ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 09:52:34    
ກິດຈະການ​ເຮັດ​ໃຫ້​ທຸກໆ​ບ້ານ​ໃນ​ຊົນນະ​ບົດ​ຈີນ​ໄດ້​ຟັງ​​​ວິທະຍຸ​​ແລະ​ຊົມໂທລະພາບ​​ໄດ້ຮັບ​ຜົນສຳ​ເລັດ​ອັນສຳຄັນ

cri

ຈີນ​​ແມ່ນ​ປະ​ເທດ​ທ່ີ​ມີ​​ພູຫຼາຍ,ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ,​ເມື່ືອຄົນ​ທັງຫຼາຍ​ໃນ​ຕົວ​ເມືອງລົ​ມ​ເຖິງການ​ຫັນ​ເປັນຂໍ້​ມູນ​ຂ່າ​ວສານແ​ແລະ​ຫັນ​​​ເປັນ​ເອ​ເລັກ​ໂຕຼນິກ,ປະຊາຊົນ​ໃນ​ຊົນນະບົດ​ບາງ​ຄົນ​ທ່ີຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ຈົນ​ກະທັ້ງຍັງ​​ໃຕ້ໂຄມ​ໄຟ​ນ້ຳມັນກາດ,​​ເວົ້າ​ສຳລັບ​ພວກ​ເຂົາ​ເຈົ້າ​ແລ້ວ,ການ​ຟັງ​ວິທະຍຸ​ແລະ​​ຊົມໂທລະ ພາບ​ຈ່ັງ​ແມ່ນ​ເລ່ືອງ​ທ່ີ​​ເປັນ​ໄປ​ໄດ້​ຍາກ​,ແຕ່​ວ່າ,ສະພາບການ​ດ່ັງກ່າວ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ


ຢູ່​​ແຂວງ​ແຄມ​ທະ​ເລ​ບາງແຫ່ງ​ຂອງ​ພາກ​ໃຕ້​ຈີນທ່ີ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ກ່ອນ​ຫມູ່,GDP ທ່ີ​ສະ​ເລ່ຍຕາມ​ຫົວ​ຄົນ​ໄດ້​ມໍ່​ລະດັບ​ປະ​ເທດ​ພັດທະນາຜ້ານ​ກາງຂອງ​ໂລກ.​ແຕ່​ໃນ​ຊົນນະບົດ​ທ່ີຢູ່​ເຂດ​ພາກ​ກາງ​ແລະ​ເຂດ​​ໃນພາກ​ຕາ​ເວັນ​ຕົກ​ບາງ​ແຫ່ງ,ຍ້ອນ​ເງ່ືອນ​ໄຂ​ທຳ​ມະ​ຊາດ​ຂີ້​ຮ້າຍ​,ຄົມມະນາຄົມ​ບໍ່​ສະດວກ,ບໍ່​ຮູ້ຂໍ້​ມູນ​ຂ່າວສານ,ຄົນ​ທັງຫຼາຍ​ຫາ​ກໍ່​​ໄດ້​ຮັບ​ການ​ແກ້້​ໄຂ​ບັນຫາ​ກິນ​ອ່ິມ​ນຸ່ງ​ອຸ່ນ.​ເພ່ືອ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເຂດ​ແຄວ​້ນ​​​​ເຫຼົ່ານີ້,​ລັດຖະບານ​ຈີນ​ໃນ​ຂະນະ​ເລ່ັງລັດ​ການ​ສ້າງສາພື້ນຖານ​ໂຄງ​ລ່າງ​ໃຫ້​ໄວ​ເຂົ້າ,​​ໄດ້ສະ​ເຫ​ນີສ້າງກິດຈະການ​ເຮັດ​ໃຫ້​ທຸ​ກໆ​ບ້ານ​ໃນ​ຊົນນະບົດທ່ີ​ມີ​ໄຟຟ້າ​ໃນ​ທ່ົວ​ປະ​ເທດຈີນ​ມີ​ວິທະຍຸ​ຟັງ​ແລະ​ມີ​ໂທລະພາບ​ເບ່ິງເມື່ອ​ປີ 1998 ,​ເພ່ືອ​ຊຸກ​ຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ການ​ພັດທະນາ​ເສດຖະກິດ​ລະຫວ່າງ​ເຂດ​ແຄວ້ນ​ເຫຼົ່າ​ນີ້​ກັບ​ພາຍ​ນອກ.