ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 09:10:16    
ທຸງຊາດ​ກ່ອນ​ຫມູ່​ແລະ​ເພງ​ຊາດ​ກ່ອນ​ຫມູ່​ຂອງ​ຈີນ

cri

ທຸງຊາດ​ແມ່ນ​ທຸງ​ທ່ີ​ຕາງຫນ້າ​ປະ​ເທດ.​ເຖິງ​ວ່າ​ມີ​ທຸງ​ຫຼາຍ​ຢ່າງ​ຫຼາຍ​ແນວ​ໃນ​ສະ​ໄຫມ​ບູຮານ​ຈີນ​ກໍ​ຕາມ,​ແຕ່​ບໍ່​ໄດ້​ມີ​ທຸງຊາດ​ໂດຍ​ຕະຫຼອດ.ຫຼັງຈາກ​​ເກີດສົງຄາມ​ຝ່ີນ​ແລ້ວ,ຄຽງ​ຄູ່​ກັບ​​ປະ​ເທດ​ເຂັ້ມ​ແຂງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຮຸກ​ຮຸນ​ຈີນ,ການ​ໄປມາຫາ​ສູ່​ກັນ​ລະຫວ່າ​ງພະ​ລາຊະ​ວັງ​ເຊັງອັດ​ປະຕູ​ກັບ​ບັນດາ​ປະ​ເທດໄດ້​ນັບ​ມື້​ນັບ​ເພ່ີມ​ຂຶ້ນ,​ໃນ​ສະຖານ​ທ່ີ​ການ​ທູດ​ຕ້ອງການ​ມີທຸງ​ທ່ີ​ຕາງຫນ້າ​ປະ​ເທດ​ຈັກກະ​ພັດ​ເຊັງ,​ມັງກອນ ​ເປັນສັນຍະລັກ​ຂອງ​ປະຊາ​ຊາດ​ຈີນ,ພັດ​ຖືກ​ເຈົ້າ​ຊີວິດ​ສັກດິນາ​​ຖື​ເປັນການ​ກັບ​ເພດ​ຂອງ​ຕົນ,ສີ​ເຫຼືອງ​ແມ່ນ​ສີ​ທ່ີ​ມີ​ຖານະ​ສູງ​​ສຸດໃນ​ສັງຄົມ​ສັກດິນາ​ຈີນ,ຕໍ່​ມາ​ກໍ່​ໄດ້​ກາຍ​ເປັນ​ສີ​​ໃຊ້ພິ​ເສດ​ຂອງ​ເຈົ້າ​ຊີວິດ,​ເລ່ີ​ມ​​ຈາກ​ທັດສະນະ​ຄະຕິ​ທ່ີວ່າເຈົ້າ​ຊີວິດກໍ່​ແມ່ນ​ປະ​ເທດ,​​ເລ່ີ​ມ​ແຕ່​ທ້າຍ​ຊຸມ​ປີ 60 ສະຕະວັດ​ທີ 19 ມາ​ນີ້,ອະນຸຍາດ​ໃຫ້​ຖື​ທຸງ​ມັງກອນ​ສີ​ເຫຼືອງ​ເປັນ​ທຸງ​ຊາດ.​ເມ່ືອ​ທ້າຍ​ຊຸມ​ປີ 80,ລັດຖະບານ​ລາ​ຊະ​ວົງ​​ເຊັງໄດ້​ຕົກລົງ​​ໃຊ້​ທຸງ​ມັງກອນ​ສີ​ເຫຼືອງ​​ຮູບສ ່ີຫຼ່ຽມຍາວ​ເປັນ​ທຸງຊາດ​ຂອງ​ຝ່າຍ​ທາງ​ການ​,ສ່ວນພໍ່ຄ້າ​ຈີນ​ທ່ີ​ຢູ່ພົ້ນ​ທະ​ເລ​ໃຫ້​ໃຊ້ທຸງ​ມັງກອນ​ຮູບສາມ ຫຼ່ຽມ​ເປັນ​ທຸງ​ຊາດ.ນີ້​ແມ່ນ​ທຸງຊາດ​ເປັນ​ທາງການ​ກ່ອນ​ຫມູ່​ຂອງ​ຈີນ.ພື້ນ​ຂອງ​ທຸງ​ມັງກອນ​ເປັນ​ສີ​ເຫຼືອງ,ຢູ່​​ເບື້ອງເຖິງ​​ໄດ້ມີ​ຮູບ​ແຕ້ມ​ຮູບ​ມັງກອນຫຼິ້ນ​ໄຂ່​ມຸກ,ມັງກອນ​ເປັນ​ສີຂຽວ,​ໄຂ່​ມຸກ​ເປັນສີ​ແດງ,ຫົວ​ມັງກອນ​ໄດ້​​ອ່ວຍ​ຫນ້າ​ໃສ່​​ເບື້ອງ​ຊ້າຍ


