ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 14:26:06    
ທ່ານ​ບຸສ​ກ່າວ​ວ່າ​ການ​ສະ​ເຫນີ​ຜູ່​ນຳ​ປາ​ເລັສ​ຕິນ​ຜູ່​ໃຫມ່​ຈະ​ນຳ​ເອົາ​ໂອ​ກາດ​ມາ​ຍັງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 10 ພະຈິກ ຢູ່​ວໍ​ຊິງ​ຕັນ ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເວົ້າ​ວ່າ, ການ​ສະ​ເຫ​ນີ​ຜູ່​ນຳ​ປາ​ເລັສ​ຕິນ​ຜູ່​ໃຫມ່​ຈະ​ນຳ​ເອົາ​ໂອກາດ​ໃຫມ່ມາ​ຍັງ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.

​ພາຍ​ຫລັງ​ໄດ້​ພົບ​ປະ​ກັບ​ທ່ານ​ຢາ​ບ​ເດີ​ຮຸບ​ເຊັບ​ເຟີ ​ເລ​ຂາ​ທິ​ການ​ໃຫຍ່​ກຸ່ມ​ນາ​ໂຕ,ທ່ານ​ບຸ​ສ​ເວົ້າຕໍ່​ສື່​ມວນ​ຊົນ​ວ່າ, ​ເນຶ່ອງ​ໃນ​ເວລາ​ທີ່​ທ່ານ​ອາລາ​ຟັດ​ປະ ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຈັບ​ຫນັກ, ຝ່າຍ​ປາ​ເລັສ​ຕິນ​ເລືອກ​ຕັ້ງ​ກຸ່ມ​ນຳພາ​ໃຫມ່​​ແມ່ນ​ໂອ​ກາດ​ຫນຶ່ງ​ສຳລັບ​ສັນ​ຕ້ພາບ.ທ່ານ​ເວົ້າວ່າ, ​ໃນ​ເມື່ອ​ໂອກາດ​ນີ້ວ​ຽນມາ​ເຖິງ, ອາ​ເມ​ລິ​ກາ​ສຸດ​ທີ່ຍິນ​ດີ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ປາ​ເລັສ​ຕິນ,​ຊ່ອຍ​ປາ​ເລັສ​ຕິນ​ສ້າງ​ປະ​ເທດ​ຂອງ​ຕົນ​ເອງ.

ທ່ານ​ບຸ​ສກ່າວ​ວ່າ, ທ່ານ​ຈະ​ສືບ​ຕໍ່​​ປະ​ຕິ​ບັດ​ແຜນ​ການ​​ເສັ້ນ​ທາງ​ສັນ​ຕິ ພາບຕາ​ເວັນ​ອອກ​ກາງ​ທີ່ຫມາຍ​ຈະບັນລຸ​ສັນ​ຕິ​ພາບ​ຢູ່​ປາ​ເລັສຕິນ​ແລະ​ອິສລະ​ແອນ.