ການ​ປະຕິບັດ​ກິດຈະການ​ແມ່ນ​ໃຫ້​ກົມ​ໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​​ໂທລະພາບ​ແຫ່ງ​ຊາດ​ຈີນ​ເປັນ​ຜູ່​ຮັບຜິດຊອບ.ທ່ານ​ສູກວາງ​ສວນ ຫົວຫນ້າ​ກົມ​ໃຫຍ່​ເວົ້າ​ວ່າ ການ​ປະຕິບັດ​ກິດຈະການ​ເຮັດ​ໃຫ້​ທຸກໆ​ບ້ານ​ມີ​ວິທະຍຸ​ຟັງ​ແລະ​ມີໂທລະພາບ​​​ເບ່ິງ,ຈຸດ​ຫນັກ​ແມ່ນ​ແກ້​ໄຂບັນຫາ​ພົ້ນ​ເດ່ັນທ່ີ​ມວນ​ຊົນ​ຊາວ​ກະສິກຳ​ອັນ​ໄພສານ​ຢູ່​ເຂດທຸກ​ຈົນ​ທ່ີ​ພາກ​ຕາ​ເວັນ​ຕົກ​ແລະ​ພາກ​ກາງ​ທ່ີ​ລົບ​ກວນພວກ​ເຮົາ​ມາ​​ເປັນ​ເວລາ​ຍາວນານ,ຈະ​ຫຼຸດ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ຕົວ​ເມືອງກັບ​ຊົນນະບົດ​ລະຫວ່າງ​ເຂດ​ແຄວ້ນ​ໃນ​ດ້ານ​ວິທະຍຸ​ໂທລະພາບ​ໃຫ້​ຫນ້ອຍ​ລົງຢ່າງ​ບັງ​ເກີດ​ຜົນ.ມັນ​ໄດ້​ປ່ຽນ​ແປງ​ສະພາບອັດ​ຕັນ​ແລະ​ຫຼ້າ​ຫຼັງ​ຂອງ​ຊົນນະບົດ​,​ເຮ​ັດ​ໃຫ​້ຊາວ​ກະສິກອນ​ຍ່ິງ​ຫຼາຍ​​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ,ຮູ້​ຈັກນະ​ໂຍບາຍຢ່າງ​ທັນ​ການ,ກຳ​ໄດ້​ຄວາມ​ຮູ້​ແລະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລ້ວ​ສ້າງ​ຮ່ັງ​ຄຸນ​ມີ.
​ແຕ່​ປະຕິບັດ​ກິດຈະການ​ດ່ັງກ່າວ​ເປັນ​ເວລາ 6 ປີກວ່າ​ມາ​ນີ້,​ໄດ້​ຮັບ​ຫມາກຜົນ​ຢ່າງ​​ເດ່​ັນຊັດ.ຕາມ​ສະຖິຕິ​​ທາງ​ການ,ນັບ​ມາ​ຮອດ​ທ້າຍປີ 2003 ,ອົງການ​ປົກຄອງ​ທຸກ​ຂັ້ນ​ໃນ​ທ່ົວ​ປະ​ເທດ​ຈີນໄດ້​ລົງທຶນ​ເກືອບ 1 ຕື້ 8 ຮ້ອຍ​ລ້ານ​ຢວນ​ໃນ​ການ​ສ້າງສາ​ກິດຈະການ​ດ່ັງ​ກ່າວ,​ແກ​້​ໄຂ​ບັນຫາ​ຟັງ​ວິທະ​ຍຸ​​ແລະ​ເບ່ິງ​ໂທລະ​ພາບ​ຂອງ​ຊາວ​ກະສິກອນ​ເກືອບ 100 ລ້ານ​ຄົນ.


