ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-09 18:40:26    
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ຍຶດ​ເອົາ​ເມືອງ​ຟາ​ລູຈາຍັງ​ຕ້ອງການ​ເວລາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ພະຈິກ, ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ສູ້​ລົບ​ຍຶດ​ເອົາ​ເມືອງ​ຟາ​ລູຈາ​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຍັງ​ພວມດຳ​ເນີນ​ຕໍ່​ມາ, ການ​ສູ້​ລົບ​ທັງ​ໝົດ​ຕ້ອງ​ການ​ເວລາ​ອັນ​ແນ່ນອນ.

ວັນ​ທີ 8 ພະຈິກ, ທ່ານ​ລີ​ຊາດ ມາຍ​ເອີ​ສ໌ ປະທານ​ກອງ​ປະຊຸມ​ກອງ​ເສນາ​ທິການ​ປະສົມ​ອາ​ເມ​ລິ​ກາ​ກໍ​ໄດ້​ກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ​ວ່າ, ​ເພື່ອ​ດັບ​ສູນ​ກຳລັງ​ເສດ​ເຫຼືອຂອງ​ອະ​ດິດອຳນາດ​ການ​ປົກຄອງ​ອີຣັກ​ແລະ​ພວກ​ປະກອບ​ອາວຸດ​ຂອງ​ຕ່າງປະ​ເທດ, ຟາ​ລູຈາ​ບໍ່​ແມ່ນ​ສະຖານ​ທີ່​ສຸດ​ທ້າຍ​ທີ່​ທະຫານ​ອາ​ເມ​ລິ​ກາ​ໃຊ້​ກຳລັງ​ອາວຸດ​ຢູ່​ອີຣັກ. ທ່ານ​ຍັງ​ກ່າວ​ເນັ້ນວ່າ, ທະຫານ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ເມ​ືອງຟາ​ລູຈາ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ.

ວັນ​ທີ 8 ພະຈິກ, ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີຊ່ົວຄາວ​ອີຣັກປະກາດ​ມອບ​ສິດ​ໃຫ້​ກອງ​ທະຫານນານາ​ຊາດ​ເຊິ່ງ​ແມ່ນອາ​ເມ​ລິ​ກາ​ເປັນ​ຫົວ​ໜ້າແລະ​ກອງທະຫານ​ອີຣັກ​​ໄປ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາ, ​ເພື່ອ​ດັບ​ສູນ​ກຳລັງ​ຕ້ານ​ອາ​ເມ​ລິ​ກາ​ໃນ​​ແຫ່ງ​ນັ້ນ.