າຍໂຮງຫມໍຈິ່ງຫ້າມບໍ່ໃຫ້ຜູ່ໃດໄປຢາມທ່ານ.
ມື້ດຽວກັນ,ລັດຖະບານປາເລັດສຕີນປົກຄອງຕົນເອງໄດ້ອອກຖະແຫລງ ການຢູ່ເມືອງລາມາລາ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ສະແດງຄວາມສະຫນັບສະຫນູນແຜນການຄວາມປອດໄພສຸກເສີນທ່ີອົງການຄວາມປອດໄພປາເລັດສຕີນເລີ່ມປະຕິບັດຢູ່ແຖບກາຊາ.ຖະແຫລງການຍັງຮຽກຮ້ອງບັນດາຝ່າຍປາເລັສດຕີນຈົ່ງສືບຕໍ່ສົນທະນາກັນ, ເພື່ອກ້າວເຖິງຂັ້ນເຊັນຫລັກນະໂຍບາຍຊົນຊາດທ່ີບັນດາຝ່າຍລ້ວນແຕ່ເຫັນດີນຳ.
|
|
|