ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-12 15:28:01    
ບຸກຄົນ​ວົງ​ການ​ການບິນ​ເຫັນ​ວ່າ,ການ​ຮ່ວມ​ມື​ດ້ານ​ເຕັກນິກ​ອະວະກາດ​ລະຫວ່າງ​ຈີນ​ກັບ​ເອີ​ລົບ​​ແມ່ນຂວາງກັ້ນ​ໄວ້​ບໍ່​ໄດ້

cri Author: li
ແຜນການກາລີ​ເລຈະ​ແມ່ນ​ຈີນ​ກັບ​ເອີ​ລົບ​ຮ່ວມ​ມື​ກັນ​ສ້າງ​​ໃຫ້ສຳ​ເລັດ​ກ່ອນ​ແລະຫຼັງປີ 2008,ການ​ຮ່ວມ​ມື​ດ້ານ​ເຕັກນິກ​ອະວະກາດ​ລະຫວ່າງ​ຈີນ​ກັບ​ເອີ​ລົບ​ທີ່​ຈະ​ສ້າງ​ຄວາມສຸກ​ໃຫ້​ແກ່ມ​ວນມະນຸດ​ນັ້ນຈະ​ຂວາງກັ້ນ​ໄວ້​ບໍ່​ໄດ້. ລະບົບກາລີ​ເລແມ່ນ​ລະບົບພາ​ທາງ​ດາວ​ທຽ​ມທົ່ວ​ໂລກຮຸ້ນ​ໃໝ່,ສາມາດ​ສະໜອງ​ສັນຍານ​ບໍລິການ​ພາທາງ​​ດາວ​ທຽມ​ທີ່​ໄວ້​ໃຈ​ໄດ້ກວ່າ​ເກົ່າ,ປອດ​ໄພ​ກວ່າ​ເກົ່າ​ແລະ​ແມ່ນ​ຢຳ​ກວ່າ​ເກົ່າ​ໃຫ້​ແກ່​ຜູ້​ໃຊ້,ມີ​ອະນາຄົດ​ກວ້າງຂວາງ​ໃນ​ການນຳ​ໃຊ້​ໃນ​ດ້ານ​ການ​ບິນ​ພົນລະ​ເຮືອນ,ທາງ​ລົດ​ໄຟ,ການ​ຂົນ​ສົ່ງ​ທາງ​ນ້ຳທາງຫຼວງ​ແລະ​ໃນ​ດ້ານ​ໂທລະ​ຄົມ​ເຄື່ອນ​ທີ່​ເປັນຕົ້ນຂອງ​ຈີນ.

​ໃນ​ງານ​ວາງສະ​ແດງ​ການບິນ​ຈູ​ຫາຍ​ທີ່​ອັດ​ລົງ​ໃນ​ວັນ​ທີ 7 ພະຈິກ,ການ​ຮ່ວມ​ມື​​ໃນ​ດ້ານ​ການບິນ​ອະວະກາດ​ລະຫວ່າງ​ຈີນ​ກັບ​ເອີ​ລົບ​ໄດ້​ປະຈັກ​ຕາ​ຄົນ​ໃນ​ທົ່ວ​ໂລກ. ​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ເທື່ອ​ນີ້ ທ່ານ​ຟ່າງ​ຊຽງ​ມິ​ງ ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດອຸດສາຫະກຳ​ວິທະຍາສາດ​ການບິນ​ຈີນ​ໄດ້​ກ່າວ​ຢ່າງ​ຄັກ​ແນ່​ເປັນຄັ້ງທຳ​ອິດ​ວ່າ,ລະບົບ​ພາທາງ​ດາວ​ທຽມກາລີ​ເລມີ​ອະນາຄົດ​ກວ້າງຂວາງ​ໃນ​ການ​ນຳ​ໃຊ້​ໃນ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ແລະ​ໂທລະ​ຄົມ​ເຄື່ອນ​ທີ່​ເປັນຕົ້ນຂອງ​ຈີນ. ຈີນ​ເຂົ້າຮ່ວມ​ລະບົບ​ດັ່ງກ່າວ​ແມ່ນ​ໃຊ້​​ເຂົ້າທາງ​ພົນລະ​ເຮືອນ​ທັງ​ໝົດ.

