ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-10 20:40:29    
ສະມາຊິກ​ສາມ​ຄົນ​ໃນຄອບຄົວ​​ຂອງ​ທ່ານ​ອາ​ລາ​ວີນາຍົກລັດຖະມົນຕີລັດຖະບານຊ່ົວຄາວ​ຂອງ​ອີຣັກຖືກ​ລັກ​ພາ​ຕົວ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ວັນ​ທີ 10 ພະຈິກ, ຢູ່​ທີ່​ແບກ​​ແດດ, ໂຄສົກ​ຂອງ​ລັດຖະບານ​ຊ່ົວຄາວ​ຂອງ​ອີຣັກກ່າວ​ວ່າ, ສະມາຊິກ​ສາມ​ຄົນ​ໃນ​ຄອບຄົວ​ຂອງ​ທ່ານ​ນາຍົກລັດຖະມົນຕີອາລາວີ​ຖືກ​ລັກ​ພາ​ຕົວ​ຢູ່​ແບກ​ແດດ​ໃນ​ວັນ​ທີ 9 ພະຈິກ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ຕອນ​ເຊົ້າວັນ​ທີ 9 ພະຈິກ, ອ້າຍ​ທີ່​ເປັນ​ລູກ​ອ້າຍ​ນ້ອງ​ຂອງ​ພໍ່ກັບ​ເມຍ​​ ​ແລະ​ສາມາ​ຊິກ​ຄອບຄົວ​ອີກ​ຜູ້​ໜຶ່ງ​ຂອງ​ທ່ານ​ອາ​ລາ​ວີ​ຖືກ​ພວກ​ປະກອບ​ອາວຸດ​ທີ່​ຖື​ປຶ​ນລັກ​ພາ​ຕົວ​ໃນ​​ເຮືອນ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແບກ​ແດດ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ຜູ້​ລັກ​ພາ​ຕົວກໍ່​ບໍ່​ໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງ​ຫຍັງ.

ນອກ​ນີ້, ຝ່າຍ​ຕຳຫລວດ​ອີຣັກກ່າວ​ວ່າ, ມີ​ພວກ​ປະກອບ​ອາວຸດ 6 ຫາ 8 ຄົນ​ໄດ້​ເຂົ້າຮ່ວມ​ການ​ລັກ​ພາ​ຕົວ. ຜູ້ລັກ​ພາ​ຕົວ​ຍັງ​ໄດ້​ຍິງ​ປືນ​ໃສ່​ກັນ​ກັບ​ຜູ້​ຍາມຢູ່​ກັບບ່ອນ.