ເຂດ​ກວາງຊີ​ເຜົ່າ​ຈວ້າງປົກຄອງ​ຕົນ​ເອງ​ຢູ່​ເຂດ​ຊາຍ​ແດນ​ຂອງ​ພາກ​ໃຕ້​ຈີນ,​ແມ່ນ​ເຂດ​ຫນ່ຶງ​ທ່ີ​ມີຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຈີນ​ຕັ້ງ​ພູມລຳ​ເນົາ.ຢູ່​ເຂດ​ແຫ່ງ​ນີ້​ມີ​ພູດອຍ​ຫຼາຍ​, ບວກ​ກັບຊົນ​ເຜົ່າ​ຕ່າງກັນ​​ຢູ່​ກະຈັດກະ​ຈາ​ຍກັນ,ສ່ິງ​ກໍ່ສ້າງ​ວິທະຍຸ​ແລະ​ໂທລະພາບ​ໃນ​ເຂດ​ຊົນນະບົດ​ແຫ່ງ​ນີ້​ກໍຫຼ້າ​ຫຼັງ.ຫຼັງ​ຈາກ​ປະຕິບັດ​ກິດຈະການ​ດ່ັງກ່າວ​ແລ້ວ,ສະພາບ​ການ​ໄດ້​ມີ​ການ​ປ່ຽນ​ແປງ​ແລ້ວ,ທ່ານ​ນາງ​ລິວ​ຊິນ​ເວີນທ່ີ​ຮັບຜິດຊອບ​ການ​ປະຕິບັດ​ກິດຈະການ​ດ່ັງກ່າວ​ໃນ​ເຂດ​ກວາງຊີປົກຄອງ​ຕົນ​ເອງ​ສະ​ເຫ​ນີວ່າ,​ແຕ່​ປະຕິບັດ​​ກິດຈະການ​ດ່ັງກ່າວ​​ໃນ​ທ່ົວ​ປະ​ເທດຈີນ​ເມ່ືອ​ປີ 1998 ມາ​ນີ້,ນັບ​ມາ​ຮອດທ້າຍ​ປີ 2002,ບ້ານ​ບໍລິຫານ​ທ່່ີມີ​ໄຟຟ້າ​ໃນ​ທ່ົວ​ເຂດ​ສາມາດຟັງວິທະຍຸ​ແລະ​​ເບ່ິງໂທລະພາບ​​ໄດ້​ໃນ​ຂັ້ນ​ພື້ນ​ຖານ,ລົງທຶນ​ລວມ 130 ລ້ານ​ຢວນ,ສ້າງ​ສະຖານ​ນີຫນ້າດິນ​ຮັບ​ຈາກ​ດາວທຽມ1 ຫມ່ືນ​ກວ່າ​ແຫ່ງ,​​ໄດ້​ຊ່ອຍຊາວ​ກະສິກອນ 4 ລ້ານ​ຄົນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ຟັງ​ວິທະຍຸ​ແລະ​ເບ່ິງ​ໂທລະພາບ.

ຕາມ​ສະຖິຕິ,ປະຈຸ​ບັນ,ຢູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຍັງ​ມີ​ປະຊາກອນ​ຊົນນະບົດ​ເກືອບ 80 ລ້ານ​ຄົນຍັງ​ບໍ່​ສາມາດ​ຮັບ​ຟັງ​ວິທະຍຸ​ແລະ​ເບ່ິງ​ໂທລະ ພາບ​ໄດ້,ຕົ້ນຕໍ​ແມ່ນ​ປະຊາຊົນຈຳນວນ​ຫນ່ຶງ​ໃນ​ເຂດ​ພູດ​ອຍຫຼື​ເຂດລ້ຽງສັດ​ເຄ່ືອນ​ທ່ີ.ລັດ ຖະບານຈີນ​ໄດ້​ກຳນົດ​ເປົ້າ​ຫມາຍ​ວຽກ​ງານ,ຈົນາ​ຮອດ​ທ້າຍ​ປີ 2005,ຈະ​ເຮັດຫນ້າ​ທ່ີ​ ສ້າງສາ​ກິດຈະການ​ຟັງ​ວິທະຍຸ​ແລະ​ເບ່ິງ​ໂທລະພາບ​ໃນ​ຊົນນະບົດ​ບໍລິຫານ​ທ່ີ​ຫາ​ກໍ່​ມີ​​ໄຟຟ້າ​ແລະ​ຊົນນະບົດ​ທ່ີ​ໄດ້​ມີ​ໄຟຟ້າ​ໃຊ້​ແລ້ວ 50 ຄອບຄົວ​ຂຶ້ນ​ໄປ,​​ເມ່ືອ​ຮອດເວລາ​ນັ້ນ,ປະຊາກອນ​ຊົນນະບົດ​ທ່ີ​ບໍ່​ສາມາດຟັງ​ວິທະຍຸ​ແລະ​ເບ່ິງ​ໂທລະພາບ​​ໄດ້​ຈະ​ຫຼຸດ ຫນ້ອຍ​ລົງ​ຢ່າງ​​ຫຼວງ​ຫຼາຍ.


