ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 15:17:46    
ທ່ານ​ອານ​ນານ​ແລະ​ທ່ານ​ບຸ​ສຕ່າງ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ດ້ວຍ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ທ່ານ​ອາລາ​ຟັດ​ທີ່​ເຖິງ​ແກ່​ກຳຍ້ອນ​ປ່ວຍ

cri Author: lm

ຕາມ​ຂ່າວCRI: ຕອນ​ຮຸ່ງເຊົ້າ​ວັນ​ທີ 11 ພະຈິກ​ນີ້, ພາຍຫຼັງທ່ານ​ອາລາ​ຟັດ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຖິງ​​ແກ່​ກຳ​ຍ້ອນ​ປ່ວຍ​ແລ້ວ, ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼງການ ສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​​ສຸດ​ເຊິ່ງ. ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍ​ອອກ​ຖະ​ແຫຼງ​ການ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ເຊັ່ນ​ດຽວ​ກັນ.

​ໃນ​ຖະ​ແຫຼງການ ທ່ານ​ອານ​ນານ​ກ່າວ​ວ່າ, ​​ໃນເກືອບ 40 ປີ​ມາ​ນີ້, ທ່ານ​ອາລາ​ຟັດ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຂອງ​ປາ​ຊາ​ຊົນ​ປາ​ເລັສຕິນຕໍ່​ທົ່ວ​ໂລກ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ທ່ານ​ບໍ່​​ໄດ້​ເຫັນ​ຄວາມ​ຝັນ​ສັນຕິພາບ​ປະກົດ​ເປັນ​ຈິງ​ໃນຍາມ​ທ່ານ​ຍັງ​ມີ​ຊີວິດ​ ​ແມ່ນ​ເລື່ອງ​ທີ່​ເປັນ​ໜ້າ​ໂສກ​ເສົ້າ.

ທ່ານ​ອານ​ນານ​ຮຽກຮ້ອງ​ໃຫ້​ປະຊາຊົນ​ປາ​ເລັສຕິ​ນ​ແລະອິສລາ​ແອນ​ພ້ອມ​ດ້ວຍ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ທີ່​ເອົາ​ໃຈ​ໃສ່ນຳ​ສະຖານະ​ການ​ປາ​ເລັສຕິ​ນອິສລາ​ແອນ, ຈົ່ງ​ທຳ​ຄວາມພະຍາຍາມ​ຄົບເທົ່າ​ເພື່ອ​​ໃຫ້ປະຊາຊົນ​ປາ​ເລັສຕິນ​ມີສິດ​ຊີ້​ຂາດ​ໂດຍ​ຕົນ​ເອງ​​ໂດຍ​ສັນຕິ.

ຕອນ​ເຊົ້າມືດ​ວັນ​ທີ 11 ພະຈິກ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍ​ອອກ​ຖະ​ແຫຼງ​ການ​ວ່າ, ອາ​ເມ​ລິ​ກາສະ​ແດງ​ຄວາມ​​ເສົ້າສະຫຼົດ​ໃຈ​ຕໍ່​ປະຊາຊົນ​ປາ​ເລັສຕິນ, ຫວັງ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ມີ​ສັນຕິພາບ​ແລະ​ບັນລຸ​ຄວາມ​ປາຖະໜາສ້າງຕັ້ງປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ແລະ​ມີປະຊາທິປະ​ໄຕ, ພ້ອມ​ກັນນັ້ນ ຫວັງ​ໃຫ້​ພວກ​ເຂົາ​ເຈົ້າຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ກັບ​ປະ​ເທດ​ໃກ້​ຄຽງ.