ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 09:55:02    
ຝ່າຍປາເລັສຕິນຈັດງານຊຸມນຸມນັກຂ່າວ ປະຕິເສດການເຖິງແກ່ກຳຂອງທ່ານອາລາຟັດ

cri Author: lm

ຕາມຂ່າວCRI: ວັນທີ 9 ພະຈິກ ຢູ່ລາມາລາ ເມືອງຝ່ັງຕາເວັນຕົກແມ່ນ້ຳຈໍແດນ, ທ່ານ
ລາຮິມ ເລຂາທິການທຳນຽບປະທານາທິບໍດີຂອງທ່ານອາລາຟັດ ປະທານອົງການອຳ
ນາດແຫ່ງຊາດປາເລັສຕິນ ແລະທ່ານເອເລຄັດ ຫົວໜ້າຜູ່ແທນການເຈລະຈາຂອງປາ
ເລັສຕິນໄດ້ຮ່ວມກັນຈັດງານຊຸມນຸມນັກຂ່າວ, ປະຕິເສດຂ່າວກ່ຽວກັບທ່ານອາລາຟັດເຖິງ
ແກ່ກຳ.

ທ່ານລາຮິມກ່າວວ່າ, ແຕ່ຕອນຄ່ຳວັນທີ 8 ພະຈິກມານີ້ ອາການປ່ວຍຂອງທ່ານອາລາ
ຟັດເລ່ີມຊຸດຮ້າຍລົງຕ່ືມອີກ, ນາຍໝໍຝຣ່ັງພວມສຸມກຳລັງກອບກູ້ຢູ່. ທ່ານຍັງກ່າວວ່າ, ລັດ
ຖະບານປາເລັສຕິນປົກຄອງຕົນເອງ ໄດ້ຮັກສາຕິດຕໍ່ພົວພັນກັບຝ່າຍຝຣ່ັງຢ່າງແໜ້ນ
ແຟ້ນ, ເພ່ືອໄດ້ຮູ້ອາການປ່ວຍຂອງທ່ານອາລາຟັດໃນທຸກເວລາ.

ທ່ານລາຮິມຍັງປະກາດວ່າ, ຕອນຄ່ຳວັນທີ 9 ພະຈິກ, ຄະນະບໍລິຫານງານອົງການປົດ
ປ່ອຍປາເລັສຕິນ ລັດຖະບານປາເລັສຕິນປົກຄອງຕົນເອງແລະຜູ່ແທນຂອງບັນດາຝ່າຍ
ປາເລັສຕິນໄດ້ໄຂກອງປະຊຸມປະສົມຢູ່ທຳນຽບປະທານາທິບໍດີທ່ີເມືອງລາມາລາ ປຶກສາ
ຫາລືສະຖານະການຫຼ້າສຸດຂອງປາເລັສຕິນໃນມໍ່ໆນີ້. ທ່ານລາຮິມຍັງຮຽກຮ້ອງໃຫ້ປະຊາ
ຊົນຮັກສາຄວາມສາມັກຄີກັນ, ຫວັງໃຫ້ປະຊາຄົມໂລກສະໜັບສະໜູນປາເລັສຕິນ, ຊ່ອຍ
ປາເລັສຕິນຜ່ານຜ່າຄວາມຫຍຸ້ງຍາກ.