ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 09:12:09    
ທ່ານ​ລູດີ​ເນກ່າວ​ວ່າ​ອະ​ໄຍຍະ​ວະຫຼາຍຢ່າງ​ໃນ​ຮ່າງກາຍ​ທ່ານ​ອາລາ​ຟັດ​​ເສ່ືອ​ມ​ໂຊມລົງ​ແລ້ວ

cri Author: lm

ຕາມ​ຂ່າວCRI: ຕອນ​ຄ່ຳວັນ​ທີ 10 ພະຈິກ, ພາຍຫຼັງທ່ານ​ອາ​ບູ ລູດີ​ເນ ​ໂຄສົກ​ຂອງ​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຂ່ີ​ເຮືອ​ບິນ​ຈາກ​ປາຣີ​ແຫ່ງ​ຝຣ່ັງ​ໄປ​ຮອດ​ເລີ​ແກ​ແລ້ວ, ທ່ານ​ໄດ້​ອອກ​ຖະ​ແຫຼງການ​ຢູ່​ເດ່ີນຍົນ​ວ່າ, ປະຈຸ​ບັນ ອະ​ໄຍຍະ​ວະ​ຫຼາຍຢ່າງໃນ​ຮ່າງກາຍ​ທ່ານ​ອາລາ​ຟັດ​ໄດ້​​ເສ່ືອ​ມ​ໂຊມລົງ​ແລ້ວ, ທ່ານ​ອາລາ​ຟັດ​ໄດ້​ເຖິງ​ບັ້ນ​ທ້າຍ​​ຂອງຊີວິດ.

ທ່ານ​ລູດີ​ເນ​ກ່າວ​ວ່າ, ບົດ​ລາຍ​ງານຫຼ້າສຸດ​ຂອງ​ໂຮງໝໍ​ຝຣ່ັງສະ​ແດງ​ໃຫ້​ເຫັນ​ວ່າ ອາການ​ປ່ວຍ​ຂອງ​ທ່ານ​ອາລາ​ຟັດ​ພວມ​ຊຸດ​ຮ້າຍ​ລົງ​ຢ່າງ​​ໄວວາ, ​ເພາະສະນັ້ນ ຊັ້ນຜູ່​ນຳ​ປາ​ເລັສ​ຕິນ​ຈ່ຶງຕົກລົງ​​ແຕ່ງ​ທ່ານ​ແລະ​ທ່ານ​ລາຊິດ ຜູ່​ຊ່ອຍ​ອີກ​ຜູ່​ໜ່ຶງ​ຂອງ​ທ່ານ​ອາລາ​ຟັດ​​ເດີນ​ທາງ​ໄປ​ເລີ​ແກ ​ເພ່ືອ​ທຳ​ການ​ກະກຽມ​​ຈັດ​ພິທີ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ ​ແລະ​ຮັບການ​ໄວ້​ອາ​ໄລ​ຂອງ​​ຜູ່​ນຳ​ຕ່າງ​ປະ​ເທດ. ສະມາຊິກ​ຜູ່​ນຳ​ປາ​ເລັສຕິນທ່ານອື່ນໆ​ຈະ​ຄອຍ​ຮັບ​​ສົບ​ຂອງ​ທ່ານ​ອາ​ລາ​ຟັດ​ຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ.

ໃນ​ມື້​ດຽວ​ກັນ ທ່ານ​ລາ​ຮິມ ​ເລຂາທິການ​ທຳນຽບປະທານາທິບໍດີ​ຂອງ​ທ່ານ​ອາລາ​ຟັດ​ກ່າວ​ວ່າ, ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ຮັບ​ເອົາ​ຂ້ໍສະ​ເໜີ​ຂອງ​ທ່ານ​ມູບາ​ລັກ ປະທາ​ນາທິບໍດີ​​​ເອຢິບ ຄື ຖ້າ​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ, ພິທີ​ອຳລາ​ສົບທ່ານ​ອາລາ​ຟັດ​ຈະ​ຈັດ​ຢູ່​ທ່ີ​ເລີ​ແກ, ​ແລ້ວ​​ສ່ົງ​ໄປຝັງ​ຢູ່​ເມືອງ​ລາມາ​ລາ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 10 ພະຈິກ, ພາຍຫຼັງ​ໄດ້​ປະຊຸມກັນ​ແລ້ວ ຜູ່​ນຳ​ທ່ີ​ກ່ຽວຂ້ອງ​ຂອງ​ປາ​ເລັສຕິນປະກາດ​ວ່າ, ອີງ​ຕາມ​ຂ້ໍ​ກຳນົດ​ຂອງ​ກົດໝາຍ​ປ​າ​ເລັສຕິນ, ພາຍຫຼັງທ່ານ​ອາລາ​ຟັດ​ເຖິງ​​ແກ່​ກຳ​ໄປ​ແລ້ວ, ທ່ານ​ໂລ​ຮີ ຟັດ​ຕູ ປະທານ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕິນຈະ​ເຂົ້າ​ປະຕິບັດ​ໜ້າ​ທ່ີ​ຕຳ​ແໜ່​ງ​ແທນປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຊ່ົວຄາວ, ​ແຕ່​ດົນສຸດ​ບໍ່​​ໃຫ້​ກາຍ 60 ມື້.