ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 16:37:04    
ກອງ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ອີຣັກ​ປະ​ສົບ​ການ​ຕ້ານ​ຢັນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານ
ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່ນຳ​ວິ​ກິດ​ການ​ມະນຸດສະທຳ​ຢູ່​ຟາ​ລູຈາ

cri Author: q
ຕາມ​ຂ່າວCRI,ວັນ​ທີ9​ພະຈິກ,​ໃນ​ເວລາ​ບຸກ​​ເຂົ້າ​ເມືອງ​ຟາ​ລູຈາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ທະຫານ​ລັດຖະບານ​ອີຣັກ​ໄດ້​ປະສົບ​ການ​ຕ້ານ​ຢັນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານ​ຂອງ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ.ພ້ອມ​ດຽວ​ກັນ​ນັ້ນ,ປະຊາ​ຄົມ​ໂລກ​​ໄດ້​ເອົາ​ໃຈ​ໃສ່​ນຳ​ວິ​ກິດ​ການ​ມະນຸດສະທຳ​ຢູ່ຟາ​ລູຈາ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ9​ພະຈິກ,ກອງ​ທະຫານ​ອາ​ເມ​ລິ​ກາ​​ແລະ​ອີຣັກ​ເຄີຍ​ໄດ້​ບຸກ​ເຂົ້າ​ຮອດ​ບ່ອນ​ຫ່າງ​ຈາກ​ກາງ​ເມືອງ​ຟາ​ລູຈາ​ບໍ່​ຮອດ1​ກິ​ໂລ​ແມັດ.​ແຕ່​ເມື່ອ​ກອງ​ທະຫານ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ເທດ​ສະບາ​ນ​ເມືອງ​​ແລ້ວ​ໄດ້​ຖືກ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມລ​ິກາ​ຕ້ານ​ຢັນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານ​.ຕາມ​ຜູ້​​ເຫັນ​ກັບ​ຕາ​ກ່າວ​ວ່າ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຄ່ອຍໆຖອນ​ຕົວ​ອອກ​ຈາກ​ໃຈກາງ​ເມືອງ​​​ແລ້ວ.ມື້​ດຽວ​ກັນ,​ໂຄສົກ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ,​ແຕ່​​ເປີດການ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາ​ໃນ​ວັນ​ທີ8​ພະຈິກ​ມາ​ນີ້,​ໄດ້​ມີ​ທະຫານ​ອາ​ເມ​ລິ​ກາແລະ​ທະຫານ​ອີຣັກ10ກ​ວ່າ​ຄົນ​​​ເສຍ​ຊີວິດ​ແລ້ວ.

ວັນ​ທີ9​ພະຈິກ,ທ່ານ​ອາ​ລາ​ວີ ນາຍົກລັດ​ຖະມົນຕີ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ປະ​ກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຢູ່ເມືອງ​ຟາ​ລູຈາ​ວາງ​ອາ​ວຸດ.​ພ້ອມ​ດຽວ​ກັນ​ນັ້ນ,ກອງ​ປະ​ກອບ​ອາວຸດ​ຈຳນວນ​ໜຶ່ງ​ພາຍ​ໃນ​ແດນ​ອີຣັກ​ພັດ​ປະກາດ​ຢ່າງ​ເປີດ​ເຜີຍ​ວ່າ,ຈະ​ໃຊ້​ພາ​ຫະ​ນະ​ທຸກ​ຢ່າງ​ເປີດ​ການ​ໂຈມ​ຕີ​​ແບບ​ແກ້​ແຄ້ນ​ຍິ່ງ​ຮ້າຍ​ແຮງ​ກວ່າ​​ເກ່ົາ​ຕໍ່​ເປົ້າ​ໝາຍ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ລັດຖະບານ​ອີຣັກ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ9​ພະຈິກ,ຢູ່​ທີ່​ເຊີ​ແນວ,ທ່ານ​​ເຈນ​ນີ​ເຟີ​ຄຼາກໂຄສົກ​ສຳ​ນັກ​ງານ​ຊາວ​ອົບ​ພະຍົບ​ຂອງ​ສະ​ຫະ​ປະຊາ​ຊາດ​ກ່າວ​ວ່າ,​ອົງ​ການ​ດ່ັງ​ກ່າວ​ຮູ້ສຶກ​ເປັນ​ຫ່ວງທີ່​ສຸດ​ຕໍ່​ສາມັນ​ຊົນ​ອີຣັກ​ຫຼາຍ​ໝື່ນ​ຄົນ​ທີ່​ໜີ​ຈາກ​ເມືອງ​ຟາ​ລູຈາ​ເພື່ອ​ຫຼີກ​ໄພ​ສົງ​ຄາມ.​ມື້​ດຽວ​ກັນ,​ສະ​ພາ​ຕຳ່​ລາຊະ​ອາ​ນາ​ຈັກ​ບາ​​ເລນ​ກໍ​ໄດ້ອອກ​ຖະ​ແຫຼ​ງການ,ກ່າວ​ປະນາມ​ການ​ກະທຳ​ທີ່​ສັງ​ຫານ​ໂຫດ​ຢ່າງ​ປ່າ​ເຖື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຟາ​ລູຈາ​ແລະ​ຕົວ​ເມືອງ​ອື່ນໆ​ຢູ່​ອີຣັກ.