​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ການບິນ​ຈູ​ຫາຍ,ຜູ້​ຊົງ​ຄຸນ​ວຸດ​ທິວົງ​ການ​ການບິນ​ອະວະກາດຂອງ​ຈີນ​ແລະ​ເອີ​ລົບ​ໄດ້​ກ່າວ​ລື້​ມຫຼັກໝັ້ນທີ່​ຮ່ວມ​ມື​ພັດທະນາ​ເຕັກນິກ​ອະວະກາດ​ຢ່າງເປັນ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ສະໜອງ​ການ​ສະໜັບສະໜູນ​ເຕັກນິກ​ຍິ່ງ​ດີກ​ວ່າ​ເກົ່າ​ໃຫ້​ແກ່​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ມະນຸດ.

ບຸກຄົນ​ວົງ​ການ​ການບິນອະ​ວະ​ກາດ​ເຫັນ​ວ່າ,ການ​ທັບ​ມ້າງ​ການ​ຜູກຂາດ​ເຕັກນິກ​ໃນ​ຂົງ​ເຂດ​ອະວະກາດ,​ແມ່ນຫຼັກການ​ພື້ນຖານ​ແຫ່ງ​ຍຸດ​ທະ​ສາດ​ການບິນ​ອະວະກາດ​ຂອງ​ຈີນ​ແລະ​ເອີ​ລົບ. ບຸກຄົນ​ວິຊາ​ການ​ເຫັນ​ວ່າ,ລະບົບກາລີ​ເລສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ລະບົບ GPS ຂອງ​ອາ​ເມ​ລິ​ກາ,ຂອບ​ເຂດ​ຜິດ​ໂຕນ​ກັນ​​ທີ່​ຕັ້ງສິ່ງ​ຂອງ​ທີ່​ມັນ​ກຳນົດ​ນັ້ນບໍ່​ຮອດ 1 ​ແມັດ,ລະບົບ​ດັ່ງກ່າວ​ສາມາດ​​ນຳພາ​ຍົນບິນ​ຂຶ້ນ​,ລົງ​ຈອດ​ຢ່າງ​ປອດ​ໄພ​ຫຼື​ເຮັດ​ໃຫ້​ລົດ​ໄຟ​ແລ່ນ​ຢ່າງ​ປອດ​ໄພ​ເປັນຕົ້ນ.

ທ່ານຄາ​ມົສປະທານ​ສະມາຄົມ​ອຸດສາຫະກຳ​ການບິນ​ອະວະກາດ​ຝຣັ່ງ​ເວົ້າວ່າ,​ແຜນການ​ກາລີ​ເລ​ແມ່ນ​ການ​ຕົກລົງ​ຮວມໝູ່​ຂອງ​ສະຫະພາບ​ເອີ​ລົບ,25 ປະ​ເທດ​ສະມາຊິກ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ລ້ວນ​ແຕ່​ຈະ​ເຂົ້າຮ່ວມ. ບໍ່​ວ່າ​ແນວ​ໃດກໍຈະ​ເຮັດ​ສຸດ​ກົກ​ສຸດ​ປາຍ​,ສ່ວນວິ​ສາ​ຫະກິດ​ຈີນ​ແນ່ນອນ​ແມ່ນ​ຄູ່​ຮ່ວມ​ມື​ໃນ​ແຜນການ​ດັ່ງກ່າວ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຄີຍ​ກ່າວ​ວ່າ,​ໂຄງການ​ຮ່ວມ​ມື​ກາລີ​ເລ​ແມ່ນ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກນິກ​ພາ​ທາງ​ການບິນ​ພົນລະ​ເຮືອນ​ແລະ​ອຸດສາຫະກຳ​ພາທາງ​ການບິນ​ພົນລະ​ເຮືອນທັງ​ນັ້ນ. ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ເອີ​ລົບ​ບໍ່​ມີ​ຄວາມ​ໝາຍ​ໃດໆ​ທີ່​ແນ​ໃສ່​ຝ່າຍ​ທີ​ສາມ.

​ໃນ​ເວລາ​ເລີ່​ມປະຕິບັດ​ແຜນການ​ກາລີເລ,ທ່ານ​ໂພຼດີ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ເຄີຍ​ກ່າວ​ວ່າ,ນີ້​ແມ່ນ​ເລື່ອງ​ໃຫຍ່​ທີ່​ກ່ຽວ​ພັນ​ເຖິງ​ອະນາຄົດ​ຂອງ​​ເອີ​ລົບ,​ແມ່ນ​ການ​ຕໍ່​ສູ້​ລະຫວ່າງ​ການ​ຜູກຂາດ​ກັບ​ການ​ຕ້ານ​ການ​ຜູກຂາດ,​ແມ່ນ​ການ​ຕໍ່​ສູ້​ທາງ​ການ​ທູດ​ທີ່​ພົວພັນ​ເຖິງ​ການ​ເມືອງ,​ເສດຖະກິດ,ການ​ທະຫານ​ແລະ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ.

