ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 16:07:52    
ສະພາ​ຜູ້​ອາວຸ​ໂສ​ຂອງມຸສລິ​ມນິກາຍ​ຊຸນ​ນີ​ຂອງ​ອີຣັກຮຽກຮ້ອງ​ໃຫ້​ຂວຳ້​ບາດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ພະຈິກ,ສະພາ​ຜູ້​ອາວຸ​ໂສຂອງ​ມຸສລິ​ມນິກາຍ​ຊຸນ​ນີ​ຂອງ​ອີຣັກ​ໄດ້​ຮຽກ​ຮ້ອງ​ໃຫ້​ຊາວ​ອີຣັກຂວຳ້​ບາດ​ການ​ເລືອກຕັ້ງ​ທົ່ວ​​ໄປ​ຄັ້ງ​ທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີໜ້າ,​ເພື່ອ​ປະ​ທ້ວງ​ກອງ​ທະຫານ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາ.

ຜູ້​ຮັບຜິດຊອບ​ຜູ້​ໜຶ່ງ​ຂອງ​ສະພາ​ຜູ້​ອາວຸ​ໂສ​ກ່າວ​ວ່າ,ກອງ​ທະຫານ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາ​ແລະ​ເມືອງ​ອື່ນໆ​ແມ່ນ​ເຈດ​ຕະນາຍຶດຄອງທົ່ວ​ອີຣັກແລະ​ສ້າງ​ຕັ້ງ​ລັດຖະບານ​ທີ່​ຮ່ວມມື​ກັບ​ເຂົາ.ການ​ເລືອກຕັ້ງ​ຂອງ​ອີຣັກທີ່ກຳນົດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີໜ້າ​ບໍ່​​ໄດ້​ຕາງໜ້າຜົນ​ປະ​ໂຫຍດ​ຂອງ​ປະຊາຊົນ​ອີຣັກອັນ​ໄພສານ,ຫາກ​ແມ່ນຕາງໜ້າ​ຜົນ​ປະ​ໂຫຍດ​ຂອງອາ​ເມ​ລິ​ກາ​​ແລະ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກທີ່​ເຂົາ​ຄຳ້​ຊູ.