ຕາມ​ການ​ຕິດຕາມ​ກວດກາ​ຂອງ​ພາກສ່ວນ​ທ່ີ​ກ່ຽວຂ້ອງຂອງ​ຈີນ,​ເມ່ືອ​ທຽບ​ກັບ​ກ່ອນ​ແລະ​ຫຼັງ​​ປະຕິບັດ​ກິດຈະການ​ດ່ັງກ່າວ​,​ໄດ້​ປະກົດ​ເຫັນ​ວ່າການ​​​ເຜີຍ​ແຜ່​ວິ​ທະ​ຍຸ​ແລະ​​ໂທລະພາບ​​ໃຫ້​ທ່ົວ​​ເຖິງ​ນັ້ນ​ມີ​ບົດບາດ​ຊຸກ​ຍູ້​ຢ່າງ​ເດ່ັນ​ຊັດ​ຕໍ່​ການ​ເຮັດ​ໃຫ້​ລາຍ​ໄດ້​ເສດຖະກິດ​ຂອງ​ຊາວ​ກະສິກອນ​ຢູ່​ແຫ່ງ​ນີ້​ເພ່ີມ​ຂຶ້ນ.ທ່ານ​ຫຼີ​ເຊ້ີ​ນລິນ ຮອງ​ຫົວຫນ້າ​ຄະນະ​ກຳມະການ​ການການ​ພັດທະນາ​ແລະ​ການ​ປະຕິ​ຮູບ​​ແຫ່ງ​ລັດ​ຈີນ​ກໍ່​ເຫັນ​ວ່າ,ກິດຈະການ​ດ້ານວິທະ​ຍຸ​ໂທລະພາບ​ໃນ​ຊົນນະບົດ​​ແມ່ນ​ມີ​ຜົນ​ດີ​ທ່ີ​ສຸດ​ຕໍ່​ການ​ຊັກ​ຈູ້​ງຄວາມ​ຕ້ອງການ​ຂອງ​ພາຍ​ໃນ​ປະ​ເທດ​ຈີນ.ທ່ານ​ກ່າວ​ວ່າ,ການ​ປະຕິບັດ​ກິດຈະ ການດ້ານ​ວິທະ​ຍຸ​ໂທລະພາບ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ຊີວິດ​ວັດທະນະທຳ​ຂອງ​ມວນ​ຊົນ​ໃນ​ຊົນນະບົດ​ອຸດົມ​ສົມ​ບຸນຂຶ້ນ,​ເຜີຍ​ແຜ່​ຄວາມ​ຮູ້​ວັດທະນະທຳ​ວິທະ ຍາສາດ,ຍົກ​ຄຸນ​ທາດ​ຂອງ​ມວນ​ຊົນ​ໃຫ້​ສູງ​ຂຶ້ນ,ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ແລ​ະຄວາມ​ກ້າວຫນ້າ​ຂອງ​ສັງຄົມ​ໃນ​ເຂດ​ທຸກ​ຍາກ.ວິທະຍຸ​ແລະ​ໂທລະພາບ​ສາມາດ​ລົງ​ໄປ​ສູ່​ຄອບຄົວ​ນັບ​​ເປັນ​ພັນ​ເປັນຫມ່ືນ,​​ເຮັດໃຫ້​ຊາວ​ກະສິກອນ​ຮັບ​ເອົາການ​ອົບຮົມ​ບ່ົມດ້ານ​ປະຊາທິປະ​ໄຕ​ແລະ​ກົດຫມາຍ,ດັດ​ແປງ​ຄວາມ​ຊິນ​ເຄີຍ​ເກົ່າ​ເທ່ືອ​ລະ​ກ້າວ,ຮັບ​ເອົາ​ທັດສະນະ​ຄະຕິ​ໃຫມ່,ພ້ອມ​ທັງມີ​ຜົນ​ດີ​ຕໍ່​ກາ​ນເລ່ີ​ມນຳ​ໃຊ້​ຕະຫຼາດ​ບໍລິ​ໂພ​ກຂອງ​ຊົນນະບົດ.