ບຸກຄົນ​ວິຊາ​ການ​ເຫັນ​ວ່າ,​ແຜນການ​ກາລີ​ເລ​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ບຸກ​ເບີກ​ອະວະກາດ​ໃນ​ທົ່ວ​ໂລກ. ປະ​ເທດ​ທີ່​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ເຕັກນິກ​ອະວະກາດ​ຂອງ​ຈີນ​​ເຊິ່ງ​ເອົາ​ສັນຕິພາບ​ແລະ​ໃຊ້​ທາງ​ພົນລະ​​ເຮືອນ​​ເປັນ​ຈຸດ​ພິ​ເສດ​ນັ້ນ​ຍັງລວມ​ມີ​ເບຼຊິນ​ແລະຣັດ​ເຊຍ​ເປັນຕົ້ນ. ​ເດືອນ​ສິງຫາ​ປີ​ນີ້ ຢູ່​ມົສກູ ຄະນະ​ກຳມະການ​ພົບ​ປະກັນ​ຕາມ​ເວລາ​ກຳນົດ​ລະຫວ່າງ​ນາຍົກ​ລັດຖະມົນຕີ​ຈີນ​ຣັດ​ເຊຍ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງທີ 5 ຂອງສາຂາ​ຄະນະ​ກຳມະການ​ຮ່ວມ​ມື​ການບິນ​ອະວະກາດ,​ເພື່ອ​ຄົ້ນຄວ້າ​ທິດທາງ​ຮ່ວມ​ມື​ໃນ​ຂົງ​ເຂດ​ການບິນ​ອະວະກາດ​ລະຫວ່າງ​ສອງ​ຝ່າຍ,ສະພາບ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃນ​ສອງ​ປີ​ຂ້າງ​ໜ້າ,ກົມ​ການບິນ​ອະວະກາດ​ສອງ​ຝ່າ​ຍຕ່າງ​​ແຕ່ງ​ຜູ້​ແທນ​ປະຈຳ​ຝ່າຍ​ກົງກັນຂ້າມ​ແລະ​ບັນຫາ​ອື່ນໆ,​ແລະ​ກຳນົດ​ວ່າສືບ​ຕໍ່​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃນ​ຂົງ​ເຂດ​ການບິນ​ອະວະກາດ​ລົງ​ສູ່​ລວງ​ເລິກ​ເພື່ອ​ສອດຄ່ອງ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ຄຽງ​ຄູ່​ກັບ​ພາລະກິດ​ການບິນ​ອະວະກາດ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,ການ​ຮ່ວມ​ມື​ທາງ​ເຕັກນິກ​ໃນ​ທົ່ວ​ໂລກ​ຈະ​ນັບ​ມື້​ນັບ​ກວ້າງຂວາງ. ​ໂລກ​ປັດຈຸບັນ​ແມ່ນ​ຍຸກ​ສະ​ໄໝ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ແກ່ງ​ແຍ່ງ​,ທັງແມ່ນ​ຍຸກ​ສະ​ໄໝ​ທີ່​ຕ້ອງ​ຕິດ​ຕໍ່​ພົວພັນ​ຮ່ວມ​ມື​ກັນ​ແລະ​ສະ​ແຫວ​ງ​ໃຫ້​ສອງ​ຝ່າຍ​ໄດ້​ຮັບຜົນ​ປະ​ໂຫຍ​ດນຳ​ກັນ. ຈີນ​ຈະ​ປະຕິບັດ​ນະ​ໂຍບາຍ​ແຫ່ງ​ຊາດ​ພື້ນຖານ​ທີ່​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ,ສົ່ງ​ເສີມ​ແລະ​ສະໜັບ​ສະໜູນ​ຫົວໜ່ວຍ​ວິ​ສາ​ຫະກິດ​ແລະ​ຫົວໜ່ວຍ​ວຽກ​ງານ​ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ຊາດ​ໃນ​ຂົງ​ເຂດ​ການບິນ​​ແລະ​ການບິນ​ອະວະກາດ​ໃຕ້​ປະຖົມ​ປັດ​​ໃຈ​ທີ່​ໂຄລົບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຊາດ​ແລະ​ສົນທິ​ສັນຍາ​ສາກົນ​ທີ່​ໄດ້​​ເຊັນ​ກັນ.