ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 08:55:39    
ຜູ່​ສາມາດ​ຮັບ​ຜິດ​ຊອບ​ວຽກ​ງານຢ່າງເປັນ​ອິດ​ສະຫຼະ​ຫຼື​ວ່າ​ຜູ່​ໃດ​ຜູ່​ຫນ່ຶງ​ສະຫຼາດ​ຫຼັກ​​ແຫຼມ​ແລະ​ມີ​ຄວາມ​ປີ​ຊາ​ສາມາດ

cri

ຫລັງ​ຈາກ​ລາຊະວົງ​ຊິນຖືກ​ໂຄ່ນ​ລົ້ມ​​​ແລ້ວ,​​ເມືອງ​ສູ​ແລະ​ເມືອງຮ້ານ​ໄດ້​ເຂົ້າ​ສູ່​ໄລຍະ​ຕໍ່​ສູ້​ກັນ.ການ​ລົບ​ເລວ​ກັນລະຫວ່າງ​ລິວ​ປາງ​ກັບຊຽງ​ອີໄດ້​ປ່ຽນ​ແປງ​​ເລື້ອຍໆ​ບໍ່​ເປັນ​ປົກກະຕິ.ສອງ​ຝ່າຍຕ່າງ​ມີ​ເສຍ​ມີຊະນະ​ຫຼາຍຫຼົບ​ຫຼາຍ​ຕ່າວ,​ໃນ​ໄລຍະ​ຕົ້ນ,ຊຽງ​ອີມີ​ກຳລັງ​ແຂງ​ແຮງ​ກວ່າຈ່ິງ​ໄດ້​ຮັບ​ໄຊຊະນະ​ຕໍ່​ເນື່ອງ​ກັນ,ລີ​ວປາງ​ຈ່ິງ​ຖືກ​ບຽດ​ໄປປະຈຳ​ຢູ່​ເມືອງປາ​ຊູ (ກໍ​ແມ່ນ​ແຂວງ​​ເສ​ຊວນ​ໃນ​ປະຈຸ​ບັນ )


ແຕ່​ຕໍ່​ມາບໍ່​ດົນ​,ລີ​ວປາງ​ໃຊ້​ເລ່ຫຼ່ຽມ,​ເດີນ​ທັບ​ຜ່ານ​​ເມືອງ​ເຊີນ​ຊາງ​ຢ່າງ​ລັບໆ,ບຸກ​ໂຈມ​ຕີ​ກັບ​ຄືນ​ໄປ​ຫາ​ເມືອງ​ຊຽນຢາງ,​ແລະ​ຍຶດຄອງ​ກວນ​ຈຸ​ງ.ຫລັງ​ຈາກ​ນີ້​ແລ້ວ,ລີ​ວປາງ​ໄດ້​ຮັບ​ໄຊຊະນະ​ຫຼາຍ​ເທື່ອ​ອີກ,ຈົນ​ເຖິງ​ຂັ້ນ​ຍຶດຄອງ​ເມືອງ​​ເຜີ​ງ​ເຊ່ິງ​ເປັ​ນ​ເມືອງ​ສຳ​ຄັນຢູ່​ພາກ​​ໃຕ້,ສະ​ນັ້ນ,ຈ່ິງ​ຮູ້ສຶກ​ທະ​ນົງ​​ໃຈ,​ແຕ່​ບໍ່ນຶກ​ບໍ່​ຝັນ​ເລີຍ​ວ່າ​ຊຽງອີ​ບາກ​ບ່ັນ​ສູ້​ຊົນ​ບຸກ​ໂຈມ​ຕີທະຫານ​ລິວ​ປາງ​ຈົນ​ເສຍໄຊ​ຢ່າງ​ອັບອາຍ​ຂາຍຫນ້າ.


