ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 20:28:03    
ກອງ​ທະຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ​ໄດ້​ຄວບ​ຄຸມ​ເຂດ​ສ່ວນ​ໃຫຍ່​ຂອງ​ເມືອງ​ຟາ​ລູຈາ​ແລ້ວ

cri Author: q
ຕາມ​ຂ່າວCRI,ວັນ​ທີ10​ພະຈິກ,ການ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງທະຫານ​ອີຣັກ​ໄດ້​ເຂົ້າ​ສູ່​ມື້​ທີ​ສາມ,ກອງ​ທະຫານ​ເຮືອ​ສູ້​ລົບ​​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ​ໄດ້​ຄວບ​ຄຸມ​ດິນ​ແດນ​ປະມານ70%ຂອງ​ເມືອງ​ຟາ​ລູຈາ​ແລ້ວ.

ຕາມ​ໂທລະພາບ​ອານ​ຈາ​ຊີ​ລາ​ແຫ່ງ​ກາ​ຕາລາ​ຍງານ​ວ່າ,ຕອນ​ເຊົ້າ​ວັນ​ທີ10​ພະຈິກ,ຍົນ​ລົບ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ເປົ້າ​ໝາຍ​ຫຼາຍ​ແຫ່ງ​ຢູ່​ຟາ​ລູຈາ,ກອງທັບ​ເຮືອ​ສູ້​ລົບ​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ກໍ່​ໃຊ້​ອາວຸດ​ໜັກ​ຍິງ​ໃສ່​ເປົ້າ​ໝາຍ​ໃນ​ເມືອງ​ຟາ​ລູຈາ.ພ້ອມ​ກັນ​ນັ້ນ,ກໍ​ໄດ້​ປະສົບ​ການ​ຕ້ານ​ຢັນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານ​ຂອງ​ພວກ​ປະກອບ​ອາວຸດຂອງ​ຟາ​ລູຈາ.

ນອກ​ນີ້,ຕາມ​ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ໃນ​ການ​ບຸກ​ໂຈມ​ຕີ​ເມືອງ​ຟາ​ລູຈາ,​ໄດ້​ຍິງ​ພວກ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຕາຍ​ປະມານ90​ຄົນ,ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ມີ​ທະ​ຫານ​​ເຮືອ​ສູ້​ລົບ​ເທິງ​ບົກ10​ຄົນ​ເສຍ​ຊີວິດ,​22ຄົນ​​ບາດ​ເຈັບ.ນາຍ​ທະ​ຫານ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ກ່າວ​ວ່າ,​ທ່ານ​ຈາ​ຄາ​ວີ​ບຸກ​ຄົນ​ນຳ້​ເບີ​ສາມ​ຂອງ​ອົງ​ການ​ອານ​ເຄດາ​ອາດ​​ຈະ​ໂຕນ​ໜີ​ອອກ​ຈາກ​ເມືອງ​ຟາ​ລູຈາ​ແລ້ວ.