ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 14:17:40    
ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ສົ່ງ​ໂທລະ​ເລກ​ໄປ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຖິງ​​ແກ່​ກຳ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 11 ພະຈິກ​ນີ້ ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ຝາກ​ໂທ​ລະ​ເລກ​ໄປ​ຍັງ​ທ່ານ​ໂລ​ຮີ ຟັດ​ຕູ ປະທານ​ຄະນະ​ກຳມະການ​ນິຕິບັນຍັດປະ​ເທດ​ປາ​ເລັສ​ຕິນ, ສະ​ແດງ​ຄວາມ​ໄວ້​ອາ​ໄລ​ດ້ວຍ​ຄວາມເສົ້າສະຫຼົດ​ໃຈຕໍ່​ການ​ເຖິງ​ແກ່​ກຳ​ຢ່າງ​ບໍ່​ເປັນ​ຈັ່ງ​ບຸນຂອງ​ທ່ານ​ຢັດ​ເຊີ ອາລາ​ຟັດ ປະທານາທິບໍດີ​ປະ​ເທດປາ​ເລັສຕິນ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ ປະທານ​ຄະນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍປະ​ເລັສຕິນ.

​ໃນ​ໂທລະ​ເລກ​ໄວ້ອາ​ໄລ ທ່ານ​ຫູ​ຈິນທາວ​ກ່າວ​ວ່າ: ທ່ານ​ປະທານ​ອາລາ​ຟັດ​ແມ່ນ​ຜູ່​ນຳ​ທີ່​ດີເລີດຂອງ​ພາລະກິດ​ປາ​ເລັສຕິນ, ​ແມ່ນ​ນັກ​ການ​ເມືອງ​ຜູ່​ດີ​ເດັ່ນ, ທ່ານ​ໄດ້ສຸມ​ກຳລັງ​ວັງຊາ​ຕະຫຼອດຊີວິດ​ເພື່ອ​ພາລະກິດອັນ​ເປັນ​ທຳ​ທີ່ຍາດ​ແຍ່ງຟື້ນ​ຟູສິດ​ອຳນາດ​ແຫ່ງ​ຊາດ​ອັນ​ຊອບ​ກົດໝາຍ​ຂອງ​ປະຊາຊົນ​ປາ​ເລັສຕິນ, ​ໄດ້​ຮັບ​ຄວາມ​ໂຄລົບນັບຖື​ແລະ​ຄວາມ​ສະໜັບ​ສະ​ໜູນ​ອຸ້ມ​ຊູ​ຈາກ​ປະຊາຊົນ​ປາ​ເລັສຕິນ, ​ແລະ​ມີ​ອິດ​ທິພົນ​ຊື່​ສຽງ​ອັນ​ສູງ​ສົ່ງ​ໃນ​ປະ​ຊາ​ຄົມ​ໂລກ.

​ໃນ​ໂທລະ​​ເລກ​ໄວ້ອາ​ໄລ, ທ່ານ​ຫູ​ຈິນທາວ​ກ່າວ​ວ່າ, ທ່ານ​ປະທານ​ອາລາ​ຟັດ​ແມ່ນ​ຜູ່​ສ້າງ​ພື້ນຖານ​ແລະ​ຜູ່​ຕັ້ງໜ້າຊຸກ​ຍູ້ການ​ພົວພັນ​ຈີນ​ປາ​ເລັສຕິນ, ​ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ປັບປຸງ​ແລະ​ຂະຫຍາຍ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ ​ສອງ​ຊາດ. ທ່ານ​ເຖິງ​ແກ່​ມໍລະນະ​ກຳ, ບໍ່​ພຽງ​ແຕ່​​ເປັນ​ການ​ສູນເສຍ​ອັນ​ມະຫາສານ​ຂອງ​ປະຊາຊົນ​ປາ​ເລັສຕິນທໍ່​ນັ້ນ, ​ແລະກໍ​ເຮັດ​ໃຫ້​ປະຊາຊົນ​ຈີນ​ເສຍ​ເພື່ອນ​ຜູ່​ຍິ່ງ​ໃຫຍ່ຜູ່​ໜຶ່ງ.

ທ່ານ​ຫູ​ຈິນທາວ​ເຊື່ອ​ວ່າ, ລັດຖະບານ​ແລະ​ປະຊາຊົນ​ປາ​ເລັສຕິນຄົງ​ຈະ​ສືບ​ທອດ​ພາລະກິດ​ທີ່​ທ່ານ​ປະທານ​ອາລາ​ຟັດຍັງ​ເຮັດ​ບໍ່​ສຳ​ເລັດ, ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ ​ເພື່ອ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ ​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ທາງ​ການ​ເມືອງ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ປາ​ເລັສຕິນ, ຊຸກ​ຍູ້​ການ​ພົວພັນ​​ໄມ​ຕີຈິດ​ແລະ​ຮ່ວມ​ມື​ກັນລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.