ຈາງ​ລຽງ​ແມ່ນ​ເສນາ​ທິການ​ສຳຄັນ​ຂອງ​ລີ​ວປາງ,ລາວ​ໄດ້​ສະ​ເຫ​ນີຂ້ໍ​ສະ​ເຫ​ນີອັນ​ລ້ຳ​ຄ່າ​ຫຼວງ​ຫຼາຍ,ພາຍຫລັງ​ລີ​ວປາງ​ຍຶດຄອງ​ກວນ​ຈຸ​ງ​ແລ້ວ​,​ແຕ່ງ​ຕັ້ງ​ຈາງ​ລຽງ​ເປັນຫົວຫນ້າ​ກົກ​ເຫຼ່ົາ,ຖື​ເປັນ​ຄົນ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້,ມີ​ມື້​ຫນ່ຶງ,ທະຫານ​ແຕກ​ຫນີ​ໄປ​ເມືອງ​​ເຊຍ​ອີ (ພາຍ​ໃນ​ແຂວງ​ອານ​ອຸຍ​ໃນ​ປະຈຸ​ບັນ ),ຍ້ອນ​​ໄດ​ເສຍ​ໄຊ,ລີ​ວປາງ​ຈ່ິງ​ອຸກ​ໃຈ​ທີ່​ສຸດ,ບວກ​ກັບ​ພົນທະຫານ​ກໍ​ເສຍ​ກຳລັງ​ໃຈ, ນ້ຳ​ໃຈ​ຂອງເພ່ິນ​ຈ່ິງ​ຫຍໍ້​ທໍ້,​ເວລາ​ລົງ​ມ້າ​ພັກຜ່ອນ,​ເພ່ິນ​ເວົ້າ​ນຳ​ຈາງ​ລຽງ​ວ່າ,ຂ້າພະ​ເຈົ້າ​ທົນ​ບໍ່​ໄດ້,ຖ້າ​ໃຜ​ສາມາດ​ແທນ​ຂ້າພະ​ເຈົ້າ​ໂຈມຕີ​ຊຽງອີ​ໃຫ້ປະລະ​ໄຊ​ໄປ,​ເຮັດ​ໃຫ້​ລາວ​ເສຍ​ກຳລັງ​ໃຈ,ຂ້າພະ​ເຈົ້າ​ ຍິນ​ດີ​ມອບ​​ບ່ອນພາກ​ຕາ​ເວັນ​ອອກ​ຫັນ​ກູ​ກວນ​ໃຫ້​ຜູ່​ນັ້ນ,​ເຈົ້າຊ່ອຍ​ຂ້າພະ​ເຈົ້າ​ຄຶດ​ເບ່ິງ​ວ່າ,​​​ໃຜ​ສາມາດ​ສ້າງ​ຄຸນງາມຄວາ​ມດີ​​ໄດ້?ຈາງ​ລຽງ​ຄຶດ​ຈັກ​ຫນ້ອຍ​ແລ້ວ​ເວົ້າ​ຢ່າງ​ບໍ່​ຟ້າວ​ບໍ່​ຟ່ັງ​ວ່າ,​ເຈົ້າ​ກົກຈິ​ວຈຽງ​ແມ່ນ​ນາຍ​ທະຫານ​ເກ່ັງ​,ສູ້​ລົບ​ຢ່າງ​ອົງອາດ​ກ້າຫານ​ທີ່​ສຸດ,ລາວ​​ແມ່ນ​ນາຍທະຫານ ຂອງຊຽງ​ອີ​ເມື່ອ​ກ່ອນ,​ແຕ່​ວ່າ​ບໍ່​ຖືກ​ກັນ​ກັບ​ຊຽງອີແຕ່​ໃດມາ,ຖ້າຫາ​ໂອກາດ​ທ້າ​ທາຍ,ພວກ​ເຮົາໃຊ້​ຜູ່​ນີ້​ໄດ້,ຍັງມີ​ນາຍ​ທະຫານຜີ​ງ​ຢົ້ວ​,​ເພ່ິນ​ມີ​ທະຫານ​ຫຼາຍຫມື່ນ​ຄົນ,ຖືກ​ຄວບ​ຄຸມ​ຈາກ​ທຽນ​ຢົງ,ພວກ​ເຂົາ​ເຈົ້າສອງ​ຄົນ​ພວມ​ຍົກ​ທັບ​ຄັດຄ້ານຊຽງ​ອີ​ຢູ່​ແຖບ​ເຫີ​ນານ,ນີ້​ກໍ​ແມ່ນ​ກອງ​ທະຫານ​​ເຂັ້ມ​ແຂງ​ກອງຫນ່ຶງ,ຖ້າ​ມີ​ເງື່ອນ​ໄຂ​ເຫມາະ​ສົມ,ຄຶດ​ວ່າພວກເຂົາ​ເຈົ້າ​ຖືກ​ດຶງ​ມາໄດ້,ວຽກ​ນີ້​ຕ້ອງຍາດ​ໂອກາດ,ຟ້າວ​ຕິດ​ຕໍ່, ​ເພາະເວລາ​ດົນ​​ແລ້ວອາດ​ຈະ​ພາດ​ໂອກາດ.