ເພງ​ຊາດແມ່ນ​ເພງ​ທ່ີ​ຕາງຫນ້າ​ປະ​ເທດ​ຫນ່ຶງ,​ແຕ່​ທ້າຍ​​ລາຊະ​ວັງ​​ເຊັງ ຮອດ​ສາທາລະນະ​ລັດ​ຈີນ,ຈີນ​ເຄີຍ​ປະກາດ​ເພງ​ຊາດ 5 ​ເທ່ືອ​ເປັນ​ລຳດັບ.​ເພງ​ຊາດ​ກ່ອນ​ຫມູ່​ຊ່ືວ່າ​ເພງ​ກົງ​ຈິນ​ໂອ​,​ແປ​ວ່າ​ປັບປຸງ​ດິນ​ແດນ​ໃຫ​້ຫມັ້ນຄົງ.ກ່ອນ​ພະ​ລາຊະວົງ ​ເຊັງ,ຈີນ​ບໍ່​ມີ​ເພງ​ຊາດ​ໂດຍ​ຕະຫຼອດ​,​ໃນ​ສະ​ໄຫມ​ມໍ່,ຍ້ອນ​ຖືກ​ຜົນ​ສະທ້ອນ​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ,​ຫຼັງ​ຈາກ​ຂະ​ແຫນງ​ການທະຫານ​ບົກ​ສ້າງ​ຕັ້ງ​ຂຶ້ນ​​​ແລ້ວ,​ເມ່ືອ​ປີ 1906,ລັດ​ຖະ ບານ​ເຊັງ​​ໄດ້​ຖືກ​ເພງ​ທະຫານ​ທ່ີ​​ແຕ່​ງ​ໃຫມ່​​ເຂົ້າ​ແທນ​ເພງ​ຊາດ.​ເມ່ືອ​ປີ 1911, ລັດ ຖະບານ​​ເຊັງໄດ້​ປະກາດ​ເພງ​ຊາດ​ເພງ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ​ຈີນ​ກໍ​ຄື​ເພງ​ກົງ​ຈິນ​ໂອ.ຈິນ​ໂອ​​ແມ່ນ​ຫມາຍ​ເຖິງຜືນ​ແຜ່ນດິນ​ຂອງ​ຊາດ,ກົງ​ຈິນ​ໂອ​ແປວ່າ​ຕ້ອງ​ປັບປຸງ​ປະ​ເທດ​ຈັກກະພັດ​​ເຊັງ​ທ່ີ​ຊຸດ​​ໂຊມ​ແລະ​ມໍ່​ຈະ​ພັງ​ທະລາ​ຍ,​ເນື້ອ​ໃນ​ຂອງ​ເພງ​ຊາດ​ແມ່ນ​ຍ້ອງ​ຍໍສໍລະ​ເສີນ​ຄຸນ​ງາມ​ຄວາມ​ດີ​ຂອງລາດ​ຊະ​ວັງ​ເຊັງ,ຍົກຍ້ອງ​ສັນຕິພາບ,​ແຕ່​ວ່າ,​ເພງ​ຊາດ​ນີ້​ໄດ້​ປະກາດ​ໃຊ້​ບໍ່​ຮອດ​ຫນ່ຶງ​ປີ,ຄຽງ​ຄູ່​ກັບ​ສຽງ​ປືນ​ໃນ​ເມືອງ​ອູ​ຊ່າງ,ລາດ​ຊະ​ວັງ​ເຊັງ​ກໍ່​ຖືກ​ການ​ປະຕິບັດ​ປີ 1911 ​ໂຄ່ນ​ລົ້ມ​ແລ້ວ.