ສ່ວນນາຍ​ແລະ​ພົນທະຫານ​ຂອງ​ເພ່ິນ,ມີ​ແຕ່​ຫັນ​ຊິນສາມາດ​ສ້າງ​ຄຸນງາມ​ຄວາມ​ດີ​ໄດ້, ຖ້າ​ທ່ານຢາກ​ຊອກ​ຫາ​ຄົນນຳພາ​ທະຫານ​​ໄປສູ້​ລົບຍຶດ​ເອົາ​ອຳນາດ 3 ຄົນ​ນີ້​ແມ່ນ​ເຫມາະ​ສົມ​ທີ່​ສຸດ.


ລີ​ວປາງ​ໄດ້​ຮັບ​ເອົາ​ຂ້ໍ​ສະເຫ​ນີຂອງ​ຈາງ​ລຽງ,​ແຕ່ງ​ຄົນ​ໄປ​ຕິດ​ຕໍ່​ກັບທະຫານ​ເຈົ້າ​ກົກ​ຈິ​ວຈຽງ ​ແລະ​ທະຫານ​ເຜີ​ງຢົ້ວ​ໃນ​ທັນທີ,​ທັງ​ໄດ້​ເລື່ອນ​ຍົດ​ໃຫ້​ຫັນ​ຊິນ.​ແລະ​ໃຫ້​ຄຳ​ຫມັ້ນ​ສັນຍາ​ຕໍ່ 3 ຄົນ​ນີ້​ວ່າ,ພາຍຫລັງການ​ສູ້​ລົບ​ໄດ້​ຮັບ​ໄຊຊະນະ​ແລ້ວ,ຈະ​ແຕ່ງ​ຕັ້ງ​ພວກ​ເຂົາ​ເຈົ້າ​ເປັນ​ເຈົ້າ​ກົກ​ແລະ​ແບ່ງ​ທີ່ດິນ​ໃຫ້,ວິທີ​ນີ້​ບັງ​ເກີດຜົນ​ຫຼາຍ, 3 ຄົນ​ບຸກ​​ໂຈມ​ຕີ​ຊຽງອີ​ຈາກທາງ​ຫ້ນາ​ແລະ​ທາງ​ຫລັງ, ບຸກ​ຕີ​ຊຽງອີທີ່​ຂຶງ​ຄັງ​ມັງ​ມໍ​ບໍ່​ມີ​ທາງ​ອອກແລະ​ປະລະ​ໄຊ​ຢ່າງ​ເຈັບ​ແສບ,ລິວ​ປາງ​ໄດ້​ຮັບ​ໄຊຊະນະ​ໃນ​ຂັ້ນ​​ສຸດ​ທ້າຍ.